ລາວຊ່ອຍຈີນ ຊື້ດິນລາວ

ມີຄົນຈີນເຂົ້າມາຊື້ ທີ່ດິນຢູ່ລາວ ໂດຍສະເພາະທີ່ດິນ ຢູ່ໃກ້ເຂດໂຕເມືອງ ແລະໃກ້ໂຄງການ ພັທນາຕ່າງໆ.

ຜືນດິນຖິ່ນນາ ຢູ່ລາວ ກໍາລັງຖືກຍຶດຄອງ ໂດຍຄົນຈີນ ນັບແຕ່ຂັ້ນຣັຖບານ ຈົນຮອດພວກນາຍທຶນນ້ອຍໃຫຍ່ ໂດຍທາງຕຣົງ ແລະ ທາງອ້ອມ. File photo: RFA

ປັດຈຸບັນ ມີຄົນກຸ່ມຄົນຈີນ ເຂົ້າມາຊື້ທີ່ດິນຢູ່ໃນເຂດໂຕເມືອງ ແລະ ເຂດທີ່ຢູ່ໃກ້ໂຄງການພັທນາເອົາໄວ້ ໂດຍອອກຊື່ຂອງຄົນລາວ, ແຕ່ຄົນຈີນຈະຢູ່ເບື້ອຫຼັງ ເປັນຜູ້ສນອງເງິນທຶນໃຫ້.

ນັກວິຊາການລາວ ທ່ານນຶ່ງໃຫ້ສຳພາດວ່າ, ກຸ່ມຄົນຈີນເຂົ້າມາຊື້ດິນ ເພື່ອຂາຍກິນກຳໄລ ໃນເວລາທີ່ມີໂຄງການໃຫຍ່ໆ ເຂົ້າມາ:

ນັກວິຊາການ: ມັນມາຊື້ປະໄວ້ແບບນີ້ເນາະ ຊື້ປະໄວ້ ບາດເວລາໂຄງການໃຫຍ່ໆ ເຂົ້າມາປຶບມັນກະຂາຍ ຂາຍໃນລາຄາແພງ ມັນກະເອົາເງິນຈຸດນັ້ນ ແບ່ງໃຫ້ຄົນທີ່ມັນເຊື່ອໃຈ ແບ່ງໃຫ້ຄົນທີ່ມັນເຊື່ອໃຈ ມັນກະເອົາກຳໄລກັບເມືອ.

ນັກຂ່າວ: ຢູ່ໃສເກາະ ທີ່ວ່າມີຫັ້ນນະ?

ນັກວິຊາການ: ມີທົ່ວໄປ ມີທຸກເມືອງໃຫຍ່ ວ່າຊັ້ນໄປ໋. ບ່ອນໃດ ແຫຼ່ງທ່ອງທ່ຽວທີ່ຈະມີ ບ່ອນໃດແຫຼ່ງກະສິກັມທີ່ຈະມີ ມັນມີຫຼາຍ ເມືອງໃຫຍ່ມີໂລດ.

ນັກຂ່າວ: ເວົ້າໃຫ້ຟັງແດ່ ຢູ່ເມືອງໂຂງ ມັນເປັນຈັ່ງໃດເກາະ?

ນັກວິຊາການ: ເມືອງໂຂງນີ້ ມັນມາກວດຊື້ ຖືກຜູ້ໃດຫູເບົາກະຂາຍ ແຕ່ຂ້ອຍນີ້ ດິນມູນ ພໍ່ແມ່ປັນເນາະ ສ່ວນທີ່ເປັນຂອງອ້າຍ ອ້າຍຊື້ຂາຍ ຂ້ອຍຊື້ໄວ້ ຂ້ອຍບໍ່ໃຫ້ຂາຍ ຄັນມັນຊິຊື້ແຕ່ ຕອນດຽວຫັ້ນ ມັນບໍ່ຊື້ ມັນນ້ອຍ ດິນມັນແບ່ງເປັນ 4 ພູດ. ສາມພູດ ຂ້ອຍຊື້ໄວ້ໝົດ - 2 ພູດຂ້ອຍຊື້ໄວ້ ລວມທັງພູດຂ້ອຍ ພູດ 1.

ນັກຂ່າວ: ມັນຢາກຊື້ໄວ້ຫຼາຍໆ ແມ່ນເບາະນີ້?

ນັກວິຊາການ: ດິນແຄມນ້ຳຂອງເປົ້າໝາຍມັນ.

