ອັດຕາແລກປ່ຽນເງິນຕາຕ່າງປະເທດ, ລາຄາ ຄໍາ ແລະ ນໍ້າມັນເຊຶ້ອໄຟ ປະຈໍາວັນທີ 19 ທັນວາ 2024

ອັດຕາແລກປ່ຽນເງິນ ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 19 ທັນວາ 2024, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.

ຮູບພາບປະກອບ: ທະນາຄານພົງສະຫວັນ ສາຂາແຫ່ງໜຶ່ງ ຢູ່ ສປປ ລາວ RFA

ອັດຕາແລກປ່ຽນເງິນຕາ ປະຈໍາວັນທີ 19 ທັນວາ 2024 ນີ້ ຕາມລາຍງານຂອງທະນາ ຄານການຄ້າຕ່າງປະເທດລາວ ມະຫາຊົນ, ເງິນໂດລາສະຫະຣັດ ອັດຕາຊື້ 1 ໂດລາ - 21,498 ກີບ, ອັດຕາຂາຍ 1 ໂດລາ - 21,927 ກີບ; ເງິນບາດໄທ ອັດຕາຊື້ 1 ບາດ - 621.69​ ກີບ, ອັດຕາຂາຍ 1 ບາດ - 634.12 ກີບ; ເງິນຢວນຈີນ ອັດຕາຊື້ 1 ຢວນ - 2,888 ກີບ, ອັດຕາຂາຍ 1 ຢວນ - 2,945 ກີບ; ແລະ ເງິນດົງຫວຽດນາມ ອັດຕາຊື້ 1 ດົງ - 0.8783 ກີບ, ອັດຕາຂາຍ 1 ດົງ - 0.8958 ກີບ.    

ລາຄານໍ້າມັນເຊື້ອໄຟ ອີງຕາມລາຄານໍ້າມັນເຊື້ອໄຟ ທີ່ກະຊວງອຸດສາຫະກໍາ ແລະການຄ້າ ປັບຄັ້ງວັນທີ 18 ທັນວາ 2024 ນີ້, ຢູ່ນະຄອນຫຼວງວຽງຈັນ ແອັດຊັງພິເສດ ລິດຫນຶ່ງ 29,960 ກີບ, ແອັດຊັງທໍາມະດາ ລິດຫນຶ່ງ 23,400 ກີບ  ແລະກາຊວນ ລິດຫນຶ່ງ 19,250 ກີບ.  

ສໍາລັບລາຄາຊື້-ຂາຍຄໍາ ໃນມື້ວັນທີ 19 ທັນວາ 2024 ນີ້ ຢູ່ຮ້ານຄໍາພູວົງ, ຄໍາຮູບປະພັນ ລາຄາຂາຍ 1 ບາດ - 28,119,000 ກີບ, 1 ສະຫຼຶງ - 7,034,000 ກີບ; ລາຄາຊື້ 1 ບາດ - 27,210,000 ກີບ, 1 ສະຫຼຶງ - 6,780,000 ກີບ; ຄໍາແທ່ງ ລາຄາຂາຍ 1 ບາດ - 28,010,000 ກີບ, ລາຄາຊື້ 1 ບາດ - 27,480,000 ກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org