ພະນັກງານຣັດຊັ້ນນ້ອຍຮັບໂທດ ຖານສໍ້ໂກງ

ການຕັດສີນ ຈໍາຄຸກ ພະນັກງານ ຣັຖ ແຂວງ ຫົວພັນ 10 ຄົນ ໃນຖານ ຍັກຍອກ ເງິນ ຂອງຣັຖ ໃນ ວັນທີ 20 ພຶສພາ ຜ່ານມາ ທາງການ ລາວ ວ່າ ພັກ-ຣັຖ ບໍ່ໄດ້ ຖືເບົາ ຕໍ່ ບັນຫາ ການສໍ້ຣາສ ບັງຫລວງ.

ສານທີ່ແຂວງຫົວພັນ ຕັດສິນຈຳຄຸກພະນັກງານລັດ 10 ຄົນ ຖານສໍ້ໂກງ Sedthakid.Lao

 

ການຕັດສີນ ຈໍາຄຸກ ພະນັກງານ ຣັຖ ແຂວງ ຫົວພັນ 10 ຄົນ ໃນຖານ ຍັກຍອກ ເງິນ ຂອງຣັຖ ເມື່ອ ວັນທີ 20 ພຶສພາ ຜ່ານມານີ້ ທາງການ ລາວ ວ່າ ພັກ-ຣັຖ ບໍ່ໄດ້ ຖື ເບົາ ຕໍ່ບັນຫາ ການສໍ້ຣາສ ບັງຫລວງ ອີກແລ້ວ, ແຕ່ ຫລາຍຄົນ ເວົ້າຜ່ານ ສື່ສັງຄົມ ວ່າ ພັກ-ຣັຖ ສາມາດ ຈັບໄດ້ ແຕ່ ພະນັກງານ ຜູ້ນ້ອຍ ເທົ່ານັ້ນ.

ເມື່ອ ວັນທີ 20 ພຶສພາ ຜ່ານມານີ້ ສານ ແຂວງ ຫົວພັນ ໄດ້ຕັດສິນ ລົງໂທດ ຈໍາຄຸກ ຣັຖກອນ ແຂວງ ຫົວພັນ 10 ຄົນ ໃນຖານ ມີຄວາມຜິດ ສໍ້ໂກງ ເອົາເງິນ ຂອງຣັຖ. 10 ຄົນ ທີ່ ກ່າວມານີ້ ແມ່ນເຮັດວຽກ ຢູ່ ຜແນກ ການເງິນ ຣະດັບ ແຂວງ ແລະ ເມືອງ ທີ່ ສັງກັດ ຢູ່ໃນ ກະຊວງ ສຶກສາທິການ ແລະ ກິລາ. ຣາຍງານວ່າ ເງິນ ປະມານ 1 ພັນກວ່າ ລ້ານກີບ ທີ່ ພະນັກງານ ຣັຖ ສໍ້ໂກງ ໄປນັ້ນ ສ່ວນນຶ່ງ ເປັນ ເງິນເດືອນ ທີ່ ຕ້ອງ ເບີກຈ່າຍ ໃຫ້ນາຍຄຣູ ແລະ ພະນັກງານ ຜແນກສຶກສາ ຄົນອື່ນໆ.

ໃນ ກໍຣະນີ ນີ້ ສື່ມວນຊົນ ໃນລາວ ພາດ ຫົວເຣື້ອງວ່າ ພັກແລະຣັຖ ບໍ່ໄດ້ ຖືເບົາ ຕໍ່ບັນຫາ ການສໍ້ຣາສ ບັງຫລວງ ອີກແລ້ວ, ແຕ່ຫລາຍຄົນ ເວົ້າຜ່ານ ສື່ສັງຄົມ ວ່າ ພັກ ແລະຣັຖ ສາມາດ ຈັບໄດ້ແຕ່ ພະນັກງານ ຜູ້ນ້ອຍ ເທົ່ານັ້ນ, ສ່ວນ ພະນັກງານ ຣະດັບສູງ ນັ້ນ ເອົາຄວາມຜິດ ບໍ່ໄດ້ ຈັກເທື່ອ. ຣາຍງານ ສື່ມວນຊົນ ເອງຍັງໃຫ້ ຂໍ້ສັງເກດວ່າ ການເປີດເຜີຍ ຂອງ ຣັຖບານ ຕໍ່ ສາທາຣະນະຊົນ ກໍຣະນີ ສໍ້ຣາດ ບັງຫລວງ ຢູ່ຣະດັບ ແຂວງນີ້ ເປັນ ກໍຣະນີ ທີ່ບໍ່ຄ່ອຍ ມີມາ.