ນັກຂ່າວ: ຢູ່ແຖວເມືອງໂຂງ ເຂົາກະຕຽມໄປຊື້ໄວ້ແມ່ນເບາະນີ້?

ນັກວິຊາການ: ເອີມັນມີ ກະຊື້ໃນນາມຄົນລາວຫັ້ນລະ.

ນັກຂ່າວ: ອັນນີ້ ມັນມີນາຍໜ້າຫວະ ມາຊື້ໃຫ້ເຂົາ?

ນັກວິຊາການ: ເອີ; ນາຍໜ້າຄົນລາວຫັ້ນແຫຼວ ຄົນລາວມາຊື້ ນາຍໜ້າຄົນລາວຫັ້ນອີກ ແຕ່ທຶນກັບເງິນແມ່ນຄົນຈີນ ລຳພັງຄົນລາວ ຊິມີເງິນໄປກວດຊື້ດິນຈັ່ງຊັ້ນ, ບໍ່ແມ່ນວ່າດູຖູກດອກ ແມ່ນຕົ່ວວະ. ເຮົາຢູ່ແຜ່ນດິນລາວ ເຮົາຮູ້ວ່າ ມັນເປັນຈັ່ງໃດ.

ນັກຂ່າວ: ຈີນນີ້ ເປັນຫຍັງຈຶ່ງມາກວ້ານ ຊື້ທີ່ດິນເອົາໄວ້?

ນັກວິຊາການ: ມັນເປັນຈັ່ງຊີ້ເນາະ ທຶນທີ່ມັນຈະໄຫຼອອກຈາກຈີນ ຂ້າມຜ່ານເຂົ້າມາເອເຊັຽ ມັນຕ້ອງເລີ້ມຈາກປະເທດໃກ້ຄຽງ ຂອງມັນກ່ອນ ຄືເສັ້ນທາງສາຍໄໝ One Belt One Road. ມັນເຂົ້າມາລາວກ່ອນ ແລ້ວມັນກໍມາເອົາຈຸດນີ້ໄປ ເຮັດໄປເລື້ອຍໆ. ອັນທີສອງລະ ເພື່ອຜົນກຳໄລ. ຄົນທີ່ມາກວ້ານຊື້ ຈີນທີ່ມາກວ້ານຊື້ທີ່ດິນ ຂ້ອຍກະໝັ້ນໃຈວ່າ ເຄິ່ງນຶ່ງ ມັນຕ້ອງແມ່ນຄົນຂອງຣັຖບານ ຈີນ ອີກເຄິ່ງນຶ່ງແມ່ນນາຍທຶນ. ຈັ່ງໃດກະມີຈາກພາກຣັຖ [ຈີນ] ເຂົາມີນະໂຍບາຍ ສົ່ງເສີມແບບນີ້ ບໍຣິສັດຍັກໃຫຍ່ນີ້ ບໍ່ມີດອກຂອງ ເອກກະຊົນ ແມ່ນຣັຖບານໂລດ.

ນັກຂ່າວ: ນອກຈາກເມືອງໂຂງ ລະຢູ່ເມືອງໃດ ທີ່ທ່ານຮູ້ຈັກນະ?

ນັກວິຊາການ: ກະຢູ່ວຽງຈັນ ກະຊິອຶດ ຊິຢາກຕາຍຫຍັງເດ້ ພຸ້ນໄປແຖວດົງໝາກຂອກ ໝາກຄາຍ ໄປແຖວກຸດສາມບອດ ສາມບາດ ມາແຖວເມືອງປາກງື່ມພີ້ ໝາກນາວນາລ້ອງ ໝູ່ນັ້ນ.

ນັກຂ່າວ: ມີແມ່ນເບາະນີ້?

ນັກວິຊາການ: ໂອ້ຍມີ, ຄົນມັນເວົ້າວ່າບໍ່ມີຊື່ໆ ແຕ່ວ່າປະຊາຊົນ ຜູ້ທີ່ເຂົາຖືກຊື້ໄປ ເຂົາກະວ່າ ເຫັນແຕ່ຄົນລາວ ບາງເທື່ອກະເຫັນ ມັນມາກັບຈີນ.

ນັກຂ່າວ: ຖ້າເຂົາຊື້ດິນໄວ້ແລ້ວ ນີ້ ເຂົາຊິເຮັດຫຍັງໃນຕໍ່ໜ້ານີ້?

