ຜູ້ຖືກກ່າວຫາກໍຣະນີ ປຸ້ນຮ້ານຄຳ ຖືກຕຳຣວດໄທຍ ຈັບສົ່ງຕຳຣວດລາວ

ຕຳຣວດໄທຍ ຈັບຜູ້ຖືກກ່າວຫາ ປຸ້ນຮ້ານຄຳ “ພໍໃຈ” ພາຍຫຼັງຫລົບໜີເຂົ້າປະເທດໄທຍ ເຊິ່ງມີການສົ່ງມອບ ຜູ້ຕ້ອງຫາຄົນດັ່ງກ່າວ ໃຫ້ເຈົ້າໜ້າທີ່ຕຳຣວດລາວ ໃນວັນທີ 10 ມິຖຸນາ, ຂະນະທີ່ເຫດການນີ້ ໄດ້ສ້າງຄວາມວິຕົກກັງວົນໃຈ ໃຫ້ເຈົ້າຂອງຮ້ານຂາຍຄຳຫຼາຍແຫ່ງ ໃນເຣື່ອງຄວາມປອດພັຍ ໃນຊີວິດແລະຊັບສິນ.

ເຈົ້າໜ້າທີ່ຕຳຣວດຂອງໄທຍ ສົ່ງມອບຜູ້ຖືກຂໍ້ກ່າວຫາຄະດີປຸ້ນຮ້ານຄຳ ໃຫ້ເຈົ້າໜ້າທີ່ຕຳຣວດລາວ ຢູ່ທີ່ແຂວງໜອງຄາຍ ປະເທດໄທຍ. ວັນທີ 10 ມິຖຸນາ 2023. ຂໍຂອບໃຈຮູບພາບຈາກເພຈ ປກສ

ເມື່ອວັນທີ 10 ມິຖຸນາ ຜ່ານມານີ້ເຈົ້າໜ້າທີ່ ກອງບັງຄັບການສືບ ສວນ-ສອບສວນ ຕຳຣວດພູທອນພາກທີ 4 ຂອງປະເທດໄທຍ ໄດ້ສົ່ງມອບໂຕທ້າວ ສີລະຄອນ ຫຼື ອາກົງ ຄຳສຸກສະຫວັດ ອາຍຸ 27 ປີ ຜູ້ຖືກກ່າວຫາ ຊາວລາວທີ່ກໍເຫດປຸ້ນຮ້ານຄຳພໍໃຈ ສາຂານະຄອນຫຼວງວຽງຈັນ ໃຫ້ແກ່ເຈົ້າໜ້າທີ່ຕຳຣວດລາວພ້ອມຂອງກາງເປັນຄຳ 8 ເສັ້ນ ແລະ ເງິນສົດອີກປະ ມານ 3 ແສນບາທເພື່ອນຳໂຕໄປດຳເນີນຄະດີຕາມກົດໝາຍ. ພາຍຫຼັງຜູ້ຖືກກ່າວຫາ ຄົນດັ່ງກ່າວໄດ້ປຸ້ນຮ້ານຄຳ “ພໍໃຈ” ເມື່ອວັນທີ 08 ມິຖຸນາ 2023 ຜ່ານມາແລ້ວຫຫລົບໜີ ເຂົ້າໄປປະເທດໄທຍ ກ່ອນທີ່ຈະຖືກຕຳຣວດໄທຍ ຈັບໄດ້ຢູ່ແຂວງຂອນແກ່ນ ໃນວັນທີ 09 ມິຖຸນາ 2023 ກ່ອນທີ່ຈະຕິດຕໍ່ຫາເຈົ້າໜ້າທີ່ ຕໍາຣວດ ມາຮັບຢູ່ດ່ານສາກົລ ຂົວມິດຕະພາບ ລາວ-ໄທຍ ແຫ່ງທີ 1.

