ທາງການວ່າເຂື່ອນດອນສະໂຮງ ໂປ່ງໄສ
ທາງການລາວ ໃຫ້ການ ຢືນຢັນ ອີກວ່າ ໂຄງການ ເຂື່ອນ ດອນສະໂຮງ ໂປ່ງໄສ ທຸກຢ່າງ.
-
ສິດນີ
2016-02-19 -
-
-
Your browser doesn’t support HTML5 audio
ທາງການລາວ ໃຫ້ ການຢືນຢັນ ເພີ້ມອີກ ກ່ຽວກັບໂຄງການ ເຂື່ອນ ດອນສະໂຮງ ທີ່ ສ້າງກັ້ນ ຮູນໍ້າຂອງ ໃນເຂດພາກໃຕ້ ຂອງລາວ ວ່າ ເປັນໂຄງການ ທີ່ ໂປ່ງໄສ, ສ້າງໄປ ຕາມມາຕຖານ ສາກົນ ມີ ການສຳຣວດ ສຶກສາ ຜົລກະທົບ ທຸກດ້ານ ຢ່າງຊັດເຈນ ເປັນມິດຕໍ່ ສະພາບແວດລ້ອມ ຫາກຜູ້ໃດ ສົງໄສ ຂ້ອງໃຈ ສາມາດ ໄປຢ້ຽມຊົມ ໄດ້ທຸກ ເວລາ.
ທ່ານ ວິຣະພົນ ວີຣະວົງ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ກ່າວກ່ຽວກັບ ເຣື້ອງນີ້ ໃນ ຣະຫວ່າງ ການຕ້ອນຮັບ ການໄປຢ້ຽມຢາມ ໂຄງການ ເຂື່ອນ ດອນສະໂຮງ ຂອງ ທ່ານ ແດນນຽວ ຄລູນ ເອກອັຄຣັຖທູດ ສະຫະຣັດ ປະຈຳລາວ ໃນ ວັນທີ 15 ກຸມພາ ຜ່ານມາ, ໂດຍມີ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆ ຈຳປາສັກ ຮ່ວມຕ້ອນຮັບ ນຳດ້ວຍ.
ທ່ານ ວິຣະພົນ ກ່າວວ່າ ໂຄງການ ເຂື່ອນ ດອນສະໂຮງ ຜ່ານການ ໄດ້ສຶກສາ ຜົລກະທົບ ດ້ານຕ່າງໆມາ ເປັນເວລາ 2-3 ປີ ດຳເນີນ ທຸກຂັ້ນຕອນ ຕາມກຳນົດ ໄວ້ໃນ ສົນທິສັນຍາ ແມ່ນ້ຳຂອງ ຣະຫວ່າງ ປະເທດ ແລະ ເລີ້ມກໍ່ສ້າງ ຢ່າງ ເປັນທາງການ ໃນ ຕົ້ນປີນີ້.
ທາງການລາວ ຈະສືບຕໍ່ ພັທນາ ໂຄງການ ຕໍ່ໄປ ຢ່າງໂປ່ງໄສ ອະນຸຍາດ ໃຫ້ ທຸກພາກສ່ວນ ທີ່ສົນໃຈ ລົງມາ ຢ້ຽມຢາມ ແລະ ຕິດຕາມ ການພັທນາ ຕົວຈີງ ໃນພາກ ສນາມໄດ້ ຢ່າງເປີດແປນ. ອີງຕາມ ຣາຍງານ ຂອງຫນັງສືພິມ ລາວພັທນາ.