ອັດຕາແລກປ່ຽນເງິນຕາຕ່າງປະເທດ, ລາຄາ ຄໍາ ແລະ ນໍ້າມັນເຊຶ້ອໄຟ ປະຈໍາວັນທີ 20 ທັນວາ 2024

ອັດຕາແລກປ່ຽນເງິນ ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 20 ທັນວາ 2024, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.

ຮູບພາບປະກອບ: ພະນັກງານຮ້ານຄ້າແຫ່ງໜຶ່ງ ກຳລັງທອນເງິນ ໃຫ້ລູກຄ້າທີ່ຊື້ເຄື່ອງ ໃນນະຄອນຫຼວງວຽງຈັນ ເມື່ອວັນທີ 26 ກໍລະກົດ 2023 ຮູບພາບຈາກພົນລະເມືອງ

ອັດຕາການແລກປ່ຽນເງິນຕາຕ່າງປະເທດ ປະຈໍາວັນທີ 20 ເດືອນທັນວາ 2024 ອີງຕາມຂໍ້ມູນ ຈາກທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ມີດັ່ງນີ້: ເງິນໂດລ້າສະຫະລັດ ອັດຕາຊື້ 1 ໂດລ້າ ເທົ່າກັບ 21,496 ກີບ, ອັດຕາຂາຍ ເທົ່າກັບ 21,925 ກີບ; ເງິນບາດໄທ ອັດຕາຊື້ 1 ບາດ ເທົ່າກັບ 619.57 ກີບ, ອັດຕາຂາຍ ເທົ່າກັບ 631.96 ກີບ; ເງິນຢວນຈີນ ອັດຕາຊື້ 1 ຢວນ ເທົ່າກັບ 2,889 ກີບ, ອັດຕາຂາຍ ເທົ່າກັບ 2,946 ກີບ; ເງິນດົງຫວຽດນາມ ອັດຕາຊື້ 1 ດົງ ເທົ່າກັບ 0.8781 ກີບ, ອັດຕາຂາຍ ເທົ່າກັບ 0.8956 ກີບ.

ລາຄາຊື້-ຂາຍຄໍາ ປະຈໍາວັນທີ 20 ເດືອນທັນວາ 2024 ອີງຕາມຂໍ້ມູນ ຈາກຮ້ານຄໍາພູວົງ. ຄໍາຮູບປະພັນ 1 ບາດ ລາຄາຂາຍ 28,019,000 ກີບ, ລາຄາຊື້ 27,110,000 ກີບ; ຄໍາຮູບປະພັນ 1 ສະຫຼຶງ ລາຄາຂາຍ 7,009,000 ກີບ, ລາຄາຊື້ 6,755,000 ກີບ; ແລະຄໍາແທ່ງ 1 ບາດ ລາຄາຂາຍ 27,910,000 ກີບ, ລາຄາຊື້ 27,380,000 ກີບ.

ລາຄານໍ້າມັນ ຢູ່ນະຄອນຫຼວງວຽງຈັນ ອີງຕາມການປັບລາຄາ ປະຈໍາຄັ້ງວັນທີ 19 ທັນວາ 2024 ຈາກກະຊວງອຸດສາຫະກໍາ ແລະການຄ້າ ປະກອບດ້ວຍ: ແອັດຊັງພິເສດ 95 ລາຄາ 29,960 ກີບຕໍ່ລິດ; ແອັດຊັງທໍາມະດາ 91 ລາຄາ 23,400 ກີບຕໍ່ລິດ; ແລະ ກາຊວນ ລາຄາ 19,250 ກີບຕໍ່ລິດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org