ດັ່ງເຈົ້າໜ້າ ທີ່ຕຳຣວດກວດຄົນເຂົ້າ-ອອກເມືອງ ແຂວງໜອງຄາຍກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 12 ມິຖຸນານີ້ວ່າ:

ທ່ານກ່າວວ່າ ພວກເຮົາກໍມີການ ປະສານງານກັນເລື້ອຍໆ ເຮົາກໍຕິດຕາມໃຫ້ທາງຝັ່ງລາວ ທາງລາວກໍຕິດຕາມ ໃຫ້ພວກເຮົາແບບທັງຈັບຄົນຮ້າຍ ໄດ້ແດ່ມັນກາແລ້ວແຕ່ໂອກາດ ມັນກາເປັນເຣື່ອງປົກກະຕິ, ຄົນຮ້າຍ ຈາກຝັ່ງລາວໜີເຂົ້າມາໄທຍ ບໍ່ຫຼາຍສ່ວນຫຼາຍ ຈະແມ່ນຈາກຝັ່ງໄທຍໄປລາວ.

ຜູ້ຖືກກ່າວຫາ ຄົນດັ່ງກ່າວໄດ້ໃຫ້ການສາຣະພາບ ຕໍ່ເຈົ້າໜ້າທີ່ຕໍາຣວດໄທຍວ່າ ໄດ້ໃຊ້ປືນປອມສຳລັບກໍເຫດປຸ້ນຄຳ ຢູ່ຮ້ານຄຳດັ່ງກ່າວ ຈາກນັ້ນໄດ້ຫຫລົບໜີເຂົ້າມາປະເທດໄທຍ ໂດຍຜ່ານຊ່ອງທາງທັມມະຊາຕຕາມແນວຊາຍແດນ ເຊິ່ງຄຳທີ່ປຸ້ນມາໄດ້ນັ້ນ ກໍໄດ້ຂາຍໃຫ້ແກ່ຮ້ານຄຳ ໃນໄທຍໄປແລ້ວ 3 ເສັ້ນ ແລະໄດ້ເງິນສົດ ຈາກການຂາຍຄຳປະມານ 3 ແສນບາທ.

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງຕໍາຣວດ ສືບສວນ-ສອບສວນ ເພື່ອສອບຖາມຣາຍລະອຽດ ແລະຄວາມຄືບໜ້າ ເພີ່ມຕື່ມ ຂອງຄະດີນີ້ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງລະບຸພຽງແຕ່ວ່າ ກຳລັງຢູ່ໃນຂັ້ນຕອນ ສືບສວນ-ສອບສວນ ແລະຍັງບໍ່ໄດ້ສະດວກໃຫ້ຂໍ້ມູນ.

ມາຮອດວັນທີ 12 ມິຖຸນານີ້ ຮ້ານຄໍາ “ພໍໃຈ ສາຂານະຄອນຫຼວງວຽງຈັນ ທີ່ຢູ່ເຂດບ້ານທົ່ງສາງນາງ ເມືອງໄຊທານີ ກໍຍັງຄົງຢູ່ລະຫວ່າງການປິດຮ້ານ ແບບບໍ່ມີກຳນົດເນື່ອງຈາກ ກຳລັງມີການສ້ອມແປງ ແລະຕົບແຕ່ງຮ້ານ ພາຍຫຼັງທີ່ໄດ້ຮັບຄວາມເສັຍຫາຍ ຈາກເຫດປຸ້ນຄຳໃນມື້ດັ່ງກ່າວ.

ດັ່ງພະນັກງານກ່າວວ່າ:

ສາຂານະຄອນຫຼວງ ຮ້ານບໍ່ໄດ້ເປີດເດີ້ ຍັງບໍ່ມີກຳນົດ ເພາະເຮົາຍັງແປງປັບປຸງ ຮ້ານຢູ່ນ່າ ເຈົ້າ ສາຂາອື່ນຫັ້ນເປີດ.

ກ່ອນໜ້ານີ້ເມື່ອວັນທີ 10 ມິຖຸນາທີ່ຜ່ານມາ ຍານາງ ຫຼ້ານ້ອຍ ພໍໃຈ ເຈົ້າຂອງຮ້ານຄຳພໍໃຈ ໄດ້ກ່າວຜ່ານສື່ສັງຄົມອອນລາຍນ໌ ເພຈຮ້ານຄຳພໍໃຈວ່າ ສຳລັບຮ້ານຄຳ ຂອງຍານາງເອງ ກໍໄດ້ມີມາຕການຮັກສາຄວາມປອດພັຍ ຢ່າງເຂັ້ມງວດແລ້ວ ແຕ່ຄົນຮ້າຍດັ່ງກ່າວ ກໍໄດ້ໃຊ້ຄ້ອນທຸບກະຈົກ ແລະສາມາດຫຫລົບໜີໄປໄດ້ ເຊິ່ງເມື່ອເບິ່ງປວັດແລ້ວພົບວ່າ ຜູ້ຖືກກ່າວຫາລາຍນີ້ໄດ້ກໍເຫດມາແລ້ວຫຼາຍເທື່ອ.

