ກໍຣະນີການຢ່າຮ້າງຢູ່ລາວ
ຢູ່ປະເທດລາວ ມີ ກໍຣະນີ ການຢ່າຮ້າງ ກັນຫຼາຍຂຶ້ນ ເພາະ ມີການຕິດຕໍ່ ທີ່ໄວ ແລະ ທັນສມັຍ ເສຖກິດ ກໍ ດີຂຶ້ນ.
-
ອະວາຣີ
2017-01-06 -
-
-
Your browser doesn’t support HTML5 audio
ໃນລະຍະສາມສີ່ປີ ທີ່ຜ່ານມາ ປະເທດລາວ ມີການຢ່າຮ້າງກັນ ຫຼາຍຂຶ້ນ. ສາເຫດໃຫຍ່ ແມ່ນເປັນຍ້ອນ ການສື່ສານ ວ່ອງໄວທັນສມັຍ ແລະ ເສຖກິດ ກໍດີຂຶ້ນ. ເຈົ້າໜ້າທີ່ ສະຫະພັນ ແມ່ຍິງລາວ ທ່ານນຶ່ງ ໃຫ້ຄຳອະທິບາຍ ກ່ຽວກັບ ເຣື່ອງນີ້ຕື່ມວ່າ:
“ອັນສາເຫດທີ່ມັນເປັນແບບນີ້ ອັນນຶ່ງຍ້ອນສາເຫດ ໂລກອອນລາຍ ໂລກອອນລາຍ ມັນຕິດຕໍ່ພົວພັນ ກັນງ່າຍເນີ ຕິດຕໍ່ກັນງ່າຍ ຄົບກັນງ່າຍ ປຽບສະເໝືອນວ່າ ຢູ່ໃກ້ກັນ ຕະຫຼອດ ບັດນີ້ແລ້ວ ເຮັດໃຫ້ສັງຄົມ ການຢ່າຮ້າງ ເພິ້ມຂື້ນ. ອັນທີ່ສອງມາ ເຣື່ອງດ້ານເສຖກິດ ກໍ່ມີສ່ວນເນີ້ ເສຖກິດຂຍາຍຕົວ ບາງຄົນ ກໍ່ມີເງິນ ຈັ່ງຊິນະ ມີເງິນແລ້ວ ກໍຫລິ້ນກິນ ຟຸມເຟືອຍ ບໍ່ໄດ້ຄຳນຶ່ງເຖິງ ຄອບຄົວນີ້ນະ.”
ເຈົ້າໜ້າທີ່ຜູ້ນີ້ ອະທິບາຍ ອີກວ່າ ປັດຈຸບັນ ຄູ່ຜົວເມັຽ ມັກມີບັນຫາ ຄອບຄົວ ເພາະຜູ້ເປັນຜົວ ຫລືເມັຽ ມັກຕິດຕໍ່ພົວພັນ ກັບຄົນອື່ນ ທາງ ໂທຣະສັບ ຫລື ສື່ສັງຄົມອອນລາຍ; ແລ້ວຜົວເມັຽ ກໍຣະແວງ ສົງໃສກັນ ຜິດຖຽງກັນ ແລະສຸດທ້າຍ ກໍປະຮ້າງກັນ. ອີກສາເຫດນຶ່ງ ເມື່ອ ມີເງິນ ລ້ຳລວຍຂຶ້ນ ໂດຍສະເພາະ ຜູ້ຊາຍ ຫລື ຜູ້ເປັນຜົວ ມັກຈະມີຊູ້ ມີແຟນ ຫລື ເມັຽນ້ອຍ ແລະຫຼາຍຄອບຄົວ ທີ່ມີບັນຫາ ແບບນີ້ ກໍ ມັກຈະແຕກແຍກກັນ ໃນທີ່ສຸດ.
ສານປະຊາຊົນສູງສຸດ ຂອງລາວຣາຍງານ ເມື່ອປີກາຍວ່າ ນັບແຕ່ປີ 2011 ເຖິງປີ 2016 ສານໃນ ທົ່ວປະເທດ ໄດ້ພິຈາຣະນາ ຄະດີແພ່ງ ຫຼາຍພັນຄະດີ ຊຶ່ງໃນນັ້ນ ສ່ວນຫຼາຍ ແມ່ນຄະດີ ຢ່າຮ້າງ ລອງລົງມາ ກໍແມ່ນຄະດີ ໜີ້ສິນ ແລະ ຄະດີຊັພສິນ.