ຊາວບ້ານ ໄດ້ຮັບເງິນຊົດເຊີຽ ຈາກບໍຣິສັດ ຫົງສາ
ບໍຣິສັດ ໄຟຟ້າຫົງສາ ມອບເງິນຊົດເຊີຽ ງວດທໍາອິດ ໃຫ້ຊາວບ້ານ 144 ຄອບຄົວ ທີ່ໄດຮັບ ຜົລກະທົບ ຈາກໂຄງການຂຍາຍເນື້ອທີ່ ສັມປະທານ ຂອງໂຮງງານ ໄຟຟ້າຫົງສາ.
-
ອຸ່ນແກ້ວ ສຸກສະຫວັນ
2021-09-07 -
-
-
Your browser doesn’t support HTML5 audio
ບໍຣິສັດ ໄຟຟ້າຫົງສາ ໄດ້ມອບເງິນຊົດເຊີຽ ຄັ້ງງວດອິດ ປະເພດ ດິນປຸກສ້າງ ແລະ ເຮືອນ ໃຫ້ກັບຊາວບ້ານ ບ້ານກິ່ວງິ້ວ ເມືອງເງິນ ແຂວງໄຊຍະບູຣີ ຈຳວນ 144 ຄອບຄົວ ທີ່ໄດ້ຮັບ ຜົລກະທົບ-ໂຍກຍ້າຍ ຈາກໂຄງການ ຂຍາຍເນື້ອທີ່ ສັມປະທານ ຂອງໂຮງງານ ໄຟຟ້າຫົງສາ.
ການມອບເງິນ ຄ່າຊົດເຊີຽ ໄດ້ມີຂຶ້ນ ໃນວັນທີ 1 ກັນຍາ 2021 ນີ້ແລ້ວ ແລະ ຊາວບ້ານ ກໍຈະນຳເງິນ ດັ່ງກ່າວ ໄປຊອກຊື້ ທີ່ດິນຕອນໃໝ່. ຊາວບ້ານ ກິ່ວງິ້ວ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ກັນຍາ ວ່າ:
“ເອີ ໂຍກຍ້າຍນີ້ ກະຈ່າຍ ແຕ່ດິນປຸກສ້າງ ຊີ້ແຫຼະ ຈ່າຍເຂົ້າບັນຊີ ແລ້ວກະມອບໃຫ້ ບັນຊີ, ກະຊິ ບໍ່ໄດ້ຫຼາຍ ຫັ້ນແຫຼະ ໄດ້ໝ້ອງ 300-400 ນີ້ ແຫຼະ [ລ້ານກີບ] ໂອ້ຍ… ກະຊິໄດ້ໄປ ຊື້ດິນໃໝ່ ຫັ້ນແຫຼະ ມັນຄົນເຮົາ ຊາວໄຮ່-ຊາວນາ ແລ້ວ ມັນບໍ່ຊື້ ກະບໍ່ໄດ້ ຫັ້ນແຫຼະ ດິນທຳການ ຜລິດນ່າ.”
ຊາວບ້ານ ທ່ານນີ້ ກ່າວຕື່ມວ່າ ແຕ່ລະຄອບຄົວ ກໍຈະໄດ້ຮັບ ເງິນຊົດເຊີຽ ແຕກຕ່າງກັນໄປ ແລ້ວແຕ່ວ່າ ໃຜມີດິນໜ້ອຍ ດິນຫຼາຍ, ເຮືອນຫຼັງນ້ອຍ ຫຼື ເຮືອນຫຼັງໃຫຍ່ ແຕ່ໂດຍລວມແລ້ວ ກໍເຫັນວ່າ ບໍ່ຢາກ ພໍໃຈປານໃດ ອີກທັງ ຍັງກັງວົນໃຈ ເຣື່ອງອາຊີບໃໝ່ ເພາະຈະບໍ່ສາມາດ ເຮັດນາໄດ້ ປະມານ 3 ປີ ຈົນກວ່າ ທາງການ ຈະຈັດສັນທີ່ດິນ ຕອນໃໝ່ ໃຫ້ກັບຊາວບ້ານ.
ຊາວບ້ານ ກັງວົນ ນຳເຣື່ອງ ດິນເຮັດກະສິກັມ ຫຼາຍກວ່າ ເພາະວ່າ ເວລາ ຊາວບ້ານ ຖືກໂຍກຍ້າຍ ໄປຢູ່ເຮືອນ ຈັດສັນ ໃໝ່ແລ້ວ ຈະບໍ່ມີ ດິນເຮັດການຜລິດ ກະສິກັມ ພຽງພໍ ຍ້ອນວ່າ ເນື້ອທີ່ ມີໜ້ອຍ ແລະ ເປັນບ່ອນສູງ ຊຶ່ງບໍ່ເໝາະສົມ ໃນການເຮັດນາ. ຊາວບ້ານ ກິ່ວງິ້ວ ອີກທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ກັນຍາ ວ່າ:
“ຕາມເບິ່ງນີ້ ກະບໍ່ ພໍ່ພຽງພໍ ແລ້ວເນີ ແຕ່ດິນທຳການຜລິດ ເບິ່ງປັດຈຸບັນນີ້ ກະຫຍຸ້ງຍາກ ພໍສົມຄວນເດີ ແຕ່ບ້ານປາງບົງ ກະຍັງບໍ່ກຸ້ມ ບໍ່ໄຄແລ້ວ ດິນທຳການຜລິດນັ້ນ.”
