ຈີນຈະຄຸ້ມຄອງບໍຣິຫານ ສາຍສົ່ງ ໄຟຟ້າຢູ່ລາວ

ຈີນ ໄດ້ສັມປະທານ ກໍ່ສ້າງ ແລະຄຸ້ມຄອງ ບໍຣິຫານ ສາຍສົ່ງໄຟຟ້າ ຢູ່ລາວ.

ບໍຣິສັດ ຕາຂ່າຍໄຟຟ້າ ພາກໃຕ້ຈີນ ໄດ້ເຊັນສັນຍາ ກັບ ຣັຖບານລາວ ວັນທີ 11 ມິນາ 2021 ອາຍຸ ສໍາປະທານ 25 ປີ. ພາບປະກອບ: ລາວ ມີເດັຽ

ຈີນ ໄດ້ສັມປະທານກໍ່ສ້າງ ແລະຄຸ້ມຄອງ ບໍຣິຫານ ຣະບົບສາຍສົ່ງໄຟຟ້າ ຢູ່ປະເທດລາວ ໂດຍທີ່ຣັຖບາລລາວ ໄດ້ຕົກລົງເຊັນສັນຍາ ກັບບໍຣິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (Electricite du Laos Transmission ຫລື EDL-T) ທີ່ບໍຣິສັດຈີນ ເປັນເຈົ້າຂອງ ເພື່ອໃຫ້ມີຄວາມປອດພັຍ ແລະຍືນຍົງ ເພື່ອຮອງຮັບການພັທນາ ອຸດສາຫະກັມ ແລະ ການສົ່ງໄຟຟ້າ ໄປໃຫ້ປະເທດອ້ອມຂ້າງ ແລະພາກພື້ນ, ດັ່ງເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນຂອງລາວ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ມິນາ ນີ້ວ່າ:

“ມັນຈັດຕັ້ງຕາມບໍຣິສັດ ໃນການຄວບຄຸມ ໃນການກໍ່ສ້າງຊິເປັນຮູບແບບ ຂອງສັມປະທານ 25 ປີ ຫຼັງຈາກສໍາເຣັດອາຍຸສັມປະທານ ແລ້ວມັນກໍຈະໂອນເຂົ້າຂອງຣັຖບານ.”

ທ່ານກ່າວຕື່ມວ່າ ບໍຣິສັດສາຍສົ່ງໄຟຟ້າ ແຫ່ງຊາດລາວ ຈະກໍ່ສ້າງ ແລະຄຸ້ມຄອງ ບໍຣິຫານຣະບົບສາຍສົ່ງໄຟຟ້າ ສະເພາະສາຍສົ່ງ 230 Kv ຂຶ້ນໄປ ແລະ ສ້າງຣະບົບເຊື່ອມໂຍງ ສາຍສົ່ງໄຟຟ້າ ກັບປະເທດອ້ອມຂ້າງ ແລະ ພັທນາປະເທດລາວ ໃຫ້ກາຍເປັນ ປະເທດ ພະລັງງານຂອງອາຊຽນ ຕາມແຜນພັທນາ ເສຖກິດ-ສັງຄົມ ຂອງປະເທດ ແລະວ່າສ່ວນ ສາຍສົ່ງໄຟຟ້າ ທີ່ຕໍ່າກວ່າ 230 Kv ນັ້ນແມ່ນໃຫ້ຣັຖວິສາຫະກິດ ໄຟຟ້າລາວ ເປັນຜູ້ກໍ່ສ້າງ ແລະຄວບຄຸມຕາມເດີມ.

ເວົ້າເຖິງເຣື່ອງການໃຊ້ໄຟຟ້າ ຊາວລາວຜູ້ນຶ່ງຢູ່ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າບໍ່ມີຄວາມຫວັງແລ້ວ ທີ່ວ່າ ປະຊາຊົນລາວ ຈະໄດ້ໃຊ້ໄຟຟ້າແບບບໍ່ໄດ້ ເສັຍຄ່າ ເພາະໂຄງການເຂື່ອນໄຟຟ້າ ຈໍານວນຫຼວງຫຼາຍ ແລະ ຣະບົບສາຍສົ່ງ ໄຟຟ້າ ໃນປະເທດລາວ ບໍ່ແມ່ນຂອງຣັຖບາລລາວ ເປັນຜູ້ລົງທຶນ ແລະວ່າ ປະຊາຊົນລາວ ຍັງຈະໄດ້ ຈ່າຍຄ່າໄຟຟ້າແພງໄປອີກດົນ ດັ່ງທີ່ທ່ານກ່າວວ່າ:

