ອັດຕາແລກປ່ຽນເງິນຕາ, ລາຄາ ຄໍາ ແລະ ນໍ້າມັນເຊື້ອໄຟ (21 ກຸມພາ 2025)

ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ລາຄາຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 21 ກຸມພາ 2025.

ຮູບພາບປະກອບ: ຮ້ານ ຊື້-ຂາຍ ຄຳ ແຫ່ງໜຶ່ງ ຢູ່ນະຄອນຫຼວງວຽງຈັນ. ເດືອນພະຈິກ ປີ 2024. RFA

ອັດຕາແລກປ່ຽນເງິນຕາ ປະຈໍາວັນທີ 21 ກຸມພາ 2025 ນີ້ ຕາມລາຍງານຂອງທະນາຄານ ການຄ້າຕ່າງປະເທດ ລາວ ມະຫາຊົນ:

ເງິນໂດລ້າ (ສະຫະລັດ): ອັດຕາຊື້ 1 ໂດລ້າ - 21,405 ກີບ, ອັດຕາຂາຍ 1 ໂດລ້າ - 21,709 ກີບ.

ເງິນບາດ (ໄທ): ອັດຕາຊື້ 1 ບາດ - 629.20​ ກີບ, ອັດຕາຂາຍ 1 ບາດ - 641.78 ກີບ. ເງິນຢວນ (ຈີນ): ອັດຕາຊື້ 1 ຢວນ - 2,918 ກີບ, ອັດຕາຂາຍ 1 ຢວນ - 2,976 ກີບ.

ເງິນດົງ (ຫວຽດນາມ): ອັດຕາຊື້ 1 ດົງ - 0.8728 ກີບ, ອັດຕາຂາຍ 1 ດົງ - 0.8902 ກີບ.

    

ລາຄານໍ້າມັນເຊື້ອໄຟ ອີງຕາມລາຄາ ທີ່ລັດວິສາຫະກິດນໍ້າມັນເຊື້ອໄຟລາວກໍານົດ, ຢູ່ນະຄອນຫຼວງວຽງຈັນ ວັນທີ 21 ກຸມພານີ້:

  • ແອັດຊັງພິເສດ ລິດໜຶ່ງ 29,850 ກີບ.
  • ແອັດຊັງທໍາມະດາ ລິດໜຶ່ງ 23,450 ກີບ.
  • ກາຊວນ ລິດໜຶ່ງ 19,610 ກີບ.  



ລາຄາຊື້-ຂາຍຄໍາ ໃນມື້ວັນທີ 21 ກຸມພາ 2025 ນີ້, ຢູ່ຮ້ານຄໍາພູວົງ:

ຄໍາຮູບປະພັນ ລາຄາຂາຍ: 1 ບາດ - 30,539,000 ກີບ, 1 ສະຫຼຶງ - 7,639,000 ກີບ.

ຄຳຮູບປະພັນ ລາຄາຊື້: 1 ບາດ - 29,630,000 ກີບ, 1 ສະຫຼຶງ - 7,385,000 ກີບ.

ຄໍາແທ່ງ: ລາຄາຂາຍ 1 ບາດ - 30,430,000 ກີບ, ລາຄາຊື້ 1 ບາດ - 29,900,000 ກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org