ເຂື່ອນແຕກ 3 ປີແລ້ວ, ຜູ້ເຄາະຮ້າຍ ຍັງລຳບາກ

ຜູ້ໄດ້ຮັບຜົລກະທົບ ຈາກເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ເກືອບ 3 ແລ້ວ, ແຕ່ມາເຖິງ ປັດຈຸບັນນີ້ ພວກຂະເຈົ້າ ຍັງໃຊ້ຊີວິດ ຢ່າງທຸກຍາກ ລຳບາກຢູ່ ເນື່ອງຈາກວ່າ ການຟື້ນຟູ ຊີວິດການເປັນຢູ່ ແລະ ເມືອງສນາມໄຊ ດຳເນີນໄປ ຢ່າງຫຼ້າຊ້າ.

ເຮືອນຖາວອນ ທີ່ບໍຣິສັດວັນແສງ ສ້າງໃຫ້ ປະຊາຊົນ ຜູ້ປະສົບພັຍເຂື່ອນແຕກ ຢູ່ຈຸດດົງບາກ. ພາບຖ່າຍ: ວັນທີ 26 ມິຖຸນາ, 2021. ນັກຂ່າວ ພົລເມືອງ

ອີກ 2 ສັປດາ ຈະຄົບຮອບ3 ປີ, ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ. ແຕ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຢູ່ເມຶອງສນາມໄຊ, ແຂວງອັດ​ຕະປື, ຍັງມີຊີວິດລຳບາກຢູ່ ແລະ ການຟື້ນຟູ ໂຄງຮ່າງພື້ນຖານ ປະເພດຕ່າງໆ ເປັນຕົ້ນຖນົນ ຫົນທາງ, ໄຟຟ້າ, ນໍ້າປະປາ, ແລະ ກໍ່ສ້າງເຮຶອນຖາວອນ ກໍຍັງບໍ່ທັນແລ້ວ ໝົດເທື່ອ, ດັ່ງເຈົ້າໜ້າທີ່ ທ້ອງຖິ່ນ ທິ່ເມືອງສນາມໄຊ ທ່ານນຶ່ງກ່າວຕໍ່ ວິ​ທ​ຍຸເອເຊັຽເສຣິ ໃນມື້ວັນທີ 7 ກໍຣະກະດາ ນີ້ວ່າ:

“ປີ 2022 ຫຼຶ 23 ຄືຊິແລ້ວ ຕາມເບິ່ງໃດ ມັນບໍ່ໄດ້ຄືບໜ້າເດ ນ້ຳປະປານິ ຫາກໍພວມສຳຣວດ ສ່ອງກ້ອງ ແລ້ວເດ ຫາກມີແລ້ວແຜນການ ເພິ່ນຈະເຮັດ ດຽວນີ້ ກະພໍແຕ່ ເອົາແລ້ວກ່ອນ ວ່າຊັ້ນ ແລ່ນເຂົ້າ ແຕ່ລະເຮືອນໆ ຢູ່ບ່ອນຈຸດສູງ ກະພວມຊິກໍ່ໂຮງໝໍ.”

ທ່ານກ່າວຕື່ມວ່າ ຕາມແຜນ ຂອງທາງການລາວ ແລະ ຜູ້ພັທນາ ເຂື່ອນໄຟຟ້າ ແມ່ນຈະສ້າງເຮືອນຢູ່ ຖາວອນ ທັງໝົດ, ສຸຂສາລາ, ຫ້ອງການບ້ານ ແລະ ລະບົບໂຄງຮ່າງພື້ນຖານຕ່າງໆ ໃຫ້ສຳເຣັດ ພາຍໃນປີ 2021 ນີ້, ແຕ່ມາຮອດປັດຈຸບັນ ວຽກສຳຄັນຕ່າງໆ ຖືວ່າ ມີການສ້າງສາ ແລະ ພັທນາຊ້າຫຼາຍ ເຮັດໃຫ້ແຜນການ ບໍ່ສຳເຣັດ ພາຍໃນ 3 ປີ ອາດຈະເຍຶ້ອນເວລາ ໄປຮອດປີ 2022 ຫຼຶ 2023 ກໍເປັນໄດ້ ຈຶ່ງຈະເຮັດໃຫ້ ການສ້າງສາ ແລະ ພັທນາສຳເຣັດ ຄົບທຸກດ້ານ.

ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ ວິ​ທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຈະຄົບຮອດ 3 ປີ ເຫດການເຂື່ອນແຕກ ແຕ່ມາຮອດ ປັດຈຸບັນ ຊີວິດການເປັຢູ່ ຂອງຊາວບ້ານສ່ວນຫຼາຍ ຍັງທຸກຍາກ ແລະ ລຳບາກຫຼາຍຢູ່ ບໍ່ມີເງິນ, ບໍ່ມີອາຊີບ ແລະ ສິ່ງສຳຄັນ ຄື ຊາວບ້ານບໍ່ມີເຂົ້າກິນ, ຢາກຮຽກຮ້ອງ ໃຫ້ທາງການລາວ ຊ່ອຍຫາເຂົ້າ ມາໃຫ້ຊາວບ້ານ ກິນກ່ອນ ໃນໄລຍະ ທີ່ຊາວບ້ານ ຍັງບໍ່ໄດ້ເຮັດນາ.

“ກະຄົບຮອບ 3 ປີແລ້ວ ສເນີບໍ່ມີເຂົ້າກິນນີ້ ເພິ່ນໃຫ້ແຕ່ ເດືອນດຽວເດືອນນຶ່ງ ພຸ້ນນ່າ ບາດນີ້ ຮອດປັດຈຸບັນ ກະຊິຕາຍແລ້ວເດ ພໍ່ແມ່ປະຊາຊົນ ບໍ່ມີເຂົ້າກິນ ຄົນບໍ່ໄດ້ເຮັດນາ ບາດນີ້ ຜູ້ຊິອຶດເຂົ້າ ຕາຍນີ້ຕິ ຊິຕາຍກ່ອນຫັ້ນແຫລະ.”

ຊາວບ້ານຜຸູ້ນີ້ ກ່າວຕື່ມວ່າ ທາງການລາວ ບໍ່ໄດ້ແຈກເຂົ້າສານ ໃຫ້ຊາວບ້ານ ນັບຕັ້ງແຕ່ ເດືອນມົກຣາ ເປັນຕົ້ນມາ ເຮັດໃຫ້ຊາວບ້ານ ຈຳນວນນຶ່ງ ບໍ່ມີເຂົ້າກິນ ຈົນຕ້ອງໄປແບ່ງເຂົ້າ ຈາກຍາດພີ່ນ້ອງ ຜູ້ທີ່ໄດ້ເຮັດນາ ມາກິນ.

ຊາວບ້ານອີກຜູ້ນຶ່ງ ທີ່ປະສົບກັບ ເຂື່ອນແຕກ ຢູ່ເມືອງສນາມໄຊ ກ່າວຕໍ່ເອເຊັຽເສຣີວ່າ ໃນປັດຈຸບັນ ທາງການ ກະໄດ້ແບ່ງ ດິນປູກຝັງ ໃຫ້ຊາວບ້ານ ຄອບຄົວລະ 1 ຫາ 3 ເຮັກຕ້າຣ, ບາງຄອບຄົວ ກໍອອກໄປປຸກຕູບ ໃນດິນຈັດສັນ ດັ່ງກ່າວ ເພື່ອປູກມັນຕົ້ນ ແລະ ລ້ຽງສັດ ກໍເຮັດໃຫ້ ຊາວບ້ານ ຈຳນວນນຶ່ງ ມີຢູ່ມີກິນ ບໍ່ໄດ້ ທຸກຍາກລຳບາກ ຄື ສມັຍເຂື່ອນແຕກໃໝ່ ສ່ວນເຂົ້າກິນ ກໍໄດ້ແບ່ງປັນກັນ ກັບພີ່ນ້ອງ ແຕ່ຖ້າຫາກ ຄອບຄົວໃດ ມີເງິນກໍຈະຊື້ ເຂົ້າກິນເອງ.

