ເລັ່ງປະຕິຮູບ ຣັຖວິສາຫະກິຈ ໄຟຟ້າລາວ ທີ່ມີໜີ້ສູງ
ຣັຖບານລາວ ປະກາດປະຕິຮູບ ຣັຖວິສາຫະກິຈ ທັງໝົດ, ແຕ່ເນັ້ນໃສ່ ຣັຖວິສາຫະກິຈ ໄຟຟ້າລາວ ກ່ອນໝູ່ ຍ້ອນວ່າ ມີໜີ້ສິນຄຸມເຄືອ, ສະສົມມາຫຼາຍປີ ແລະ ເປັນໜີ້ສູງ ກວມເອົາໜີ້ 30% ທັງໝົດໜີ້ສິນ ຂອງປະເທດ.
-
ໄມຊູລີ ແລະ ໄຊຍາ
2022-07-31 -
-
-
Your browser doesn’t support HTML5 audio
ລຳດັບຕໍ່ໄປເຊີນຮັບຟັງຣາຍການ “ມາຟັງນຳກັນ” ປະຈຳສັປດາ ສເນີໂດຍ ໄມຊູລີ ແລະ ໄຊຍາ ຈະນຳເອົາເຣື້ອງ “ຣັຖບານລາວ ເລັ່ງປະຕິຮູບ ວິສາຫະກິຈ ໄຟຟ້າລາວ ທີ່ມີໜີ້ສິນສູງ"
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ຂໍຕ້ອນຮັບທ່ານ ເຂົ້າມາສູ່ຣາຍການ “ມາຟັງນຳກັນ”. ສັປດານີ້ ມາເວົ້າເຖິງ ເຣື່ອງໜີ້ສິນ ຂອງຣັຖວິສາຫະກິຈ ໄຟຟ້າລາວ ທີ່ຣັຖບານລາວ ປະກາດແກ້ໄຂເລັ່ງດ່ວນເພາະໜີ້ສິນ ໃນປັດຈຸບັນ ຂອງໄຟຟ້າລາວ ກວມເອົາ 30% ຂອງໜີ້ສິນທັງໝົດ ຂອງປະເທດ ທີ່ສູງເຖິງ 88%, ຊຶ່ງຫົວຂໍ້ ໃນມື້ນີ້ ແມ່ນຣັຖບານລາວ ເລັ່ງປະຕິຮູບ ວິສາຫະກິຈ ໄຟຟ້າລາວ ທີ່ມີໜີ້ສີນສູງ.
ທ່ານຜູ້ຟັງ ທີ່ຕ້ອງການ ເຂົ້າຮ່ວມເປັນສ່ວນນຶ່ງ ດ້ວຍການສັມພາດ ໃນຣາຍການ ຂອງພວກເຮົາ ກະຣຸນາສົ່ງເບີໂທຣະສັບ ຂອງທ່ານລົງ ໃນຊ່ອງຄອມເມັ້ນ ທີ່ກຳລັງອອກຣາຍການ ໃນຂະນະນີ້ ແລ້ວພວກເຮົາ ຈະຕິດຕໍ່ຫາ. ຜ່ານມາ ກໍມີຫຼາຍພາກສ່ວນ ໄດ້ໃຫ້ການຮ່ວມມື ດ້ານຂໍ້ມູນຂ່າວສານ ໃນການນຳສເນີ ທີ່ຖືກຕ້ອງ ມາຕລອດ. ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ມື້ນີ້ ຣາຍການພວກເຮົາ ຈະມາເວົ້າເຖິງ ຣັຖບານລາວ ປະກາດ ປະຕິຮູບ ຣັຖວິສາຫະກິຈ ທັງໝົດ. ແຕ່ກ່ອນອື່ນໝົດ ຕ້ອງແກ້ໄຂ ຣັຖວິສາຫະກິຈ ໄຟຟ້າລາວກ່ອນ. ເພາະຜ່ານມາ ໜີ້ນັບມື້ນເພີ່ມຂຶ້ນ ແລະ ການດຳເນີນ ກິຈການ ກໍຂາດທຶນຫຼາຍ ແລະ ທີ່ສຳຄັນ ໄດ້ກໍ່ໜີ້ ໃຫ້ຣັຖບານລາວ ແບກຫາບ ໃນສະພາບ ທີ່ຣັຖບານລາວ ກໍມີໜີ້ ສາທາຣະນະສູງ ແລະ ເງິນຕຣາສຳຮອງ ຕໍ່າຫຼາຍ.
ການປະຕິຮູບ ຣັຖວິສາຫະກິຈ ໄຟຟ້າລາວນີ້ ມັນກໍບໍ່ແມ່ນ ເຣື່ອງງ່າຍ ເນື່ອງຈາກວ່າ ບັນຫາ ມັນສະສົມມາກ່ວາ 40 ປີ ແຕ່ຜ່ານມາ ກໍບໍ່ໄດ້ຮັບ ການເປີດເຜີຍໃດໆ. ນອກຈາກນີ້ ລາຄາ ໄຟຟ້າ ກໍຍັງແພງຫຼາຍທັງທີ່ວ່າ ລາວວາງເປົ້າໝາຽເປັນ ໝໍ້ໄຟ ແຫ່ງອາຊຽນ ໂດຍຫວັງຜົລ ຈາກການສົ່ງອອກ ພລັງງານໄຟຟ້າແຕ່ປັດຈຸບັນ ກັບຕ້ອງມາ ປະເຊີນກັບ ໜີ້ສິນ ຊຶ່ງເປັນບັນຫາໃຫຍ່ ແລະ ມີຄວາມທ້າທາຍ ຕໍ່ຣັຖບານລາວເປັນຢ່າງຍິ່ງ. ເຖິງຢ່າງໃດ ກໍຕາມ, ຣັຖບານລາວ ກໍຍັງປະກາດວ່າ ໜີ້ສິນ ສາມາດແກ້ໄຂໄດ້.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)