ຈັດຕລາດນັດ ແຮງງານ ເພື່ອຫລຸດຜ່ອນ ຄົນວ່າງງານ
ຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ຈັດຕລາດນັດແຮງງານຂຶ້ນລະຫວ່າງວັນທີ 17-20 ພຶສຈິກາ 2022 ນີ້ທີ່ຫ້ອງການ ຜແນກແຮງງານ ແລະ ສວັດດີການສັງຄົມ ຕັ້ງຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
-
ໄຊຍາ
2022-11-18 -
-
-
Your browser doesn’t support HTML5 audio
ຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ຈັດຕລາດນັດແຮງງານຂຶ້ນລະຫວ່າງວັນທີ 17-20 ພຶສຈິກາ 2022 ນີ້ທີ່ຫ້ອງການ ຜແນກແຮງງານ ແລະ ສວັດດີການສັງຄົມ ຕັ້ງຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍມີເປົ້າໝາຽ ເພື່ອຫລຸດຜ່ອນ ຈຳນວນຜູ້ວ່າງງານ ແລະ ແກ້ໄຂບັນຫາການຂາດເຂີນ ແຮງງານ ພາຍໃນປະເທດ ທີ່ເຮັດໃຫ້ເກີດຜົລກະທົບ ຕໍ່ການລົງທຶນພາຍໃນປະເທດ.
ຂະນະທີ່ ຊາວໜຸ່ມສ່ວນໃຫຍ່ ຍັງສົນໃຈວຽກພາຍໃນປະເທດ ພຽງໜ້ອຍດຽວ ແຕ່ສົນໃຈໄປເຮັດວຽກຢູ່ຕ່າງປະເທດ ຫລາຍກ່ວາ ຍ້ອນຄ່າຈ້າງແຮງງານສູງກ່ວາ ເມື່ອທຽບໃສ່ຄ່າຈ້າງແຮງງານ ພາຍໃນປະເທດ ແລະ ຄ່າຄອງຊີພ ໃນປັດຈຸບັນ ຈົນບໍ່ພຽງພໍ ຕໍ່ການໃຊ້ຈ່າຍ ໃນແຕ່ລະເດືອນ.
ດັ່ງຊາວ ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 18 ພຶສຈິກາ 2022 ນີ້ວ່າ:
“ມັນກໍມີຢູ່ວຽກເຮັດ ແຕ່ວ່າເງິນມັນຖືກວຽກເສີບ ປະມານນັ້ນແຫລະ ພວກເສີບ ຍາມກໍແບບວ່າ ວຽກເສີບກໍບໍ່ໄດ້ຮອດ ມັນກໍຈະເປັນ 700,000–800,000 ເພາະວ່າ ຢູ່ລາວກໍເຣື່ອງການຫາເງິນ, ຫາຄຳ ຄ່າຄອງຊີພມັນສູງ ມັນກໍຢາກຍາກ. ຖ້າເຮັດວຽກກິນລາຍເດືອນນີ້ ນີ້ຖ້າໄປສົ່ງຫ້ອງນີ້ ມັນກໍບໍ່ເຫລືອນ່າ. ສ່ວນຫລາຍນີ້ຫລັກໆ ນີ້ຂະເຈົ້ານີ້ໄທຍກະໄປ.”
ເຖິງແມ່ນວ່າ ທາງການລາວຈະປັບຄ່າຈ້າງ ແຮງງານຂັ້ນຕໍ່າຈາກ 1,100,000 ກີບຕໍ່ເດືອນ ມາເປັນ 1,200,000 ກີບຕໍ່ເດືອນ ນັບແຕ່ວັນທີ 01 ສິງຫາ ທີ່ຜ່ານມາ ແຕ່ຍັງມີຫົວໜ່ວຽທຸຣະກິຈ ຫລາຍແຫ່ງຍັງຄົງຈ່າຍ ຄ່າຈ້າງແຮງງານ ໃຫ້ແກ່ຄົນງານລາວ ໃນອັດຕຣາເກົ່າ. ສ່ວນຄົນງານລາວ ຫລາຍຄົນ ກໍຢາກໃຫ້ກະຊວງ ແຮງງານ ແລະສວັດດີການ ສັງຄົມ ພິຈາຣະນາ ຊອກຫາຫົນທາງ ຂຶ້ນຄ່າແຮງງານ ຂັ້ນຕໍ່າໃຫ້ສອດຄ່ອງ ກັບສະຖານະການ ເງິນເຟີ້ ທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ໃນປັດຈຸບັນ.