“ເຂື່ອນຫຼາຍ ກະມີແຕ່ບ່ອນຕັ້ງຫັ້ນແລ້ວ ຢູ່ນີ້ນິ ບໍ່ມີແລ້ວວ່າ ສິມີນະໂຍບາຍອິຫຍັງ ບໍ່ມີແລ້ວ ຜ່ານມາພັດວ່າ ໂອ໋, ເຮົານີ້ມີໝໍ້ໄຟຂອງ ເຮົາເອງວ່າຊັ້ນສະ ກະຕ້ອງມີນະໂຍບາຍ ໃຫ້ເຮົາແນ່ວ່າຊັ້ນສາ ບາດນີ້ກະເສັຽຣາຍເດືອນ ໃຊ້ຫຼາຍກະເສັຽຫຼາຍ ຢູ່ໃສກະຈ່າຍໝົດ.”

ຊາວລາວອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ມີນາ ນີ້ວ່າ ເຣື່ອງການກໍ່ສ້າງສາຍສົ່ງໄຟຟ້າ ທີ່ຈີນ ເຂົ້າມາກໍ່ສ້າງ ກໍເຫັນສົມຄວນ ເພາະເປັນການ ລົງທຶນທົ່ວໄປ, ແຕ່ຈະໃຫ້ບໍຣິສັດຈີນ ເຂົ້າມາກໍ່ສ້າງ, ຄວບຄຸມ ແລະບໍຣິຫານ ຣະບົບໄຟຟ້າ ໃນປະເທດລາວທັງໝົດນັ້ນ ແມ່ນເຫັນວ່າ ເປັນເຣື່ອງທີ່ບໍ່ເໝາະສົມ, ຫາກບໍ່ມີທາງເລືອກ ອື່ນກໍຢືມເງິນຈາກຕ່າງ ປະເທດ ມາສ້າງເອງ ກໍຈະສົມເຫດສົມຜົລ ກວ່າໃຫ້ບໍຣິສັດຈີນ ເຂົ້າມາບໍຣິຫານ ດັ່ງທີ່ທ່ານກ່າວວ່າ:

“ກໍຣະນີສາຍສົ່ງບໍ່ມີເນາະ ຣັຖບານສາມາດກູ້ຢືມໄດ້ ສໍາລັບ ຊື້ສາຍສົ່ງເນາະ. ອັນນີ້ມັນເປັນເຫດຜົລທີ່ວ່າ ແກ້ຕົວຊື່ໆ ເຈົ້າ. ເຈົ້າສ້າງ ເຂື່ອນຂຶ້ນມາແລ້ວນໍ໋ ເຈົ້າອ້າງວ່າ ເຈົ້າບໍ່ມີການ ຕອບສນອງ ການຊື້ອຸປກອນຕ່າງໆ ມັນເຫດຜົລບໍ່ພຽງພໍນໍ໋.”

ກ່ຽວກັບເຣື່ອງທີ່ວ່ານີ້ ນັກວິຊາການ ດ້ານພະລັງງານໄຟຟ້າ ກະຊວງພະລັງງານ ແລະບໍ່ແຮ່ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ໃນສະພາວະທີ່ ເສຖກິດຂອງປະເທດ ຕົກຕໍ່າ ແລະເປັນໜີ້ສາທາຣະນະ ທີ່ໜັກໜ່ວງ ຄຽງຄູ່ໄປກັບການພັທນາ ເພື່ອໃຫ້ບັນລຸຜົລສໍາເຣັດ ທຸກເງື່ອນໄຂ ເພື່ອໃຫ້ລາວຫລຸດພົ້ນ ອອກຈາກປະເທດ ດ້ອຍພັທນານັ້ນ ເຮັດໃຫ້ຣັຖບາລລາວ ບໍ່ມີທາງອອກອື່ນ ຈຶ່ງໃຫ້ຈີນ ຊຶ່ງເປັນປະເທດຄູ່ຮ່ວມລົງທຶນ ແລະ ເປັນພັນທະມິດ ທີ່ມີຄວາມພ້ອມທັງເງິນ ທັງຄົນງານ ແລະເທັກໂນໂລຈີ ທັນສມັຍ ເຂົ້າມາລົງທຶນກໍ່ສ້າງ ແລະຄວບຄຸມຣະບົບ ສາຍສົ່ງໄຟຟ້າຢູ່ລາວ ເພື່ອໃຫ້ປະເທດລາວ ບັນລຸຕາມເປົ້າໝາຍ ຄືເປັນແຫລ່ງພະລັງງານ ຂອງອາຊຽນ.

