ໄຟຟ້າລາວ ຍອມຮັບ ຂຽນບິນ ແພງເກີນເຫດ

ເຈົ້າໜ້າທີ່ໄຟຟ້າລາວ ໄດ້ອອກມາຂໍໂທດ ເຣື່ອງການຂຽນ ບິນຄ່າໄຟຟ້າ ແພງເກີນເຫດ, ແຕ່ປະຊາຊົນ ກ່າວວ່າ ການຂໍໂທດ ພຽງຢ່າງດຽວ ບໍ່ພຽງພໍ ເພາະວ່າ ການທີ່ບິນຄ່າໄຟຟ້າ ແພງຜິດປົກຕິ ເກີດຂຶ້ນ ຕລອດ.

ເຈົ້າໜ້າທີ່ ຣັຖວິສາຫະກິດໄຟຟ້າ ຖແລງຂ່າວຊີ້ແຈງ ເຣື່ອງບິນຄ່າໄຟຟ້າແພງ. ພາບຖ່າຍ: ວັນທີ 28 ມິຖຸນາ, 2021. ນັກຂ່າວ ພົລເມືອງ

ເຈົ້າໜ້າທີ່ ຣັຖວິສາຫະກິດ ໄຟຟ້າລາວ ຂຽນບິນຄ່າ ໄຟຟ້າຜິດ ເຮັດໃຫ້ ຄ່າໄຟຟ້າ ສູງເຖິງ 68 ລ້ານກີບ ຈາກປົກຕິ. ປະຊາຊົນຄົນນຶ່ງ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຄີຍເສັຽ ປະມານ 900,000 ກີບ ຕໍ່ເດືອນ.

ກໍຣະນີດັ່ງກ່າວ ເກີດຂຶ້ນ ກັບປະຊາຊົນ ຢູ່ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນ ໃນເດືອນພຶສພາ 2021 ທີ່ຜ່ານມາ ຈົນເຮັດໃຫ້ ສັງຄົມ ວິພາກວິຈານ ການດຳເນີນງານ ຂອງຣັຖວິສາຫະກິດ ໄຟຟ້າລາວ.  

ຫຼັງຈາກ ເຈົ້າໜ້າທີ່ໄຟຟ້າລາວ ອອກມາຂໍໂທດແລ້ວ, ປະຊາຊົນ ກໍຍັງເຫັນວ່າ ບັນຫາ ການຄິດໄລ່ ຄ່າໄຟຟ້າ ແພງຜິດປົກຕິ ຍັງບໍ່ສາມາດ ແກ້ໄຂ ໃຫ້ໝົດໄປໄດ້ ແລະ ມີມາຕລອດ ເຊິ່ງການຂໍໂທດ ພຽງຢ່າງດຽວ ບໍ່ພຽງພໍ.

ປະຊາຊົນ ທ່ານນຶ່ງ ໄດ້ໃຫ້ສັມພາດ ຕໍ່ເອເຊັຽເສຣີ ວ່າ:

ນັກຂ່າວ: ຄ່າໄຟຟ້າ ເຮົາເຫັນວ່າ ແນວໃດ?

ປະຊາຊົນ: ໂອຍ! ເບິ່ງເຂົາ ມາຖແລງ ມັນແມ່ນຄົນ ເຮັດວຽກບໍ່ເປັນ ຄົນບໍ່ຮູ້ວ່າ ບໍຣິຫານ ມັນເປັນຫຍັງ ອົງກອນ ມັນແມ່ນຫຍັງ. ມາຖແລງຂ່າວວ່າ ຄັນມີອີກ ຊິພຍາຍາມ ແຕ່ເພິ່ນເວົ້າ ບໍ່ໃຫ້ມີ ອີກເທື່ອໜ້າ. ບັນຫາຫັ້ນ ມີຢູ່ບໍ່ເຊົາ ມີມາຕລອດ ກ່ຽວກັບ ຄ່າໄຟຟ້ານີ້ ມີມາແຕ່ ຈຳຄວາມໄດ້ ພຸ້ນແຫຼະ ຄັນວ່າ ເຄີຍໃຊ້ ໄຟຟ້າວ່າ ຊັ້ນໄປ໋ ຕັ້ງແຕ່ ເຂົ້າມາ ແຕ່ວຽງຈັນ ປີ 1990 ມາ ບັນຫາ ກ່ຽວກັບ ຄ່າໄຟຟ້າ ມັນມີມາຕລອດ ແຕ່ກ່ອນໜ້ານັ້ນ ເຮົາຢູ່ບ້ານນອກ ໃຊ້ແຕ່ກະບອງເນາະ.

