​ປະ​ຊາ​ຊົນ ​ເປັນ​ຫ່ວງນຳ ໂຄງ​ການ ພັ​ທ​ນາ ວັງ​ວຽງ

ຊາວລາວເປັນຫ່ວງ ພາຍຫຼັງ ທີ່ທາງການລາວ ໄດ້ໃຫ້ນັກລົງທຶນຈີນ ສັມປະທານ ເນື້ອ​ທີ່ດິນ ເດີ່ນເຮືອບິນ ວັງວຽງເກົ່າ ໃຫ້ສ້າງໂຮງແຮມ 5 ດາວ ແລະ ກາຊີໂນ.

ທັມມະຊາຕ ຄວາມສວຍງາມ ທີ່ເປັນໜ້າທ່ຽວຊົມຢ້ຽມຢາມ ຂອງເມືອງວັງວຽງ citizen-journalist

ພາຍຫຼັງ ທີ່ແຂວງວຽງຈັນ ອະນຸຍາດ ໃຫ້ບໍຣິສັດ ອີຈີນ ວິສາວະກັມກໍ່ສ້າງ ຈໍາກັດ ຂອງຈີນ ສັມປະທານ ເດີ່ນບິນເກົ່າວັງວຽງ ໃນເນື້ອທີ່ 16 ເຮັກຕາຣປາຍ ໃຫ້ພັທນາ ເປັນແຫຼ່ງທ່ອງທ່ຽວ ມີໂຮງແຮມ 5 ດາວ, ໂຮງໝໍ, ໂຮງຮຽນສອນການທ່ອງທ່ຽວ, ຮ້ານຄ້າປອດພາສີ ແລະ ອື່ນໆ ໃນມູນຄ່າ 200 ລ້ານໂດລາສະຫະຣັດ ເພື່ອດຶງດູດ ນັກທ່ອງທ່ຽວ ເຂົ້າມາທ່ຽວວັງວຽງ ຫຼາຍຂຶ້ນ ເຮັດໃຫ້ຊາວລາວ ບໍ່ພໍໃຈນໍາ. ຊາວລາວຫຼາຍ ຄົນຕົກໃຈ ແລະ ເປັນຫ່ວງນໍາ ພາບພົດອັນດີ ແລະ ທັມຊາຕ ອັນສວຍງາມ ຂອງເມືອງວັງວຽງ, ທີ່ອາຈຖືກທຳລາຍໄປ ພາຍຫຼັງທີ່ ເກີດມີສິ່ງ ດັ່ງກ່າວ ນັ້ນແລ້ວ, ດັ່ງຊາວລາວ ໃນແຂວງພາກໃຕ້ທ່ານນຶ່ງ ໄດ້ກ່າວຕໍ່ ວຶທຍຸ ເອເຊັຽ ເສຣີ ເມື່ອວັນທີ 16 ກຸມພາ 2018 ນີ້ວ່າ:

“ຂ້ອຍວ່າ ເຮັດອັນໃດກະເຮັດ, ແຕ່ວ່າ ກາຊິໂນ່ນີ້ ບໍ່ມັກ, ສ່ວນຕົວຂ້ອຍນີ້. ມັນມາກັບ ອະບາຍມຸກ ມີຂ້າ ມີແກງ ມີຫັກຫຼັງ ມີອັນໃດ, ເຮົາເປັນ ຊາວພຸທ ນ່າ ເຮົາຫາກິນ ແບບຍຸຕິທັມ ດີກ່ອນ. ມັນບໍ່ຖືກກັບ ປະເພນີ ລາວດອກ, ມັນບໍ່ເໝາະ ມັນໃກ້ນະຄອນຫຼວງ ມັນແຫຼ່ງທ່ອງທ່ຽວໂຕນີ້ ເຮົາຄວນ ອະນຸລັກຮັກສາໄວ້ ແບບວັທນທັມອີ່ຫຍັງ."