“ຄັນວ່າ ຮອດປັດຈຸບັນນີ້ ເພິ່ນໄດ້ມອບ ດິນຖາວອນ ໃຫ້ກະປຸກຕູບ ຢູ່ແລ້ວ ມາຮອດ ປັດຈຸບັນນີ້ ເພິ່ນກຳລັງສຸມໃສ່ ກໍ່ສ້າງເຮືອນຢູ່ ທັງພາກຣັຖ ທາງໂຄງການ ອິ່ຫຍັງຕ່າງໆ ມາເຮັດການປູກ ການລ້ຽງສັດ ກະພໍ ໄດ້ໃຊ້ ໄດ້ຈ່າຍ ໄດ້ກິນ ຫັ້ນແຫລະ.”

ເຈົ້າໜ້າທີ່ ເມືອງສນາມໄຊ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ກ່່າວຕໍ່ເອເຊັຽວ່າ ເກືອບ ຮອດ 3 ປີມານີ້, ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນແຕກ ກໍຂ້ອນຂ້າງ ມີຊີວິດດີຂຶ້ນ ເລັກນ້ອຍ ແຕ່ບໍ່ໄດ້ ໝາຍຄວາມວ່າ ຊີວິດ ຂອງຊາວບ້ານ ຈະດີຂຶ້ນຫຼາຍ ຄືແຕ່ກອ່ນ ເຂື່ອນແຕກ  ປັດຈຸບັນ ຂະເຈົ້າ ສາມາດ ເຮັດໄຮ່, ເຮັດສວນ ແລະ ລ້ຽງສັດ ໄດ້ແລ້ວ ແຕ່ການເຮັດນານັ້ນ ຍັງຕ້ອງ ໄດ້ລໍຖ້າ ການບຸກເບີກດິນກ່ອນ.

ການກໍ່ສ້າງ ເຮືອນຖາວອນ ຈຳນວນ 700 ຫລັງ ແລະ ການພັທນາ ໂຄງຮ່າງພື້ນຖານຕ່າງໆ ຖືວ່າ ຂ້ອນຂ້າງຫລ້າຊ້າ ບໍ່ສຳເຣັດ ຕາມແຜນ ຍ້ອນການຣະບາດ ຂອງໂຄວິດ-19 ແລະ ອີກປັດຈັຍນຶ່ງ ແມ່ນຄົນງານ ມີຈຳນວນໜ້ອຍ.

“ແຕ່ລະສູນ ກະບໍ່ທັນແລ້ວ ກະບໍ່ທັນແລ້ວໝົດ ຄູ່ເຮືອນດອກ ເຂົາກະສືບຕໍ່ ເຮັດໄປແຕ່ລະມື້ໆ ປັດຈຸບັນນີ້ ຣະດູຝົນ ເຂົາກະເຮັດ ກະລຳບາກແນ່ ບາງສູນ ຂະເຈົ້າ ກະບໍ່ໄດ້ຢູ່ສູນ ເພາະວ່າ ເພິ່ນແປງດິນແປງດອນໃຫ້ ບາງເທື່ອ ເຂົາກໍໄປປຸກຕູບ ຢູ່ຫັ້ນນ່າ ມີດິນ ທີ່ວ່າເຂົາແປງໃຫ້ ເຂົາກະໄປ ເຮັດຮົ້ວເຮັດສວນ ໂດຍສະເພາະ ແມ່ນປູກມັນຕົ້ນ ນານິເຮັດບໍ່ໄດ້ ບໍ່ທັນມີດິນ ສ່ວນຫຼາຍ ແມ່ນສວນ.”

