ຣັຖງົດງົປແປງທາງ ທຸກແຂວງ
ຣັຖບານ ລາວ ສັ່ງຫ້າມ ຜແນກ ໂຍທາ ທິການ ທຸກໆແຂວງ ບໍ່ໃຫ້ ສ້ອມແປງ ເສັ້ນທາງ ເພື່ອ ຈະຮັກສາ ງົປມານ ໄວ້ ສ້ອມແປງ ເສັ້ນທາງ ໃນ ນະຄອນຫຼວງ ວຽງຈັນ.
-
ມະນີຈັນ
2015-11-24 -
-
-
Your browser doesn’t support HTML5 audio
ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ບໍ່ ອະນຸມັດ ໃຫ້ ຜແນກ ໂຍທາ ທິການ ປະຈໍາແຂວງ ຕ່າງໆ ໃຊ້ ງົບປະມານ ສ້ອມແປງ ເສັ້ນ ທາງ ເພື່ອ ເກັບງົປ ໄວ້ສ້າງສາ ແລະ ສ້ອມແປງ ເສັ້ນທາງ ຢູ່ ນະຄອນຫຼວງ ວຽງຈັນ, ເພືຶ່ອ ຕ້ອນຮັບ ກອງປະຊຸມ ອາຊຽນ.
ເຈົ້າໜ້າທີ່ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ກ່າວວ່າ ໃນ ປັດຈຸບັນ ເສັ້ນທາງ ຢູ່ ຕ່າງແຂວງ ເປ່ເພ ຍ້ອນຖືກ ນໍ້າຖ້ວມ ໃນ ຣະດູຝົນ ຜ່ານມາ ຕົກເປັນ ມູນຄ່າ ຫຼາຍພັນ ຕື້ ກີບ. ຕໍ່ບັນຫາ ດັ່ງກ່າວ ທາງ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ຕ່າງໆ ໄດ້ສະເໜີ ທາງ ກະຊວງ ຂໍ ງົບປະມານ ຈາກ ກອງທຶນ ທາງຫຼວງ ເພື່ອມາ ສ້ອມແປງ ເສັ້ນທາງ ທີ່ເປ່ເພ ນັ້ນ ແຕ່ບໍ່ໄດ້ ຮັບ ອະນຸມັດ.
ເຈົ້າໜ້າທີ່ ກະຊວງ ໃຫ້ ເຫດຜົນວ່າ ເງິນ ໃນ ກອງທຶນ ແຫ່ງຊາດ ໝົດແລ້ວ ເພາະ ຈະໄດ້ນໍາ ໄປສ້ອມແປງ ເສັ້ນທາງ ຢູ່ ນະຄອນຫຼວງ ວຽງຈັນ ແລະ ນອກຈາກ ນີ້ ຣັຖບານ ລາວ ຍັງຊອກຫາ ແຫລ່ງທຶນ ກູ້ຢືມ ເພີ້ມຕື່ມ ເພາະ ງົປມານ ທີ່ມີຢູ່ ຍັງ ບໍ່ພຽງພໍ.
ທີ່ ຜ່ານມາ ກໍ ມີບັນຫາ ຍ້ອນ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ບໍ່ແກ້ວ ໄດ້ເອົາເງິນ ງົບປະມານ ອື່ນ ໄປສ້ອມແປງ ເສັ້ນ ທາງ. ດັ່ງນັ້ນ ທາງ ກະຊວງ ຈຶ່ງ ໄດ້ອອກ ຄໍາສັ່ງໄປຫາ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຕ່ລະ ແຂວງ ຫ້າມໃຊ້ ງົບປະມານ ໄປ ປັບປຸງ ເສັ້ນທາງ ຖ້າ ບໍ່ໄດ້ຮັບ ອະນຸຍາດ ຈາກ ກະຊວງ.
ປະເທດລາວ ຂາດ ງົບປະມານ ໃນການ ກໍ່ສ້າງ ເສັ້ນທາງ ມາຫຼາຍປີ ຍ້ອນວ່າ ບໍ່ສາມາດ ຄຸ້ມຄອງ ງົບປະມານ ຣາຍຈ່າຍ ໄດ້ ແລະ ການກໍ່ສ້າງ ເສັ້ນທາງ ສ່ວນຫຼາຍ ແມ່ນບໍ່ໄດ້ ມາດຕະຖານ. ຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ.