ທາງການລາວ ກວດພົບໂຄງການ ທີມີມູນຄ່າສູງເກີນຈິງ

ນັບຕັ້ງແຕ່ ປີ 2019 ເປັນຕົ້ນມາ ທາງການລາວກວດພົບ ໂຄງການຕ່າງໆ ທີ່ກຳລັງຢູ່ໃນຂັນຕອນ ການພິຈາຣະນາອະນຸມັດ ມີມູນຄ່າສູງເກີນຈິງ ຊຶ່ງຖືເປັນການສວຍໂອກາດ ສໍ້ຣາດບັງຫຼວງ ແລະອາດສ້າງຄວາມເສັຽ ຫາກໂຄງການເຫຼົ່າຜ່ານ.

ຣັຖບານລາວ ກວດພົບໂຄງການ ທີ່ມີມູນຄ່າສູງເກີນຈິງ ເກືອບເຖິງ 1,800 ຕື້ກີບ (ພຶສຈິກາ 2021) ຮູບພາບຈາກ ວິດີໂອ: LNTV

ຣັຖບານລາວ ໄດ້ກວດກາຄືນຫຼາຍໂຄງການ ແຕ່ເດືອນສິງຫາ 2019 ເຖິງເດືອນເມສາ 2021 ທີ່ມີມູນຄ່າສູງເກີນຈິງ ແລະໂຄງການທີ່ບໍ່ທັນໄດ້ຜ່ານ ການຮັບຮອງຈາກສະພາແຫ່ງຊາດ ຫລືໂຄງການນອກແຜນ.

ທາງການລາວໄດ້ກວດກາໂຄງການ ທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປທັນ 206 ໂຄງການ,ມູນຄ່າ 97,000 ປາຍຕື້ກີບ ແລະໄດ້ກວດກາແລ້ວ 760 ໂຄງການ ຊຶ່ງມີມູນຄ່າ 55,000 ປາຍຕື້ກີບ. ແຕ່ຜ່ານການກວດກາຄືນພົບວ່າ ຕົວເລກບໍ່ສອດຄ່ອງຈໍານວນ 1,700 ປາຍຕື້ກີບ ແລະ 383,000 ໂດລາສະຫະຣັຖ ຊຶ່ງເປັນຕົວເລກທີ່ສູງກວ່າມູນຄ່າຕົວຈິງ ທີ່ຈະຕ້ອງໄດ້ຫັກອອກຈາກມູນຄ່າຂອງໂຄງການ ແລະເກັບກູ້ຄືນ ທັງໝົດເກືອບເຖິງ 1,800 ຕື້ກີບ, ອີງຕາມຣາຍງານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະ ຊວງແຜນການ ແລະການລົງທຶນ ຕໍ່ກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ໃນມື້ວັນທີ 3 ພຶສຈິການີ້.

ໂຄງການ ທີ່ຖືກກວດພົບວ່າມີມູນຄ່າເກີນຄວາມຈິງນັ້ນ ສ່ວນຫຼາຍແມ່ນກ່ຽວຂ້ອງກັບການສວຍໂອກາດສໍ້ຣາດບັງຫຼວງ, ເຈົ້າໜ້າທີ່ຣັຖຕັ້ງມູນຄ່າຂອງໂຄງການສູງເກີນຈິງ ດັ່ງອາດີດເຈົ້າໜ້າທີ່ທີ່ຮູ້ກ່ຽວກັບເຣື່ອງນີ້ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 4 ພຶສຈິການີ້ວ່າ:

ໂຄງການຫັ້ນ ສ່ວນຫຼາຍມັນເປັນໂຄງການ ທີ່ເກີນຄວາມເປັນຈິງ ມັນເປັນໂຄງ ການບວກໃຫ້ການສໍ້ຣາດບັງຫຼວງ ຫຼາຍກວ່າຫັ້ນນ່າ ຣັຖບານໃໝ່ເພິ່ນຫັ້ນ ເພິ່ນມີແຜນແລ້ວ ອັນນີ້ເພິ່ນມາຜ່ານຢູ່ສະພາ ເຂັ້ມງວດທາງການຄໍຣັບຊັນ.

ທ່ານກ່າວຕື່ມວ່າ ຈາກການຣາຍງານຜົລການກວດກາໃນເທື່ອນີ້ ຈະນໍາໄປສູ່ການລົງວິນັຍເຈົ້າໜ້າທີ່ ທີ່ມີການກ່ຽວຂ້ອງ ຊຶ່ງທ່ານເຊື່ອວ່າ ຈະເຮັດໃຫ້ເຈົ້າໜ້າທີ່ຫຼາຍພາກສ່ວນຢ້ານ ແລະບໍ່ກ້າເຮັດຄວາມຜິດ. ແລະວ່າ ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ກໍເອົາຈິງເອົາຈັງໃນການປາບ ເຣື່ອງການສໍ້ຣາດບັງຫຼວງນີ້ຢູ່ແລ້ວ. ຕໍ່ກອງປະຊຸມສະພາແຫ່ງຊາດ ທ່ານ ສອນໄຊ ສີພັນດອນ ກ່າວວ່າ ໂຄງການທີ່ມີມູນຄ່າຕໍ່າກວ່າ 10 ຕື້ກີບລົງມາ ມີປະມານ 4,300 ໂຄງການ. ໃນນັ້ນ ໄດ້ກວດກາສໍາເຣັດແລ້ວປະມານ 1,200 ໂຄງການ ທີ່ກວດພົບຕົວເລກມູລຄ່າ ບໍ່ສອດຄ່ອງປະມານ 26 ຕື້ກີບ ແລະປະມານ 15 ພັນໂດລາສະຫະຣັຖ ແລະກວດພົບອີກ 62 ໂຄງການ ທີ່ມີມູນຄ່າສູງກວ່າມູນຄ່າຕົວຈິງ ທີ່ທາງການໄດ້ກໍານົດປະມານ 20%.

