ນັກລົງທຶນຈີນຢູ່ລາວ ຈະສົ່ງງົວ ໄປຈີນ

ໂຄງການຮ່ວມມື ລ້ຽງງົວ ລາວ-ຈີນ ຢູ່ແຂວງຫຼວງນໍ້າທາ ມີແຜນຈະສົ່ງ ງົວອອກໄປຈີນ ຈໍານວນ 3,000 ໂຕ ໄປຈີນ ໃນວັນທີ ວັນທີ 27-28 ເມສາ 2021 ນີ້.

ຟາມລ້ຽງງົວ ຂອງຈີນ ໃນລາວ ທີ່ມີແຜນ ຈະສົ່ງໄປ ປະເທດຈີນ. ນັກຂ່າວພົລເມືອງ

ຜູ້ປະກອບການລ້ຽງງົວ ໃນປະເທດລາວ ຢ້ານວ່າ ອາຈສົ່ງຜົລກະທົບ ຕໍ່ຜູ້ບໍຣິໂພຄພາຍໃນ ເຊັ່ນ; ຊີ້ນງົວ ຈະຂາດແຄນ ຣາຄາຈະ ແພງຂຶ້ນ ຖ້າໂຄງການຮ່ວມມື ສົ່ງເສີມການລ້ຽງງົວ ພັນຊີ້ນ ສົ່ງອອກໄປຈີນ ເຊິ່ງເປັນການຮ່ວມມື ຂອງຣັຖບານລາວ ກັບຣັຖບານຈີນ ດຳເນີນຕາມ ແຜນການທີ່ວາງໄວ້ ຈະສົ່ງງົວອອກໄປຈີນ ປີລະ 5 ແສນໂຕ. ດັ່ງຜູ້ປະກອບການ ລ້ຽງງົວ ທີ່ຂໍສງວນຊື່ ໄດ້ກ່າວຕໍ່ RFA ເມື່ອວັນທີ 01 ມິນາ ວ່າ:

“ຈັກໜ່ອຍງົວ ກາຫຼຸດໜ້ອຍຖອຍລົງຫຼາຍ, ຂາດຕລາດ ອັນສົ່ງໄປຈີນຫຼາຍເດ້ ດຽວນີ້ ກໍຍັງເອົາງົວໄທຍເຂົ້າມາຫຼາຍ ແລ້ວມັນ ເປັນ ຍ້ອນລູກຄ້າຫຼາຍ. ຜລິດໜ້ອຍ ມັນກໍໝົດໄປເລີຍລະ ງົວໂຕນຶ່ງອອກລູກໂຕດຽວ ຣັຖບານເພິ່ນກາເລັ່ງເຫັນ ແບບໃດບຸ ບໍ່ຮູ້ ເພິ່ນໄປ ເຊັນສັນຍາກັບຈີນ.”

ທ່ານໄດ້ກ່າວຕືື່ມວ່າ ຄິດວ່າຣາຄາງົວ ຄືຈະບໍ່ຕົກ ເພາະຖ້າງົວຂາດຕລາດ ກໍຕ້ອງຣາຄາແພງ. ຄວາມຕ້ອງການ ຂອງຈີນ ແລະ ວຽດ ນາມ ມີຫຼາຍ, ປັຈຈຸບັນ ສອງປະເທດ ກໍແຂ່ງຂັນກັນສູງ ໃນຣາຄາຊື້ງົວ ເຊິ່ງດຽວນີ້ຣາຄາຂາຍອອກ ສ່ວນໃຫຍ່ເປັນງົວນ້ອຍ ປະມານ 70-80 ກິໂລ ກໍຂາຍໄດ້ ປະມານ 1-2 ລ້ານກີບ ກໍຖືວ່າ ຣາຄາສູງແລ້ວ ເຂົາເຈົ້າ ກໍເອົາໄປລ້ຽງຕໍ່ ໃຫ້ໄດ້ນໍ້າໜັກ ຕາມມາຕຖານ ສົ່ງໄປຈີນ.

ການສນອງຊີ້ນງົວ ເຂົ້າສູ່ການບໍຣິໂພຄ ຊາວກະສິກອນອີກທ່ານນຶ່ງ ໄດ້ໃຫ້ຄວາມເຫັນວ່າ ບໍ່ພຽງພໍ ກັບຄວາມຕ້ອງການ ເຊິ່ງມັນກໍ ມີຫຼາຍປັດຈັຍ ທັງງົວເປັນພຍາດ ລົ້ມຕາຍ. ການລ້ຽງ ງົວ ກໍໃຊ້ເວລາດົນ ຈຶ່ງຂາຍອອກໄດ້ ແລະ ຖ້າບໍ່ໄດ້ຣາຄາ ສົມເຫດສົມຜົລ ຜູ້ລ້ຽງງົວກໍບໍ່ຂາຍ.

