ແຜນໂຄງການທາງດ່ວນ ວຽງຈັນ - ຫົວພັນ...

ທາງການລາວ ມີແຜນທີ່ຈະສ້າງທາງດ່ວນ ນະຄອນຫລວງວຽງຈັນ-ຫົວພັນ ເຖິງຊາຍແດນວຽດນາມ

ເມືອງຊໍາເໜືອ ແຂວງຫົວພັນ ພາບຈາກ: ວີດີໂອ ພົລເມືອງ

ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ສປປລາວ ໄດ້ອອກແຈ້ງການ ໄປຍັງຣັຖມົນຕຣີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນມື້ວັນທີ 7 ກໍຣະກະດາ ທີ່ຜ່ານມາ ເພື່ອໃຫ້ຄົ້ນຄວ້າ ແລະ ສເນີຄໍາເຫັນກ່ຽວກັບ ໂຄງການກໍ່ສ້າງ ທາງດ່ວນ ຈາກ ນະຄອນຫຼວງວງຽງຈັນ ຫາ ແຂວງໄຊສົມບູນ, ແຂວງຊຽງຂວາງ ເຖິງຊາຍແດນວຽດນາມ ທີ່ດ່ານສາກົນນໍ້າໂສຍ ຢູ່ເມືອງວຽງໄຊ ແຂວງຫົວພັນ.

ແຕ່ຍັງບໍ່ຮູ້ວ່າ ໂຄງການກໍ່ສ້າງທາງດ່ວນສາຍນີ້ ມີຄວາມຍາວເທົ່າໃດ, ມູນຄ່າເທົ່າໃດ ແລະ ໃຜຈະເປັນຜູ້ລົງທຶນກໍ່ ສ້າງ, ຮູ້ພຽງແຕ່ ວ່າເປັນໂຄງການແບບ BOT ເມື່ອໝົດອາຍຸ ສັມປະທານແລ້ວ ຈະມອບໃຫ້ຣັຖບານລາວ ຊຶ່ງຄາດວ່າຈະລົງມືສໍາຣວດໃນປີໜ້າ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຣະດັບ ແຂວງໄຊສົມບູນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ສິງຫາ ນີ້ວ່າເບື້ອງຕົ້ນ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີແຈ້ງການ ກ່ຽວກັບ ຣາຍລະອຽດ ຂອງໂຄງການນີ້ອອກມາ, ຮູ້ພຽງແຕ່ວ່າຈະກໍ່ສ້າງ ທາງດ່ວນຈາກ ນະຄອນຫລວງວຽງຈັນ ຜ່ານເມືອງວັງວຽງ ແຂວງວຽງຈັນ, ຜ່ານເມືອງລ່ອງແຈ້ງ ແຂວງໄຊສົມບູນ ແລະ ຜ່ານເມືອງຜາໄຊ ແຂວງຊຽງຂວາງ ໄປຫາແຂວງຫົວພັນ ດັ່ງທີ່ທ່ານກ່າວວ່າ:

“ເພິ່ນມີແຈ້ງການແລ້ວ ແຈ້ງການສໍານັກງານ ນາຍົກຣັຖມົນຕຣີ ເຣື່ອງການລົງສໍາຣວດ ທາງດ່ວນ ແຕ່ເມືອງວັງວຽງ ໄປຫາເມືອງ ລ້ອງແຈ້ງ ແລະ ກະເມືອງລ້ອງແຈ້ງ ໄປຫາ ເມືອງຜາໄຊ ຊຽງຂວາງ ແລ້ວອອກຫົວພັນ ທິດທາງເພິ່ນແນວນັ້ນ ບໍ່ທັນລົງມືສໍາຣວດ ເທື່ອ ທາງຣັຖບານເພິ່ນກະແຈ້ງ ໃຫ້ໂຍທາ ລົງສໍາຣວດ.”

ທ່ານກ່າວຕື່ມອີກວ່າ ສໍາລັບການລົງພື້ນທີ່ສໍາຣວດ ໃນແຕ່ລະເຂດທີ່ຈະສ້າງທາງດ່ວນ ຄາດວ່າຈະເລີ່ມແຕ່ປີໜ້າ ເປັນຕົ້ນໄປ ຊຶ່ງ ຈະເຮັດໃຫ້ຮູ້ແນ່ນອນວ່າ ແລວທາງດ່ວນນີ້ຈະຜ່ານ ເຂດໃດແດ່, ພື້ນທີ່ທໍາການຜລິດ ຂອງປະຊາຊົນ ຈັກຄອບຄົວ ແລະ ມີເນື້ອທີ່ ຫລາຍປານໃດ ຈະໄດ້ຮັບຜົລກະທົບ.

ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ທີ່ຮູ້ຂ່າວກ່ຽວກັບໂຄງການ ກໍ່ສ້າງທາງດ່ວນຈາກ ນະຄອນຫລວງວຽງຈັນ ຫາ ແຂວງຫົວພັນ ເວົ້າວ່າ ໄດ້ຍິນເຈົ້າໜ້າທີ່ ເວົ້າກັນຢ່າງບໍ່ເປັນ ທາງການວ່າ ໂຄງການນີ້ອາດມີການລົງພື້ນທີ່ ສໍາຣວດ ໃນປີ 2022 ແຕ່ທ່ານກໍຍັງ ບໍ່ຮູ້ຣາຍລະອຽດ ຈະແຈ້ງ ດັ່ງທ່ານກ່າວວ່າ:

“ຕາມທີ່ວ່າ ນ້ອງຊາຍທີ່ວ່າເຮັດວຽກຢູ່ນໍາເພິ່ນໃນຫັ້ນ ກະເພິ່ນວ່າປີ 2022 ນີ້ບໍ໋ ເພິ່ນສິລົງມືບໍ໋ວ່າຊັ້ນ ຕາມເພິ່ນເວົ້າສູ່ຟັງ ຫັ້ນນ່າ ກະບໍ່ໝັ້ນໃຈວ່າປີໃດແທ້ ເພິ່ນສິຜ່ານໄຊສົມບູນ ແລ້ວ ກະໄປຊຽງຂວາງ ກັບ ຊໍາເໜືອ.”

ປະຊາຊົນຢູ່ແຂວງໄຊສົມບູນ ທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ສິງຫາ ນີ້ວ່າ ມາຮອດມື້ນີ້ ຕົນກໍຍັງບໍ່ຮູ້ເທື່ອວ່າ ໂຄງການທາງດ່ວນນີ້ ຈະຜ່ານຈຸດໃດແດ່ ພາຍໃນ ແຂວງໄຊສົມບູນ ແລະຍັງຄາດເດົາບໍ່ໄດ້ວ່າ ທາງດ່ວນນັ້ນຈະຜ່ານເຂດ ທໍາການຜລິດ ຂອງປະຊາຊົນຫຼາຍໜ້ອຍສໍ່າໃດ:

“ກະຍັງບໍ່ຮູ້ເທື່ອ ເພິ່ນຍັງສິສັມປະທານ ວ່າສິຜ່ານຈຸດໃດແທ້ ເຂົ້າມາທາງໃດເນາະ ແຕ່ວ່າເພິ່ນມີແຕ່ຄົ້ນຄວ້າ ຢູ່ສູນກາງດຽວນີ້ ຍັງບໍ່ທັນລົງຮອດທ້ອງຖິ່ນ ສິສາມາດສ້າງໄດ້ແທ້ ຫລືບໍ່ ຫັ້ນນ່າ.”

ທີ່ແຂວງຊຽງຂວາງ ຊາວບ້ານທ່ານນຶ່ງ ກໍກ່າວໂດຍເຊື່ອວ່າ ໂຄງການກໍ່ສ້າງທາງດ່ວນດັ່ງກ່າວ ຈະຕັດຜ່ານເຂດປ່າແລະພູຜາ ຫລາຍກວ່າເຂດທີ່ ປະຊາຊົນຢູ່ອາສັຍ ເນື່ອງຈາກພື້ນທີ່ ທີ່ເປັນຮອຍຕໍ່ ຣະຫວ່າງ ແຂວງໄຊສົມບູນ ແລະແຂວງຊຽງຂວາງ ສ່ວນຫລາຍເປັນເຂດພູຜາ:

“ຄືສິແມ່ນຕັດມາທາງພູທາງຜາ ຈະບໍ່ໄປທາງເກົ່າ ເຂົາຈະມາແບບເຂດພິເສດ ໄຊສົມບູນນ່າ ມາທາງຊໍາທອງ ລ້ອງແຈ້ງ ເຂດສມັຍ ວັງປາວ ຢູ່ແຖວນັ້ນແຫຼະ ລ້ອງແຈ້ງເນາະ ຜ່ານມາທາງນັ້ນ ຕາມຄາດຄະເນມານະ ຄັນເຂົາຕັດສ່ວນຫລາຍ ກະໄປທາງພູ ທາງຜາ ຫລາຍດອກ ມັນຍັງປະຊາຊົນບໍ່ຫລາຍ.”