ຜ່ານມາ ທາງການ ຢາກໃຫ້ ສື່ມວນຊົນ ມີບົດບາດ ຫລາຍຂຶ້ນ ໃນການ ຕ້ານການ ທຸດຈະຣິດ ແລະ ສໍ້ຣາດ ບັງຫລວງ, ແຕ່ໃນ ຂະນະ ດຽວກັນ ພັກ ແລະ ຣັຖບານ ຊໍ້າພັດ ຄວບຄຸມ ສື່ມວນຊົນ ໂດຍວາງ ມາຕການ ກວດກາ ແລະ ຈໍາກັດ ຕົນເອງ ໃນການໃຫ້ ຂ່າວແກ່ ສື່ມວນຊົນ ແລະ ທັງຊີ້ນໍາ ສື່ມວນຊົນ ວ່າ ອັນໃດຄວນ ເປີດເຜີຍ ແລະ ອັນໃດ ບໍ່ຄວນເປີດເຜີຍ ຊຶ່ງຫລາຍຄົນ ສົນທະນາ ຜ່ານ ສື່ມວນຊົນ ຕ່າງ ປະເທດ ວ່າ ຖ້າບໍ່ເປີດ ໂອກາດ ໃຫ້ ສື່ມວນຊົນ ປະຕິບັດ ພາລະ ໜ້າທີ່ ຂອງ ຕົນແລ້ວ ການຕ້ານ ການ ທຸດຈະຣິດ ແລະ ສໍ້ຣາດ ບັງຫລວງ ນີ້ ຄົງໄດ້ຜົນ ນ້ອຍ. ການເຜີດເຜີຍ ຂອງ ຣັຖບານ ກໍຣະນີ 10 ຄົນສໍ້ໂກງ ເງິນຣັຖ ນີ້ ບົ່ງບອກ ທັງ ຊື່ ອາຍຸ ໜ້າທີ່ ວຽກງານ ຈໍານວນເງິນ ທີ່ໂກງໄປ ແລະ ໂທດຈໍາຄຸກ ນັບແຕ່ 10 ປີ ລົງມາ ຕາມແຕ່ ຈໍານວນເງິນ ທີ່ ໂກງໄປ. ການເປີດເຜີຍ ດັ່ງກ່າວ ຈະເຮັດໃຫ້ ພວກສໍ້ໂກງ ເງິນຣັຖ ມີ ຄວາມ ຕື່ນໂຕ ຫລືບໍ່ນັ້ນ ກໍຍັງເປັນ ຄໍາຖາມຢູ່. ບາງຄົນ ໃນ ສື່ສັງຄົມ ໃຫ້ຂໍ້ ສັງເກດວ່າ ການຕັດສິນ ລົງໂທດ ພະນັກງານ ຣັດສໍ້ໂກງ 10 ຄົນ ນີ້ ເປັນສັນຍານ ການ ຕັກເຕືອນ ຂອງ ຣັຖບານ ຕໍ່ຜູ້ທີ່ຈະ ກະທໍາຜິດ ຕໍ່ໄປ.