ເດືອນ 9, 1990 ເຂົ້າມາວຽງ ຂ້ອຍວ່າ ມີມາຕລອດ ເພາະວ່າ ທ້າຍໆປີ ປະມານ ເດືອນພຶ​ສຈິກ ທັນວາ ນີ້ ຮູ້ວ່າ ມັນມີບັນຫາ ຕອນນັ້ນ ຍັງນ້ອຍຢູ່ດອກ ມາມັນແກ້ໄຂ ບໍ່ໄດ້ ຈັ່ງໃດຄ່ອຍວ່າ ແກ້ໄຂບໍ່ໄດ້.

ນຶ່ງ ຕາມຄວາມຮູ້ສຶກ ຂອງເຮົາ ບໍ່ຈິງໃຈແກ້ໄຂ, ສອງ ຫຼື ບໍ່ຮູ້ວິທີແກ້ໄຂ, ສາມຄວາມສາມາດບໍ່ພໍ, ສີ່ ຫຼື ເປັນເບັ້ຽລ່າງ ຂອງນາຍທຶນ ອັນນີ້ສຳຄັນ ຂໍ້ທີສີ່ ອັນນີ້ ຂໍ້ສັງເກດ ມັນຢູ່ ພາຍໃຕ້ນາຍທຶນ ເພາະວ່າ ເຂື່ອນ ມັນເປັນຂອງ ນາຍທຶນ ບໍ່ແມ່ນ ຂອງປະເທດເຮົາ ຈົນໝົດສັນຍາ ສັມປະທານ ຈັ່ງແມ່ນຂອງ ປະເທດເຮົາ.

ນາຍທຶນ ມັນກະເລັ່ງ ເອົາຜົລປໂຍດ ເພື່ອຫຍັງ ຜົລກຳໄລ ກະຕ້ອງໄດ້ ເພື່ອຫຍັງ ເພື່ອໃຊ້ໜີ້ ທີ່ມັນກູ້ຢືມມາ ເຂົາເອີ້ນວ່າ ສຖາບັນ ການເງິນໃດ ໃຫ້ທະນາຄານ ປະເທດນັ້ນ ປະເທດນີ້ ຫຼືບໍ່ ຜູ້ສນອງເງິນທຶນ ເຮົາກະບໍ່ຮູ້ວ່າ ເອົາມາແຕ່ໃສ ເຂົາຕ້ອງເລັ່ງໂຕນັ້ນ.

ເລັ່ງທຶນຄືນ ເລັ່ງທັງກຳໄລ ເລັ່ງໃຊ້ດອກ ມັນກະຕາຍ ປະຊາຊົນ ເພາະວ່າ ບົດບັນທຶກ ຄວາມເຂົ້າໃຈ ມີແຕ່ເສັຽປຽບ ເພາະສນັ້ນ ຖ້າບົດບັນທຶກ ຄວາມເຂົ້າໃຈ ໃນການສັມປະທານ ການລົງທຶນ ຂອງນາຍທຶນ ເຈົ້າເສັຽປຽບປຶບ ປະຊາຊົນ ຮັບເຄາະປັບ ເບິ່ງມີແຕ່ ແກ້ຕົວ ບໍ່ເຄີຍແກ້ໄຂ.

ເອົາຈິງຈັງ ແມ່ກົດໝາຍ ອອກມາຊັດເຈນ ບອກວ່າ ຢາກບອກເພິ່ນ ຢູ່ວ່າ ບອກມາເລີຍວ່າ ນີ້ຄື ເມືອງນາຊາຍທອງນີ້ ເພິ່ນກະເວົ້າວ່າ ມີ 30 ກວ່າພັນໜ່ວຍ ຂອງກອງເຕີ ລະແບ່ງອອກຕີ້ ເປັນໂຊນ ເປັນໂຊນ ສົມມຸດວ່າ ເມືອງນາຊາຍທອງ ແບ່ງອອກເປັນ 20 ໂຊນ.

