ສຳຣວດ ໂຄງການ ກໍ່ສ້າງເສັ້ນທາງ ຣົຖໄຟ ລາວ-ວຽດນາມ
ຣັຖບານລາວ ອະນຸມັດໃຫ້ ບໍຣິສັດຈີນ ສຶກສາໂຄງການ ທາງຣົຖໄຟ ຈາກສວັນນະເຂດ ຫາລາວບາວ (ວຽດນາມ) ມີຄວາມຍາວ 220 ກິໂລແມັດ, ມູນຄ່າປະມານ 5 ຕື້ໂດລ້າຣ໌ສະຫະຣັຖ ແລະຈະໃຊ້ເວລາສຶກສາ ຄວາມເປັນໄປໄດ້ 2 ປີ ຈຶ່ງຈະສາມາດລົງມື ກໍ່ສ້າງສໍາເລັດໃນ 3 ປີ.
-
ຈຳປາທອງ
2022-09-16 -
-
-
Your browser doesn’t support HTML5 audio
ກະຊວງແຜນການ ແລະການລົງທຶນ, ແລະບໍຣິສັດ ວິສະວະກັມກໍ່ສ້າງ ຈຽງຊູ ເຫັງຕົງ (Jiangsu Hengtong) ຂອງຈີນ ໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈກັນ ສຶກສາຄວາມເປັນໄປໄດ້ ຂອງໂຄງການກໍ່ສ້າງ ທາງຣົຖໄຟ ສວັນນະເຂດ-ລາວບາວ ຈາກນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ໄປຫາດ່ານລາວບາວ ຂອງວຽດນາມ ເມື່ອວັນທີ 13 ກັນຍານີ້.
ທາງຣົຖໄຟທີ່ວ່ານີ້ ມີຄວາມຍາວ 220 ກິໂລແມັດ, ມູນຄ່າການກໍ່ສ້າງປະມານ 5 ຕື້ໂດລ້າຣ໌ສະຫະຣັຖ, ຈະໃຊ້ເວລາສຶກສາ ຄວາມເປັນໄປໄດ້ 2 ປີ ແລະກໍ່ສ້າງຕົວຈິງ ປະມານ 3 ປີ. ໂຄງການນີ້ຈະມີສະຖານີຣົຖໄຟ 11 ແຫ່ງ ແລະໃຊ້ເນື້ອ ທີ່ 4,100 ເຮັກຕ້າຣ໌, ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມສ໌ ວັນທີ 15 ກັນຍານີ້.
ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ກະຊວງແຜນການ ແລະການລົງທຶນ ແຕ່ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຣາຍລະອຽດໄດ້.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງ ແຂວງສວັນ ນະເຂດທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ກັນຍານີ້ວ່າ ທາງບໍຣິສັດ ຈຽງຊູ ເຫັງຕົງ (Jiangsu Hengtong) ຍັງບໍ່ທັນໄດ້ໄປສໍາຣວດ ແລະສຶກສາຄວາມເປັນໄປໄດ້ ແບບເປັນທາງການເທື່ອ ແຕ່ກໍເຊື່ອວ່າ ບໍຣິສັດຈີນ ອາຈລົງມືສໍາຣວດ ແລະກໍ່ສ້າງທາງຣົຖໄຟ ສວັນນະເຂດ-ລາວບາວ ຕາມແລວທາງເກົ່າ ທີ່ບໍຣິສັດ ຈາກປະເທດມາເລເຊັຽ ເຄີຍໄດ້ມາສໍາຣວດ ແລະປັກຫລັກໝາຍໄວ້ ແຕ່ກໍບໍ່ໄດ້ສ້າງ, ຍົກເລີກໂຄງການໄປ.
“ຍັງບໍ່ທັນເຫັນນ່າ. ພວກຊິລົງທຶນຫັ້ນ ເຂົາຍັງບໍ່ທັນມາ. ເຂົາຍັງຫາເງິນນ່າ ຂ້ອຍເບິ່ງ ຖ້າແຕ່ເງິນມາແລ້ວກະເຮັດນ່າ. ຢ້ານປີໜ້າພຸ້ນແລ້ວ ປີນີ້ບໍ່ທັນດອກ.”
