ເຂື່ອນເຊລະນອງ 3 ຈະເລີ້ມ ສໍາຣວດ
ໂຄງການ ເຂື່ອນ ເຊລະນອງ3 ໃນ ແຂວງ ສວັນນະເຂດ ມີສັນຍາ ສຳຣວດ ແລ້ວ ຄາດວ່າ ຈະມີການ ໂຍກຍ້າຍ 3 ໝູ່ບ້ານ.
-
ມະນີຈັນ
2014-11-19 -
-
-
Your browser doesn’t support HTML5 audio
ທາງການ ລາວ ໄດ້ເຊັນ ສັນຍາ ສຶກສາ ສຳຣວດ ເຂື່ອນ ໄຟຟ້າ ເຊລະນອງ 3 ໃນ ແຂວງ ສວັນນະເຂດ ໂດຍ ຈະເລີ່ມ ປະຕິບັດ ໃນ ເດືອນ ທັນວາ 2014 ນີ້ ຄາດວ່າ ຈະມີ ປະຊາຊົນ ໄດ້ຮັບ ຜົລກະທົບ ແລະ ຕ້ອງ ໂຍກຍ້າຍ ທັງໝົດ 3 ບ້ານ. ຕາມ ຄຳເວົ້າ ຂອງ ເຈົ້າໜ້າທີ່ ພລັງງານ ແລະ ບໍ່ແຮ່ ວັນທີ 19 ພຶສຈິກາ ນີ້:
"ເພິ່ນວ່າ ຍັງສິ ສຳຣວດ ຕື່ມອີກ ເຊລະນອງ 3 ມັນໜ້າ ຈະມີ 3 ບ້ານ ແຫລະ ຂຶ້ນໄປ ກໍຍັງບໍ່ຮູ້ ລະອຽດ ລະຕົວ ນັ້ນ ເພາະວ່າ ເພິ່ນ ສຳຣວດ ກໍຍັງບໍ່ຮູ້ ລະອຽດ ຄືກັນ".
ທ່ານວ່າ ໂຄງການ ເຂື່ອນ ໄຟຟ້າເ ຊລະນອງ 3 ໄດ້ເລີ່ມ ຮິບໂຮມ ຂໍ້ມູລ ມາຕັ້ງແຕ່ ຕົ້ນປີ 2014 ໃນ ທີ່ສຸດ ທາງການ ລາວ ໄດ້ເຊັນ ສັນຍາ ກັບ ບໍຣິສັດ ຊີໂນໄຮໂດຣ ເພື່ອໃຫ້ ສຳຣວດ ໂຄງການນີ້ ຢ່າງເປັນ ທາງການ ຕັ້ງແຕ່ ເດືອນ ທັນວາ 2014 ຫາ ເດືອນ ສິງຫາ 2016 ເປັນ ຣະຍະ ເວລາ 18 ເດືອນ ມູລຄ່າ ການ ສຳຣວດ 2 ລ້ານ 2 ແສນ ໂດລາ ຫລື 17 ຕື້ ກີບ.
ໂຄງການ ເຂື່ອນ ໄຟຟ້າ ເຊລະນອງ 3 ຈະຕັ້ງຢູ່ ໃນ ເຂດບ້ານ ຕັ່ງອ້ຽນ ເມືອງນອງ ຫ່າງ ຈາກ ເມືອງ ເຊໂປນ ປະມານ 60 ກິໂລແມັຕ ຄາດວ່າ ຈະມີ ກຳລັງ ຜລິດ 80 ເມັກກາວັດ ມູລຄ່າ ກໍ່ສ້າງ 162 ລ້ານ ໂດລາ ຫລື ປະມານ 1310 ຕື້ ກີບ.
ບໍຣິສັດ ຊີໂນໄຮໂດຣ ເປັນ ບໍຣິສັດ ສຶກສາ ສຳຣວດ ແລະ ກໍ່ສ້າງ ຈາກ ປະເທດຈີນ ທີ່ ຮັບຜິດຊອບ ການສຶກສາ ສຳຣວດ ໂຄງການ ເຂື່ອນ ໄຟຟ້າ ເຊລະນອງ 3 ແຫ່ງນີ້, ເປັນ ບໍຣິສັດ ດຽວກັນ ທີ່ ກໍ່ສ້າງ ເຂື່ອນ ໄຟຟ້າ ນ້ຳອູ 2, ນ້ຳອູ 5 ແລະ ນ້ຳອູ 6 ຮວມທັງ ເຂື່ອນ ນ້ຳຄານ 2 ແລະ ເຂື່ອນ ນ້ຳຄານ 3 ອີກ ດ້ວຍ.