ໂຊນນຶ່ງ 1,500 ໜ່ວຍ ແລ້ວໃສ່ຣະຫັດໂຄດ ໄວ້ໝົດວ່າ ທ້າວ ກ ນີ້ ຢູ່ໂຊນເອ 2-ບີ 16/ກ3. ໜ່ວຍຣະຫັດ ແຕ່ລະໜ່ວຍ ມັນເກີດແມ່ນ ທ້າວ ກ ຮັບຜິດຊອບ, ທ້າວ ກ ຢູ່ພາຍໃຕ້ ໃຜສັ່ງການ ຜູ້ຄຸ້ມຄອງ ອີກຄັ້ງນຶ່ງ ເຫັນບໍ່ ກະໄປເອົາ ທ້າວ ນັ້ນ ອີກ.

ແລ້ວ ທ້າວ ນັ້ນ ທີ່ວ່າຂຶ້ນກັບ ໜ່ວຍງານໃດ ທີ່ວ່າ ຄຸ້ມຄອງ ທ້າວ ນີ້ ມັນກະເຫັນບໍ່ ພົວພັນກັນ ທີ່ເອົາພວກນີ້ ມາລົງໂທດ. ອັນນີ້ ອອກມາ ມີແຕ່ປົກປ້ອງ ຄົນຕົວເອງ ກ່ອນ ປົກປ້ອງ ແຕ່ຜົລປໂຍດ ຂອງນາຍທຶນ ແຕ່ປະຊາຊົນ ບໍ່ເຄີຍປົກປ້ອງ.

ເວົ້າວ່າ ພໍເຂົາ ອອກມາວ່າ ມາຂໍໂທດ ພຽງແຕ່ ຂໍໂທດນີ້ ມັນໃຊ້ບໍ່ໄດ້ ມັນຕ້ອງມີ ຜູ້ຮັບຜິດຊອບ ໃນຄວາມຜິດພາດ ຕ້ອງມີຜູ້ລາອອກ.

ນັກຂ່າວ: ເພິ່ນຊິແກ້ໄຂ ໄດ້ບໍ່ນິ ຫຼັງຈາກ ເພິ່ນອອກມາ ຂໍໂທດລະ?

ປະຊາຊົນ: ຖ້າເກີດອີກເທື່ອໜ້າ ກະຂໍໂທດ ອີກຫັ້ນລະ. ມັນແກ້ໄຂ ຄວບຄູ່ກັບ ການປຕິບັດວິໄນ ອັນນີ້ ມັນຈັ່ງ ແມ່ນແກ້ໄຂຕົວຈິງ.

ນັກຂ່າວ: ມັນເປັນຫຍັງ ຈັ່ງເກີດຂຶ້ນ ປະຈຳເຣື່ອງຄ່າໄຟຟ້າ ແພງປົກຕິ ຢູ່ບ້ານເຮົາ?

ປະຊາຊົນ: ຄ່າໄຟຟ້າແພງ ມັນຂຶ້ນກັບ ຕົ້ນທຶນມັນສູງ ຄ່າໄຟ ຜິດປົກຕິ ເຂົາກະມາແກ້ນີ້ເດ້ ວ່າ ປ້ອນຂໍ້ມູນຜິດ ກະເອົາມັນອອກຕີ້ ຂອງມັນ ບໍ່ຈັດຄົນແນ່ນອນນະ ຫ້ອງຄອມພິວເຕີ ຣະຫັດທີ ທໍ່ນີ້ນິ ນາງອັນນີ້ເຂົ້າ ຕອນເຊົ້ານິ້ີ້ ພາກເຊົ້ານີ້ແມ່ນນາງອັນນີ້ເຂົ້າ ບິນໂຕນີ້ ຕ້ອງບອກເວລາພິມອອກມາອີກ.