ກ່ຽວກັບ ການປັບປຸງ ຄຸນນະພາບຊີວິດ ແລະ ການຟຶ້ນຟູ ເມືອງສນາມໄຊ ຈາກເຫດເຂື່ອນແຕກນີ້, ເຈົ້າໜ້າທີ່ ຣະດັບສູງ ແຂວງອັດຕະປື ທ່ານນຶ່ງຜູ້ທີ່ ຂໍສງວນຊື່ ແລະ ສຽງ ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີວ່າ ໃນໄລຍະ 3 ປີ ຜ່ານມາ ທາງການລາວ ກໍໄດ້ເອົາໃຈໃສ່ ເຕັມທີ່ ໃນການປັບປຸງ ແລະ ຟຶ້ນຟູ ເມືອງສນາມໄຊ ໃຫ້ກັບມາ ດຳເນີນຊີວິດ ຢ່າງປົກກະຕິ, ແຕ່ຍອມຮັບວ່າ ຫຼາຍໜ້າວຽກສຳຄັນ ຍັງບໍ່ທັນ ສຳເຣັດ ຕາມແຜນການ ທີ່ໄດ້ວາງໄວ້ ຍ້ອນສາເຫດ ຫຼາຍປະການ ທີ່ສົ່ງຜົລ ໃຫ້ເກີດຄວາມຫຼ້າຊ້າ.

ມາຮອດ ປັດຈຸບັນ ທາງການລາວ ກໍໄດ້ແບ່ງປັນດິນ ໃຫ້ຊາວບ້ານ ເພື່ອເຮັດ ການກະເສດ ໝົດທຸກຄອບຄົວແລ້ວ ແລະ ດຽວນີ້ ກໍໄດ້ເລັ່ງ ສ້າງເຮືອນຖາວອນ ໃຫ້ສຳເຣັດ ໂດຍໄວທີ່ສຸດ ດັ່ງທ່ານເວົ້າວ່າ:

“ພາບຮວມ ຂອງຣັຖບານເຮົານີ້ ພວມດຳເນີນ ປູຸກເຮືອນ ເຮັດໃຫ້ ຂະເຈົ້າຢູ່ ເນື້ອທີ່ ເຮັດການກະເສດ ແມ່ນປັນໃຫ້ໝົດ ຄູ່ຄອບຄົວ ແລ້ວໂຕນີ້.”

ວິທຍຸເອເຊັຽເສຣີ ພຍາຍາມ ຕິດຕໍ່ໄປຫາ ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ຫຼາຍຄັ້ງ ເພື່ອສອບຖາມ ຄວາມຄືບໜ້າ ໃນການຟື້ນຟູ ເມືອງສນາມໄຊ ແຕ່ວ່າ ບໍ່ມີຜູ້ໃດຮັບສາຍ.

ກ່ຽວກັບ ການກໍ່ສ້າງ ເຮືອນຖາວອນ 700 ຫຼັງ ແມ່ນບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ເປັນຜູ້ສນັບສນູນ ເງິນທຶນ ໃນການສ້າງ ຈຳນວນ 24.5 ລ້ານໂດລາ ໂດຍທາງການລາວ ເປັນຜູ້ເບິ່ງແຍງ ແລະ ຈັດສັນພື້ນທິີ່ ແລະ ຈ້າງບໍຣິສັດ ວັນແສງ ພັທນາ ຈຳກັດ ເປັນຜູ້ຮັບເໝົາ ກໍ່ສ້າງເຮືອນຖາວອນ ທັງໝົດ ໃນປັດຈຸບັນ ສາມາດສ້າງໄດ້ 505 ຫຼັງແລ້ວ ຈາກຈຳນວນ 700 ຫຼັງ ຫຼື ປະມານ 61%.

ສຳລັບ ເຫດການ ຂອງສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກນັ້ນ ແມ່ນເກີດຂຶ້ນ ໃນຕອນກາງຄືນ ຂອງວັນທີ 23 ກໍຣະກະດາ ປີ 2018 ແລະ ເຫດການຄັ້ງນັ້ນ ເຮັດໃຫ້ ຊາວບ້ານ ຢູ່ເມືອງສນາມໄຊ ເສັຽຊິວິດ ທັງໝົດ 71 ຄົນ, ມີປະຊາຊົນ 6 ບ້ານ ໄດ້ຮັບຜົລກະທົບ ບໍ່ມີບ່ອນຢູ່ອາສັຍ ແລະ ສູນເສັຽເນື້ອທີ່ດິນ ທຳການກະເສດ ແລະ ອີກ 13 ບ້ານ ໄດ້ຮັບຜົລກະທົບ ບາງສ່ວນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org