ດັ່ງຍານາງກ່າວ ຕອນນຶ່ງວ່າ:

ຄືຮ້ານເຮົາຖາມວ່າ ມີຄວາມປ້ອງກັນ ບໍ່ມີຄວາມປ້ອງກັນຢູ່ແລ້ວ ຍາມກໍມີແລ້ວ 2 ຄົນ ແຕ່ວ່າ ຜູ້ນີ້ປະຈົບຊ່ວງເຂົາກິນເຂົ້າ ແລ້ວກໍຮ້ານເຮົາເປັນກະຈົກ ທີ່ມັນເປັນລ໋ອກອັດໂຕໂນມັດຢູ່ແລ້ວ ແຕ່ວ່າມັນມັນກາໃຊ້ຄ້ອນທຸບ ແບບທຸບເຂົ້າມາເລີຍ ໂຕທີ່ເປັນໂຈນນີ້ ມັນປຸ້ນມານີ້ແມ່ນວ່າ ຄັນນັບມາຍິບມາຫຍ່ອຍນີ້ ຫຼາຍກ່ວາ 5 ເທື່ອ ກົມສືບສວນ-ສອບສວນ ຂອງນະຄອນຫຼວງ ເຮົາເດີ້ອັນນີ້ເພິ່ນກາໃຫ້ຄວາມຮ່ວມມື ກັບເຮົາ.

ຍານາງໄດ້ລະບຸຕື່ມວ່າ ສຳລັບຄຳທີ່ຖືກຜູ້ຖືກ່າວຫາ ປຸ້ນ ແລະ ຊີງໄປໄດ້ນັ້ນມີມູນຄ່າທັງໝົດ 54 ບາທ ແຕ່ເຈົ້າໜ້າທີ່ ສາມາດນຳກັບຄືນມາໄດ້ 40 ບາທ. ສ່ວນຄຳທີ່ເຫຼືອອີກ 14 ບາທ ແມ່ນຜູ້ຖືກກ່າວຫາ ໄດ້ນຳໄປຂາຍແລ້ວ ແລະເງິນທີ່ຜູ້ຖືກກ່າວຫາ ໄດ້ຈາການຂາຍນັ້ນ ກໍໄດ້ຖືກເຈົ້າໜ້າທີ່ ຍຶດກັບຄືນມາໄດ້ຈຳນວນນຶ່ງ.

ໃນວັນທີ 11 ມິຖຸນາທີ່ຜ່ານມາ ເຈົ້າຂອງຮ້ານຄໍາພໍໃຈ ກໍໄດ້ມອບເງິນຈໍານວນ 2 ແສນບາທ ຫຼື ປະມານ 108 ລ້ານກີບ ໃຫ້ແກ່ພົລເມືອງ ທີ່ໃຫ້ເບາະແສ ແລະຂໍ້ມູນສຳລັບການນຳຈັບ ຜູ້ຖືກກ່າວຫາດັ່ງກ່າວໄດ້.

ພາຍຫຼັງ ທີ່ເກີດເຫດການປຸ້ນຮ້ານຄໍາ ດັ່ງກ່າວກໍໄດ້ເຮັດໃຫ້ຮ້ານຂາຍຄໍາ ຫຼາຍແຫ່ງໃນທົ່ວປະເທດ ຕ້ອງໄດ້ເພີ່ມສະຕິ ໃນການຮັກສາຄວາມປອດພັຍ ເພື່ອປ້ອງກັນບໍ່ໃຫ້ເກີດເຫດປຸ້ນຄຳຕື່ມອີກ ໂດຍສະເພາະໃນໄລຍະທີ່ເສຖກິຈ ບໍ່ດີອາຈເຮັດໃຫ້ເກີດເຫດດັ່ງກ່າວຂຶ້ນເລື້ອຍໆ.