ຊາວລາວ ອີກທ່ານນຶ່ງ ກໍໄດ້ກ່າວ ໃນມື້ດຽວກັນວ່າ ການພັທນາ ເຂດດັ່ງກ່າວ ກໍຖືເປັນເຣື້ອງທີ່ດີ, ແຕ່ສຳຄັນ ຕ້ອງມີການສຶກສາ ໃຫ້ຄັກແນ່ ເຖິງຜົລກະທົ ບທາງກົງ ແລະ ທາງອ້ອມ ຕໍ່ສພາບແວດລ້ອມ ແລະ ສັງຄົມ ທັງຕ້ອງມີ ການປະເມີນ ຜົລໄດ້ຜົລເສັຽ ໃນໄລຍະສັ້ນ ແລະ ໄລຍະຍາວ ນໍາດ້ວຍ:

“ກະສຳຄັນວ່າ ໃຫ້ລາວ ຕ້ອງໃຫ້ມີນັກລົງທຶນລາວ ມີຮຸ້ນຢູ່ໃນຫັ້ນຕ່ຳສຸດ ກະຕາມກົດໝາຍ 40 ຫາ 50 ເປີເຊັນບໍ ຈັ່ງຊັ້ນ 50-50 ບໍຈັ່ງຊັ້ນ ເພື່ອ ວ່າມັນຈະໄດ້ຜົລປໂຍດຫັ້ນນ່າ. ຄັນວ່າຊິໃຫ້ຕ່າງປະເທສ 100 ເປີເຊັນ, ມັນກະບໍ່ສົມ. ຄັນມັນມີ ຜົລໄດ້ຮັບ ຜົລຕອບແທນ ຄຸ້ມຄ່າ ໄລຍະຍາວບໍ ອັນອື່ນ ກະມີສພາບແວດລ້ອມ ກະບໍ່ເສັຽບໍ, ເສຖກິຈ-ສັງຄົມ ກະມີການປັບປຸງດີຂຶ້ນ ຄົນທ້ອງຖິ່ນ ກະໄດ້ຜົລປໂຍດ ຕາມໆມາ ໂດຍມີຄວາມ ເໝາສົມ."

ໃນຂະນະດຽວກັນ, ຊາວລາວອີກທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ຕັ້ງຂໍ້ສັງເກດວ່າ ການຕັດສິນໃຈ ຂອງທາງການ ແຂວງວຽງຈັນ ທີ່ວ່ານັ້ນ ອາຈເປັນການລະເມີດກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ເພາະໃນໄລຍະຜ່ານມາ ບໍ່ເຄີຍໄດ້ຍິນວ່າ ໂຄງການດັ່ງກ່າວ ຖືກຮັບຜ່ານ ຈາກສພາແຫ່ງຊາຕລາວ:

“ທີ່ຈິງໂຄງການໃຫຍ່ປານນີ້ ມັນກະໜ້າຈະຂຶ້ນຜ່ານສພາເນາະ ເພາະວ່າຄັນເວົ້າເຣື້ອງກົດໝາຍມັນກະມີຢູ່ໃນຫັ້ນລະນ່າຫັ້ນນ່າ. ມາເຮັດໂຄງ ການໃຫຍ່ຈັ່ງຊີ້, ມັນບໍ່ຜ່ານສພາ ກະຄືຄວາມໝາຍວ່າ ມີມິຫຍັງບໍ່?…ຊີ້ນ່າ. ການເຊັນສັນຍາ ຫຼື ການເຮັດຫຍັງຕ່າງໆ ກະຄວນຈະລະອຽດອ່ອນ ກວ່ານີ້ເນາະ, ບໍ່ແມ່ນວ່າ ຢູ່ປຸບປັບລະ ເຊັນສັນຍາກັນຂຶ້ນມາເລີຍ."

ຕໍ່ບັນຫານີ້, ວິທຍຸ ເອເຊັຽ ເສຣີ ໄດ້ໂທຣະສັບ ຕິດຕໍ່ໄປ ຫາຜແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ໃນມື້ວັນທີ 16 ກຸມພານີ້, ແຕ່ ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ພ້ອມທີ່ຈະໃຫ້ຄວາມເຫັນ ໃນເຣື້ອງນີ້. ຕາມສັນຍາ, ໂຄງການພັທນາ ເດີ່ນເຮືອບິນເກົ່າ ກາງເມືອງວັງວຽງ, ແຂວງວຽງຈັນ ມີມູລຄ່າ ປະມານ 200 ລ້ານໂດລ້າສະຫະຣັດ, ສັມປະທານ 50 ປີ ແລະ ຈະໃຊ້ເວລາກໍ່ສ້າງ 5 ປີ, ໃນເນື້ອທີ່ປະມານ 16 ເຮັກຕ້າ ຄາດ ວ່າ ໂຄງການນີ້ ຈະສ້າງວຽກເຮັດງານທຳ ໃຫ້ຄົນທ້ອງຖິ່ນ ປະມານ 2,000 ຫາ 3,000 ຄອບຄົວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org