ສະຫຼຸບທາງການເງິນ ປະຈໍາວັນທີ 19 ພະຈິກ 2024 ນີ້

ອັດຕາແລກປ່ຽນເງິນ ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 19 ພະຈິກ 2024, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.

ພະນັກງານ ກຳລັງກຽມທອນເງິນ ໃຫ້ລູກຄ້າ ທີ່ຊື້ເຄື່ອງ ໃນນະຄອນຫຼວງວຽງຈັນ. ວັນທີ 26 ກໍລະກົດ 2023. ຮູບພາບຈາກພົນລະເມືອງ

ອັດຕາແລກປ່ຽນເງິນຕາ ປະຈໍາວັນທີ 19 ພະຈິກ 2024 ນີ້ ຕາມລາຍງານຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ເງິນໂດລ້າສະຫະລົດ ອັດຕາຊື້ 1 ໂດລ້າເທົ່າກັບ 21,818 ກີບ, ອັດຕາຂາຍ 1 ໂດລ້າເທົ່າກັບ 22,034 ກີບ. ເງິນບາດໄທ ອັດຕາຊື້ 1 ບາດເທົ່າກັບ 624.54 ກີບ, ອັດຕາຂາຍ 1 ບາດເທົ່າກັບ 637.03 ກີບ. ເງິນຢວນຈີນ ອັດຕາຊື້ 1 ຢວນເທົ່າກັບ 2,970 ກີບ; ອັດຕາຂາຍ 1 ຢວນເທົ່າກັບ 3,029 ກີບ;  ແລະ ເງິນດົງຫວຽດນາມ ອັດຕາຊື້ 1 ດົງເທົ່າກັບ 0.8924 ກີບ ແລະອັດຕາຂາຍ 1 ດົງເທົ່າກັບ 0.9102 ກີບ.    

  • ລາຄາຄໍາ ໃນມື້ວັນທີ 19 ພະຈິກ 2024 ນີ້, ຢູ່ຮ້ານຄໍາພູວົງ ຄໍາຮູບປະພັນ ລາຄາຂາຍ 1 ບາດເທົ່າກັບ28,209,000 ກີບ, ລາຄາຊື້ 1 ບາດເທົ່າກັບ 27,300,000 ກີບ, 1 ສະຫຼືງ ລາຄາຂາຍ 7,054,000 ກີບ, ລາຄາຊື້ 6,800,000 ກີບ.
  • ຄໍາແທ່ງ ລາຄາຂາຍ 1 ບາດລາຄາ 28,100,000 ກີບ, ລາຄາຊື້ 1 ບາດລາຄາ 27,570,000 ກີບ.
  • ລາຄານໍ້າມັນເຊື້ອໄຟ ມີການປັບອາທິດລະ 1 ຄັ້ງໃນມື້ວັນພຸດ. ການປັບລາຄານໍ້າມັນເຊື້ອໄຟ ຄັ້ງວັນທີ 13 ພະຈິກ 2024, ຕາມການກໍານົດ ຂອງກະຊວງອຸດສາຫະກຳ ແລະການຄ້າ, ຢູ່ນະຄອນຫຼວງວຽງຈັນ.
  1. ແອັດຊັງພິເສດ 1 ລິດ 29,660 ກີບ.
  2. ແອັດຊັງທໍາມະດາ 1 ລິດ 22,910 ກີບ ແລະ
  3. ກາຊວນ 1 ລິດ 19,520  ກີບ.
2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org