ກຳພູຊາຢືນຢັນຄັດຄ້ານ ເຂື່ອນ

ກຳພູຊາ ສະແດງ ຄວາມ ບໍ່ພໍໃຈ ອີກໃຫມ່ ໃນການ ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ໃນເຂດ ຂອງລາວ.

ວຽດນາມຮ້ອງໂຮໃຫ້ຢຸດເຂື່ອນ ນໍ້າຂອງ (ຮູປຈໍາລອງຂອງເຂື່ອນ ດອນສະໂຮງ) RFA

 

ກຳພູຊາ ໄດ້ ສະແດງ ຄວາມ ຄັດຄ້ານ ຕໍ່ປະເທດ ເພຶ່ອນບ້ານ ສປປລາວ ອີກໃໝ່ ໃນແຜນການ ສ້າງເຂື່ອນ ໃກ້ກັບ ຊາຍແດນ ກຳພູຊາ ຊຶ່ງ ກຸ່ມສິ້ງຊອມ ດ້ານ ການສ້າງ ເຂື່ອນ ເວົ້າວ່າ ໂຄງການ ສ້າງເຂື່ອນ ຂອງລາວ ຈະເປັນພັຍ ອັນຕະຣາຍ ຕໍ່ຣະບົບ ນິເວດ ແລະ ການສືບພັນ ຂອງ ປ່າຄ່າ ນ້ຳຈືດ.

ທ່ານ ລິມກີນຮໍ ຣັຖມົນຕຣີ ກະຊວງ ຊັພຍາກອນ ນ້ຳ ຂອງ ກຳພູຊາ ໄດ້ຮຽກຮ້ອງ ໃຫ້ທາງ ການລາວ ໃນ ກອງປະຊຸມ ສຸດຍອດ ທີ່ ວຽດນາມ ວ່າງທ້າຍ ອາທິດ ນີ້ ໃຫ້ສຶກສາ ແລະ ຄົ້ນຄວ້າ ກ່ຽວກັບ ຜົລກະທົບ ຕໍ່ ສິ່ງແວດລ້ອມ ໃນໂຄງການ ເຂື່ອນ ດອນສະໂຮງ  ແລ້ວສົ່ງ ຜົລ ສຳຫຣວດ ດັ່ງກ່າວ ໄປໃຫ້ ປະເທດ ສະມາຊິກ ຄະນະ ກັມມະການ ແມ່ນ້ຳຂອງ ລ່ວງຫນ້າ 6 ເດືອນ ກ່ອນຈະສ້າງ. ອິງຕາມ ບົດຣາຍງານ ຂອງ ຫນັງສືພິມ CAMBODIA DAILY ທີ່ ອ້າງຕາມ ຄຳເວົ້າ ທ່ານ ໃນວັນຈັນ.

ອົງການ ແມ່ນ້ຳຂອງ ໄດ້ເຮັດວຽກ ຢ່າງໃກ້ຊິດ ກັບ ຣັຖບານ ກຳພູຊາ ສປປລາວ ໄທ ແລະ ວຽດນາມ ໃນການ ຈັດການ ບໍຣິຫານ ການໃຊ້ນ້ຳ ຮ່ວມກັນ ແລະ ການພັທນາ ທີ່ ຍືນຍົງ ໃນ ແມ່ນ້ຳຂອງ.

ທາງການລາວ ມີແຜນການ ຈະເດີນຫນ້າ ໃນໂຄງການ ສ້າງເຂື່ອນ ຕ່າງໆໃນລາວ ໃນແຜນ ການຫມໍ້ໄຟ ສຳລັບ ອາຊຽນ ໃນນັ້ນ ຮ່ວມດ້ວຍ ໂຄງການ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ນຳອີກ ທີ່ເຮັດໃຫ້ ປະເທດ ເພຶ່ອນບ້ານ ຄັດຄ້ານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org