ກ່ຽວກັບເຣື່ອງນີ້ ຊາວບ້ານ ຢູ່ນະຄອນໄກສອນ ພົມວິຫານ ຜູ້ນຶ່ງກໍເວົ້າວ່າ ມາຮອດມື້ນີ້ ກໍຍັງບໍ່ເຫັນພາກສ່ວນໃດ ມາສໍາຣວດທີ່ດິນ ເພື່ອທີ່ຈະກໍ່ສ້າງທາງຣົຖໄຟນັ້ນເທື່ອ ແລະເຈົ້າໜ້າທີ່ທ້ອງຖິ່ນ ກໍຍັງບໍ່ທັນໄດ້ແຈ້ງໃຫ້ຊາວບ້ານຮູ້ວ່າ ຈະຖືກດິນເຂດໃດແດ່ ແລະຈະມີການຊົດເຊີຍແນວໃດ, ມີແຕ່ໄດ້ຍິນຂ່າວວ່າ ຈະສ້າງຢູ່ບໍຣິເວນ ບໍ່ຫ່າງໄກຈາກເຂດເສຖກິຈພິເສດ ສວັນ-ເຊໂນ.
“ບໍ່ເຫັນໄດ໋ ຍິນແຕ່ວ່າເຂົາເວົ້າໃຫ້ຟັງຢູ່ ມັນຢູ່ລະຫວ່າງໃກ້ຊິຮອດເຊໂນແລ້ວ ມັນຫ່າງຈາກເຊໂນ ປະມານ 2 ຫລັກນີ້ແຫລະ. ມັນໃກ້ກັບໂຮງງານຢາສູບ ກັບໂຮງງານກ້ອງ ໂຮງງານນິກກັອນ.”
ແລະຊາວບ້ານອີກຜູ້ນຶ່ງ ກໍເວົ້າໂດຍເຊື່ອວ່າ ໂຄງການດັ່ງກ່າວນີ້ ໜ້າຈະກໍ່ສ້າງ ຜ່ານເຂດທົ່ງພຽງເປັນຫລັກ ແລະຈະຫລີກເຂດ ທີ່ມີສິ່ງປຸກສ້າງຫລາຍ ຍ້ອນຈະໄດ້ເສັຍຄ່າຊົດເຊີຍຫລາຍ ແລະກໍໜ້າຈະກໍ່ສ້າງຕາມແລວທາງເກົ່າ ທີ່ໄດ້ມີການປັກຫລັກໝາຍໄວ້ກ່ອນໜ້ານີ້ແລ້ວ.
“ເຂົາຈະຫລີກນອກເມືອງ ອອກໄປຄັນແມ່ນເຂົາເຮັດນ່າ. ຂ້ອຍກະເຫັນຢູ່ຫລັກຫັ້ນ ແຕ່ດົນແລ້ວ ຢູ່ທາງວົງວຽນພຸ້ນບໍ່. ຢູ່ທາງເຮົານີ້ມັນບໍ່ຖືກ ເພາະວ່າທາງເບື້ອງເຮົາ ມັນຈະເປັນແນວ ບໍຣິສັດໝົດເລີຍນ່າ. ມັນຈະບໍ່ຖືກ ຄັນມັນຖືກບ່ອນຂ້ອຍ ມັນກະຕໍາໝົດແຫລະ. ໂຮງງານຢາສູບ ນິກກັອນ ມີແຕ່ໂຮງງານໃຫຍ່ໆ.”
ສ່ວນຊາວບ້ານ ທີ່ຢູ່ໃກ້ກັບດ່ານລາວບາວ ຊາຍແດນລາວ-ວຽດນາມ ຢູ່ເມືອງເຊໂປນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນເອງກໍຍັງບໍ່ເຫັນບໍຣິສັດຈີນ ມາສໍາຣວດ ແລະສຶກສາຄວາມເປັນໄປໄດ້ ຢ່າງຄັກແນ່ເທື່ອ, ແຕ່ເມື່ອຫລາຍປີກ່ອນນີ້ ກໍເຄີຍມີບໍຣິສັດຈາກມາເລເຊັຽ ມາສໍາຣວດ ແລະແທກດິນ ຂອງຕົນ ວ່າຈະຖືກໂຄງການ ທາງຣົຖໄຟກວມເອົາ ແຕ່ກໍບໍ່ໄດ້ເອົາ ຍ້ອນທາງບໍຣິສັດບໍ່ສາ
ມາດ ຈ່າຍຄ່າຊົດເຊີຍ ເປັນຈໍານວນຫລາຍໃຫ້ໄດ້.
