ສະຫຼຸບທາງການເງິນ ປະຈໍາວັນທີ 27 ເດືອນພະຈິກ 2024

ອັດຕາແລກປ່ຽນເງິນ ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 27 ພະຈິກ 2024, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.

ຮູບພາບປະກອບ: ໂຕຢ່າງການແລກປ່ຽນເງິນ ຢູ່ ສປປ ລາວ RFA

ອັດຕາການແລກປ່ຽນເງິນຕາຕ່າງປະເທດ ປະຈໍາວັນທີ 27 ເດືອນພະຈິກ 2024 ອີງຕາມຂໍ້ມູນ ຈາກທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ມີດັ່ງນີ້:

ເງິນໂດລ້າສະຫະລັດ: ອັດຕາຊື້ 1 ໂດລ້າ ເທົ່າກັບ 21,743 ກີບ, ອັດຕາຂາຍ ເທົ່າກັບ 22,009 ກີບ. ເງິນບາດໄທ: ອັດຕາຊື້ 1 ບາດ ເທົ່າກັບ 621.94 ກີບ, ອັດຕາຂາຍ ເທົ່າກັບ 634.37 ກີບ. ເງິນຢວນຈີນ: ອັດຕາຊື້ 1 ຢວນ ເທົ່າກັບ 2,957 ກີບ, ອັດຕາຂາຍ ເທົ່າກັບ 3,016 ກີບ.ເງິນດົ້ງຫວຽດນາມ: ອັດຕາຊື້ 1 ດົ້ງ ເທົ່າກັບ 0.8894 ກີບ, ອັດຕາຂາຍ ເທົ່າກັບ 0.9071 ກີບ.

ລາຄາຊື້-ຂາຍຄໍາ ປະຈໍາວັນທີ 27 ເດືອນພະຈິກ 2024 ອີງຕາມຂໍ້ມູນ ຈາກຮ້ານຄໍາພູວົງ. ຄໍາຮູບປະພັນ 1 ບາດ ລາຄາຂາຍ 28,349,000 ກີບ, ລາຄາຊື້ 27,440,000 ກີບ; ຄໍາຮູບປະພັນ 1 ສະຫຼຶງ ລາຄາຂາຍ 7,089,000 ກີບ, ລາຄາຊື້ 6,835,000 ກີບ;  ແລະຄໍາແທ່ງ 1 ບາດ ລາຄາຂາຍ 28,240,000 ກີບ, ລາຄາຊື້ 27,710,000 ກີບ.

ລາຄານໍ້າມັນ ຢູ່ນະຄອນຫຼວງວຽງຈັນ ຍັງອີງຕາມ ການປັບລາຄາ ປະຈໍາຄັ້ງວັນທີ 20 ພະຈິກ 2024 ຈາກກະຊວງອຸດສາຫະກໍາ ແລະການຄ້າ ປະກອບດ້ວຍ: ແອັດຊັງພິເສດ 95 ລາຄາ 29,410 ກີບຕໍ່ລິດ, ແອັດຊັງທໍາມະດາ 91 ລາຄາ 22,660 ກີບຕໍ່ລິດ, ແລະກາຊວນ ລາຄາ 19,110 ກີບຕໍ່ລິດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org