“ຈະຂາດຢູ່ຕິ ສູ່ມື້ນີ້ກາຊອກຍາກແລ້ວເດ້, ງົວບໍ່ພໍງົວ ເປັນພຍາດເດ້ ຕັ້ງທ້ອງ 8-9 ເດືອນ ປີສອງປີ ຈັ່ງຄ່ອຍໄດ້ຂາຍ ເກີດມາປີນີ້ ຈັ່ງວ່າຈະຂາຍເລີຍ. ເກີດມາປີນີ້ ຄັນວ່າຈະຂາຍເລີຍ ມັນກາໄດ້ຣາຄາຖືກເນາະ. ລ້ຽງຈົນວ່າພໍຂາຍ ຊິເກີດອີກບາດນຶ່ງກໍຕັ້ງ ອີກປີນຶ່ງ ພຸ້ນ ຄັນວ່າ 300 ກິໂລ ຫາກອຶດ ບໍ່ມີຄົນລາວຈະລ້ຽງ ຈັ່ງໃດຄັນຂໍຈີນມາປະມູນ ລາວກາເອົາໄປຊຸມຕໍ່.”

ໂຄງການ ສົ່ງງົວພັນຊີ້ນ ອອກໄປຈີນ ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຫຼວງນໍ້າທາ ທີ່ຮັບຜິດຊອບຂແນງລ້ຽງສັດ ໄດ້ ກ່າວວ່າ ຍັງບໍ່ທັນໄດ້ ມີການສົ່ງອອກເທື່ອ ແຕ່ໃນປີນີ້ ຄາດວ່າ ເດືອນເມສາ ຈະສົ່ງອອກ 3 ພັນໂຕກ່ອນ:

“ໂຄງການນີ້ ແມ່ນໂຄງການຮ່ວມ ຣັຖບານລາວ ແລະ ຣັຖບານຈີນ ຕາມແຜນ ເພິ່ນກໍຕ້ອງເກັບຊື້ ໃຫ້ມັນໄດ້ 5 ແສນໂຕຕໍ່ປີ ເຊິ່ງ ເຮັດມາຕັ້ງແຕ່ ປີ 2017 ປັຈຈຸບັນ ກໍຍັງບໍ່ໄດ້ ມີການຣິເລີ້ມ ສົ່ງອອກເທື່ອ ເບື້ອງຕົ້ນ ກໍວ່າ ເດືອນເມສານີ້ ຈະສົ່ງອອກໄປ ເປັນ ຄັ້ງທຳອິດ 3 ພັນໂຕກ່ອນ.”

ເຈົ້າໜ້າທີ່ ໄດ້ກ່າວຕື່ມວ່າ ເບື້ອງຕົ້ນໂຄງການນີ້ ຈຳເປັນຕ້ອງໄດ້ອອກໄປ ຊື້ງົວຂອງຊາວບ້ານ ຫຼື ມີບໍຣິສັດ ຮັບຊື້ຕາມຟາມ ລ້ຽງງົວ ໄປກ່ອນ. ແຕ່ກ່ອນ ຈະສົ່ງອອກໄປຈີນ ງົວຕ້ອງມີນໍ້າໜັກ ຕາມມາຕຖານ 300 ກິໂລ ແລະ ອາຍຸບໍ່ເກີນ 4 ປີ. ເຊິ່ງນີ້ ເປັນບັນຫາ ໃຫຍ່ ທີ່ທາງໂຄງການ ຕ້້ອງແກ້ໄຂ ເພາະວ່າ ງົວລາວ ເປັນງົວພັນນ້ອຍ.

ເມື່ອວັນທີ 26 ມິນາ ຜ່ານມາ ຕາມການຣາຍງານ ຂອງນັກຂ່າວເມືອງສິງ ແຂວງຫຼວງນໍ້າທາ ໂຄງການສົ່ງເສີມ ການລ້ຽງງົວພັນຊີ້ນ ທີ່ມີສູນຕັ້ງຢູ່ເມືອງສິງ ເປັນບ່ອນປະຕິບັດໂຄງການ ໄດ້ນຳງົວ ຈຳນວນ 3,000 ໂຕ ເຂົ້າສູນກັກກັນ ປອດພຍາດ 30 ວັນ ຄາດວ່າ ວັນທີ 27-28 ເມສາ ຈະສາມາດ ສົ່ງງົວຈຳນວນດັ່ງກ່າວ ອອກໄປຈີນ.