ນັກວິຊການ: ສ່ວນນຶ່ງເພື່ອຊື້ ຂາຍເກນກຳໄລ ອີກສ່ວນນຶ່ງ ຊື້ເພື່ອຈະມາຢູ່ ມັນຮູ້ຍາກ ຮູ້ຍາກ ຄົນໄປຊື້ດິນ ທີ່ເຮັດແບບໃດ.

ນັກຂ່າວ: ໃນຕໍ່ໜ້າເດ້ ມັນຊິສົ່ງຜົນກະທົບຫຍັງ?

ນັກວິຊາການ: ຫວ້າຍ, ຄັນເວົ້າໃນແງ່ຍຸທສາດນີ້ ຢາກໜັກຢູ່ ຖ້າຫາກຕ່າງຊາດ ບໍ່ວ່າແຕ່ຊາດໃດ ໃນໂລກນີ້ ຖ້າຫາກຄົນຕ່າງຊາດ ເຂົ້າມາຊື້ ອະສັງຫາຣິມະຊັບ ຄືຊື້ດິນດອນຕ່ອນຫຍ້າ ຢູ່ໃນຊາດນັ້ນ ໃນແງ່ຣັຖສາດ ເປັນໄປໄດ້ ເປັນໄປໄດ້ໄດ໋ ທີ່ພັທນາເປັນອັນນັ້ນ ອັນນີ້ ໄປ ບໍ່ອຶດແຕ່ມຸມມອງ. ບາງຄົນວ່າ ມັນຊື້ຂາຍເອົາກຳໄລ ລະກະເມືອ ມັນກະຖືກ ມັນກະມີ ຄົນເຮັດຈັ່ງຊັ້ນ ເຂົາຫວັງຜົນທາງ ຣັຖສາດ ມັນບໍ່ແມ່ນ 5 ປີ 10 ປີ ມັນໜ້າຈະເປັນ 40 ປີ 50 ປີ ຫຼືວ່າ ກະ 100 ປີ ກະມີ ຫວັງຜົນທາງຣັຖສາດ ມັນເປັນຈັ່ງຊັ້ນ.

ນັກຂ່າວ: ມັນຊິເອົາມາຢູ່ເລີຍຫວະ?

ນັກວິຊາການ: ເປັນໄປໄດ້ຫຼາຍແນວ ມາຕັ້ງຖິ່ນຖານ ຈະຂຍາຍ ໝໍນຶ່ງມາຢູ່ວ່າ ຊື້ດິນໄດ້ ອີກໝໍນຶ່ງກະມາ ສຸດທ້າຍກະເຂົ້າ ມາຫຼາຍ ມັນກະຊິເປັນເມືອງຂອງເຂົາ. ຢູ່ວັງວຽງ ຈີນ ມາຂາຍຂອງ ຂ້ອຍຖາມເຂົາແຕ່ລະຄົນ ມັນບອກວ່າ ເງິນແມ່ນສົ່ງເມືອພຸ້ນ ຫາເງິນຢູ່ ລາວ ແລະ ສົ່ງເມືອໃຫ້ລູກມັນຮຽນ ເມື່ອຈຸນເຈືອຄອບຄົວຢູ່ບ້ານມັນພຸ້ນ.

ສ່ວນເຈົ້າຂອງບໍຣິສັດກໍ່ສ້າງ ທ່ານນຶ່ງຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າໄດ້ສ້າງຕຶກໃຫ້ຄົນຈີນ ແຕ່ທີ່ດິນ ປຸກສ້າງນັ້ນ ມີຊື່ຄົນລາວເປັນເຈົ້າຂອງ ພຽງແຕ່ໃນນາມ ເທົ່ານັ້ນ, ແຕ່ໃນເວລາປຸກສ້າງນັ້ນ ຄົນຈີນເປັນຜູ້ມາຄວບຄຸມເອງ.

ເຈົ້າຂອງບໍຣິສັດ ກໍ່ສ້າງທ່ານນີ້ ກ່າວຕື່ມອີກວ່າ ຄົນຈີນຊື້ດິນແລ້ວ ຈະເຮັດຕະຫຼາດ, ບ້ານພັກ, ໂຮງແຮມ ແລະ ຮ້ານອາຫານ.

ຢູ່ແຂວງຫຼວງນ້ຳທາ ຄົນຈີນ ກໍເຂົ້າມາຊື້ທີ່ດິນ ທີ່ຢູ່ໃກ້ແລວທາງລົດໄຟ ລາວ-ຈີນ, ປະຊາຊົນຢູ່ແຂວງຫຼວງນ້ຳທາ ໄດ້ໃຫ້ສຳພາດ ຕໍ່ເອເຊັຽເສຣີ ວ່າ:

ນັກຂ່າວ: ມັນມີຄົນຈີນ ກວ້ານຊື້ ທີ່ດິນເອົາໄວ້ບໍ່ ໂດຍສະເພາະທີ່ດິນ ທີ່ຢູ່ໃກ້ທາງລົດໄຟນີ້ນະ?