ສົມມຸດວ່າ ມື້ນີ້ຊາ ພິມວັນທີ 28 ເດືອນມິຖຸນາ ເວລາ 10 ໂມງ ມັນອອກມາໂລດ ແລ້ວຊ້ອງພິມ ຊ້ອງ ກ-2 ຈັ່ງຊີ້. ກະໄປເພິ່ງວ່າ ຊ້ອງ ກ-2 ແມ່ນ ນາງ ສັງ…ນາງ ສິລິພອນ ສິລິປັນຍາ ເບາະ.

ຊ້ອງ ກ-2 ເປັນຫຍັງເຈົ້າຈຶ່ງພິມຜິດ ມັນກະແກ້ໄຂໄດ້ ຄັນເຮັດລະອຽດຈັ່ງຊີ້ ອັນນີ້ເຮັດມະຫຼຸມ-ສຸມສົ້ວ ຍັດເຂົ້າ ຈັກວ່າໂຕໃດ ແມ່ນອີ່ສັງ.

ມັນກະແກ້ໄຂບໍ່ໄດ້ ເພາະແມ່ນຫຍັງ ວຽກເຈົ້າບໍ່ລະອຽດ ມີແຕ່ວ່າ ບິນພິມອອກມາ  

ປະຊາຊົນ ອີກທ່ານນຶ່ງ ໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ ສ່ວນຫຼາຍຈະມີການປັບປຸງຄ່າໄຟຟ້າ ແຕ່ ກໍຍັງບໍ່ມີການລົງມືປະຕິບັດ.

ປະຊາຊົນ: ເອີ ເພິ່ນກະເວົ້າຢູ່ ແຕ່ວ່າ ເພິ່ນຍັງບໍ່ທັນໄດ້ປຕິບັດເທື່ອ. ຍັງບໍ່ທັນໄດ້ເສັຽເທື່ອ.

ນັກຂ່າວ: ເສັຽແພງຢູ່ເບາະ ຢູ່ບ້ານເຮົາ?

ປະຊາຊົນ: ກະຍ້ອນ ຍັງບໍ່ທັນຮູ້ເທື່ອ ເພາະ ເພິ່ນເວົ້າຢູ່ວ່າ ທໍ່ນີ້ກິໂລວັດຊິລົງທໍ່ນີ້ຕື່ມ ກິໂລວັດ ທີທໍ່ນັ້ນ ທໍ່ນີ້, ແຕ່ວ່າ ຍັງບໍ່ທັນໄດ້ປຕິບັດເທື່ອ.

ນັກຂ່າວ: ເປັນຈັ່ງໃດ ທີ່ວ່າ ເພິ່ນມີກາຈົດບິນໄຟຟ້າແພງເກີນກຳນົດຫັ້ນນະ?

ປະຊາຊົນ: ເອີ ອັນນີ້ ເພິ່ນກະເວົ້າເພາະວ່າ ພນັກງານບາງຄົນ ກະບໍ່ຢາກບໍຣິສຸດປານໃດ ບາງບ່ອນກະຈົດລື່ນກອງເຕີ ຈົນວ່າ ບໍ່ສາມາດຈະເສັຽກໍມີ ແຕ່ວ່າ ດຽວນີ້ ເພິ່ນກະກວດຄືນ ລະກະວາງຣະບຽບໃໝ່ເດ້ວ່າ ທໍ່ນັ້ນ ກິໂລວັດໂມງ ທໍ່ນີ້ ກິໂລວັດໂມງ ແຕ່ວ່າ ດຽວນີ້ ຍັງບໍ່ທັນໄດ້ເສັຽເທື່ອ.

ນັກຂ່າວ: ເຮົາເຫັນວ່າ ໄຟຟ້າລາວເປັນຈັ່ງໃດນິ?

ປະຊາຊົນ: ເອີກະ ມາຟັງເບິ່ງຄື ເພິ່ນເວົ້າກະຊິໄຄຢູ່ ແຕ່ວ່າ ມາຟັງຟັງເບິ່ງໃນເດືອນໆ ນີ້ນິແຫຼ ຊິໄດ້ເສັຽທໍ່ໃດນີ້ ຈັ່ງຄ່ອຍຊິຮູ້ຈັກວ່າ ມັນ ຖືກເບາະ ມັນແພງເບາະ ຍັງບໍ່ທັນໄດ້ຮູ້ເທື່ອ.

