ຣະບົບປັ້ມນ້ຳຂອງເຂື່ອນ ໄຊຍະບູຣີ
ບໍຣິສັດ ຊີແລມ ຊນະ ປະມູນ ສັນຍາຈ້າງ ສ້າງ ຣະບົບ ປັ້ມນ້ຳ ສຳລັບ ທາງ ປາຜ່ານ ໃນ ໂຄງການ ເຂື່ອນ ໄຊຍະບູຣີ.
-
ສິດນີ
2014-08-21 -
-
-
Your browser doesn’t support HTML5 audio
ບໍຣິສັດ ທີ່ນຳຫນ້າ ທາງດ້ານ ເທັກໂນເລຈີ ຜູ້ທີ່ມີ ຜົລງານ ໃນການ ແກ້ໄຂ ບັນຫາ ທີ່ທ້າທາຍ ໃນເຣື້ອງ ຣະບົບນ້ຳ ອັນດັບສູງ ໃນໂລກ Xylem ໄດ້ປະກາດ ໃນມື້ນີ້ວ່າ ຕົນຊນະ ສັນຍາ ຈ້າງ ໃນມູນຄ່າ ປະມານ 19 ລ້ານ 6 ແສນ ໂດລາ ເພື່ອ ສ້າງຣະບົບ ປັ້ມນ້ຳ ສຳລັບ ທາງປາຜ່ານ ໃນ ໂຄງການ ເຂື່ອນ ນ້ຳລົ້ນ ໄຊຍະບູຣີ ຂອງລາວ.
ໂຄງການ ເຂື່ອນ ໄຊຍະບູຣີ ເປັນ ເຂຶ່ອນ ນ້ຳລົ້ນ ຊຶ່ງຈະບໍ່ ປ່ອຍໃຫ້ ນ້ຳຂຶ້ນລົງ ຫຼາຍເກີນໄປ ໃຫ້ຢູ່ໃນ ຂອບເຂດ ຣະດັບນ້ຳຂອງ ເພື່ອ ໃຫ້ປາ ຂຶ້ນລົງ ຈາກລຸ່ມ ຫາເທິງ ແລະ ເທິງລົງລຸ່ມ ໄດ້ ແບບ ທັມມະຊາດ ໃນຂນະທີ່ ສາມາດ ຜລິດກະແສ ໄຟຟ້າ ບໍຣິການ ປະຊາຊົນ ໄດ້ກວ່າ 1 ລ້ານຄົນ ໃນລາວ ແລະ 3 ລ້ານຄົນ ໃນໄທ.
ການອອກແບບ ເຂື່ອນ ໄຊຍະບູຣີ ຈະມີ ປະຕູ ສຳລັບ ປ່າຜ່ານ ຫຼາຍແຫ່ງ ເພື່ອ ໃຫ້ຝຸງປາ ກວ່າ 200 ຊນິດ ມີບ່ອນ ຂຶ້ນລົງ ໃນຍາມ ເພາະໄຂ່ ຫລື ໃນຊ່ວງ ພັກເຊົາ ຂອງປາ ໃນຣະດູ ແລ້ງ. ຣະບົບ ປັ້ມນ້ຳ ສຳລັບ ທາງປາຜ່ານ ຂອງ ບໍຣິສັດ ຊີແລມ ທີ່ ມີຊື່ວ່າ Flygt ແມ່ນອອກແບບ ສະເພາະ ເຂື່ອນ ໄຊຍະບູຣີ ໃນ ຈຸດປະສົງ ດັ່ງກ່າວ.
ການ ສ້າງຣະບົບ ປັ້ມນ້ຳ ທາງປາຜ່ານ ກໍເພື່ອ ປົກປ້ອງ ຝຸງປາ ຈາກເຂື່ອນ ໄຊຍະບູຣີ ຮວມທັງ ບັນຫາ ການໄຫລຜ່ານ ຂອງ ດິນຕົມ ແລະ ເຫດການ ນ້ຳຖ້ວມ ຈາກ ການສ້າງ ເຂື່ອນ.