ປະຊາຊົນ: ໂອ້ ຫຼາຍ ໂຕນີ້ຫຼາຍ ແຕ່ຫຼວງນ້ຳທາ ຮອດບໍ່ເຕັນ ເຮັດທາງລົດໄຟ ສ່ວນຫຼາຍແມ່ນຈີນມາຊື້. ແຕ່ວ່າການຊື້ ມັນກະມີ ຫຼາຍຮູບແບບເນາະ ຄິດວ່າອາດຊິມາອອກຊື່ ເປັນຄົນລາວ ຊື້ນ່າ.

ນັກຂ່າວ: ເຂົາມາຊື້ຈອງໄວ້ເລີຍ ແມ່ນບໍ່ໂຕນີ້?

ປະຊາຊົນ: ເອີ ຊື້ໄວ້ເລີຍແຫຼະ ເປັນການຊື້ຂາດໂຕເລີຍແຫຼະ.

ນັກຂ່າວ: ອັນນີ້ ມັນຢູ່ແລວທາງລົດໄຟຫັ້ນແມ່ນບໍ່?

ປະຊາຊົນ: ແມ່ນໆ ອັນນະ ນຶ່ງແມ່ນແລວທາງລົດໄຟ ສອງແມ່ນແລວທາງເລກທີ 13, ເອີ R3 ເນາະ, ສາມລະແມ່ນແຜນທີ່ເຂົາ ເລີ່ມສ້າງເສັ້ນທາງດ່ວນໄວໆ.

ນັກຂ່າວ: ກໍຣະນີຊື້ ນີ້ ມັນໃສ່ຊື່ຄົນລາວຫວະ ຫຼືວ່ ຊື້ໂດຍກົງ?

ປະຊາຊົນ: ຕ້ອງໄດ້ອອກຊື່ ເປັນຄົນລາວຫັ້ນແຫຼະ ໂດຍສ່ວນໃຫຍ່ ຈະເປັນອອກຊື່ ເປັນຄົນລາວ ລະຫວ່າງ ບໍ່ເຕັນ ຫາ ນາເຕີຍ ຫລວງນ້ຳທາ, ບໍ່ເຕັນ ຫາ ອຸດົມໄຊ ຊິນ່າ. ສ່ວນຫຼາຍ ເຂົາກະຊື້ໄວ້ໝົດລະນະ ບ່ອນໃດ ທີ່ມີເງື່ອນໄຂ ໃນການເຮັດທຸຣະກິດ.

ນັກຂ່າວ: ແຕ່ວ່າຊື້ນີ້ ເຂົາຫວັງຜົນໄລຍະຍາວ ເບາະ ຫຼືວ່າ ໄລຍະສັ້ນໂຕນີ້?

ປະຊາຊົນ: ບາງບ່ອນກະຖືວ່າ ເຂົາເລີ່ມນຳໃຊ້ລະໄດ໋ ສ່ວນໃຫຍ່ກະຊິເປັນໄລຍະຍາວຫັ້ນລະ.

ສ່ວນວ່າ ເຈົ້າໜ້າທີ່ກະຊວງທີ່ກ່ຽວຂ້ອງທ່ານນຶ່ງ ກໍໃຫ້ເຫດຜົນວ່າ ມີຄົນຈີນເຂົ້າມາຊື້ທີ່ດິນແທ້ - ຄືກັບວ່າ ຜີບ້ານ ພ້ອມຜີປ່າ ຊຶ່ງ ມີຄົນລາວຈຳນວນນຶ່ງ ເປັນຜູ້ອຳນວຍຄວາມສະດວກ ໃຫ້.

ເຈົ້າໜ້າທີ່: ມັນລະຜີບ້ານ ພ້ອມຜີປ່າ ບໍ່ຈັກຊິວ່າ.

ນັກຂ່າວ: ມີບໍ່ ທີ່ເຂົາເຈົ້າຊື້ ແລ້ວເຂົາເຈົ້າໃສ່ຊື່ຄົນລາວ ລະເຂົາເຈົ້າເປັນຜູ້ໃຫ້ເງິນຊື້ຫັ້ນນະ?

