ຈຳປາສັກ ສະສາງລົດລັດ ໃຫ້ພະນັກງານ ບໍານານ

ທາງການ ມີນະໂຍບາຍ ຂາຍລົດລັດ ໃຫ້ພະນັກງານບໍານານ ຢູ່ແຂວງຈໍາປາສັກ 7 ຄັນ ໃນລາຄາພິເສດຕາມຂໍ້ຕົກລົງ ຂອງນາຍົກ ລັດຖະມົນຕີ.

ແຂວງຈຳປາສັກ ສະສາງລົດລັດ ໃຫ້ພະນັກງານ ບໍານານ, 04 ພະຈິກ 2024 ພະແນກ ການເງິນແຂວງ

ຂະແໜງຄຸ້ມຄອງຊັບສິນຂອງລັດ ພະແນກການເງິນ ແຂວງຈໍາປາສັກ ຂາຍລົດລັດ ທີ່ໄດ້ໃຊ້ແລ້ວ 7 ຄັນ ໃຫ້ພະນັກງານ ບໍານານ ແຂວງຈໍາປາສັກ ໃນລາຄາພິເສດ ເພື່ອນໍາໃຊ້ສ່ວນໂຕໃນວັນທີ 29 ຕຸລາ ທີ່ຜ່ານມາຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວນການສະສາງລົດຂອງລັດ ລົງວັນທີ 28 ທັນ ວາ 2023 ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 4 ພະຈິກນີ້ວ່າ

ແມ່ນໆ ຂາຍໃຫ້ພະນັກງານບໍານານເອົາໄປເລີຍຫັ້ນນ່າ ລົດບໍ່ມີຕໍາແໜ່ງ ບໍານານແລ້ວເດ ມີກົດໝາຍ ນະໂຍບາຍຕໍ່ພະນັກງານບໍານານເດ ກໍຕີລາຄາຂາຍເອົາເງິນເຂົ້າງົບປະມານຂອງລັດແຕ່ວ່າຂາຍລາຄາທີ່ວ່າຕໍ່າ ຖ້າວ່າຕີລາຄາແລ້ວຫັ້ນນະເອົາທະບຽນລັດອອກມັນຕ້ອງໄດ້ເປັນປ້າຍເຫຼືອງ”

ກ່ຽວກັບເລື່ອງນີ້ພະນັກງານບໍານານ ທ່ານນຶ່ງກ່າວວ່ານະໂຍບາຍດັ່ງກ່າວແມ່ນມີໃຫ້ສະເພາະພະນັກງານລັດທີ່ມີລົດປະຈໍາຕໍາແໜ່ງຊຶ່ງອອກບໍານານເທົ່ານັ້ນຄືລະດັບເຈົ້າເມືອງ, ຮອງເຈົ້າເມືອງ ແລະລາຄາຂາຍລົດນັ້ນ ແມ່ນຖືກກວ່າລາຄາຕາມທ້ອງຕະຫຼາດ ດັ່ງທີ່ທ່ານກ່າວວ່າ.

ເຈົ້າເມືອງ ຮອງເຈົ້າເມືອງ ຖ້າວ່າເຈົ້າບໍານານປຶບ ອອກມາ ແລ້ວເຂົາມາປະມູນ ຍັງເຫຼືອສິບເປີເຊັນມູນຄ່າລົດຂອງເຈົ້ານ່າ ລົດໃຫ້ເຈົ້າອີກ ເອົາເງິນເຂົ້າລັດ ທົ່ວປະເທດແຫຼະ ມີຄະນະກໍາມະການມາຕີເປີເຊັນລົດ ຫຼັງຈາກເສຍເງິນເຂົ້າຄັງແລ້ວ ເຂົາກໍຈະມີປ້າຍເຫຼືອງໃຫ້ນໍ”

  ພະນັກງານບໍານານ ອີກທ່ານນຶ່ງກໍກ່າວວ່າ ພະນັກງານລະດັບຂັ້ນນໍາທີ່ບໍານານສາມາດຊື້ລົດລັດທີ່ໝົດອາຍຸການນໍາໃຊ້ຊຶ່ງສ່ວນໃຫຍ່ເປັນລົດປະຈໍາຕໍາແໜ່ງ ແລະເພີ່ນເອົາມາປະມູນຂາຍໃຫ້, ຖ້າລົດມັນເພມັນກໍຖືກ.

