ງົວໂອນສັນຊາດລາວ ສົ່ງໄປຈີນ
ໂຄງການ ລາວ ຈະສົ່ງງົວ ຂາຍໄປ ຈີນ ປີລະ 500,000 ໂຕ ນັ້ນ ເຮັດໃຫ້ຊີ້ນງົວ ຢຸ່ລາວ ຂາດຕລາດ ແລະ ລາຄາ ກໍແພງຂຶ້ນ.
-
ອຸ່ນແກ້ວ ສຸກສະຫວັນ
2021-08-25 -
-
-
Your browser doesn’t support HTML5 audio
ການສົ່ງງົວຈຳນວນ 500,000 ໂຕ ມີຄວາມຫຍຸ້ງຍາກ ເພາະວ່າ ເນື້ອທີ່ລ້ຽງງົວ ຢູ່ປະເທດລາວມີຈຳກັດ ແລະ ສ່ວນຫຼາຍປະຊາຊົນ ຈະລ້ຽງງົວແບບ ປະຖົມປະຖານ ໃນຂນະທີ່ງົວ ທີ່ສົ່ງອອກໄປຈີນ ເປັນງົວພັນ ທີ່ນຳເຂົ້າມາຈາກ ຕ່າງປະເທດ. ເຈົ້າໜ້າທີ່ຂແນງ ການຄ້າ ແລະ ອຸດສາຫະກັມ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ຕລາດບ້ານເຮົາແຮ່ງຫາກິນງົວຍາກ ງົວຢູ່ວຽງຈັນນີ້ບໍ່ພໍ ແລ້ວ ມີແຕ່ມາຕ່າງແຂວງ ເອົາເຂົ້າມາ ໂດຍສະເພາະ ມາຈາກພາກໃຕ້ ແລະ ມາແຕ່ຊຽງຂວາງພຸ້ນເດ້ ຄັນສົ່ງອອກຫຼາຍ ມັນກະຂາດລະເວີຍ."
ຈີນສັ່ງຊື້ງົວ ຈາກປະເທດລາວ ປີລະ 500,000 ໂຕ ເຮັດໃຫ້ລາວບໍ່ສາມາດສນອງໃຫ້ໄດ້ ແລະ ມັນຈະເຮັດໃຫ້ຊີ້ນງົວຂາດຕລາດ ແລະ ລາຄາຊີ້ນງົວສູງຂຶ້ນ. ເຈົ້າໜ້າທີ່ທ່ານນີ້ກ່າວວ່າ:
"ງົວພໍ່ມີພຽງພໍແລ້ວ ທີ່ຈະສົ່ງຕລາດຢູ່ ປະເທດລາວ ຖ້າສົ່ງອອກໄປນອກປະເທດຫຼາຍ ມັນກະຂາດດູນ ລາຄາຊີ້ນງົວຢູ່ບ້ານເຮົາມັນ ກະລາຄາແພງ."
ທ່ານ ກ່າວຕື່ມອີກວ່າ:
"ຈີນມາເຊັນສັນຍາວ່າ ຊິຊື້ງົວປີນຶ່ງ 500,000 ໂຕ ຈາກປະເທດລາວ ບໍ່ຮູ້ວ່າເພິ່ນຊິສົ່ງເສີມ ຢູ່ໃສລ້ຽງແດ່ ເພາະວ່າ ດິນລ້ຽງງົວຢູ່ ປະເທດລາວ ກໍບໍ່ຫຼາຍ ເພາະວ່າ ປົກຕິງົວຢູ່ ປະເທດ ລາວ ກໍມີຈຳນວນບໍ່ຫຼາຍ."
ເຈົ້າໜ້າທີ່ທ່ານນຶ່ງ ຜູ້ທີ່ເຮັດວຽກ ຢູ່ໃນຂແນງການລ້ຽງສັດ ໄດ້ໃຫ້ສຳພາດ ຕໍ່ເອເຊັຽເສຣີ ວ່າ ການທີ່ຈີນ ເຂົ້າມາຊື້ງົວໃນລາວເປັນ ຈຳນວນຫຼາຍ ຜົລກະທົບ ຄື ລາຄາຊີ້ນງົວ ຈະແພງຂຶ້ນ.