ເຈົ້າໜ້າທີ່: ໂອ້ຍ ແນວນັ້ນ ຄືຊິຫຼາຍໂພດຫຼາຍໂພດ ແຕ່ເຂົາກະບໍ່ບອກແຈ້ງນ່າ ກະຍັງວ່າ ຜີບ້ານ ພ້ອມຜີປ່ານ່າ ກະຈັ່ງວ່າ.

ນັກຂ່າວ: ຖືວ່າມັນກະມີກໍຣະນີ ແບບນີ້ ຢູ່ເນາະ ທ່ານເນາະ?

ເຈົ້າໜ້າທີ່: ມີມີ ມີຢູ່ດອກ ແຕ່ວ່າຫັ້ນ ເຮົາກະບໍ່ໄດ້ສູ້ສົນອົກສົນໃຈ ນຳເຂົາປານໃດເວົ້າແນວໃດ ເຮົາກະເວົ້າບໍ່ໄດ້ເດ້ ເວົ້າແນວໃດ ເຮົາກະເວົ້າບໍ່ໄດ້ເດ້.

ນັກຂ່າວ: ກະຖືວ່າ ມັນກະມີແບບບໍ່ເປັນທາງການເນາະ ເລື່ອງນີ້ເນາະ?

ເຈົ້າໜ້າທີ່: ບໍ່ມີຈັກເທື່ອດອກ ຖາມຄົນຂີ້ລັກວ່າ ເຈົ້າຂີ້ລັກຫວະ ອື ລະມັນມີແຕ່ວ່າບໍ່. ຫາກວ່າຈີນໄດ້ເຂົ້າມາ ຫາກຄືຊິໝົດສິດລະ ຄືຊິບໍ່ມີໃຜກ້າເຮັດຫຍັງ ໃຫ້ເຂົາດອກ ຄິດເບິ່ງແຕ່ ທາງດ່ວນ ໄປຂູດສີເຂົາໜ້ອຍນຶ່ງ ເຂົາລະວ່າ ທໍ່ນັ້ນລ້ານ ທໍ່ນີ້ຕື້ບາດ ເຂົາເອົາງົວປະໄວ້ທາງດ່ວນ ຄົນເຮົາໄປຕຳ ຈັກງົວຕາຍ ຈັກລົດເພ ເຂົາກະຍັງບໍ່ເວົ້າ ບໍ່ວ່າອີ່ຫຍັງ ບໍ່ມີຄວາມຮັບ ຜິດຊອບ.

ນອກຈາກນີ້, ການຖືກຄອງທີ່ດິນ ຂອງຄົນຕ່າງປະເທດຢູ່ໃນລາວ ລວມທັງຄົນຈີນ ນັ້ນຈະເປັນຮູບແບບເຊົ່າ ແລະສຳປະທານ ໃນກຳນົດເວລາບໍ່ເກີນ 50 ປີ ເພື່ອພັທນາ ເປັນເຂດ ເສຖກິດພິເສດ ແລະ ຫຼັງຈາກ ໝົດອາຍຸສັມປະທານແລ້ວ ຈະສາມາດຕໍ່ໄດ້ອີກ 2 ຄັ້ງ ແຕ່ບໍ່ໄດ້ລະ ກໍານົດເວລາການຕໍ່ອາຍຸ ສຳປະທານ.

ອີງຕາມການກົດໝາຍ ວ່າດ້ວນການສົ່ງເສີມ ການລົງທຶນ ສະບັບປັບປຸງປີ 2016. ແຕ່ ນັກວິຊາການລາວເຫັນວາ ກົດໝາຍ ດັ່ງກ່າວສາມາດໃຊ້ເປັນຊ່ອງວ່າງໄດ້, ໂດຍສະເພາະ ການຕໍ່ອະຍຸສຳປະທານອີກ 2 ຄັ້ງ ຊຶ່ງຜູ້ສຳປະທານ ແລະ ເຈົ້າໜ້າທີ່ຣັຖ ສາມາດຕໍ່ໄດ້ອີກຄັ້ງ ລະບໍ່ຕ່ຳກວ່າ 40 ປີ ກໍໄດ້.

ເຖິງວ່າຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດ ທີ່ເປັນເຊື້ອສາຍລາວ ບໍ່ສາມາດຊື້ທີ່ດິນໄດ້ຢ່າງເສຣີ, ແຕ່ ກໍມີການນຳໃຊ້ຊ່ອງວ່າງ ຂອງກົດໝາຍ ດ້ວຍການໃສ່ຊື່ຄົນລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org