ເຂື່ອນດອນສະໂຮງຈະເລີ້ມສ້າງ ແລ້ວ
ເຂື່ອນ ໄຟຟ້າ ດອນສະໂຮງ ໃນ ແຂວງ ຈໍາປາສັກ ຈະເລີ່ມ ກໍ່ສ້າງ ພາຍຫລັງ 8 ປີ ທີ່ມີການ ຫາຣື ກັນ ຢ່າງ ຈິງຈັງ.
-
ມະນີຈັນ
2014-06-05 -
-
-
Your browser doesn’t support HTML5 audio
ເຂື່ອນ ໄຟຟ້າ ດອນສະໂຮງ ໃນ ແຂວງ ຈໍາປາສັກ ຈະເລີ່ມ ກໍ່ສ້າງ ພາຍຫລັງ 8 ປີ ທີ່ມີການ ຫາຣື ກັນ ຢ່າງ ຈິງຈັງ. ຕາມ ຣາຍງານ ຂ່າວຈາກ ກຸງກົວລາລໍາເປີ ໃນ ວັນທີ 4 ມີຖຸນາ 2014.
ຂ່າວ Bloomberg ຣາຍງານວ່າ 4 ປະເທດ ເຂດ ແມ່ນໍ້າຂອງ ກໍານົດ ເປີດ ກອງປະຊຸມ ໃນວັນທີ 26 ແລະ 27 ມີຖຸນາ ນີ້ ຢູ່ບາງກອກ ປະເທດໄທ ເພື່ອ ປຶກສາ ຫາຣື ບັນຫາ ຕ່າງໆ ຮວມທັງ ແຜນການ ກໍ່ສ້າງ ເຂື່ອນ ດອນ ສະໂຮງ ນໍາດ້ວຍ.
ສປປ ລາວ ຈະ ດໍາເນີນການ ຕາມ ຄວາມມຸ້ງໝັ້ນ ຂອງຕົນ ທີ່ ຈະເປັນ ໝໍ້ໄຟ ແຫ່ງ ເອເຊັຽ ຕາເວັນອອກ ສ່ຽງໃຕ້. ເມັກກາເຟິສທ ຜູ້ທີ່ໄດ້ ສຶກສາ ສໍາຫຣວດ ຄວາມເປັນ ໄປໄດ້ ແຕ່ປີ 2006 ແລະມາ ໃນປີ 2008 ກໍຕົກລົງ ທີ່ຈະສ້າງ ແລະ ກໍາກັບເຂື່ອນ ດອນສະໂຮງ ນັ້ນ ໄດ້ເວົ້າ ເມື່ອເດືອນ ເມສາ ຜ່ານມາ ວ່າ ການກໍ່ສ້າງ ເຂື່ຶອນ ດັ່ງກ່າວ ຄາດວ່າ ຈະເລີ່ມໄດ້ ໃນ ປີນີ້ ແລະ ຈະແລ້ວ ໃນປີ 2019.
ເບື້ອງຕົ້ນ ເມັກກາເຟິສທ ວ່າຈະຮ່ວມ ຮຸ້ນ 70 ສ່ວນຮ້ອຍ ແລະ 30 ສ່ວນຮ້ອຍ ແມ່ນ ບໍຣິສັດ IJM. ແຕ່ IJM ເຮັດໃຫ້ ຄູ່ຮ່ວມ ລົງທຶນ ຕົກສະເງີ້ 2 ປີ ຕໍ່ມາ ຍ້ອນ ການເລື່ອນ ໂຄງການ ນັ້ນ ອອກໄປ.
ທ່ານ ວິຣະພົນ ວິຣະວົງ ຮອງ ຣັຖມົນຕຣີ ກະຊວງ ພະລັງງານ ແລະ ບໍ່ແຮ່ ເວົ້າວ່າ ລາວ ຍັງຈະ ປະຕິບັດ ພັນທະ ສົ່ງອອກ ພະລັງານ ຈາກເຂື່ອນ ແລະເປັນ ໝໍ້ໄຟ ແຫ່ງເອເຊັຽ ຕາເວັນ ອອກສ່ຽງໃຕ່້. ແລະວ່າ ພະລັງງານ ໄຟຟ້າ ເປັນທາງເລືອກ ຕາມ ທັມຊາດ ສໍາລັບ ລາວ.