ເຈົ້າໜ້າທີ່: ອັນນີ້ ມັນກະຢາກວ່າທົ່ວປະເທດ ຫັ້ນແຫຼະ ໂດຍສະເພາະ ແຕ່ສ່ວນຫຼາຍງົວມັນກະມີຢູ່ ເຂດນອກເນາະ ຊຽງຂວາງ, ຫຼວງພຣະບາງ, ບໍ່ແກ້ວ, ຫຼວງນ້ຳທາ ເຂດນີ້ແຫຼະ.
ນັກຂ່າວ: ເຂົາໄປເລາະຊື້ຢູ່ຫັ້ນແມ່ນບໍ່?
ເຈົ້າໜ້າທີ່: ເຂົາເຈົ້າອາຈມີຫຼາຍຮູບແບນເນາະ ອາຈມີສາຂາທີ່ວ່າເປັນຄົນລາວ ແຕ່ຄົນລາວຊື້ ເປັນພໍ່ຄ້າມືກາງຫັ້ນແຫຼະ ວ່າຊັ້ນຊະ ລະກະໄປສົ່ງໃຫ້ຈີນຄືເກົ່າ ດຽວນີ້ ທີ່ແນ່ນອນ ກະຄືວ່າ ຂະເຈົ້າມາປູກຫຍ້າ ຢູ່ເມືອງສິງນ່າ ເມືອງສິງ ຫຼວງນ້ຳທາເນາະ ປູກຫຍ້າ ລະງົວທີ່ເຂົາເຈົ້າເອົາໄປສ່ວນຫຼາຍ ບໍ່ທັນເອົາອອກຈີນ ເຂົາເຈົ້າກະໄປທອມຢູ່ຫັ້ນກ່ອນເນາະ.
ນັກຂ່າວ: ເປັນທອມ ເປັນຂຸນ ໃຫ້ມັນຕຸ້ຍພີ?
ເຈົ້າໜ້າທີ່: ແມ່ນລະ ຫຼັງຈາກນັ້ນ ເຂົາເອົາອອກຈີນ.
ນັກຂ່າວ: ງົວນີ້ ມັນງົວລາດ ຫຼື ງົວພັນທີ່ວ່າ ເຂົາເຈົ້າມາຮັບຊື້ເອົານີ້?
ເຈົ້າໜ້າທີ່: ອັນນະ ເອົາທຸກຢ່າງເນາະ ສ່ວນຫຼາຍຂອງຄົນລາວແທ້ໆ ມັນກະເປັນງົວລາດນີ້ແຫຼະ. ງົວລາດແຕ່ວ່າ ລະດັບ 100-200 ກິໂລກຼາມ ຂະເຈົ້າຈຶ່ງເອົາເນາະ ໂຕນ້ອຍຂະເຈົ້າ ບໍ່ເອົາ ໂຕບໍ່ຮອດ 100 ກິໂລກຼາມ ຂະເຈົ້າບໍ່ເອົາ.
ນັກຂ່າວ: ມີກຳນົດກິໂລໄວ້ເລີຍແມ່ນບໍ່ ວ່າ ທໍ່ໃດ ທໍ່ໃດ ເຂົາເອົາຫັ້ນນະ?
ເຈົ້າໜ້າທີ່: ແມ່ນ ຂະເຈົ້າມີກຳນົດ ແຕ່ດີແທ້ ຂະເຈົ້າຢາກໄດ້ ໂຕທີ່ມີນ້ຳໜັກ 200 ກິໂລກຼາມ ແຕ່ວ່າ 100 ປາຍ ນີ້ ກະເອົາຢູ່ ແຕ່ວ່າ ເຂົາຢາກຕິ.
ນັກຂ່າວ: ງົວນີ້ ມັນມີທັງງົວລາດ ງົວພັນເບາະ?
ເຈົ້າໜ້າທີ່: ສ່ວນຫຼາຍຄື ປະຊາຊົນລາວເຮົາລ້ຽງນີ້ ກະເຫັນງົວລາດເນາະ ແລະ ກະສ່ວນນຶ່ງ ເປັນງົວພັນປະສົມ ອັນງົວພັນແທ້ໆ ກະບໍ່ສູ້ມີ. ມີກະມີແຕ່ເອົາມາແຕ່ປະເທດທີ 3 ເນາະ ມາແຕ່ມາເລເຊັຽ ມາແຕ່ໄທຍ ພຸ້ນ ລະມາຜ່ານລາວຊື່ໆ.
