ຄົນງານຣົດໄຟລາວ-ຈີນ ຍັງບໍ່ໄດ້ ກັບມາລາວ ຫຼາຍຄົນ

ກັມມະກອນຈີນ ຫລາຍຄົນ ຍັງບໍ່ສາມາດ ກັບມາເຮັດວຽກ ສ້າງທາງຣົດໄຟ ລາວ-ຈີນ ຍ້ອນ ເຊື້ອວັຍຣັສ ໂຄວິດ ຣະບາດ ຢູ່ ຈີນ.

ຄົນງານທີ່ເຮັດວຽກ ໃນໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ RFA/PS

ກັມມະກອນຈີນ ທີ່ເຮັດວຽກສ້າງທາງຣົດໄຟລາວ-ຈີນ ຫຼຸດລົງຍ້ອນວ່າຫຼາຍຄົນ ຍັງບໍ່ສາມາດ ກັບມາເຮັດວຽກ ຂນະທີ່ເຊື້ອວັຍຣັສ ໂຄວິດ-19 ຣະບາດຢູ່ຈີນ. ດັ່ງເຈົ້າໜ້າທີ່ເມືອງ ຫີນເຫີບ ແຂວງວຽງຈັນ ກ່າວຕໍ່ RFA ໃນມື້ວັນທີ 20 ກຸມພານີ້ວ່າ:

"ກັມມະກອນຈີນ ນີ໋ຖືວ່າໜ້ອຍລົງຫຼາຍ ເຫັນຢູ່ຄ້າງບໍ່ແນວໃດກໍບໍ່ຮູ້ ໄດ້ຍິນຂ່າວຢູ່ວ່າ ບາງເທື່ອເຂາກໍຢາກກັບມາຢູ່ ແຕ່ຕ້ອງຢຸດບໍ່ໃຫ້ກັບ."

ແລະ ເຈົ້າໜ້າທີ່ເມືອງ ວັງວຽງ ກໍເວົ້າໃນທໍານອງດຽວກັນນັ້ນວ່າ:

”ເມື່ອຕອນກຸດຈີນແລ້ວ ບໍ່ໄດ້ກັບ ກໍບໍ່ຄຶກຄື້ນປານໃດແລ໊ວ ບໍ່ຢາກເຫັນແລ້ວເດ໊ ແຕ່ຄ່າພຍາດສາຍພັນໃໝ່ມານີ້ ເບົາບາງລົງແລ້ວ ກັມກອນ ທາງຣົດໄຟ ນີ້ນ່າ.”

ແລະວ່າ ຄົນງານລາວຈໍານວນນຶ່ງ ກໍຍັງໄດ້ເຮັດວຽກ ຕາມປົກກະຕິຢູ່ຄືເກົ່າ. ເປັນຕົ້ນຢູ່ເຂດເມືອງຫີນເຫີບ ດັ່ງທ່ານກ່າວຕື່ມວ່າ:

“ຈໍານວນຄົນລາວຈໍານວນນຶ່ງ ທີ່ເຮັດວຽກນໍາ ກະຍັງເຮັດວຽກຢູ່ ຍັງເຮັດເປັນປົກກະຕິ ຢູ່ກະມີສ່ວນ ຜູ້ໄປຜູ້ຢູ່ນີ້ນະ ໂຕໃດບໍ່ທັນແລ້ວ ເຂົາກະຍັງສືບຕໍ່ ຈໍານວນຄົນຈີນເຮັດວຽກ ມາເຖິງວປັດຈຸບັນ ນີ້ ບໍ່ຫລາຍແລ້ວ ຫລຸດລົງຫລາຍແລ້ວ.”

ຄົນງານລາວ ທີ່ຍັງໄດ້ເຮັດວຽກຢູ່ ແລະຄົນງານຈີນ ທີ່ຫລຸດລົງນັ້ນ ທ່ານກໍບໍ່ຮູ້ຄັກແນ່ວ່າ ມີຈໍານວນເທົ່າໃດກັນແທ້ ແຕ່ກໍຄິດວ່າການທີ່ ຄົນງານຈີນ ຈໍານວນຫລາຍບໍ່ກັບມາເທື່ອນັ້ນ ອາດມີສ່ວນເຮັດໃຫ້ ການສ້າງທາງຣົດໄຟ ຫລ້າຊ້າໃນບາງວຽກງານ ໂດຍສະເພາະ ວຽກທີ່ຕ້ອງອາສັຍ ຄົນງານທີ່ມີຄວາມສາມາດສູງ ຊຶ່ງສ່ວນໃຫຍ່ກໍແມ່ນວຽກຂອງຄົນຈີນ. ສ່ວນຄົນງານລາວ ເປັນຕົ້ນຄົນຂັບຣົດ ແລະ ນັກວິຊາການຈີນສ່ວນນຶ່ງ ທີ່ເຮັດວຽກສ້າງທາງຣົດໄຟ ຢູ່ເຂດເມືອງວັງວຽງ ກໍຍັງເຮັດວຽກຕາມປົກກະຕິ ຢູ່, ດັ່ງເຈົ້າໜ້າທີ່ເມືອງວັງວຽງ ອີກທ່ານນຶ່ງກ່າວວ່າ:

“ສ່ວນນຶ່ງກະບໍ່ເຊົາກໍ໋ພາກສ່ວນ ພາກວິຊາສະເພາະຫັ່ນນະ ວິຊາສະເພາະວິຊາການ ຄະນະກັມມະການບໍ່ໄດ້ເຊົາແຫລະ ກວດວຽກຢູ່ປະຈຳ ແຕ່ພາກສ່ວນເຮັດວຽກດິບ ເຮັດກັມມະກອນກະຕ້ອງ ໄດ້ຢຸດກ່ອນ ເພາະວ່າກັມມະກອນຈີນໜ້ອຍລົງຫຼາຍ.”

ປັດຈຸບັນ ຄົນງານທັງໝົດທີ່ເຮັດວຽກ ໃນໂຄງການສ້າງທາງ ຣົດໄຟ ລາວ-ຈີນໃນແຂວງຕ່າງໆທີ່ເປັນທາງຜ່ານ ມີທັງໝົດ 16 ພັນຄົນ. ໃນນັ້ນມີຄົນງານລາວປະມານ 4 ພັນ 5 ຮ້ອຍຄົນ ເຖິງແມ່ນວ່າໃນປີ 2017 ບໍຣິສັດຜູ້ຮັບເໝົາຂອງຈີນ ເວົ້າວ່າຕ້ອງການ ຄົນງານລາວ ເຮັດວຽກໃນໂຄງການນີ້ 7 ພັນ 112 ຄົນ, ອີງຕາມຂໍ້ມູນຂອງກະຊວງ ແຮງງານແລະສວັດດິການສັງຄົມຂອງລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org