ເຂື່ອນໄຊຍະບູຣີຕ້ານແຜ່ນດິນ ໄຫວ
ເຂື່ອນ ໄຊຍະບູຣີ ສາມາດ ຕ້ານທານ ຄວາມ ສັ່ນ ສະເທືອນ ຈາກ ເຫດການ ແຜ່ນດິນ ໄຫວ ໄດ້.
-
ສິດນີ
2014-05-13 -
-
-
Your browser doesn’t support HTML5 audio
ນັກວິສວະກອນ ເວົ້າວ່າ ເຂື່ອນ ໄຊຍະບຸຣີ ທີ່ ກຳລັງ ສ້າງຢູ່ ໃນ ປັດຈຸບັນ ສາມາດ ຕ້ານທານ ແຮງ ສັ່ນ ສະເທືອນ ຂອງ ເຫດ ແຜ່ນດິນໄຫວ ໄດ້ ທ່ານ ກະນຸດ ເຊັຽ ໂຣສກີ ນັກ ວິສວະກອນ ຈາກ ບໍຣິສັດ ພະລັງງານ ພອຍຣີ ທີ່ ປຶກສາ ໂຄງການ ເຂື່ອນ ໄຊຍະບູຣີ ກ່າວ ກ່ຽວກັບ ເຣຶ້ອງນີ້ ໃນ ມື້ວານ ນີ້ວ່າ ການທີ່ ຫລາຍ ພາກສ່ວນ ເປັນຫ່ວງ ນໍາ ເຂື່ອນ ໄຊຍະບູຣີ ຫລັງຈາກ ເຫດ ແຜ່ນດິນ ໄຫວ ໃນໄທ ທີ່ເຮັດໃຫ້ ຖນົນ ຫລາຍສາຍ ເພພັງ ໃນ ມື້ວັນທີ 5 ພຶສພາ ຜ່ານມາ ອາດຈະສົ່ງ ຜົລກະທົບ ຕໍ່ ການກໍ່ ສ້າງ ເຂື່ອນ ຖ້າ ມີເຫດການ ດັ່ງກ່າວ ເກີດຂຶ້ນ ອີກ.
ທ່ານວ່າ ເຂື່ອນ ໄຊຍະບູຣີ ຖືກ ອອກແບບ ໃຫ້ ສາມາດ ຕ້ານທານ ຄວາມສັ່ນ ສະເທືອນ ຈາກ ແຜ່ນດີນໄຫວ ຂນາດແຮງ ກວ່າ ເຫດແຜ່ນ ດິນໄຫວ ທີ່ ເກີດຂຶ້ນ ຢູ່ ແຂວງ ຊຽງຮາຍ ຂອງໄທ ຜ່ານມາ ນີ້ໄດ້.
ແຕ່ ນັກ ວິຊາການ ຈາກ ຫລາຍ ພາກສ່ວນ ມີຄວາມ ກັງວົນ ຕໍ່ ໂຄງການ ສ້າງເຂື່ອນ ໃນລາວ ບໍ່ວ່າ ຈະເປັນ ເຂື່ອນ ໄຊຍະບູຣີ ຫລື ເຂື່ອນ ອຶ່ນໆ ຖ້າມີ ເຫດ ແຜ່ນດິນ ໄຫວ ລາຍໃຫຍ່ ເກີດຂຶ້ນ ໃນລາວ ຈະເຮັດ ໃຫ້ເຂື່ອນ ແຕກ ໄດ້.
ນັກ ທໍຣະນີ ວິທຍາ ຂອງໄທ ເວົ້າວ່າ ພຶ້ນນ້ຳຂອງ ແລະ ແລວເສັ້ນ ຂອງ ແຜ່ນດິນ ໄຫວ ໃນ ຂົງເຂດ ເອເຊັຍ ບາງສ່ວນ ຜ່ານ ໃກ້ກັບ ພຶ້ນທີ່ ສ້າງເຂື່ອນ ໃນລາວ ຖ້າມີເຫດ ແຜ່ນດິນ ໄຫວ ຂນາດໃຫຍ່ ຫລື ແຮງກວ່າ ເທື່ອນີ້ ເກີດຂຶ້ນ ໃກ້ກັບ ບ່ອນສ້າງ ເຂື່ອນ ໃນລາວ ຈະ ເຮັດໃຫ້ ເຂື່ອນ ຕ້ານທານ ບໍ່ໄດ້.