“ເສັ້ນທາງຣົຖໄຟ ທີ່ເຂົາສໍາຣວດ... ກະປະມານຢູ່ໜ້າຈະກິໂລແມັດ ກວ່າໆໜ້ອຍນຶ່ງ. ເພິ່ນບໍ່ເອົາແລ້ວເພາະວ່າ ເພິນບໍ່ສາມາດທົດແທນດິນ ໃຫ້ເຮົາໄດ້ ເພາະວ່າດິນເຮົາ ເປັນດິນທີ່ມີມູນຄ່າສູງແນ່ຫັ້ນນ່າ ດິນຂອງເຮົາຕອນນີ້ມັນມີຢູ່ 17 ກວ່າເຮັກຕ້າຣ໌.”
ໂຄງການທາງຣົຖໄຟ ສວັນນະເຂດ-ລາວບາວ ມີແຜນຈະເຊື່ອມຕໍ່ກັບທາງຣົຖໄຟ ແຂວງມຸກດາຫານ ຂອງໄທຍ ເພື່ອເຊື່ອມຕໍ່ລະຫວ່າງໄທຍ, ລາວ ແລະ ວຽດນາມ. ສໍາລັບໂຄງການທາງຣົຖໄຟ ຢູ່ເຂດແຂວງມຸກດາຫານ ຄາດວ່າ ຈະກໍ່ສ້າງສໍາເຣັດໃນອີກປະມານ 4 ປີຂ້າງໜ້າ.
ດັ່ງທ່ານ ສົມສັກ ສີບຸນເຮືອງ ເລຂາທິການ, ປະທານຫໍການຄ້າ ແຂວງມຸກດາຫານ ກ່າວວ່າ:
“ທາງຣົຖໄຟນີ້ ມັນກະຕ້ອງເຊື່ອມກັນແນ່ນອນ, ແຕ່ມັນຈະເຊື່ອມເມື່ອໃດ, ຂ້າພະເຈົ້າກໍຍັງຕອບບໍ່ໄດ້, ແຕ່ອົງ ການ JICA ໄດ້ມາສໍາຣວດເສັ້ນທາງຣົຖໄຟ ຂ້າມແມ່ນໍ້າຂອງ ລະຫວ່າງແຂວງມຸກດາຫານ ແລະແຂວງສວັນນະເຂດແລ້ວ, ລໍຖ້າໂຄງການທາງຣົຖໄຟ ທາງຄູ່ບ້ານໄຜ່ ຕອນນີ້ຢູ່ໃນໄລຍະ ການຊົດເຊີຍຄ່າດິນ ໃຫ້ຊາວບ້ານ, ຄັນບໍ່ມີບັນຫາ ໂຄງການດັ່ງກ່າວນີ້ ກໍອາຈສໍາເຣັດໃນ 4 ປີຕໍ່ໜ້າ.”
ເມື່ອປີ 2012 ບໍຣິສັດ Giant Consolidated Limited ຈາກປະເທດມາເລເຊັຽ ໄດ້ເຊັນສັນຍາ ກັບຣັຖບານລາວ ເພື່ອຈະສໍາຣວດ ແລະເຮັດໂຄງການທາງຣົຖໄຟ ສວັນນະເຂດ-ລາວບາວ, ໄລຍະທາງ 220 ກິໂລແມັດ, ຈະມີສະຖານີ ຣົຖໄຟ 11 ແຫ່ງ ແລະຈະໃຊ້ງົບປະມານ ໃນການກໍ່ສ້າງ 5 ຕື້ໂດລ້າຣ໌ສະຫະຣັຖ, ແຕ່ຫລັງຈາກນັ້ນມາ ບໍຣິສັດດັ່ງກ່າວ ກໍບໍ່ໄດ້ລົງມືກໍ່ສ້າງ ທັງໆທີ່ໄດ້ສໍາເລັດ ການອອກແບບເສັ້ນທາງ ແລະອື່ນໆຮຽບຮ້ອຍແລ້ວ ແລະໄດ້ຍົກເລີກໂຄງການໄປ ເມື່ອປະມານ 7-8 ປີກ່ອນ ໂດຍບໍ່ແຈ້ງໃຫ້ທາງການລາວ ຊາບເຖິງສາເຫດແຕ່ຢ່າງໃດ. ເຈົ້າໜ້າທີ່ລາວເຊື່ອວ່າ ອາດເປັນຍ້ອນ ທາງບໍຣິສັດນັ້ນ ບໍ່ສາມາດ ຊອກຫາແຫລ່ງທຶນ ມາກໍ່ສ້າງທາງຣົຖໄຟນີ້ໄດ້.