ຢາກເປັນຣັຖກອນຢູ່ລາວ ຕ້ອງຍັດຊອງ: ປະຊາຊົນ
ການເຂົ້າເປັນ ພະນັກງານຣັຖກອນ ຍັງຕ້ອງມີ ການຊື້ຈ້າງ ແລະ ສະເພາະ ຢູ່ປະເທດລາວ ຍັງຄົງມີ ເຣື່ອງແບບນີ້ ຢູ່ເລື້ອຍມາ.
-
ອຸ່ນແກ້ວ ສຸກສະຫວັນ
2020-01-09 -
-
-
ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ
RFA
Your browser doesn’t support HTML5 audio
ການທີ່ຈະໄດ້ເຂົ້າເປັນ ພະນັກງານຣັຖກອນ ຢູ່ປະເທດລາວ ຍັງຄົງໄດ້ຊື້ຈ້າງກັນ ເຖິງແມ່ນວ່າຣັຖບານ ຈະອອກປະກາດວ່າການສອບເສັງ ຮັບເອົາພະນັກງານຣັຖກອນ ຈະຕ້ອງໂປ່ງໃສ ທີ່ສຸດກໍຕາມ.
ເຊີນທ່ານ ຟັງການສຳພາດ ພະນັກງານ ຂັ້ນສູງຢູ່ລາວ, ແລະ ຟັງຈາກປະຊາຊົນລາວ ທັມມະດາສາມັນ ເບິ່ງວ່າຂະເຈົ້າຮູ້ສຶກແນວໃດ.
ທາງຝ່າຍເຈົ້າໜ້າທີ່ ອົງການແນວລາວສ້າງຊາດ ແຂວງຈຳປາສັກ ກໍໄດ້ກ່າວສະແດງຄວາມເປັນຫ່ວງ ຢູ່ໃນກອງປະຊຸມ ສະພາປະຊາຊົນ ແຂວງຈຳປາສັກ ໃນວັນທີ 8 ມົກກະຣາ ກ່ຽວກັບບັນຫາການຊື້ຈ້າງ ບັນຈຸເຂົ້າເປັນຣັຖກອນ ແລະ ການຊື້ຈ້າງເຂົ້າຮຽນ ຕາມສະຖາບັນ ຕ່າງໆ. ເຊີນທ່ານຮັບຟັງໄດ້