ນັກຂ່າວ: ແຕ່ວ່າ ຊາວບ້ານເດ້ ກະສນອງໃຫ້ເຂົາໄດ້ດີບໍ່ ຄືວ່າ ຈັ່ງໃດ?
ເຈົ້າໜ້າທີ່: ອັນນະ ຊາວບ້ານນີ້ ຄັນຊິເວົ້າແລ້ວ ບໍ່ພຽງພໍກັບຄວາມຕ້ອງການ ຂອງຂະເຈົ້າໄດ໋. ອັນນຶ່ງບໍ່ພຽງພໍ ອັນສອງລະ ຄຸນນະພາບ ຂອງງົວຊາວບ້ານຫັ້ນ ຍັງບໍ່ໄດ້ຕາມມາຕຖານ ຂອງຂະເຈົ້າ.
ນັກຂ່າວ: ມັນບໍ່ໄດ້ຈັ່ງໃດ?
ເຈົ້າໜ້າທີ່: ມັນຈະເປັນງົວຈ່ອຍ ລະກະນ້ຳໜັກບໍ່ໄດ້ ຕາມມາຕຖານ ທີ່ຂະເຈົ້າຕັ້ງໄວ້ຫັ້ນນະ. ຊື້ລະເລືອກເອົາແຫຼະ ເລືອກເອົາໂຕໃຫຍ່ ໂຕໃຫຍ່ ໂຕມີນ້ຳໜັກ.
ນັກຂ່າວ: ມັນຊິກະທົບຕໍ່ການສນອງຊີ້ນງົວ ຢູ່ບ້ານເຮົາບໍ່ ຖ້າວ່າເຂົາເຈົ້າສົ່ງໄປຢູ່ຈີນ ຫຼາຍໆ ຫັ້ນນະ?
ເຈົ້າໜ້າທີ່: ໂອ້ ກະມີແຫຼະ ເພາະວ່າ ຊີ້ນງົວນັບມື້ນັບສູງ ຂຶ້ນຫັ້ນນະ.
ນັກຂ່າວ: ລາຄາທໍ່ໃດຕໍ່ໂລ?
ເຈົ້າໜ້າທີ່: ດຽວນີ້ ຢູ່ຕລາດ ດຽວນີ້ ມັນກະລະດັບ 80 ພັນ ກີບ 100,000 ກີບ ພຸ້ນໄດ໋ ລາຄາ ຊີ້ນງົວ.
ນັກຂ່າວ: ສ່ວນໃຫຍ່ເຂົາກະບໍ່ມາຂ້າ ຢູ່ບ້ານເຮົາ ເຂົາກະຖ້າຂາຍໃຫ້ຈີນຕີ້ ບາດນີ້ ຄັນຖ້າວ່າ ຈີນ ມາໃຫ້ລາຄາແພງ?
ເຈົ້າໜ້າທີ່: ບໍ່ມັນກະບໍ່ສເມີໄປ ຂະເຈົ້າກະມີ ພໍ່ຄ້າຊອກຊອກ ແລະ ໄປຂາຍຢູ່ຕລາດ ລະກະຈຳນວນນຶ່ງກະຊອກຊື້ ລະກະສນອງ ໃຫ້ຈີນ ລາຄາຊີ້ນງົວມັນກະ ເພີ່ມຂຶ້ນ ຜົລກະທົບ ກະຄືແນວນັ້ນເນາະ ຫາກມີຂາຍຢູ່ ຢູ່ຕລາດ.
ນັກຂ່າວ: ແຕ່ກີ້ ລາຄາ ທໍ່ໃດ?
ເຈົ້າໜ້າທີ່: ແຕ່ກີ້ ກະ 60 ພັນ ກີບ ລະບາດນີ້ ມັນກະເພີ່ມຂຶ້ນ ເພີ່ມຂຶ້ນມາ ບາງບ່ອນ ກະ 80 ພັນ ບາງບ່ອນກະ 100,000 ກີບ [ຕໍ່ກະໂລກຼາມ].