ເມື່ອອາທິດ ທໍາອິດ ຂອງເດືອນ ພຶສພາ ນີ້ ນັກວິຊາການ ຣະດັບສູງ ຂອງລາວ ເວົ້າວ່າ ການຕ້ານ ການສໍ້ຣາດ ບັງຫລວງ ໃນລາວ ດຽວນີ້ ມີຮູບຮ່າງ ຫລາຍຂຶ້ນ ແລ້ວ ຫລັງຈາກ ລາວ ໄດ້ມີ ກົດໝາຍ ສະກັດກັ້ນ ແລະ ຕໍ່ຕ້ານ ການສໍ້ຣາດ ບັງຫລວງ, ມີຣະບຽບ ການ ແລະ ຍຸທວິທີ ຢ່າງຄັກແນ່ ໂດຍສະເພາະ ທາງກົມ ຕ້ານ ການສໍຣາດ ບັງຫລວງ ໄດ້ ເປີດຮັບ ຄໍາຮ້ອງຮຽນ ຈາກ ພະນັກງານ ແລະ ປະຊາຊົນ ທີ່ ຕ້ອງການ ຣາຍງານ ພຶດຕິກັມ ການ ທຸຈະຣິດ ຂອງ ພະນັກງານ ຣັຖ ໂດຍກົງ ຫລື ສົ່ງ ຄໍາຮ້ອງທຸກ ຜ່ານຕູ້ ໜັງສື ຂອງ ສະພາ ແຫ່ງຊາຕ. ເມື່ອທາງກົມ ພິຈາຣະນາ ຄໍາຮ້ອງຮຽນ ແລ້ວ ຖ້າເຫັນວ່າ ຂໍ້ສົງໄສ ນັ້ນ ມີເຫດຜົນ ທີ່ ໜ້າເຊື່ອຖື ໄດ້ ເຈົ້າໜ້າທີ່ ກົມ ສະກັດກັ້ນ ແລະ ຕ້ານການ ສໍ້ຣາດ ບັງຫລວງ ຈະສົ່ງ ຄະນະ ລົງໄປ ກວດກາ ແລະ ຊອກຫາ ຫລັກຖານ ຄວາມຈິງ ຕື່ມ ຍ້ອນວ່າ ດຽວນີ້ ພັກແລະຣັຖ ເອົາໃຈໃສ່ ນໍາ ບັນຫາ ນີ້ຫລາຍ ຂຶ້ນແລ້ວ:

"ເພາະວ່າ ດຽວນີ້ ທັງກົມ ການເມືອງ ສູນກາງພັກ ບໍວ່າ ທັງເບື້ອງ ສະພາ ບໍ່ວ່າ ທັງເບື້ອງ ຣັຖບານ ເພິ່ນກໍໄດ້ ເອົາໃຈໃສ່ ວຽກງານ ການປາບປາມ ແລະ ຕ້ານສໍ້ຣາດ ບັງຫລວງ ສູງກວ່າເກົ່າ  ໄດ້ຮັບການ ຊີ້ນໍາ ນໍາພາ".

ນອກນັ້ນ ກໍມີ ມາຕການ ແຈ້ງຊັພສິນ ຂອງ ພະນັກງານ ຣັຖ ນັບແຕ່ ຂັ້ນເທິງ ຮອດຂັ້ນລຸ່ມ ພ້ອມທັງ ຊັພສິນ ຂອງ ຍາຕພີ່ນ້ອງ ທີ່ີໃຫ້ຊິດ ຊຶ່ງກໍານົດ ໃຫ້ແຈ້ງພາຍ ໃນເດືອນ ມີຖຸນາ ປີ 2014 ນີ້. ໃນນັ້ນ ກໍມີການ ແຈ້ງ ຈໍານວນເງິນ ທີ່ ຝາກ ໃນ ທະນາຄານ, ແຈ້ງ ຊັພສິນ ປະເພດ ທີ່ດິນ, ເຮືອນຊານ, ທຸຣະກິດ, ໜີ້ສິນ, ພາຫານະ ຕລອດຮອດ ອຸປກອນ ທີ່ ໃຊ້ສໍາລັບ ການຜລິດ. ຊັພສິນ ທຸກ ປະເພດ ທີ່ ກ່າວມານີ້ ຈະຕ້ອງ ແຈ້ງ ໃຫ້ຣັຖຊາບ ທຸກໆ 2 ປີ. ຖ້າຜູ້ໃດ ແຈ້ງບໍ່ຖືກ ກັບ ຄວາມຈິງແລ້ວ ເມື່ອ ກວດເຫັນ ຈະໄດ້ຮັບ ໂທດຕາມ ກົດໝາຍ ແລະວ່າ ມາຕການ ດັ່ງກ່າວ ນີ້ ແມ່ນ ປະຕິບັດ ຕາມ ມາຕຖານ ສາກົນ.