ນັກຂ່າວ: ປົກຕິລະເຮົາເສັຽທໍ່ໃດ?

ປະຊາຊົນ: ປົກຕິລະກະເສັຽ 2-3 ແສນ ໂອະ.

ນັກຂ່າວ: ເຄີຍມີບໍ່ ເຮົາໄດ້ເສັຽເປັນ 4-5 ແສນ ກີບ?

ປະຊາຊົນ: ກະບໍ່ເຖິງ ຂັ້ນນັ້ນດອກ ແຕ່ກະເບິ່ງ ເບິ່ງເດືອນນີ້ແຫຼະ ຊິຮູ້ຈັກນະ ເພາະ ມັນເປັນແນວໃດແທ້ ໃນການປຕິບັດນໂຍບາຍນີ້ ກະພໍໄປພໍມາບໍ່ຊັ້ນນ່າ, ແຕ່ເບິ່ງເດືອນນີ້ ກ່ອນຊິຮູ້ຈັກ.

ນັກຂ່າວ: ຄ່າໄຟ ເດືອນ 6 ຕ້ອງໄປເສັຽ ເດືອນ 7 ເນາະ.

ປະຊາຊົນ: ເດືອນ 6 ຕ້ອງໄປເສັຽເດືອນ 7, ເດືອນ 7 ຕ້ອງໄປເສັຽເດືອນ 8.

ນັກຂ່າວ: ຄຶດວ່າ ເພິ່ນຊິໂປ່ງໃສຢູ່ເບາະ ເລື່ອງຄ່າໄຟຟ້າ ນິ?

ປະຊາຊົນ: ກະຈັ່ງວ່າ ຟັງ ຟັງເບິ່ງນີ້ກະ ຄືຊິໄຄແດ່ ເພາະວ່າ ມາເບິ່ງຕາມໂຕຈິງແລ້ວກະຍັງແພງຫັ້ນແຫຼະ ຄັນເວົ້າແທ້ນີ້ ເພາະວ່າ ເບິ່ງເດືອນນີ້ແຫຼະ ຊິຮູ້ຈັກ ຊິສົມທຽບເບິ່ງໃນໄລຍະຜ່ານມາ ມັນເປັນແນວໃດແທ້.

ນັກຂ່າວ: ມັນຄືມີຢູ່ຕລອດແທ້ ເລື່ອງຄ່າໄຟແພງເກີນປົກຕິ ຈົດຄ່າໄຟຟ້າຜິດປົກຕິ ນິ?

ປະຊາຊົນ: ອັນນີ້ ມັນກະມີແຕ່ວ່າ ບາງບ່ອນ ບາງບ່ອນ ດອກເປັນນະ ແຕ່ວ່າ ຂະເຈົ້າກະປຕິບັດເດ້ ຜູ້ໃດບໍ່ໂປ່ງໃສເຂົາເຈົ້າກະໃຫ້ອອກໄດ໋ ເລື່ອງນີ້ນິ.

ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ຣັຖວິສາຫະກິດ ໄຟຟ້າລາວ ກໍອອກມາ ຂໍໂທດ ຕໍ່ສັງຄົມ ແລະ ຍອມຮັບວ່າ ເປັນຄວາມຜິດ ຂອງເຈົ້າໜ້າທີ່ ໄຟຟ້າລາວແທ້.

ທ່ານ ກອງມະນີ ພົມມະເທບ, ຮອງຫົວໜ້າສູນບໍຣິການ ຫ້ອງການໄຟຟ້າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໄດ້ຖແລງ ໃນວັນທີ 28 ມິຖຸນາ 2021 ຕອນນຶ່ງ ວ່າ: ຜ່ານມາ ກໍບໍ່ເຄີຍມີ ຂໍ້ມູນຜິດພາດ ໃນຄັ້ງກ່ອນຈັກເທື່ອ ເກີດຄວາມຜິດພາດ ໃນຄັ້ງນີ້ ຍ້ອນ ຄວາມບໍ່ເອົາໃຈໃສ່ ຮອບຄອບຖືເບົາ ຂອງອ້າຍນ້ອງ ພນັກງານ ຂອງພວກເຮົາ ຂ້າພະເຈົ້າ ໃນນາມ ຄນະ ສູນຮັບຜິດຊອບ ຂໍສະແດງ ຄວາມຂໍໂທດ ມາຍັງຜູ້ຊົມໃຊ້ ໄຟຟ້າ ດັ່ງກ່າວ ຄນະ ສູນເມືອງ ນາຊາຍທອງ ຂອງພວກເຮົາ ຈະໃຫ້ ຄຳໝັ້ນສັນຍາ ຕໍ່ຜູ້ຊົມໃຊ້ ໄຟຟ້າວ່າ ຈະບໍ່ໃຫ້ ເກີດເຫດການ ແບບນີ້ອີກ ເປັນຄັ້ງທີ 2.   

