ອັດຕາແລກປ່ຽນເງິນຕາ, ລາຄາ ຄໍາ ແລະ ນໍ້າມັນເຊື້ອໄຟ (13 ກຸມພາ 2025)

ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ລາຄາຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 13 ກຸມພາ 2025.

ຮູບພາບປະກອບ: ພົນລະເມືອງ ຄົນໜຶ່ງ ມາຊື້ໝາກໄມ້ ຢູ່ຕະຫຼາດ ແຫ່ງໜຶ່ງ. ເດືອນມິຖຸນາ ປີ 2022. RFA

ອັດຕາການແລກປ່ຽນເງິນຕາຕ່າງປະເທດ ປະຈໍາວັນທີ 13 ເດືອນກຸມພາ 2025 ອີງຕາມຂໍ້ມູນ ຈາກທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ມີດັ່ງນີ້:

ເງິນໂດລ້າສະຫະລັດ: ອັດຕາຊື້ 1 ໂດລ້າ ເທົ່າກັບ 21,425 ກີບ, ອັດຕາຂາຍ ເທົ່າກັບ 21,781 ກີບ. 

ເງິນບາດໄທ: ອັດຕາຊື້ 1 ບາດ ເທົ່າກັບ 631.27 ກີບ, ອັດຕາຂາຍ ເທົ່າກັບ 643.89 ກີບ.

ເງິນຢວນຈີນ: ອັດຕາຊື້ 1 ຢວນ ເທົ່າກັບ 2,895 ກີບ, ອັດຕາຂາຍ ເທົ່າກັບ 2,952 ກີບ.

ເງິນດົງຫວຽດນາມ: ອັດຕາຊື້ 1 ດົງ ເທົ່າກັບ 0.8719 ກີບ, ອັດຕາຂາຍ ເທົ່າກັບ 0.8893 ກີບ.

ລາຄາຊື້-ຂາຍຄໍາ ປະຈໍາວັນທີ 13 ກຸມພາ 2025 ອີງຕາມຂໍ້ມູນ ຈາກຮ້ານຄໍາພູວົງ.

ຄໍາຮູບປະພັນ 1 ບາດ ລາຄາຂາຍ 30,259,000 ກີບ, ລາຄາຊື້ 29,350,000 ກີບ.

ຄໍາຮູບປະພັນ 1 ສະຫຼຶງ ລາຄາຂາຍ 7,569,000 ກີບ, ລາຄາຊື້ 7,315,000 ກີບ 

ຄໍາແທ່ງ 1 ບາດ ລາຄາຂາຍ 30,150,000 ກີບ, ລາຄາຊື້ 29,620,000 ກີບ.

ລາຄານໍ້າມັນ ຢູ່ນະຄອນຫຼວງວຽງຈັນ ອີງຕາມການປັບລາຄາ ປະຈໍາຄັ້ງວັນທີ 12 ກຸມພາ 2025 ຈາກກະຊວງອຸດສາຫະກໍາ ແລະການຄ້າ ປະກອບດ້ວຍ:

  • ແອັດຊັງພິເສດ 95 ລາຄາ 29,830 ກີບຕໍ່ລິດ.
  • ແອັດຊັງທໍາມະດາ 91 ລາຄາ 23,450 ກີບຕໍ່ລິດ.
  • ກາຊວນ ລາຄາ 19,560 ກີບຕໍ່ລິດ.
2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org