ນັກວິຊາການ ທ່ານນີ້ ເວົ້າວ່າ ແຕ່ນີ້ຕໍ່ໄປ ວຽກງານ ສະກັດກັ້ນ ແລະ ຕ້ານການ ສໍ້ຣາດ ບັງຫລວງ ໃນລາວ ນອກຈາກ ຮຽກຮ້ອງ ໃຫ້ ພະນັກງານ ແລະ ປະຊາຊົນ ເປັນຫູ ເປັນຕາ ໃນການ ຣາຍງານ ການປະພຶດ ທາງ ທຸດຈະຣິດ ຂອງ ພະນັກງານ ຣັຖ ແລະ ບັນດາ ບໍຣິສັດ ທີ່ ດໍາເນີນ ທຸຣະກິດ ພົວພັນ ກັບຣັຖ ແລ້ວ ຍັງຈະມີ ການຮ່ວມມື ກັບ ສາກົນ ຫລາຍຂຶ້ນ.  ລະຫ່ວາງເດືອນ ພຶດສະຈີກາ ປີ 2013 ຜ່ານມາ ລາວ ໄດ້ ເປັນເຈົ້າພາບ ກອງປະຊຸມ ປະຈໍາປີ ຝ່າຍຕ້ານ ການສໍ້ຣາດ ບັງຫລວງ ຄັ້ງທີ່ 9 ຂອງ ບັນດາ ປະເທດ ເອເຊັຽ ຕະເວັນອອກ ສ່ຽງໃຕ້  ຫລື SEA-PAC, ແລະ ໃນ ວັນທີ 25-26 ເດືອນ ມີຖຸນາ ປີ 2014 ນີ້ ລາວ ຈະເປັນ ເຈົ້າການ ຈັດ ກອງປະຊຸມ ຄະນະ ກອງເລຂາ SEA-PAC  ອີກ.

ຣາຍງານ ໜັງສືພິມ ວຽງຈັນ ທາມສ໌ ລົງວັນ ທີ່ 19 ພຶສຈິກາ ປີ 2013 ຜ່ານມາ ວ່າ ອົງການ ກວດກາ ແຫ່ງຣັຖ ໄດ້ເປີດເຜີຍ ຣາຍງານ ການກວດກາ ຣາຍຈ່າຍ ງົບປະມານ ສົກປີ 2012 2013 ວ່າ ໄດ້ພົບເຫັນ ຫລາຍໆ ໂຄງການ ຂອງຣັຖ ທີ່ ປະຕິບັດ ໄປ ໂດຍ ບໍ່ໄດ້ ຜ່ານການ ອະນຸມັດ ຂອງ ສະພາ ແຫ່ງຊາຕ ແລະ ຣາຍຈ່າຍ ງົບປະມານ ຣັຖ ທີ່ ຜິດຣະບຽບ ຫລັກການ ອັນເຮັດໃຫ້ ຣັຖບານ ສະສົມ ໜີ້ສິນ ຫລາຍຂຶ້ນ.

ເຈົ້າໜ້າທີ່ ໄດ້ ກວດກາ 71 ຫ້ອງການ ຣັຖ ທະນາຄານ ຣັຖ ບໍຣິສັດ ຣັຖວິສາຫະກິດ ລົງທຶນ ຮ່ວມ ແລະ ການໃຫ້ ເງິນກູ້ ແກ່ໂຄງການ ແຕ່ບໍ່ໄດ້ ແຈ້ງວ່າ ໄດ້ພົບເຫັນ ເງິນຕົກ ເຫັ່ຍ ເສັຍຫາຍ ຈໍານວນ ເທົ່າໃດ. ພ້ອມນັ້ນ ລາຍງານ ວ່າ ອົງການ ກວດກາ ແຫ່ງຣັຖ ແຂວງ ຫົວພັນ ໄດ້ ກວດເຫັນ ງົບປະມານ ຣາຍຈ່າຍ ທີ່ ຖືກ ຍັກຍອກ ໄປ ມີເຖິງ 21,000 ລ້ານ ກີບ. ຣັຖກອນ ຈໍານວນ 58 ຄົນ ທີ່ພົວພັນ ກັບການ ຍັກຍອກ ເງິນຣັຖ ໄປນັ້ນ ຖືກ ສືບສວນ ແລະ ຕ້ອງໄປ ປາກົດໂຕ ຢູ່ສານ ປະຊາຊົນ, ແຕ່ ກໍຣະນີ ດັ່ງກ່າວ ທາງການ ບໍ່ໃຫ້ ຣາຍຣະອຽດ ແກ່ ສື່ມວນຊົນ ພໍເທົ່າໃດ.

