ຣົຖໄຟລາວ-ຈີນ ຍັງບໍ່ສົ່ງສິນຄ້າ ຂ້າມໄປຈີນໄດ້

ການຂົນສົ່ງສິນຄ້າ ຈາກລາວໄປຈີນ ໂດຍເສັ້ນທາງຣົຖໄຟ ລາວ-ຈີນ ນັ້ນ ຖືວ່າ ຍັງສົ່ງບໍ່ຮອດຈຸດໝາຍປາຍ ຄືປະເທດຈີນ, ຮອດພຽງແຕ່ ສຖານີນາເຕີຍ ຕໍ່ຈາກນັ້ນ ຣົຖບັນທຸກ ຂົນສົ່ງຕໍ່ເຂົ້າໄປຈີນ ຊຶ່ງກໍສ້າງຄວາມຫຍຸ້ງຍາກ ໃຫ້ຜູ້ປະກອບການ ພໍສົມຄວນ, ໃນທາງຕຣົງກັນຂ້າມ ສິນຄ້າຈາກຈີນ ສາມາດເຂົ້າມາເຖິງລາວໄດ້ຢ່າງສະດວກ ແລະໃນປະຣິມານຫຼາຍ.

ຣົຖຍົກກຳລັງ ຍົກຕູ້ຄອນເທນເນີ້ຣ໌ ສິນຄ້າທີ່ຈະສົ່ງໄປຈີນ ໂດຍເສັ້ນທາງຣົຖໄຟ ທີ່ສຖານີຣົຖໄຟ ແຂວງໜອງຄາຍ ປະເທດໄທຍ (TP), ວັນທີ 29, 2022. RFA

ພວກສົ່ງໝາກໄມ້ ແລະພືດຜັກຂອງລາວ ອອກໄປຂາຍໃຫ້ຈີນ ຢາກຂົນສົ່ງສິນ ຄ້າຂອງຕົນໄປທາງຣົຖໄຟລາວ-ຈີນ ຍ້ອນມັນປະຢັດເວລາ ແລະຄ່າຂົນສົ່ງກໍຖືກກວ່າ ການຂົນໄປທາງຣົຖບັນທຸກ ທັມມະດາຄືໃນປັດຈຸບັນ.

ດັ່ງພະນັກງານບໍຣິສັດສົ່ງໝາກໄມ້ ແລະພຶດຜັກໄປຈີນແຫ່ງນຶ່ງໃນລາວ ກ່າວຕໍ່ວິທຍຸເອເຊັຽເສຣີໃນ ມື້ວັນທີ 27 ເມສານີວ່າ:

ຊ່ວງນີ້ແມ່ນຍັງບໍ່ທັນໄດ້ສົ່ງໄປເທື່ອ ຕໍ່ໜ້າກະໜ້າຈະມີແຫລະ ເພາະວ່າສິນຄ້າເຮົາຫັ້ນນ່າ ແລ້ວເຮົາກາສິໄດ້ສາງຫັ້ນແຫລະ ກະຄືວ່າເຮົາສົ່ງນີ້ແມ່ນທາງຣົຖແນ່ ເອົາຣົຖໄປທາງດ່ານຫັ້ນນ່າ ດ່ານບໍ່ເຕັນ.”

ແລະພະນັກງານບໍຣິສັດສົ່ງໝາກໄມ້ ແລະພຶດຜັກໄປຈີນອີກແຫ່ງນຶ່ງ ໃນລາວກໍເວົ້າໃນມື້ດຽວກັນນີ້ວ່າ ມາເຖິງປັດຈຸບັນ ລາວຍັງບໍ່ສາມາດຂົນໝາກໄມ້ ແລະພືດຜັກທາງຣົຖໄຟ ຂ້າມຊາຍແດນໄປຈີນໄດ້ເທື່ອ, ມີແຕ່ຂົນເຂົ້າສານເຂົ້າໄປຈີນໄດ້.

ດັ່ງທີ່ນາງເວົ້າວ່າ:

ຕອນນີ້ຫັ້ນຍັງເທື່ອ ເຈົ້າ ໂຕນີ້ຫັ້ນເຮົາກະຍັງບໍ່ອັນນັ້ນ ເພາະວ່າມີແຕ່ເຣື່ອງເຂົ້າຫັ້ນນ່າ ຕອນນີ້ຫັ້ນເຮົາກາຍັງນັ້ນຢູ່ໃນດໍາເນີນການຢູ່.”

ໃນຂະນະດຽວກັນ ຄົນງານສວນກ້ວຍຈີນຢູ່ລາວແຫ່ງນຶ່ງ ກໍເວົ້າວ່າ ການສົ່ງກ້ວຍໄປຈີນ ຍັງອາສັຍແຕ່ຣົຖບັນທຸກທັມມະດາຢູ່ ຍ້ອນຍັງບໍ່ສາມາດຂົນສົ່ງໄປທາງຣົຖໄຟຂ້າມຊາຍແດນ ເຂົ້າປະເທດຈີນໄດ້ເທື່ອ.

