ຂົວຂ້າມນໍ້າຂອງ ດອນໂຂງ

ທິວທັດ ທີ່ສວຍງາມ ແຂວງຈໍາປາສັກ ເບິ່ງໄປຈາກ ເທິງ ພູສາເຫລົ້າ
ທິວທັດ ທີ່ສວຍງາມ ແຂວງຈໍາປາສັກ ເບິ່ງໄປຈາກ ເທິງ ພູສາເຫລົ້າ (RFA)

0:00 / 0:00

ໂຄງການ ກໍ່ສ້າງ ຂົວ ຂ້າມນໍ້າຂອງ ດອນໂຂງ ແຂວງ ຈໍາປາສັກ ໃຊ້ ແຮງງານ ຈີນ ຫລາຍກວ່າ ແຮງງານ ລາວ.

ໂຄງການ ກໍ່ສ້າງ ຂົວ ຂ້າມນໍ້າຂອງ ເມືອງໂຂງ ແຂວງ ຈໍາປາສັກ ທີ່ ເຊື່ອມຕໍ່ ຣະຫວ່າງ ເສັ້ນທາງ ເລກທີ 13 ຫາ ດອນໂຂງ ນັ້ນ ໃຊ້ ແຮງງານ ຈີນ ຫລາຍກວ່າ ແຮງງານ ລາວ ເພາະ ບໍຣິສັດ ຮັບເໝົາ ກໍ່ສ້າງ ເປັນ ບໍຣິສັດ ຈາກຈີນ. ດັ່ງ ເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຈໍາປາສັກ ເວົ້າວ່າ:

"ແມ່ນແຫລະ ເພາະວ່າ ບໍຣິສັດ ຈີນ ແຮງງານ ສ່ວນຫລາຍ ແມ່ນຈີນ ແຮງງານ ລາວ ຈໍານວນ ໜຶ່ງ ສ່ວນຫລາຍ ເຂົາກໍຈ້າງ ເປັນ ກັມມະກອນ ຣາຍວັນ ເປັນສັງ ຈໍານວນໜຶ່ງ ແຕ່ວ່າເປັນ engineer ເປັນ ໂຕສໍາຄັນ ແມ່ນ ຈີນ ໝົດ".

ທ່ານເວົ້າ ຕໍ່ໄປວ່າ ສໍາລັບ ຈໍານວນ ຂອງ ແຮງງານ ຈີນ ແລະ ແຮງງານ ລາວ ເທົ່າໃດກັນແທ້ ນັ້ນ ຍັງບໍ່ທັນ ໄດ້ຮັບການ ຣາຍງານ ຈາກ ທາງ ບໍຣິສັດ ຮັບເໝົາ ເທື່ອ. ແຕ່ເຣື່ອງ ຄ່າແຮງງານ ຂອງ ຄົນງານລາວ ນັ້ນ ແມ່ນບໍ່ມີ ບັນຫາ ແຕ່ຢ່າງໃດ. ສາເຫດ ທີ່ມີການ ເອົາແຮງງານ ຈີນ ເຂົ້າມາ ຫລາຍ ກໍຍ້ອນ ທາງ ໂຄງການ ຢາກໃຫ້ວຽກ ກໍ່ສ້າງ ສໍາເຣັດ ຕາມແຜນ ທີ່ວາງໄວ້.

ຂົວ ແຫ່ງນີ້ ມີຄວາມຍາວ ປະມານ 600 ແມັຕ, ກວ້າງ 9 ແມັຕ ປັຈຈຸບັນ ການກໍ່ສ້າງ ຄືບໜ້າໄປ ແລ້ວ 48 ສ່ວນຮ້ອຍ ຊຶ່ງດຽວນີ້ ກໍາລັງ ກະຕຣຽມ ແບບ ເພື່ອ ຖອກຊີເມັນ ຂ້າງ ຂົວ ກໍານົດ ຈະສ້າງແລ້ວ ຕາມເປົ້າໝາຍ ແລະ ເປີດໃຊ້ ໃນປີ 2014.

ໃນຣະຍະ ຫລັງໆມານີ້ ຫລາຍໆ ໂຄງການ ໃນລາວ ເປັນຕົ້ນ ໂຄງການ ເສຖກິດ ເລີ່ມມີ ແຮງງານ ຕ່າງປະເທດ ຫລາຍກວ່າ ແຮງງານລາວ ຫລາຍຂຶ້ນ ແລະ ຫລາຍ ໂຄງການ ໃຫຍ່ໆ ທີ່ ຈະເກີດຂຶ້ນ ມໍ່ໆນີ້ ເປັນຕົ້ນ ການສ້າງເດີ່ນບິນ ໃນ ແຂວງຫົວພັນ ຫລື ໂຄງການ ສ້າງທາງ ຣົດໄຟ ລາວ-ວຽດນາມ ກໍມີແນວໂນ້ມ ວ່າຈະໃຊ້ ແຮງງານ ຈາກ ຕ່າງ ປະເທດ.