ຢູ່ແຂວງ ຄໍາມ່ວນ ກໍເຊັ່ນກັນ ຣາຍງານ ວ່າ ເຈົ້າໜ້າທີ່ ອົງການ ກວດກາ ແຫ່ງຣັຖ ໄດ້ກວດ ເຫັນວ່າ ມີການ ໃຊ້ເງິນ ຂອງ ຣັຖ ແບບ ບໍ່ຖືກຕ້ອງ ເປັນຈໍານວນ ເງິນ 1,200 ລ້ານ ກີບ ຫລັງຈາກ ໄດ້ ກວດສອບ 10 ຫນ່ວຍງານ ຂອງຣັຖ ເທົ່ານັ້ນ, ແຕ່ບໍ່ໄດ້ ເອົາ ມາຕການ ຕໍ່ ບຸກຄົນໃດ ພຽງແຕ່ວ່າ ປ່ຽນແປງ ໂຄງຮ່າງ ຄະນະ ເຮັດວຽກ ແລະ ສຶກສາ ອົບໂຮມ ແນວຄິດ ທາງການເມືອງ ຂອງ ພະນັກງານ ເທົ່ານັ້ນ.

ຣາຍງານ ບໍ່ໄດ້ເວົ້າ ຣະອຽດ ວ່າ ການກວດກາ ຢູ່ຣະດັບ ກະຊວງ ນັ້ນ ມີຈັກແຫ່ງ ແລະ ໄດ້ພົບເຫັນ ເງິນຕົກເຫັ່ຍ ເສັຽຫາຍ ຫລາຍ ປານໃດ ພຽງແຕ່ເວົ້າ ລວມໆວ່າ ເງິນລາຍຮັບ ທີ່ຕົກເຫັ່ຍ ເສັຽຫາຍ ຫລາຍຕື້
ກີບນັ້ນ ແມ່ນມາຈາກພາກສ່ວນພາສີຕາດິນ, ພາສີອາກອນສິນຄ້າເຂົ້າປະເທດ, ການລັກລອບຕັດໄມ້ອອກ ແລະພາກສ່ວນທີ່ເຮັດວຽກກ່ຽວກັບລາຍຮັບ.

ຜູ້ທີ່ລົງ ໃຫ້ຂໍ້ຄິດ ຢູ່ໃນ ສື່ສັງຄົມ ເວົ້າວ່າ ການສໍ້ຣາດ ບັງຫລວງ ຢູ່ໃນຣະດັບ ກະຊວງນີ້ ມັນມີ ຫລາຍຮູບ ຫລາຍແບບ ທີ່ ອົງການ ກວດກາ ແຫ່ງຣັຖ ແລະ ຕໍ່ຕ້ານ ການສໍ້ຣາດ ບັງຫລວງ ບໍ່ ສາມາດ ກວດກາ ໄດ້ ດັ່ງນັ້ນ ພຍາດຊໍາເຮື້ອ ຂອງການ ສໍ້ຣາດ ບັງຫລວງ ທີ່ ເຮັດໃຫ້ ຣັຖເກັບ ລາຍຮັບ ບໍ່ໄດ້ນີ້ ຍັງຈະມີ ຕໍ່ໄປ ເພາະວ່າ ຄົນສໍ້ໂກງ ມັນ ກໍຫາ ວິທີ ສໍ້ໂກງ ໄປເລື້ອຍໆ ແລະ ໃນຂະນະ ດຽວກັນ ຜູ້ອອກ ຄວາມເຫັນ ໃນ ສື່ສັງຄົມ ກໍເຫັນ ດີນໍາ ມາຕການ ໃໝ່ ແລະ ຄວາມ ພຍາຍາມ ຂອງຣັຖບານ ໃນການ ປາບປາມ ແລະ ຕ້ານການ ສໍ້ຣາດ ບັງຫລວງ ແລະ ຫວັງວ່າ ພະນັກງານ ຣັຖ ແລະ ປະຊາຊົນ ຈະຊ່ວຍ ເປັນຫູ ເປັນຕາໃຫ້ຣັຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org