ຣັຖບານລາວອາຈຂາດງົປຈ່າຍ ໜີ້ສິນ

ຣັຖບາລລາວ ມີຄວາມສ່ຽງສູງ ທີ່ ຈະພາດ ການຈ່າຍງວດ ໜີ້ສິນ ພາຍໃນ ແລະ ຕ່າງປະເທສ ໃນແຜນການ ສົກປີ 2013 2014 ເພາະ ຣາຍຮັບ ເກັບບໍ່ໄດ້ ຕາມ ເປົ້າໝາຍ.

ຣັຖບານລາວອາຈຂາດງົປຈ່າຍ ໜີ້ສິນ RFA

 

ເຈົ້າໜ້າທີ່ຂັ້ນສູງ ກະຊວງການເງິນຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ເປີດເຜີຍ ຕໍ່ເອເຊັຍເສຣີ ເມື່ອບໍ່ດົນຜ່ານມານີ້ວ່າ ຣັຖບາລລາວ ມີໂອກາດສູງທີ່ ຈະຜິດນັດ ຊໍາລະໜີ້ ທັງພາຍໃນ ແລະຕ່າງປະເທສ ຫລາຍຂຶ້ນ ໃນແຜນການສົກປີ 2013 2014 ນີ້. ສາເຫດສໍາຄັນ ທີ່ອາຈພາໃຫ້ເປັນໄປ ໄດ້ ແມ່ນຍ້ອນການເກັບຣາຍຮັບບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້.

ໃນແຜນການສົກປີ 2013-2014 ທີ່ໄດ້ເລີ່ມປະຕິບັດ ຕັ້ງແຕ່ຕົ້ນເດືອນ ຕຸລາ 2013 ນີ້ມາແລະຍັງຈະປະຕິບັດໄປຈົນເຖິງທ້າຍ ເດືອນກັນຍາ 2014 ນັ້ນ ຣັຖບາລລາວ ມີພາລະໜີ້ສິນ ທີ່ຈະຕ້ອງໄດ້ຊໍາລະຄືນໃຫ້ເຈົ້າໜີ້ ທັງລາວ ແລະຕ່າງປະເທສ ພ້ອມດ້ວຍດອກເບັ້ຍຄິດເປັນມູນຄ່າ ທັງໝົດ 4,300 ກວ່າຕື້ກີບ ຫລືປະມານ 570 ລ້ານໂດລາສະຫະຣັຖ. ໃນນັ້ນເປັນພາກສ່ວນຂອງຕ່າງປະເທສ 2,000 ຕື້ກວ່າກີບ ທຽບໃສ່ປີ ກາຍເພີ່ມຂຶ້ນເຖິງ 30%.

ສໍາລັບການຊໍາລະໜີ້ພາຍໃນ ທີ່ມີມູນຄ່າ 2,200 ກວ່າຕື້ກີບນັ້ນ ເຖິງແມ່ນວ່າຈະຫລຸດລົງເຖິງ 21% ທຽບໃສ່ສົກປີ 2012-2013 ທີ່ຜ່ານມາ ກໍຕາມ ແຕ່ຍ້ອນຣັຖບາລໄດ້ຊໍາລະໜີ້ ດ້ວຍພັນທະບັດ ທີ່ມີຣະຍະເວລາຊໍາລະໜີ້ ໃນອີກ 3 ປີຕໍ່ໄປ ຈຶ່ງເຮັດໃຫ້ໜີ້ພາຍໃນຂອງຣັຖບາລລາວ ບໍ່ໄດ້ຫລຸດລົງແຕ່ຢ່າງໃດ ເພາະຍັງຈະຕ້ອງໄດ້ຈ່າຍດອກເບັ້ຽ ທີ່ເພີ່ມຂຶ້ນຈາກການອອກພັນທະບັດດັ່ງກ່າວ ນັ້ນນໍາດ້ວຽ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org