ຣັຖບານລາວ ແຊກແຊງເງິນຕຣາ ເພື່ອຄວບຄຸມ ລາຄານໍ້າມັນ
ມາຕການ ສນອງນ້ຳມັນ ໃຫ້ກັບປະຊາຊົນ, ແຕ່ປະຊາຊົນ ຍັງຈົ່ມວ່າ ລາຄານ້ຳມັນ ຍັງແພງຫຼາຍ, ຊຶ່ງຣັຖບານ ກໍໄດ້ອອກ ມາຕການແຊກແຊງ ດ້ວຍການຄວບຄຸມ ການແລກປ່ຽນເງິນຕຣາ ທັງເງິນບາດ ແລະ ເງິນດອນລ້າຣ໌ ໃຫ້ເປັນໄປຕາມ ອັຕຣາແລກປ່ຽນ ຂອງທະນາຄານ ກຳນົດ.
-
ໄມຊູລີ ແລະ ໄຊຍາ
2022-07-17 -
-
-
Your browser doesn’t support HTML5 audio
ມາຕການສນອງນ້ຳມັນ ໃຫ້ກັບປະຊາຊົນ ໃນທ່າມກາງ ທີ່ວ່າ ມີຫຼາຍປັດຈັຍ ທີ່ເຂົ້າມາກະທົບຕໍ່ ການບໍຣິຫານ ຂອງຣັຖບານ ທີ່ໄດ້ຣາຍງານ ໃນກອງປະຊຸມ ສະພາ, ເຊິ່ງບັນຫາ ທີ່ຣັຖບານຜະເຊີນຢູ່ ກໍຄື ເຣື່ອງຂອງເງິນເຟີ້, ໜີ້ສາທາຣະນະສູງ ແລະກໍ ລາຄານ້ຳມັນແພງ, ເຊິ່ງໃນກອງປະຊຸມ ສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 9 ນັ້ນ, ຣັຖບານ ກໍໄດ້ອອກ ມາຕການແຊກແຊງ ດ້ວຍການຄວບຄຸມ ການແລກປ່ຽນເງິນຕຣາ ທັງເງິນບາດ ແລະ ເງິນດອນລ້າຣ໌ ໃຫ້ເປັນໄປຕາມ ອັຕຣາແລກປ່ຽນ ຂອງທະນາຄານ ກຳນົດ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ຂໍຕ້ອນຮັບທ່ານ ເຂົ້າສູ່ຣາຍການ “ມາຟັງນຳກັນ” ສັປດານີ້ ພວກເຮົາ ຈະເວົ້າເຖິງ ບັນຫາ ເຣື່ອງນ້ຳມັນ, ຊຶ່ງປັດຈຸບັນ ກໍເຫັນວ່າ ທາງຣັຖບານລາວ ສນອງນ້ຳມັນ ໃຫ້ປະຊາຊົນ ໃຊ້ແລ້ວ, ແຕ່ປະຊາຊົນ ຍັງຈົ່ມວ່າ ລາຄານ້ຳມັນ ຍັງແພງຫຼາຍ. ການແກ້ໄຂ ເທື່ອນີ້ ຣັຖບານໃຊ້ມາຕການແບບໃດນັ້ນ ພວກເຮົາ ຈະມາຣາຍງານ ໃຫ້ທ່ານ ໄດ້ຮັບຊາບ ໂດຍຫຍໍ້. ຫົວຂໍ້ ໃນມື້ນີ້ ກໍແມ່ນ “ຣັຖບານລາວ ແຊກແຊງເງິນຕຣາ ເພື່ອຄວບຄຸມ ລາຄານ້ຳມັນ.” ສໍາລັບ ທ່ານຜູ້ຟັງ ທີ່ຕ້ອງການ ມີສ່ວນຮ່ວມ ກັບຣາຍການ ກັບພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານ ລົງໃນ ຊ່ອງຄອມເມັນ ຂອງຣາຍການ ທີ່ກຳລັງອອກອາກາດ ຢູ່ໃນຂະນະນີ້, ແລ້ວພວກເຮົາ ຈະຕິດຕໍ່ຫາທ່ານ ເພື່ອສັມພາດ ມາອອກຣາຍການ. ທີ່ຜ່ານມາ ກໍມີຫຼາຍທ່ານ ທີ່ໄດ້ມີສ່ວນຮ່ວມ ໃນການຊ່ອຍເຫຼືອ ກະຈາຍຂ່າວ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ໄດ້ເຫັນບັນຫາ ທີ່ແທ້ຈິງ. ສຳລັບ ມື້ນີ້ ດຳເນີນຣາຍການ ໂດຍ ຂ້າພະເຈົ້າ, ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ນຜູ້ຟັງ…. ສຳລັບ ຣາຍການ ຂອງພວກເຮົາ ມື້ນີ້ ຈະມາເວົ້າເຖິງ ມາຕການສນອງນ້ຳມັນ ໃຫ້ກັບປະຊາຊົນ ໃນທ່າມກາງ ທີ່ວ່າ ມີຫຼາຍປັດຈັຍ ທີ່ເຂົ້າມາກະທົບຕໍ່ ການບໍຣິຫານ ຂອງຣັຖບານ ທີ່ໄດ້ຣາຍງານ ໃນກອງປະຊຸມ ສະພາ, ເຊິ່ງບັນຫາ ທີ່ຣັຖບານຜະເຊີນຢູ່ ກໍຄື ເຣື່ອງຂອງເງິນເຟີ້, ໜີ້ສາທາຣະນະສູງ ແລະກໍ ລາຄານ້ຳມັນແພງ, ເຊິ່ງໃນກອງປະຊຸມ ສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 9 ນັ້ນ, ຣັຖບານ ກໍໄດ້ອອກມາຕການ ແຊກແຊງ ດ້ວຍການຄວບຄຸມ ການແລກປ່ຽນເງິນຕຣາ ທັງເງິນບາດ ແລະ ເງິນດອນລ້າຣ໌ ໃຫ້ເປັນໄປຕາມ ອັຕຣາແລກປ່ຽນ ຂອງທະນາຄານ ກຳນົດ, ເຊິ່ງມາຕການນີ້ ພວກເຮົາ ຈະສຣູບ ໃຫ້ພວກທ່ານ ໄດ້ຮັບຟັງການ ໃນຣາຍການ ຂອງພວກເຮົາ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)