ນັກຂ່າວ: ແຂວງໃດແດ່ ທີ່ຈີນ ມັກມາເກັບຊື້ ນຳຊາວບ້ານໜິ?
ເຈົ້າໜ້າທີ່: ສ່ວນໃຫຍ່ຈະຢູ່ໃນແຂວງບໍ່ແກ້ວນີ້ ມີຈຳນວນນຶ່ງ ເຂົາເຈົ້າອາຈເອົາມາແຕ່ຊຽງຂວາງ ອີ່ຫຍັງຕ່າງໆພຸ້ນ ແຕ່ວ່າຕລາດງົວ ນີ້ມັນຊິມີທັງຈີນ ແລະ ກະວຽດນາມ ຄວາມຕ້ອງການງົວ ອອກຕ່າງປະເທດນິນ່າເນາະ. ທັງວຽດນາມ ທັງຈີນ ສ່ວນໃຫຍ່ ມັນກະຊິແມ່ນຈີນ.
ນັກຂ່າວ: ຄັນຊັ້ນໜ່ວຍງານທີ່ກ່ຽວຂ້ອງ ຂະເຈົ້າເຮັດແນວໃດຊັ້ນ ຄັນຖ້າວ່າ ຈີນ ມາ ຂະເຈົ້າສົ່ງເສີມ ເບາະ ຫຼືວ່າ ຂະເຈົ້າຊິພຍາຍາມ ວ່າ ໃຫ້ມັນມີກຳນົດ ຄັກແນ່ວ່າ ຊິເອົາອອກ ທໍ່ໃດ ທໍ່ໃດ ກ່ອນທີ່ຊິເອົາອອກ 500,000 ໂຕ?
ເຈົ້າໜ້າທີ່: ອັນນີ້ ທາງແຂວງຂະເຈົ້າ ກະມີແຜນຄືກັນ ຂແນງການກ່ຽວຂ້ອງ ໂດຍສະເພາະ ກະສິກັມ ລົງຊຸກຍູ້ສົ່ງເສີມຊາວບ້ານ ວ່າ ຊິປັບປຸງເທັກນິກ ແນວໃດ ມັນມີການປູກ ການລ້ຽງ ແນວໃດ ຈັດສັນພື້ນທີ່ການລ້ຽງແບບໃດ.
ນອກຈາກນີ້ ເຈົ້າໜ້າທີ່ ຜູ້ທີ່ຮູ້ເຣື່ອງນີ້ ໃຫ້ເຫດຜົລວ່າ ງົວ ສ່ວນຫຼາຍທີ່ສົ່ງອອກໄປຈີນ ເປັນງົວ ທີ່ນຳເຂົາມາຈາກຕ່າງປະເທດ - ແຕ່ ຈະສົ່ງຜົລກະທົບ ກໍໍບໍ່ຫຼາຍ.
ນັກຂ່າວ: ມັນຊິສົ່ງຜົລກະທົບ ຕໍ່ຣະບົບການຈຳໜ່າຍ ອາຫານປະເພດຊີ້ນງົວ ຢູ່ລາວ ບໍ່ ຄັນຖ້າວ່າ ສົ່ງໄປ?
ເຈົ້າໜ້າທີ່ ຜູ້ທີ່ຮູ້ເຣື່ອງ: ຖາມວ່າ ຈະສົ່ງຜົລກະທົບບໍ່ ມັນກະມີຢູ່ ແຕ່ກະຄົງບໍ່ຫຼາຍ ອັນນີ້ ເວົ້າແຈ້ງໆ ສູ່ຟັງກະໄດ້.
ງົວທີ່ເຂົາກຽມເອົາເຂົ້າໄປຈີນ ຕາມໂຄຕ້າ ທີ່ຣັຖບານຈີນ ເຂົາເຊັນສັນຍາກັນ ລະແມ່ນ ເຂົາຮ້ອງວ່າ ງົວ ປ່ຽນສັນຊາດ ປົກຕິລະແມ່ນ ເອົາມາແຕ່ໄທຍ ເອົາມາແຕ່ອິນເດັຽ.