ດັ່ງເຈົ້າຂອງຮ້ານຄຳ ແຫ່ງນຶ່ງ ຢູ່ແຂວງໄຊຍະບູຣີກ່າວວ່າ:

ກາສ່ຽງໆ ຢູ່ທາງຮ້ານເຮົາຫັ້ນ ຈ້າງຕຳຣວດມາເຝົ້າ ຕລອດການເປີດຮ້ານ ເລີຍນ່າ ເຈົ້າ (ລູກຄ້າ) ຈະໃຫ້ເປີດໜ້າກ່ອນນ່າ ທາງເຮົາມີກ້ອງວົງຈອນປິດ.

ສ່ວນເຈົ້າຂອງຮ້ານ ຂາຍຄຳຢູ່ນະຄອນປາກເຊ ແຂວງຈຳປາສັກກ່າວວ່າ ຍານາງເອງກໍມີຄວາມຮູ້ສຶກຢ້ານ ພໍສົມຄວນກ່ຽວກັບເຫດການ ປຸ້ນຮ້ານຄຳ ແຕ່ກໍບໍ່ໄດ້ຢ້ານຫຼາຍຈົນເກີນໄປ ເຖິງຂັ້ນປິດຮ້ານຊົ່ວຄາວ ເນື່ອງຈາກຢູ່ບໍຣິເວັນຕລາດ ທີ່ຕັ້ງຮ້ານຂາຍຄຳ ກໍມີເຈົ້າໜ້າທີ່ຕຳຣວດ ແລະ ພະນັກງານຮັກສາຄວາມປອດພັຍ ມີການຍ່າງກວດກາ ຢູ່ຕລອດ.

ດັ່ງຍານາງ ກ່າວວ່າ:

ທາງຕລາດ ເພິ່ນກາມີແບບວ່າ ໜ່ວຍເວນຍາມ ແມ່ນຫຍັງຢູ່ຫັ້ນນ່າ ສຳລັບຕລາດທີ່ເຮົາຢູ່ ເພິ່ນກາມີຕຳຣວດຢູ່ ຢູ່ໜ້າຕລາດ ເພິ່ນກາມີໜ່ວຍເວນຍາມ.”

ສຳລັບຜູ້ຖືກກ່າວຫາ ຄົນດັ່ງກ່າວ ມີປວັດເປັນຜູ້ຕິດເກມສ໌ອອນລາຍນ໌ ແລະ ມີໜີ້ສິນຈຳນວນຫຼາຍ ອີກທັງຍັງຖືກຕັ້ງຂໍ້ຫາ ປຸ້ນຮ້ານເກມສ໌ ມາແລ້ວ 10 ຄັ້ງ ແລະ ກໍຖືກສັນນິຖານວ່າ ເຄີຍກໍ່ເຫດປຸ້ນຊັບມາແລ້ວຫຼາຍເທື່ອ ໃນກ່ອນໜ້ານີ້ເປັນຕົ້ນ ເມື່ອວັນທີ 09 ມົກຣາ 2023 ໄດ້ກໍ່ເຫດປຸ້ນຮ້ານເພັດ ຢູ່ຕລາດເຊົ້າໂດຍໄດ້ເພັດມູນຄ່າ 3 ພັນລ້ານກີບໄປໄດ້. ເມື່ອວັນທີ 15 ເມສາ 2023 ກໍ່ເຫດປຸ້ນຮ້ານຄໍາ ຢູ່ເມືອງປາກຊັນ ແຂວງບໍຣິຄໍາໄຊ ໄດ້ຄໍາຢ່າງໜ້ອຍມູນຄ່າ 10 ບາທ ແລະ ເມື່ອວັນທີ 12 ພຶສພາ 2023 ປຸ້ນຮ້ານຄຳ ຢູ່ສູນການຄ້າ ວີວມອລ ໃນນະຄອນຫຼວງວຽງຈັນ ຈົນກະທັ່ງປຸ້ນຮ້ານຄຳພໍໃຈ ເປັນຄັ້ງສຸດທ້າຍກ່ອນຖືກຈັບໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org