ແຕ່ເຖິງຢ່າງໃດກໍຕາມ ຊາວລາວທ່ານນຶ່ງ ກໍເວົ້າວ່າ ການຮ່ວມມືຣະຫວ່າງ ລາວ-ຈີນໃນເທື່ອນີ້ ກໍເປັນອີກເທື່ອນຶ່ງ ທີ່ປະເທດລາວ ສູນເສັຍຜົລປະໂຫຍດຫຼາຍ ໂດຍສະເພາະເຣື່ອງ ການຖ່າຍທອດເທັກໂນໂລຈີຂັ້ນສູງ ໃຫ້ກັບບຸກຄະລາກອນລາວ ຊຶ່ງບໍ່ມີໃນເງື່ອນໄຂ ໃຫ້ບໍຣິສັດຈີນປະຕິບັດນັ້ນ ແລະກໍເປັນເຊັ່ນດຽວກັນກັບໂຄງການຂນາດໃຫຍ່ອື່ນໆ ທີ່ບຸຄລາກອນລາວ ບໍ່ໄດ້ຮັບການຖ່າຍທອດ ຄວາມຮູ້, ວິຊາການ ແລະເທັກໂນໂລຈີ ທັນສມັຍໃຫ້ ດັ່ງທີ່ທ່ານກ່າວວ່າ:

“ຍາມຮ່ວມມືກັບຈີນເນາະ ຈະມີການແລກປ່ຽນ ທາງດ້ານເທັກນິກ ວິຊາການ ແຕ່ວ່າຢູ່ລາວນີ໋ ເພິ່ນຈະບໍ່ແລກປ່ຽນ ຄ້າຍໆຄືເຮົາ ເສັຽປຽບໃນຫຼາຍໆດ້ານເນາະ. ທຸກມື້ນີ້ ຫໍປະຊຸມ ແຫ່ງຊາດ ຣະບົບໄຟ ຫຍັງຕ່າງໆ ຈີນເຮັດໃຫ້ໝົດ ຍາມສິຈັດກອງປະຊຸມ ຫຍັງໃຫຍ່ໆ ຫລື ສິຈັດການປັບປຸງ ອາຄານຫຍັງຕ່າງໆ ເຮົາຕ້ອງໄດ້ຈ້າງ ນັກວິຊາການຈີນ ມາປະຈໍາການ ເພາະວ່າ ຣະບົບຫຍັງ ເຂົາບໍ່ມອບໂອນໃຫ້ເຮົາເລີຍ."

ການຮ່ວມມືກັບຈີນ ຄັ້ງນີ້ ມີຂຶ້ນເມື່ອຣັຖວິສາຫິກິດໄຟຟ້າລາວ ແລະ ບໍຣິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (Chinese Southern Power Grid) ໄດ້ຮ່ວມມືກັນຈັດຕັ້ງ ບໍຣິສັດສາຍສົ່ງ ໄຟຟ້າແຫ່ງຊາດລາວ (EDL-T) ເມື່ອເດືອນກັນຍາ 2020 ໂດຍມີເງິນລົງທຶນ ທັງໝົດ 2,000 ລ້ານໂດລາ ສະຫະຣັຖ.

ຕໍ່ມາມື້ວັນທີ 11 ມິນາ 2021 ນີ້ ບໍຣິສັດສາຍສົ່ງໄຟຟ້າ ແຫ່ງຊາດລາວ ໄດ້ເຊັນສັນຍາ ກັບຣັຖບານລາວ ກ່ຽວກັບການສັມປະທານ ກໍ່ສ້າງແລະຄຸ້ມຄອງບໍຣິຫານ ຣະບົບສາຍສົ່ງໄຟຟ້າ ຢູ່ປະເທດລາວ ເປັນໄລຍະເວລາ 25 ປີ ແລະ ມີຜົລບັງຄັບ ໃຊ້ນັບຕັ້ງແຕ່ມື້ ລົງນາມເປັນຕົ້ນໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org