ເຈົ້າໜ້າທີ່ ຂັ້ນສູງ ຂອງຣັຖວິສາຫະກິດ ໄຟຟ້າລາວ ໄດ້ຖແລງວ່າ ຈະປະຕິບັດ ວິໃນ ຕໍ່ພນັກງານ ໄຟຟ້າ ຜູ້ທີ່ກະທຳຜິດ:

ພວກເຮົາ ໄດ້ປຕິບັດ ວິໃນ ຫັ້ນແຫຼະ ຕໍ່ພນັກງານ ທີ່ມີການກະທຳ ຄວາມຜິດ ດັ່ງກ່າວຫັ້ນ ເຊິ່ງມີ ຜູ້ຈົດໄຟ ຜູ້ທຳການ ຂບວນການ ຜລິດໃບບິນຫັ້ນ ລວມເປັນ 4 ຄົນ ທີ່ກ່ຽວຂ້ອງ ກັບວຽກງານ ດັ່ງກ່າວ.

ປະຊາຊົນ ທ່ານນຶ່ງ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ: ປົກຕິ ຈ່າຍ 200,000 ກີບ ຕົ້ນໆ ຖືກໄປ ເດືອນດຽວ 700,000 ປາຍ ກີບ ຕໍ່ເດືອນ.

ປະຊາຊົນ ທ່ານນຶ່ງກ່າວວ່າ: ປົກຕິ ລາວເສັຽຄ່າໄຟຟ້າ 170,000 ກີບ ຕໍ່ເດືອນ ແຕ່ປັດຈຸບັນ ເສັຽ 500,000 ປາຍ ກີບ.

ປະຊາຊົນ ອີກທ່ານນຶ່ງ ກ່າວວ່າ: ຢູ່ເຮືອນແມ່ຕູ້ ຂ້ອຍເສັຽ ສອງເດືອນມານີ້ 1,700,000 ກີບ ຈາກແຕ່ກ່ອນ ເສັຽ 500,000–600,000 ກີບ.

ອັດຕຣາ ຄ່າໄຟຟ້າ ທີ່ຢູ່ອາໄສ ຄື:

  • ຜູ້ທີ່ໃຊ້ໄຟຟ້າ ບໍ່ເກີນ 25 ກິໂລວັດໂມງ ຕໍ່ເດືອນ ຈະຈ່າຍ ຄ່າໄຟຟ້າ ໃນລາຄາ 355 ກີບ ບໍ່ກິໂລວັດໂມງ.
  • ຜູ້ທີ່ໃຊ້ໄຟຟ້າ ແຕ່ 26-150 ກິໂລວັດໂມງ ຕໍ່ເດືອນ ຈະຈ່າຍ ໃນລາຄາ 422 ກີບ ຕໍ່ກິໂລວັດໂມງ.
  • ຜູ້ທີ່ໃຊ້ໄຟຟ້າ ແຕ່ 151-300 ກິໂລວັດໂມງ ຕໍ່ເດືອນ ຈະຈ່າຍຄ່າໄຟຟ້າ ໃນລາຄາ 815 ກີບ ຕໍ່ກິໂລວັດໂມງ.
  • ຜູ້ໃຊ້ໄຟຟ້າ ແຕ່ 301-400 ກິໂລວັດໂມງ ຕໍ່ເດືອນ ຈະຈ່າຍ ຄ່າໄຟຟ້າໃນລາຄາ 898 ກີບ ຕໍ່ກິໂລວັດໂມງ.
2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org