ລະເຂົ້າມາແດນລາວ ມາຂຸນໄວ້ໄລຍະນຶ່ງ ກະເອົາເຂົ້າໄປຈີນ ເພາະງົວລາວມັນ ບໍ່ພຽງພໍຢູ່ ມັນມີຜົລກະທົບບໍ່ ຖາມຊາວບ້ານທົ່ວໆ ໄປຫັ້ນ ປົກຕິງົວທີ່ມີຢູ່ ໃນຊາວບ້ານທົ່ວໆໄປ ສ່ວນຫຼາຍນີ້ ຄື ຢູ່ ໄຊສົມບູນ ຊຽງຂວາງ ບໍ່ ຜົ້ງສາລີ ກະຈັ່ງຊີ້. ຄັນໄຊສົມບູນ ກັບຊຽງຂວາງ ຈັ່ງຊີ້ ເຂົາຈະເອົາໄປວຽດນາມ.
ວຽດນາມ ເຂົາບໍຣິໂພກຊີ້ນງົວຫຼາຍ ແຕ່ວ່າ ຂະເຈົ້າກະເອົາໃນນາມຂ້າມແດນ ທ່ອງຖິ່ນຊື່ໆ ບໍ່ໄດ້ເຮັດເປັນການຄ້າຂາຍ ມີສັນຍົມ ສັນຍາ, ແຕ່ວ່າ ມີແຕ່ ອັນທີ່ເອົາໄປຈີນຫັ້ນແຫຼະ ທີ່ເຫັນອອກຂ່າວວ່າ ເຂົາເຈົ້າຕ້ອງການ 500,000 ໂຕ.
ແຕ່ຖາມວ່າງົວຢູ່ລາວ ມັນມີບໍ່ ມັນມີແຕ່ມັນບໍ່ພຽງພໍດອກ, ແຕ່ວ່າເຂົາເອົາງົວມາແຕ່ ໄທຍ ມາແຕ່ອິນເດັຽ ລະມາຕັດສັນຊາດເປັນ ລາວ. ເຂົາເອົາເຂົ້າສູນຢູ່ຫຼວງນ້ຳທາ ແລະ ອຸດົມໄຊ ລະກະໄປຈີນ ເພາະວ່າ ມາຕຖານຂອງຈີນ ມັນສູງ ໂຕ 300 ກິໂລກຼາມ ຈັ່ງຊີ້. ມາຕຖານຂອງລາວ ບໍ່ສາມາດຕອບສນອງ ໃຫ້ເຂົາໄດ້.
ຊີ້ນງົວພັນ ແລະ ຊີ້ນງົວພື້ນເມືອງ ຫຼື ງົວລາດມີຄວາມແຊບຕ່າງກັນ - ຊີ້ນງົວລາດຈະແຊບ ແລະ ນຸ້ມກວ່າ ຍ້ອນວ່າຊາວບ້ານລ້ຽງ ໃຫ້ກິນຫຍ້າແບບທັມຊາດ ແບບບໍ່ໄດ້ກິນຫົວອາຫານ ຄືກັນງົວພັນ ສະນັ້ນ ຄົນລາວສ່ວນຫຼາຍ ຈຶ່ງນິຍົມກິນຊີ້ນງົວລາດ.
ຄົນທີ່ລ້ຽງງົວຂາຍ ຢູ່ນະຄອນຫລວງວຽງຈັນ ກ່າວວ່າ:
"ງົວລາດມັນກິນແຕ່ຫຍ້າເນາະ ງົວພັນມັນກິນຫົວອາຫານ ຮຳ ກິນຂີ້ເບຍເນາະ ງົວລາດມັນກິນແຕ່ຫຍ້າ ຄວາມແຊບຄວາມຫວານ ມັນກະຕ່າງກັນ ເນື້ອມັນແຂ້ນຜິດກັນເນາະ ເນື້ອມັນກະນຸ້ມຜິດກັນ."
ຈຳນວນງົວ-ຄວາຍ ທີ່ສົ່ງເຂົ້າໂຮງງານຂ້າສັດ ດອນດູ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ 10-15 ໂຕ ຕໍ່ມື້ ສ່ວນວ່າ ໝູສົ່ງ ເຂົ້າໂຮງງານ ມີຈຳນວນ 500 ໂຕ ຕໍ່ມື້ ອີງຕາມຂໍ້ມູນຈາກສື່ທາງການລາວ.