ໃນຂນະທີ່ ເມື່ອທ້າຍເດືອນ ມິນາ ຜ່ານມາ ກຸ່ມບໍຣິສັດດອກງິ້ວຄໍາ ຫຼື ເຂດເສຖກິຈພິເສດ ສາມຫລ່ຽມຄຳ ເດີນທາງມາ ແຂວງ ສາຣະວັນ ແລະ ແຈ້ງເຈດຈຳນົງວ່າ ຕ້ອງການ ມາສຳຣວດ ຄວາມເປັນໄປໄດ້ ທີ່ຈະລົງທຶນ ພັທນາເດີ່ນບິນ ຂອງແຂວງ, ລົງທຶນ ໃສ່ດ້ານກະສິກັມ ປູກຝັງ-ລ້ຽງສັດ ແລະ ການທ່ອງທ່ຽວ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງແຂວງ ສາຣະວັນ ໄດ້ກ່າວວ່າ:

“ລົງມາສຳຣວດ ລົງມາພົບທ່ານເຈົ້າແຂວງແລ້ວກໍໄປສຳຣວດ ເບິ່ງແຖວ ເມືອງສະໝ້ວຍ ສ່ວນນຶ່ງຂອງເມືອງຕະໂອ້ຍ ແຖວໆ ລາວ-ວຽດນາມ ເຈດຈຳນົງ ເພິ່ນຢາກສົ່ງເສີມລົງທຶນດ້ານການກະເສດ.”

ຕາມການຣາຍງານ ຂອງທາງການ ແຂວງສາຣະວັນ ຈຸດທີ່ທັງສອງຝ່າຍ ໄດ້ລົງໄປສຳຣວດ ດັ່ງບ່ອນ ທັມການຜລິດກະສີກັມ ຢູ່ ບ້ານໂຈະ ເມືອງຕາໂອ້ຍ ເຊິ່ງເປັນເຂດທີ່ມີເນື້ອທີ່ ດິນເປົ່າຫວ່າງກວ້າງຂວາງ ເໝາະແກ່ການປູກຝັງລ້ຽງສັດ ແລະ ການທ່ອງທ່ຽວ.

ອີກຈຸດນຶ່ງ ກໍສຳຣວດ ເຂດເຊື່ອມຕໍ່ ລະຫວ່າງ ຊາຍແດນລະໄລ ເມືອງສະໝ້ວຍ ເຊິ່ງເປັນເຂດຊາຍແດນ ລາວ-ວຽດນາມ ທີ່ມີ ຄວາມເປັນໄປໄດ້ ທີ່ຈະເປັນຈຸດທ່ອງທ່ຽວ, ການຊື້-ຂາຍ ແລະ ຂົນສົ່ງ ສິນຄ້າ.

ເມື່ອເດືອນ ສິງຫາ ປີຜ່ານມາ ກຸ່ມບໍຣິສັດດອກງິ້ວຄຳ ໄດ້ເດີນທາງໄປ ແຂວງຊຽງຂວາງເພື່ອສຳຣວດ ຊອກຫາການລົງທຶນ. ໃນນັ້ນ ຜແນກແຜນການ ແລະ ການລົງທຶນ ແລະ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ນຳພາຄະນະ ບໍຣິສັດດອກງິ້ວຄຳ ຫຼື ເຂດເສຖກິຈ ພິເສດສາມ ຫລ່ຽມຄຳ ລົງໄປເບິ່ງ ກິຈການພາຍໃນແຂວງ ເຊັ່ນ; ໄປເບິ່ງ ຈຸດເຂດເສຖກິຈພິເສດ ໜອງຄັງຫຼວງ, ເນື້ອທີ່ເຂດຫ້ວຍເທີນ ເມືອງແປກ, ຟາມງົວ ບໍຣິສັດ ພັທນາກະສິກັມ ລາວ- ຢີ່ປຸ່ນ ຈຳກັດ, ຟາມແກະກອງທັບ ແລະ ສນາມກ໊ອຟ ຂອງ ບໍຣິສັດວິງວອນ.

ໃນການເດີນທາງ ມາແຂວງຊຽງຂວາງ ຂອງກຸ່ມບໍຣິສັດ ດອກງິ້ວຄຳ ຍັງບໍ່ຄຳຕອບຊັດເຈນ ວ່າ ທາງກຸ່ມບໍຣິສັດ ດັ່ງກ່າວ ຈະມາ ລົງທຶນ ໃສ່ດ້ານໃດ. ນັບແຕ່ເດືອນ ສິງຫາ ປີກາຍ ຈົນມາເຖິງປັຈຈຸບັນ ຍັງບໍ່ໄດ້ມີຄຳຕອບ ວ່າ ກຸ່ມບໍຣິສັດ ດອກງິ້ວຄຳ ຈະມາ ລົງທຶນ ໃນແຂວງຊຽງຂວາງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org