ແລະຢູ່ແຂວງຫົວພັນ ຊາວບ້ານຜູ້ນຶ່ງກໍເວົ້າວ່າ ຫາກໂຄງການກໍ່ສ້າງທາງດ່ວນນັ້ນ ສໍາເຣັດກໍຈະເປັນຜົລດີຫລາຍຕໍ່ການເດີນທາງ ໂດຍສະເພາະ ການເດີນທາງໄປມາ ຈາກແຂວງຫົວພັນ ຫາ ແຂວງຊຽງຂວາງ ຈົນໄປຮອດ ນະຄອນຫລວງວຽງຈັນ, ຈະບໍ່ຕ້ອງ ໄດ້ຜ່ານທາງໂຄ້ງຫລາຍ ແລະໃຊ້ເວລາເດີນທາງສັ້ນລົງ:

“ໂອ໋ ຄັນວ່າມັນມີກະດີຫັ້ນແຫລະ ການໄປການມາ ມັນກະສະດວກຫັ້ນແຫລະເນາະ ຊຸກຍູ້ຫລາຍໆດ້ານຫັ້ນແຫລະເນາະ ໃຊ້ເວລາ ມັນສັ້ນລົງ ຈາກຫົວພັນໄປວຽງຈັນປະມານ 13-14 ຊົ່ວໂມງນີ້ລະ ກະສະດວກຢູ່ແຕ່ວ່າມັນ ທາງມັນຄົດລ້ຽວ ຂຶ້ນພູເນາະ.”

ນອກຈາກໂຄງການກໍ່ສ້າງທາງດ່ວນ ຈາກ ນະຄອນຫລວງວຽງຈັນ ຫາ ແຂວງຫົວພັນ ຊາຍແດນລາວ-ວຽດນາມ ແລ້ວ ເມື່ອກ່ອນ ໜ້ານີ້ ທາງການລາວ ໄດ້ອະນຸັດແຜນກໍ່ສ້າງ ທາງດ່ວນອີກຫລາຍແຫ່ງ ເປັນຕົ້ນ ທາງດ່ວນຈາກຊາຍແດນ ລາວ-ຈີນ ເຂດບໍ່ເຕັນ ແຂວງຫລວງນໍ້າທາ ຫາຊາຍແດນລາວ-ໄທ ເຂດເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄລຍະທາງ 176.3 ກິໂລແມັດ ຊຶ່ງ ປັດຈຸບັນ ຢູ່ໃນຣະຫວ່າງການສໍາຣວດ ແລະ ໄກ່ເກັ່ຽກັບຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ແຕ່ຍັງບໍ່ຮູ້ວ່າ ເມື່ອໃດຈະລົງມືກໍ່ສ້າງ.

ກ່ອນໜ້ານັ້ນ ທາງການລາວ ຍັງໄດ້ອະນຸມັດໂຄງການກໍ່ສ້າງທາງດ່ວນ ລາວ-ຈີນ ຕອນເໜືອໄລຍະ 2 ຈາກ ເມືອງວັງວຽງ ແຂວງ ວຽງຈັນ ຫາ ແຂວງຫລວງພຣະບາງ, ໄລຍະ 3 ຈາກ ແຂວງຫລວງພຣະບາງ ຫາ ແຂວງອຸດົມໄຊ ແລະ ໄລຍະ 4 ຈາກ ແຂວງ ອຸດົມໄຊ ຫາ ເຂດບໍ່ເຕັນ ຊາຍແດນລາວ-ຈີນ ແຂວງຫລວງນໍ້າທາ ຊຶ່ງໄດ້ສໍາເຣັດການສໍາຣວດ ແລະ ອອກແບບແລ້ວ ຮວມທັງ ມີການປະເມີນ ຜົລກະທົບໃນເບື້ອງຕົ້ນ ຊຶ່ງຄາດວ່າຈະໃຊ້ເວລາ 10 ປີ ຈຶ່ງຈະສ້າງສໍາເຣັດ, ແລະ ໂຄງການທາງດ່ວນ ວຽງຈັນ- ປາກເຊ ກໍມີແຜນການ ທີ່ຈະສ້າງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org