ຊາວດອນສະໂຮງຮຽກຮ້ອງໃຫ້ ສ້າງ ໂຄງຮ່າງ ພື້ນຖານ

ຊາວ ດອນສະໂຮງ ຮຽກຮ້ອງ ໃຫ້ ໂຄງການ ເຂື່ອນ ຊົດເຊີຍ ຄ່າ ເສັຽຫາຍ ດ້ວຍການ ສ້າງ ໂຄງຮ່າງ ພື້ນຖານ ສຸຂສາລາ ໂຮງຮຽນ ແລະ ຖນົນ ໃຫ້.

ອູ່ເຂົ້າອູ່ນໍ້າ ຂອງຊາວບ້ານ ດອນສະໂຮງ RFA

 

ຕົວແທນ ຊາວບ້ານ ໃນເຂດ ໂຄງການ ເຂື່ອນ ດອນ ສະໂຮງ ຢູ່ ເມືອງໂຂງ ແຂວງ ຈໍາປາສັກ ເປີດເຜີຍ ວ່າ ໃນ ກອງປະຊຸມ ຮ່ວມກັບ ເຈົ້າໜ້າທີ່ ໂຄງການ ເຂື່ຶອນ ນັ້ນ ຊາວບ້ານ ໄດ້ ຮ້ອງຂໍ ໃຫ້ ເຈົ້າຂອງ ໂຄງການ ສ້າງ ສຸຂສາລາ, ໂຮງຮຽນ, ເສັ້ນທາງ ໃຫ້ ແລະ ບູຣະນະ ວັດວາ ອາຮາມ ພາຍໃນ ເຂດ ດັ່ງກ່າວ ເປັນການ ຊົດເຊີຍ ຜົນກະທົບ ທີ່ ຊາວບ້ານ ໄດ້ຮັບ:

"ຢູ່ໃນຫັ້ນ ມັນມີ ຫົວສະດໍາ ຢູ່ ຫາງສະດໍາ ມັນມີ ດອນສະໂຮງ ບ້ານຢາກໄດ້ ນັ້ນ ກໍແມ່ນ ຢາກໄດ້ ສຸຂສາລາ ຂອງບ້ານ ແລ້ວ ກໍໂຮງຮຽນ ມັທຍົມ ໂຮງຮຽນ ປະຖົມ ຂໍໃຫ້ເປັນ ອັນໃໝ່ ນັ້ນແຫລະ ເວົ້າ ຊັ້ນຊະ ເພາະວ່າ ການຕົກລົງ ກັນ ແນວນັ້ນ ເຣື່ອງ ຍິ່ງກວ່ານັ້ນ ກໍສໍາລັບ ຄົມມະນາຄົມ ເສັ້ນທາງ ຊອຍ ເສັ້ນທາງ ຮ່ອມ ຂອງບ້ານ ນີ້ກໍໃຫ້ມີ ແລ້ວ ກໍຈາກນັ້ນ ວັດວາອາ ຣາມ ທີ່ມັນຊຸດ ມັນໂຊມ ເປ່ເພ ກໍຢາກສເນີໃຫ້ ພັທນາ ໃຫ້ມັນເປັນ ອັນໃໝ່".

ທ່ານວ່າ ເບື້ອງຕົ້ນ ເຈົ້າໜ້າທີ່ ໂຄງການ ເຂື່ອນ ນີ້ ແລະ ເຈົ້າໜ້າທີ່ ທາງການ ລາວ ສັນຍາ ວ່າ ຫລັງຈາກ ການ ກໍ່ສ້າງ ເຂື່ອນ ແລ້ວ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໃນເຂດ ໂຄງການ ກວມເອົາ ນັ້ນ ຈະ ດີຂຶ້ນ ຈະ ພົ້ນທຸກ ຈະສຸກ ສະບາຍ ຂຶ້ນ ແຕ່ມາເຖິງ ປັດຈຸບັນ ຊາວບ້ານ ກໍຍັງ ບໍ່ທັນຮູ້ ແທ້ວ່າ ພວກເພີ່ນ ຈະເຮັດ ແນວໃດ ກັນແທ້. ເມື່ອຕົ້ນ ເດືອນ ຕຸລາ ນີ້ ເຈົ້າໜ້າທີ່ ໂຄງການ ໄດ້ມາ ປະຊຸມ ກັບ ຊາວບ້ານ ອີກ ຄັ້ງນຶ່ງ ເພື່ອ ຮິບໂຮມ ຂໍ້ມູນ ກ່ຽວກັບ ການກໍ່ສ້າງ ແລະ ຮັບປາກວ່າ ຈະ ປະຕິບັດ ຕາມ ຄໍາສເນີ ຕ່າງໆຂອງ ຊາວບ້ານ.

ຈາກການ ສໍາຣວດ ຄາດວ່າ ຈະມີ ປະຊາຊົນ 14 ຄອບຄົວ ຕ້ອງໄດ້ ຖືກ ໂຍກຍ້າຍ ອອກຈາກ ພື້ນທີ່ ກໍ່ສ້າງ ຊຶ່ງ ທາງ ໂຄງການ ຈະຈ່າຍ ຄ່າ ໂຍກຍ້າຍ ແລະ ຈັດສັນ ເຮືອນໃໝ່ ໃຫ້.

ເຂື່ອນ ດອນ ສະໂຮງ ຂນາດ 260 MW, ທີ່ ບໍຣິສັດ ເມັກກະເຟິສ ຈາກມາ ເລເຊັຍ ຈະເປັນ ຜູ້ກໍ່ສ້າງ ແລະ ຖືຮຸ້ນ 90% ແລະ 10% ຂອງ ຣັຖວິສາຫະກິດ ໄຟຟ້າ ລາວ, ມູນຄ່າ ການ ກໍ່ສ້າງ ປະມານ 720 ລ້ານ ໂດລາ. ມີແຜນທີ່ ຈະລົງມື ກໍ່ ສ້າງ ໃນທ້າຍ ປີນີ້ ຫລື ຕົ້ນປີ 2015, ຂະນະນີ້ ຍັງຢູ່ໃນ ຣະຫວ່າງ ການປຶກສາ ຫາລື ລ່ວງໜ້າ ທີ່ຈະໄຊ້ ເວລາ ປະມານ 6 ເດືອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org