ການເຊົ່າ-ສັມປະທານ ພົບການສໍ້ຣາສ ບັງຫຼວງ: ມາຟັງ ນຳກັນ

ກວດພົບ ການສໍ້ຣາສບັງຫຼວງ ໃນໂຄງການເຊົ່າ ແລະ ສັມປະທານ ທີ່ດິນ ແລະ ຂຸດຄົ້ນແຮ່ທາດ ຂອງນັກລົງທຶນ ຕ່າງປະເທດ, ພ້ອມນີ້ ການເກັບລາຍຮັບ ຈາກໂຄງການເຫລົ່ານັ້ນ ຍັງບໍ່ໄດ້ ຕາມຄາດໝາຍ.

ແຂວງໄຊສົມບູນ ເປັນແຂວງນຶ່ງ ທີ່ພວມມີການພັທນາ ຮວມທັງ ຂຸດຄົ້ນແຮ່ທາດ, ເດືອນກັນຍາ 2017

ອົງການກວດກາ ແຫ່ງຣັຖ ແລະ ກະຊວງຊັພຍາກອນ ທັມມະຊາຕ ຍັງກວດພົບເຫັນ ການເຊົ່າ-ສັມ​ປະທານ ໃຫ້ນັກລົງທຶນ ຕ່າງປະເທດ ເກີດມີການສໍ້ຣາສບັງຫຼວງ ພ້ອມນີ້ ການເກັບາຍຮັບ ຈາກການເຊົ່າ-ສັມປະທານ ບໍ່ໄດ້ ຕາມຄາດໝາຍ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບຂໍຕ້ອນຮັບທ່ານ ເຂົ້າມາສູ່ ຣາຍການ ມາຟັງ ນຳກັນ”, ມາພົບກັນ ເປັນປະຈຳ ທຸກສັປດາ ທາງເພວິທຍຸເອເຊັຽເສຣີ. ຣາຍການນີ້ ພ້ອມເປັນສື່ກາງ ໃນການອອກຂ່າວ ເພື່ອໃຫ້ທ່ານ ໄດ້ຮັບຮູ້ ຂ່າວສານ ທັນເຫດການ ເທົ່າທີ່ ພວກເຮົາ ສາມາດເຮັດໄດ້. ສຳລັບ ຫົວຂໍ້ໃນຣາຍການມື້ນີ້ ແມ່ນ ການເຊົ່າ-ສັມປະທານ ພົບການສໍ້ຣາບັງຫຼວງ.

ໂດຍທາງການ ກໍໄດ້ອອກມາ ຍອມຮັບວ່າ ລາວ ໄດ້ຮັບຜົລປໂຍດ ໜ້ອຍຫຼາຍ ຈາກການເຊົ່າ-ສັມປະທານ ໂດຍສະເພາະ ທີ່ດິນ ແລະ ການຂຸດຄົ້ນແຮ່ທາດ. ພ້ອມນີ້ ຍັງສ້າງຜົລກະທົບ ໃຫ້ປະຊາຊົນທັງໄດ້ຄ່າຊົດເຊີຍ ບໍ່ເປັນທັມ ແລະ ໄດ້ຍ້າຍ ບ່ອນຢູ່ອາສັຍໄປ ເຣີ່ມຕົ້ນໃໝ່ ຈົນເປັນບັນຫາ ມາຮອດປັດຈຸບັນ ຣັຖບານ ຍັງແກ້ໄຂບໍ່ໄດ້. ທ່ານໃດ ມີຄວາມຄິດຄວາມເຫັນ ແນວໃດ ກະຣຸນາ ສົ່ງຄຳເຫັນ ຂອງທ່ານ ລົງໃນຊ່ອງ ຄອມເມັ້ນ ເພື່ອເປັນການແລກປ່ຽນ ຂ່າວສານ ນຳກັນ. ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ຣັຖບານລາວ ຫວັງເພິ່ງ ການລົງທຶນ ຈາກຕ່າງປະເທດ ໂດຍສະເພາະ ແມ່ນປະເທດຈີນ ທີ່ມີການລົງທຶນ ໃນປະເທດລາວ ກວມເອົາ ທຸກຂແນງການ ຊຶ່ງເປັນອັນດັບນຶ່ງ ຂອງການລົງທຶນ ຈາກຕ່າງປະເທດ ຮອງລົງມາ ແມ່ນໄທຍ, ວຽດນາມ ແລະ ປະເທດອື່ນ.

ຜ່ານມາ ການອະນຸຍາດ ໃຫ້ເຊົ່າ-ສັມປະທານ ໃນຫຼາຍຂແນງການ ແຕ່ຈາກການຣາຍງານ ຂອງທາງການພົບວ່າ ຣັຖບານລາວ ໄດ້ຮັບາຍຮັບ ຈາກການເຊົ່າ-ສັມປະທານນີ້ ໜ້ອຍຫຼາຍ. ນອກຈາກນີ້ ການກວດສອບ ຂອງອົງການກວດກາ ແຫ່ງຣັຖ ຍັງພົບວ່າ ມີພນັກງານ ທີ່ກ່ຽວຂ້ອງກັບ ການສໍ້ຣາບັງຫຼວງໃນໂຄງການ ເຊົ່າ-ສັມປະທານ ເປັນຈຳນວນຫຼາຍ ເຮັດໃຫ້ຣັຖ ເສັຫາຍ ແລະ ເປັນໜີ້ ຈົນຍາກ ຈະແກ້ໄຂ. ສົ່ງຜົລ ໃຫ້ໂຕເລຂ ຄວາມເສັຫາຍ ນັບມື້ນັບເພີ່ມຂຶ້ນ ຈົນມາຮອດ ປັດຈຸບັນ ກໍຍັງແກ້ໄຂ ບໍ່ໝົດ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org