ໂຄງການສ້າງເຂື່ອນບາງແຫ່ງ ໃນ ລາວ
ໂຄງການ ສ້າງ ເຂື່ອນ ບາງ ແຫ່ງ ໃນລາວ ຕ້ອງໄດ້ ຂຸດ ອຸໂມງ ສຳລັບ ປ່ຽນ ແລວ ນ້ຳໄຫລ ໃນການ ຕັ້ງໂຮງ ປັ່ນ ໄຟຟ້າ.
-
ສິດນີ
2015-02-12 -
-
-
Your browser doesn’t support HTML5 audio
ໂຄງການ ສ້າງ ເຂື່ອນ ໄຟຟ້າ ໃນໂລກ ຫລາຍ ໂຄງການ ຕ້ອງໄດ້ ເຈາະ ອຸໂມງ ເພື່ອ ປ່ຽນ ແລວ ນ້ຳໄຫລ ໃນການ ຕັ້ງ ໂຮງປັ່ນ ໄຟຟ້າ ເຊັ່ນ ເຂື່ອນ ທີ່ ປະເທດ ເຕີກີ. ໃນ ສປປລາວ ເຂື່ອນ ເຊປ່ຽນ ເຊນ້ຳ ນ້ອຍ ຂນາດ 410 ເມກາວັດ ຕັ້ງຢູ່ ຣະຫວ່າງ ແຂວງ ອັດຕະປື ແລະ ແຂວງ ຈຳປາສັກ ກໍຈະມີ ການຂຸດ ອຸໂມງ ແບບ ດຽວກັນ ໃນການ ກໍ່ສ້າງ ເຂື່ອນ ແຫ່ງ ນີ້.
ອຸໂມງ ສຳລັບ ນ້ຳໄຫລ ໃນ ໂຄງການ ເຂື່ອນ ເຊປ່ຽນ ເຊນ້ຳນ້ອຍ ທີ່ ບໍຣິສັດ ຊໍ ການຊ່າງ ຂອງໄທ ຈະ ສ້າງນັ້ນ ຈະ ມີຄວາມ ຍາວ ປະມານ 13.7 ກິໂລແມັດ ແລະ ກວ້າງ ປະມານ 550 ແມັດ ໄປຮອດ ທົ່ງພຽງ ແລະ ຈະ ປ່ອຍ ນ້ຳລົງ ໃສ່ ນ້ຳ ເຊກອງ ຊື່ງ ບໍຣິສັດ ຊໍ ການຊ່າງ ໄດ້ຈ້າງ ນັກ ຊ່ຽວຊານ ຈາກ ປະເທດ ອິຕາລີ ເພື່ອ ດໍາເນີນ ການ ດັ່ງກ່າວ.
ເຂື່ອນ ເຊປ່ຽນ ເຊນ້ຳ ນ້ອຍ ສ້າງໂດຍ ບໍຣີສັດ ຊໍ ການຊ່າງ ລົງທືນ ໂດຍ ບໍຣິສັດ ເກົາຫລີ ໃຕ້ ບໍຣິສັດ ໄຟຟ້າ ຣາຊບູຣີ ຂອງໄທ ແລະ ຣັດວິສາຫະກິດ ໄຟຟ້າ ລາວ ໃນນາມ ບໍຣິສັດ ພລັງງານ ເຊປ່ຽນ ເຊນ້ຳນ້ອຍ ຈຳກັດ ໃນ ຣະຍະ ເວລາ ການ ສຳປະທານ 32 ປີ ກັບ ຣັຖບານ ລາວ ຄາດວ່າ ຈະສ້າງ ສຳເຣັດ ໃນ ປີ 2018 ແລະ ຈະ ສາມາດ ຜລິດ ກະແສ ໄຟຟ້າ ໄດ້ ກວ່າ 1800 ກິກາວັດ ຊົ່ວໂມງ ຕໍ່ປີ ໄຟຟ້າ ສ່ວນໃຫຍ່ ຈະ ສົ່ງຂາຍ ໃຫ້ໄທ ແລະ ບາງສ່ວນ ໃຊ້ ໃນລາວ.