ໃບຕາດິນຊ້ຳຊ້ອນ ຍັງສ້າງ ບັນຫາ

ການອອກ ໃບຕາດິນ ຊ້ຳຊ້ອນ ທີ່ກໍ່ໃຫ້ເກີດ ຄວາມຂັດແຍ່ງ ແລະ ສ້າງບັນຫາ ຢູ່ ສປປລາວ.

ເຂດທີ່ດິນ ທີ່ມີການຂັດແຍງກັນ ກັບຄອບຄົວຊາວນາ ທີ່ ເຮັດໄຮ່ເຮັດນາໃສ່ ມາໄດ້ຫຼາຍສິບປີ ແລະ ກໍໄດ້ເສັຽພາສີນໍາໃຊ້ທີ່ດິນ ມາໂດຍຕລອດ RFA/TP

ຜ່ານມາທາງການລາວ ໄດ້ກວດພົບການອອກບຕາດິນຊ້ຳຊ້ອນ ແລະ ການປອມແປງໃບຕາດິນ ຮວມທັງໝົດ 80 ກໍຣະນີ ເປັນຕົ້ນການ ແຈ້ງວ່າໃບຕາດິນເສັຽ ລູກລັກເອົາໃບຕາດິນຂອງພໍ່ແມ່ ແລ້ວປ່ຽນເປັນຊື່ໂຕເອງ. ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວຕໍ່ RFA ໃນວັນທີ 26 ສິງຫາ ວ່າ:

"ຢູ່ກອງປະຊຸມສະພາເພິ່ນກາເວົ້າວ່າ ພົບບັນຫາໃບຕາດິນທັບຊ້ອນ ການຊື້ຂາຍດິນ ບໍ່ເຖິງນີ້ຫັ້ນນ່າ ໃບແຈ້ງເສັຽທີ່ດິນຫັ້ນນ່າ ບາງຕອນ ກາມີ, ຄັນເຣື່ອງເວົ້າໂດນການປອມແປງ ເອກກະສານ ສົມມຸດວ່າກໍຣະນີຂ້ອຍບໍ່ໄດ້ຍີນຍອມ ແຕ່ເຈົ້າມີຄວາມສາມາດ ເຈົ້າມີເທັກນິກ ເຈົ້າມີເງິນແລ້ວໄປປອມແປງກະມີ ໂທດອາຍາ."

ນອກຈາກນີ້ ເຈົ້າໜ້າທີ່ຍັງກວດພົບເຫັນ ການນຳເອົາໃບຕາດິນ ທີ່ປະຊາຊົນນຳເອົາໄປຈຳ ກູ້ຢືມເງິນນອກຣະບົບນັ້ນ ໄປຄ້ຳປະກັນ ກູ້ຢືມ ທະນາຄານ ໃນກໍຣະນີນີ້ພົບເຫັນ ເປັນຈຳນວນຫຼາຍ ເຊິ່ງຍັງບໍ່ສາມາດແກ້ໄຂໄດ້.

"ຢູ່ເຂດບ້ານນັ້ນ ບ້ານນີ້ ມັນກາຫຼາຍກ່ຽວກັບທີ່ດິນຫັ້ນ ເພິ່ນກາເວົ້າແລ້ວຫ້າມໃຫ້ຜູ້ປະກອບການ ຫຼືນັກທຸຣະກິດອອກເງິນກູ້ຢືມນອກຣະບົບ ຫ້າມປະຊາຊົນ ໃບແຈ້ງນີ້ບໍ່ມີສິດຊື້ ບໍ່ມີສິດຂາຍ ຫ້າມເອົາໄປມອບໂອນແລກປ່ຽນ ຫ້າມເອົາໄປຈຳກັບບຸກຄົນ ເວລາມີບັນຫາມາ ແລະ ມັນຍາກແນວນີ້ລະ ຄັນດຶງອຳນາດຣັຖ ເຂົ້າໄປແກ້ໄຂ ກໍ່ແກ້ໄຂໃນແງ່ກົດໝາຍ."

ກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ເມື່ອເດືອນມິຖຸນາ ຜ່ານມາ ທ່ານ ສົມມາດ ພົນເສນາ ຣັຖມົນຕຣີກະຊວງ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ຣາຍງານວ່າ ກ່ຽວກັບການຄຸ້ມຄອງ ການອອກໃບຕາດິນ ແລະ ບັນຫາ ອອກໃບຕາດິນ ຊ້ຳຊ້ອນ ໃນໄລຍະຜ່ານມາ ແລະ ມາຕການແກ້ໄຂວ່າ ການຄຸ້ມຄອງທີ່ດິນໃນລາວ ແບ່ງອອກເປັນສາມໄລຍະ ຜ່ານການປະຕິບັດມາຮອດ ປັດຈຸບັນ ສາມາດອອກໃບຕາດິນໄດ້1.290.243 ຕອນ ແລະ ຂຶ້ນສຳມະໂນທີ່ດິນ ທົ່ວປະເທດ 3 ລ້ານປາຍຕອນ.

ອີງຕາມຂໍ້ມູນ ຈາກທະນາຄານແຫ່ງ ສປປ ລາວ ປັດຈຸບັນໃບຕາດິນ ຂອງນິຕິບຸກຄົນ ຫຼື ບຸກຄົນ ໄດ້ເອົາໄປຄ້ຳປະກັນ ການກູ້ຢືມ ຈາກ ທະນາຄານ ທຸຣະກິດ ຫຼື ສະຖານບັນການເງິນ ໃນຂອບເຂດທົ່ວປເທດ ມີທັງໝົດ 411.934 ຕອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org