ເຂົາກໍຊື້ເອົາຫັ້ນຕິ ບໍ່ແມ່ນວ່າເຂົາຈະໃຫ້ຊື່ ໆ ດອກ ມັນໝົດອາຍຸການນໍາໃຊ້ເຂົາກໍປະມູນຂາຍອອກ ສົມມຸດວ່າເຮົານໍາໃຊ້ໄປກໍຈະສິ້ນເປືອງໃນການບົວລະບັດຮັກສາຈັ່ງຊີ້ນະ ເຈົ້າແຂວງ ເຈົ້າເມືອງ ພຸ້ນລະ ເຂົາເອີ້ນການນໍາຂັ້ນສູງ ຄຸນນະພາບຂອງລົດ ຄັນລົດມັນເພມັນກໍຖືກ ລາຄາ ມັນກໍມີຕາມການປະເມີນຂອງການເງິນເຂົາກໍມີກົມກວດກາເຂົາ”

ໃນຂະນະດຽວກັນ ປະຊາຊົນຜູ້ນຶ່ງກໍເວົ້າວ່າການຂາຍລົດລັດແບບມີນະໂຍບາຍທີ່ວ່ານັ້ນ ສ່ວນໃຫຍ່ແມ່ນຂາຍໃຫ້ຜູ້ທີ່ມີຕໍາແໜ່ງໃຫຍ່ຊຶ່ງມີລົດປະຈໍາຕໍາແໜ່ງ, ເມື່ອບໍານານກໍຊື້ລົດປະຈໍາຕໍາແໜ່ງໂຕເອງນັ້ນໄປໃຊ້ໃນຄອບຄົວ.

ມີແຕ່ຜູ້ທີ່ມີເງື່ອນໄຂ ທີ່ມີຕໍາແໜ່ງແລ້ວ ເຂົາມີລົດຕໍາແໜ່ງໃຫ້ ແລ້ວເວລາອອກໄປນັ້ນເຂົາເຈົ້າກໍຢາກໄດ້ໄປນໍາ ໄປນໍາໃຊ້ພາຍໃນຄອບຄົວມັນກໍລະດັຫບໃຫຍ່ພຸ້ນແຫຼະຂັ້ນເຈົ້າເມືອງຮອງເຈົ້າເມືອງພຸ້ນແຫຼະ ເງິນເສຍເຂົ້າງົບປະມານຫັ້ນແຫຼະຜູ້ໃຫມ່ມາກໍມີແຜນງົບປະມານຊື້ໃໝ່”

ການເອົາລົດປະຈໍາຕໍາແໜ່ງໄປໃຊ້ສ່ວນໂຕເມື່ອບໍານານໄປແລ້ວກໍເຄີຍມີບັນຫາ. ເມື່ອກ່ອນໜ້ານີ້ ໃນປີ 2018 ມີພະນັກງານຈໍານວນນຶ່ງທີ່ບໍານານໄດ້ຊື້ເອົາລົດປະຈໍາຕໍາແໜງຂອງໂຕໄປໃຊ້ໃນລາຄາຖືກ.

ມາເຖິງປັດຈຸບັນ ທາງການລາວມີຂໍ້ຫ້າມໃນການສະສາງລົດຂອງລັດເປັນຕົ້ນບໍ່ອະນຸຍາດໃຫ້ອອກປ້າຍລົດຂອງລັດໃຫ້ແກ່ບຸກຄົນ, ນິຕິບຸກຄົນຫຼືການຈັດຕັ້ງທີ່ບໍ່ເປັນຂອງລັດຖະບານ, ບໍ່ອະນຸຍາດໃຫ້ໂອນທະບຽນລົດບໍລິຫານເປັນຂອງບຸກຄົນໂດຍບໍ່ມີເອກກະສານລຶບລ້າງຈາກການເປັນຊັບສິນຂອງລັດ. ຖ້າພາກສ່ວນໃດລະເມີດຈະຖືກລົງວິໄນຫຼືລົງໂທດຕາມລະບຽບກົດໝາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org