ໃນຂະນະດຽວກັນ ຢູ່ບາງແຂວງ ບໍ່ມີຣາຍງານກ່ຽວກັບການກວດພົບໂຄງການ ທີ່ມີມູລຄ່າສູງເກີນຈິງ ແລະໂຄງການນອກແຜນ. ສ່ວນໂຄງການ ທີ່ຖືກກວດພົບວ່າ ມີຄວາມຜິດພາດນັ້ນ ເຈົ້າໜ້າທີ່ຂັ້ນແຂວງທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 4 ພຶສຈິການີ້ວ່າ ບໍ່ຮູ້ນໍາເພິ່ນ ວ່າຈະຖືກກວດກາ ແລະລົງວິນັຍເຈົ້າໜ້າທີ່ ທີ່ມີສ່ວນກ່ຽວຂ້ອງນັ້ນແນວໃດ:

ຢູ່ແຂວງໄທເຮົາ ມັນບໍ່ມີແລ້ວໂຄງການນອກແຜນ. ໂອ໋ ອັນນີ້ບໍ່ຮູ້ນໍາເພິ່ນແຫຼະ ອີງໃສ່ກົດໝາຍ ນິຕິກໍາກົດໝາຍ ອີງຕາມກົດໝາຍວ່າໜັກຫລືເບົາ ບໍ່ສາມາດສິເວົ້າໄດ້.

ໃນຂະນະດຽວກັນ ຊາວລາວທ່ານນຶ່ງ ກໍກ່າວໂດຍເຊື່ອວ່າ ພາຍຫລັງທີ່ກະຊວງແຜນການແລະການລົງທຶນ ໄດ້ກວດກາຄືນແຕ່ລະໂຄງການ ແລະພົບມູນຄ່າເກີນຄວາມເປັນຈິງ ແລ້ວ ກໍຈະມີການລົງວິນັຍເຈົ້າໜ້າທີ່ທີ່ມີສ່ວນກ່ຽວຂ້ອງ ຢ່າງແນ່ນອນ ເພື່ອບໍ່ໃຫ້ຜູ້ອື່ນເອົາເປັນແບບຢ່າງ:

ການປະຕິບັດວິນັຍຕໍ່ຜູ້ກະທໍາຜິດ ຕໍ່ຜູ້ທີ່ອັນນັ້ນນ່າ ອັນນີ້ລະມັນເປັນຂັ້ນຕອນມັນເນາະ ມັນແລ້ວແຕ່ລະກໍຣະນີວ່າຊັ້ນສາ ຜູ້ໜັກຜູ້ເບົາ ໂຄງການນຶ່ງບໍ່ແມ່ນຜູ້ດຽວເຮັດໃດ໋ ເບິ່ງຄວາມຮັບຜິດຊອບຂອງຜູ້ໃດ໋.

ປະຊາຊົນອີກຈໍານວນນຶ່ງ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງວິນັຍເຈົ້າໜ້າທີ່ທີ່ມີສ່ວນກ່ຽວຂ້ອງກັບໂຄງການ ທີ່ສແວງຫາຜົລປໂຍດສ່ວນຕົວ ເພື່ອເຮັດໃຫ້ກົດໝາຍຂອງຣັຖມີຄວາມສັກສິດ ດັ່ງຊາວລາວຜູ້ນຶ່ງເວົ້າວ່າ:

ຢາກໃຫ້ເພິ່ນປະຕິບັດແນວນັ້ນຫັ້ນແຫຼະ ຍ້ອນວ່າຫາສິດຜົລປໂຍດສ່ວນຕົວນ່າ ອັນນີ້ນ່າ ອັນນີ້ເວົ້າເຣື່ອງກົດໝາຍແລ້ວ ມັນເປັນການທໍາຣາຍກົດໝາຍເດ໋ ໃຫ້ລະແມ່ນບໍ່ມີປະສິດທິຜົລຫຍັງ.

ເມື່ອກ່ອນໜ້ານີ້ ໃນປີ 2019 ຣັຖບານກໍໄດ້ກວດພົບ ໂຄງການພັທນາຕ່າງໆຫຼາຍໂຄງການ ທີ່ບໍຣິສັດເອກຊົນເປັນຜູ້ລົງທຶນໃຫ້ກ່ອນ ໂດຍໄດ້ປະເມີນມູລຄ່າສູງເກີນຈິງເຊັ່ນກັນ ຊຶ່ງມີສ່ວນເຮັດໃຫ້ຣັຖບານລາວເປັນໜີ້ເພີ່ມສູງຂຶ້ນ ຈາກການກູ້ຢືມທຶນ ທັງພາຍໃນ ແລະຕ່າງປະເທດ ເພື່ອນໍາມາໃຊ້ສໍາລັບດຸ່ນດ່ຽງງົບປະມານຣາຍຈ່າຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org