ຊາວບ້ານຫ້ວຍຫິບຍັງລໍາບາກ

ຊາວບ້ານ ຫ້ວຍຫິບ ບ້ານຈັດສັນ ຂອງ ໂຄງການ ເຂື່ອນ ໄຊຍະບູຣີ ຕ້ອງການ ການຊົດເຊີຍ ຈາກ ທາງໂຄງການ ນັ້ນຢູ່ ຍ້ອນການ ຄອງຊີພ ຍັງລໍາບາກ

ຊາວບ້ານຫ້ວຍຫິບຍັງລໍາບາກ RFA

 

ຊາວບ້ານຫ້ວຍຫິບ ເມືອງນານ ແຂວງຫລວງພຣະບາງ ຊຶ່ງເປັນບ້ານຈັດສັນ ຂອງໂຄງການກໍ່ສ້າງເຂື່ອນໄຟຟ້າໄຊຍະບູຣີ ເປີດເຜີຍວ່າ ປັດຈຸ ບັນ ທາງໂຄງການໄດ້ຍ້າຍທຸກບ້ານ ຊຶ່ງມີປະຊາຊົນຢູ່ປະມານ 4,000 ຄົນ ນັ້ນອອກຈາກເຂດທີ່ ໂຄງການກວມເອົານັ້ນໝົດແລ້ວ ແຕ່ມີບັນ ຫາຢູ່ວ່າ ທີ່ດິນທໍາກິນ ຂອງຊາວບ້ານບໍ່ພຽງພໍ ດັ່ງນັ້ນ ຈຶ່ງຕ້ອງການຄ່າຊົດເຊີຍ ຈາກທາງໂຄງການຕື່ມອີກ:

"ຢູ່ຫ້ວຍຫິບນີ້ໄປ ໂຍກຍ້າຍ ບ້ານປາກເນີນແລ້ວ ກໍໄປໂຍກຍ້າຍ ບ້ານໂຄກໃຫຍ່ ແລ້ວກໍຫ້ວຍເດື່ອ ໝົດແລ້ວ ມັນຫຍຸ້ງຍາກກ່ຽວກັບມັນບໍ່ມີ ດິນພຽງນະ ແບບເປັນດິນພູຊັນ ແລ້ວບັດນີ້ ມີແຕ່ເຮົາເຮັດສວນ ເຮັດໄຮ່ທັມດາ ຈະໃຫ້ພໍມັນກໍບໍ່ພໍ ແຫລະຖ້າຈະຄິດສະເພາະ ແຕ່ວ່າເຂົ້າ ຊັ້ນນະ".

ທ່ານເວົ້າຕື່ມອີກວ່າ ບ້ານຫ້ວຍເດື່ອ ແລະບ້ານໂຄກໃຫຍ່ ທີ່ຍ້າຍມາຢູ່ໃໝ່ນີ້ ຈະໄດ້ຮັບຄ່າຊົດເຊີຍ ຈາກທາງໂຄງການ 1 ປີ. ໃຫ້ເຂົ້າສານຜູ້ ໃຫຍ່ 20 ກິໂລ ແລະເດັກນ້ອຍ 15 ກິໂລຕໍ່ເດືອນ. ມີການສົ່ງເສີມເຮັດສວນຄົວ, ລ້ຽງປາ ແລະໝູ. ແຕ່ຊາວບ້ານ ຕ້ອງການຢືມເງິນ ທະນາ ຄານ ເພື່ອລົງທຶນລ້ຽງສັດ ແລະຢາກໃຫ້ທາງໂຄງການຈັດສັນດິນປູກຝັງໃຫ້ ເພື່ອຈະຜລິດພໍກຸ້ມຄອບຄົວ ຂະນະທີ່ ການຊົດເຊີຍໃຫ້ຊາວບ້ານ ນັ້ນບໍ່ກຸ້ມກິນ.

ບ້ານຫ້ວຍຫິບປະກອບດ້ວຍ 4 ບ້ານຄື: ບ້ານຫ້ວຍຫິບ ຊຶ່ງເປັນບ້ານເດີມ ແລະບ້ານປາກເນີນ, ບ້ານໂຄກໃຫຍ່ ແລະບ້ານຫ້ວຍເດື່ອ ທີ່ຍ້າຍ ມາຢູ່ແລ້ວໃນເດືອນ ສິງຫາ 2013. ທາງໂຄງການປະເມີນວ່າ ຊາວບ້ານຈະສາມາດ ຕັ້ງຕົວໄດ້ ພາຍໃນອີກ 5 ປີ.

ເຖິງຢ່າງໃດກໍຕາມ ຊາວບ້ານກໍເວົ້າວ່າ ນອກຈາກບັນຫາຄ່າຊົດເຊີຍ ນັ້ນແລ້ວ ຊາວບ້ານຍັງຢາກໃຫ້ ທາງໂຄງການ ຮີບຈ່າຍເງິນຄ່າຊົດເຊີຍ ໄມ້ ແລະຜົລຜລິດ ໃນບ້ານເກົ່ານໍາດ້ວຍ ຍ້ອນວ່າ ຫລາຍຄົນຍັງບໍ່ທັນໄດ້ຮັບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org