ບໍຣິສັດ ໂຮງໄຟຟ້າຫົງສາ, ທາງການລາວ ແລະ ຊາວບ້ານ ໄດ້ຕົກລົງກັນ ກ່ຽວກັບ ການຊົດເຊີຽ ເປັນຄັ້ງທຳອິດ ມູນຄ່າປະມານ 7 ຕື້ ກີບ ໃຫ້ຊາວບ້ານ ທີ່ສູນເສັຽດິນ 240 ຕອນ.
ສ່ວນການຈັດສັນທີ່ດິນ ເພື່ອການກະເສດ ໃຫ້ຊາວບ້ານ ກ່ອນໜ້ານີ້ ທາງການ ໄດ້ລົງກັນ ຈະຈັດສັນດິນປ່າ ໃຫ້ແກ່ຊາວບ້ານ ຕາມຈຳນວນ ແຮງງານ ໂດຍຈະບໍ່ບຸກເບີກ ເນື້ອທີ່ໃຫ້ ສນັ້ນ ຊາວບ້ານ ຈະຕ້ອງໄປບຸກເບີກ ແລະ ຖາງປ່າເອງ ສ່ວນວ່າ ດິນທີ່ ທາງການ ຈະມອບໃຫ້ນັ້ນ ເປັນດິນ ຢູ່ບ່ອນສູງ ບໍ່ສາມາດ ເຮັດນາໄດ້ ສນັ້ນ ຊາວບ້ານ ຈຳເປັນຕ້ອງມີ ອາຊີບໃໝ່ ມາທົດແທນ ການເຮັດນາ ເປັນຕົ້ນ ປູກສາລີ, ປູກໝາກເດືອຍ, ຢາງພາຣາ ຫຼື ພືດອື່ນໆ ໂດຍທາງການ ແລະ ບໍຣິສັດ ໂຮງໄຟຟ້າຫົງສາ ຈະເປັນ ຜູ້ຮັບຜິດຊອບ ໃນເຣື່ອງນີ້.
ເຈົ້າໜ້າທີ່ ເມືອງເງິນ ແຂວງໄຊຍະບູຣີ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ກັນຍາ ວ່າ:
“ຊົດເຊີຽອັນນ່າ ສິ່ງປຸກສ້າງ ກັບດິນປຸກສ້າງ ດິນກະສິກັມ ແມ່ນງວດຕໍ່ໄປ ຊົດເຊີຽແລ້ວ ກະບາດນັ້ນ ກະມາຈັດສັນ ອາຊີບເນາະ ຊິເບິ່ງອັນນັ້ນ ດິນການຜລິດຄືນ ບໍ່ໄດ້ບຸກເບີກ ມີແຕ່ຈັດສັນ ໃຫ້ເລີຍ ສ່ວນຫຼາຍ ມັນຈະບໍ່ມີດອກ ດິນບ່ອນເຮັດນາ ມັນມີ ຄວາມຄ່ອຍຊັນສູງ ຫ້ວຍກະຫ້ວຍເລິກ ຫັ້ນນ່າ ປູກສາລີ ປູກໝາກເດືອຍ ແມ່ນຫຍັງໄປ.”
ທ່ານ ກ່າວຕື່ມວ່າ ຫຼັງຈາກ ຊາວບ້ານກິ່ວງິ້ວ ໄດ້ຮັບ ການໂຍກຍ້າຍ ໄປຢູ່ ເຮືອນຈັດສັນໃໝ່ແລ້ວ, ບໍຣິສັດ ໂຮງໄຟຟ້າຫົງສາ ຈະຮັບຜິດຊອບ ຊ່ອຍເຫຼືອ ເຂົ້າສານ ໃຫ້ແກ່ຊາວບ້ານ ທຸກຄອບຄົວ ເປັນເວລາ 3 ປີ.
ການຊົດເຊີຽ ງວດຕໍ່ໄປ ຈະເປັນ ການຊົດເຊີຽ ດິນເຮັດກະສິກັມ ແລະ ຕົ້ນໄມ້ກິນໝາກ. ເຈົ້າໜ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູຣີ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ກັນຍາ ວ່າ:
“ການມອບເງິນນີ້ ກະຫາກໍ ເປັນຄັ້ງທີ 1 ຊິມີສືບຕໍ່ ຫຼາຍໆຢູ່ ແລ້ວກະ ຖ້າເຮືອນ ຖ້າໂຄງການ ສຳເລັດ ຊິມອບໃຫ້ ປະມານ ເດືອນທັນວາ ພຸ້ນແຫຼະ, ກຳລັງເລັ່ງ ການກໍ່ສ້າງ ເຮືອນນີ້ ໃຫ້ມັນແລ້ວ ເດືອນທັນວາ ເພາະວ່າ ດຽວນີ້ ມັນກະຍັງ ແຕ່ວຽກ ເຊົ່າຊື່ໆ ພວກທາສີທາຫຍັງ ນີ້ນ່າ ຣະບົບໄຟຟ້າ ກະຖືວ່າ ຕັ້ງເສົາຕັ້ງຫຍັງແລ້ວ ໝົດແລ້ວ ແຕ່ວ່າ ຍັງເດີນສາຍ ໄຟຟ້ານັ້ນ.”