ດັ່ງທີ່ນາງເວົ້າວ່າ:

ມີແຕ່ກ້ວຍສົ່ງໄປຈີນຢູ່ ສ່ວນຫລາຍກ້ວຍເຮົາສົ່ງໄປກາບໍ່ດົນ ປະມານ 3-4 ມື້ ຢູ່ບໍຣິສັດແລ້ວກະແບບເຂົາມາເອົາເອງ... ສານນໍາຫັ້ນນ່າ ບໍ່ຮູ້ຄືກັນເຣື່ອງນີ້.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ບໍຣິສັດທາງຣົຖໄຟ ລາວ-ຈີນຈໍາກັດ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ເມສານີ້ວ່າ ປັດຈຸບັນ ທາງບໍຣິສັດຮັບຂົນສົ່ງ ໝາກໄມ້ແລະສິນຄ້າ ການກະເສດອື່ນໆ ຢູ່ແຕ່ພາຍໃນລາວເທົ່ານັ້ນ ຄືຂົນໄປຮອດສະຖານີນາເຕີຍ ແຂວງຫລວງນໍ້າທາ, ຕໍ່ຈາກນັ້ນແມ່ນໃຊ້ຣົຖບັນທຸກທັມມະດາ ຂົນຜ່ານດ່ານສາກົນນາເຕີຍ ເຂົ້າໄປດ່ານສາກົນບໍ່ຫານຂອງຈີນ.

ດັ່ງທີ່ທ່ານກ່າວວ່າ:

ມັນມີຈໍານວນນຶ່ງເດ້ ຮັບຂົນສົ່ງໄດ້ແຕ່ວ່າໄປລົງນາເຕີຍ ລົງນາເຕີຍແລ້ວເພື່ອຂົນຕໍ່ຂ້າມໄປໃສ່ຣົຖບັນທຸກເຂົ້າໄປ ແມ່ນສົ່ງອອກຈາກວຽງຈັນ ແລ້ວໄປລົງນາເຕີຍ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ກໍາລັງມີການປຶກສາຫາລືກັນ ກ່ຽວກັບເຣື່ອງການຂົນສົ່ງໝາກໄມ້ ແລະສິນຄ້າການກະເສດອື່ນໆ ຈາກລາວເຂົ້າໄປຈີນ ທາງຣົຖໄຟນັ້ນຢູ່ ຊຶ່ງຄາດວ່າ ປະມານເດືອນກໍຣະກະດາ ທີ່ຈະມາເຖິງນີ້ ກໍຈະສາມາດຂົນສົ່ງສິນຄ້າ ປະເພດດັ່ງກ່າວທາງຣົຖໄຟ ຈາກລາວຜ່ານດ່ານຊາຍແດນ ເຂົ້າໄປຈີນໄດ້.

ນັກວິຊາການດ້ານທຸຣະກິຈລາວ ທ່ານນຶ່ງເວົ້າວ່າ ນັບຕັ້ງຣົຖໄຟລາວ-ຈີນ ໄດ້ເປີດໃຊ້ມານີ້ ສ່ວນໃຫຍ່ແມ່ນເນັ້ນໃສ່ຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າຂອງຈີນ ເຂົ້າມາລາວຫລາຍກວ່າ, ຂົນເຂົ້າມາຫລາຍ, ສ່ວນວ່າສິນຄ້າຈາກລາວ ເຂົ້າໄປຈີນໄດ້ແມ່ນສິນຄ້າປະເພດ ທີ່ຈີນຢາກໄດ້ ແລະຕ້ອງການຫລາຍເທົ່ານັ້ນ ເປັນຕົ້ນແຮ່ທາດ, ຢາງພາລາ, ສ່ວນວ່າສິນຄ້າປະເພດອື່ນໆ ແມ່ນຖືກຈໍາກັດ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຂອງຈີນເອົາເຂົ້າມານີ້ໄດ້ ໄດ້ຫລາຍ ຂອງລາວເຮົາໄປມີອັນຈໍາກັດ ເອົາແຕ່ແນວເຂົາຢາກໄດ້ ພວກບໍ່ແຮ່ພວກຫຍັງນ່າ ໂຕໃດຕ້ອງການເຂົາໃຫ້ຜ່ານ ໂຕໃດເຂົາບໍ່ຕ້ອງການຫັ້ນບໍ່ໄດ້.”

ເມື່ອກ່ອນໜ້ານີ້ ຄືໃນມື້ວັນທີ 22 ເມສາ ຣົຖໄຟໄດ້ຂົນໝາກຖົ່ວລຽນໄທຍ ໄປຈີນເພິ່ມຕື່ມອີກ 642 ຕັນ ຈາກສະຖານີວຽງຈັນໃຕ້ ໄປເຖິງສະຖານີນາເຕີຍ, ຫລັງຈາກນັ້ນກໍໃຊ້ຣົຖບັນທຸກ ທັມມະດາຂົນເຂົ້າໄປປະເທດຈີນ ແລະໃນເດືອນນີ້ ໄທຍກໍໄດ້ສົ່ງໝາກໄມ້ສົດ ແລະສິນຄ້າການກະເສດ ເຂົ້າໄປຈີນຕື່ມອີກປະມານ 3,000 ຕັນ, ອີງຕາມຂໍ້ມູນ ຂອງບໍຣິສັດທາງຣົຖໄຟ ລາວ-ຈີນຈໍາກັດ.

ໃນໄຕຣມາດທໍາອິດຂອງປີ 2022 ນີ້ ສິນຄ້າຈາກປະເທດລາວ ທັງໝົດທີ່ຂົນສົ່ງໄປຈີນ ທາງຣົຖໄຟລາວ-ຈີນ ມີປະມານ 185,000 ຕັນ. ໃນນັ້ນສ່ວນໃຫຍ່ແມ່ນຢາງພາລາ, ແຮ່ທາດຕ່າງໆ ແລະຜລິຕພັນການກະເສດ ທີ່ມາຈາກຫລາຍປະເທດ ໃນເອເຊັຽຕາເວັນອອກສ່ຽງໃຕ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org