ສ່ວນວຽກງານ ການກໍ່ສ້າງ ເຮືອນຈັດສັນໃໝ່ ແລະ ໂຄງການພື້ນຖານ ຕ່າງໆ ມູນຄ່າ 2.2 ລ້ານ ໂດລາຣ໌ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວວ່າ ປັດຈຸບັນ ມີຄວາມຄືບໜ້າ ໄປເກືອບ 80% ແລະ ຄາດວ່າ ວຽກງານທັງໝົດ ຈະສຳເຣັດ ໃນທ້າຍປີນີ້.
ໂຄງການກໍ່ສ້າງ ປະກອບມີ ການກໍ່ສ້າງ ເຮືອນຈັດສັນ 3 ປະເພດ ມີຈໍານວນ 136 ຫຼັງ ປັດຈຸບັນ ມີຄວາມຄືບໜ້າ 79%, ໂຄງການກໍ່ສ້າງ ໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ ຄືບໜ້າ 31%, ໂຄງການກໍ່ສ້າງ ຫ້ອງການບ້ານ ຄືບໜ້າ 28%, ການກໍ່ສ້າງ ລະບົບໄຟຟ້າ ຄືບໜ້າ 27%, ການກໍ່ສ້າງ ລະບົບນ້ຳປະປາ ຄືບໜ້າ 17% ແລະ ໂຄງການກໍ່ສ້າງ ເສັ້ນທາງ ພາຍໃນ ບ້ານຈັດສັນໃໝ່ ຄືບໜ້າ 14%.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພຍາຍາມ ຕິດຕໍ່ໄປຫາ ບໍຣິສັດ ໂຮງໄຟຟ້າຫົງສາ ຫຼາຍຄັ້ງ ເພື່ອຖາມຣາຍລະອຽດ ການຊົດເຊີຍ ເງິນໃຫ້ແກ່ ຊາວບ້ານ ແລະ ແຜນການ ໂຍກຍ້າຍຊາວບ້ານ ອອກຈາກພື້ນທີ່ ແຕ່ບໍ່ສາມາດຕິດຕໍ່ໄດ້.
ແຕ່ກ່ອນໜ້ານີ້ ໃນເວັນທີ 6 ມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ ໂຮງໄຟຟ້າຫົງສາ ເຄີຍກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ: ຜົລກະທົບ ທີ່ເກີດຂຶ້ນ ທັງໝົດນີ້ ແມ່ນເປັນ ຜົລມາຈາກ ໂຄງການ ຂຍາຍເນື້ອທີ່ ສັມປະທານ ບໍ່ຖ່ານຫີນ ຂອງໂຮງໄຟຟ້າຫົງສາ ຈຳນວນ 2,700 ເຮັກຕ້າຣ໌ ເພື່ອຄວາມປອດໄພ ຂອງໂຮງໄຟຟ້າຫົງສາ ໃນອະນາຄົດ.
ໂຮງໄຟຟ້າຫົງສາ ເປັນໂຮງໄຟຟ້າ ຖ່ານຫີນລິກໄນ້ທ໌ ທີ່ໃຫຍ່ທີ່ສຸດ ໃນປະເທດລາວ ຕັ້ງຢູ່ ເມືອງຫົງສາ ແຂວງໄຊຍະບູຣີ ໃກ້ກັບ ຊາຍແດນລາວ-ໄທຍ ມີເນື້ອທີ່ ສັມປະທານ 7,600 ເຮັກຕ້າຣ໌, ມີກຳລັງ ການຜລິດໄຟຟ້າ 1,878 ເມກາວັດ, ສົ່ງຂາຍໄຟຟ້າ ໃຫ້ແກ່ປະເທດໄທຍ ເປັນຫຼັກ ຈຳນວນ 1,473 ເມກາວັດ ໂດຍຜ່ານ ສາຍສົ່ງແຮງສູງ 500 ກິໂລວັດ, ແລະ ຂາຍໃຫ້ ຣັຖວິສາຫະກິຈໄຟຟ້າລາວ ຈຳນວນ 100 ເມກາວັດ ສ່ວນໄຟຟ້າທີ່ເຫຼືອ ນຳໃຊ້ ພາຍໃນໂຮງໄຟຟ້າ, ເຣີ່ມຜລິດ ໄຟຟ້າ ເປັນທາງການ ໃນເດືອນພຶສພາ 2015 ແລະ ມີໄລຍະ ການສັມປະທານ 25 ປີ.