ດັ່ງຊາວໜຸ່ມລາວ ທີ່ຫາກໍຈົບການສຶກສາ ໃນລະດັບມຫາວິທຍາໄລ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກໍບໍ່ຍາກບາງທີ່ ກໍເປັນບາງຄົນເດີ້ ບາງຄົນກໍຊິໄປໄທຍ ຫລາຍ ເພາະວ່າເງິນເດືອນ ມັນຫລາຍໄດ໋ ລາຍໄດ້ (ສ່ວນປະເທດລາວ) ເດືອນນຶ່ງສູງສຸດ ກໍມີແຕ່ 1,500,000 ກີບ (ລາຍຈ່າຍ) ບໍ່ພໍໝ້ອງ 2-3 ລ້ານພຸ້ນແຫລະ.”
ໄລຍະຜ່ານມາ ຕຳແໜ່ງງານທີ່ຍັງຕ້ອງການ ຄົນງານພາຍໃນປະເທດລາວ ມີເປັນຈຳນວນຫລາຍ ຊຶ່ງສ່ວນໃຫຍ່ແມ່ນວຽກງານ ທີ່ບໍ່ຕ້ອງການສີມືແຮງງານ ພໍເທົ່າໃດ ຊຶ່ງນັກສຶກສາຈົບໃໝ່ ບໍ່ຕ້ອງການເຮັດວຽກ ໃນລັກສະນະດັ່ງກ່າວ. ຂະນະທີ່ຄົນງານລາວທົ່ວໄປ ທີ່ຢູ່ລະຫວ່າງການວ່າງງານ ກໍບໍ່ຕ້ອງການເຮັດວຽກດັ່ງກ່າວຄືກັນ ຍ້ອນວ່າໄດ້ຄ່າຕອບແທນໜ້ອຍ, ຈຶ່ງເຮັດໃຫ້ພວກເຂົາເຈົ້າ ສົນໃຈເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ ໂດຍສະເພາະປະເທດໄທຍ ລວມເຖິງປະເທດເກົາຫລີໃຕ້ ທີ່ກຳລັງເປັນກະແສຢູ່ ໃນປັດຈຸບັນນີ້ ຍ້ອນໄດ້ຄ່າຈ້າງສູງກ່ວາ.
ດັ່ງ ຊາວນະຄອນຫລວງວຽງຈັນ ອີກທ່ານນຶ່ງກ່າວວ່າ:
“ໂອ້ ສ່ວນຫລາຍກໍແມ່ນຫລັກໆ ກໍເຣື່ອງຄ່າແຮງນີ້ແຫລະ ແມ່ນແລ້ວຢູ່ລາວຈະຖືກກ່ອນ ແຕ່ວ່າເຣື່ອງເງິນມັນໄດ້ໜ້ອຍຫັ້ນນ່າ. ສ່ວນຫລາຍ ວຽກກໍ່ສ້າງຫັ້ນແຫລະ ແຕ່ວ່າເບື້ອງລາວນີ້ ຂະເຈົ້າບໍ່ມັກເຮັດນ່າ ແຕ່ວ່າມາຝັ່ງໄທຍເຮັດ ແຕ່ວ່າມັນກໍໄດ້ເງິນສູງກ່ອນຫັ້ນນ່າ. ສ່ວນຫລາຍແມ່ນ ໄປຢູ່ໂຮງງານ, ໄປຢູ່ຮ້ານອາຫານ ເປັນແມ່ບ້ານບໍ່ ສ່ວນຫລາຍ.”
ສຳລັບ ການຈັດງານຕລາດນັດ ພົບແຮງງານ ໃນນະຄອນຫລວງວຽງຈັນ ໃນຄັ້ງນີ້ ກໍມີບໍຣິສັດຕ່າງໆ ມາເປີດຮັບສມັກງານ ຈຳນວນ 50 ຫົວໜ່ວຽ ແລະມີຕຳແໜ່ງງານ ຫລາຍກ່ວາ 11,000 ຕໍາແໜ່ງ ໂດຍພາກສ່ວນທີ່ກ່ຽວຂ້ອງ ຄາດວ່າຈະມີຜູ້ເຂົ້າຮ່ວມ ທັງໝົດ 3,000 ຄົນ. ໂດຍພາຍຫລັງ ເປີດງານ 2 ມື້ກໍມີຜູ້ເດີນທາງ ເຂົ້າມາຮ່ວມງານຢູ່ ແຕ່ຍັງບໍ່ທັນຫລາຍເທື່ອ.
ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ:
“ກໍພໍມີຢູ່ເປັນ 1,000 ຄົນ ໜ້າຈະຍັງບໍ່ທັນຮອດເທື່ອ ແມ່ນຫາກໍຈັດ 2 ມື້ ຮ່ວມງານຈະເປັນນັກສຶກສາກຳລັງຈະຈົບໃໝ່ ແບບນີ້ປະມານຊ່ວງ ປີ 2, ປີ 3 ເພິ່ນກໍຈະສົນໃຈໃນວຽກສາຂາ ທີ່ຮຽນມາຄືເຣື່ອງຂອງການປຸງແຕ່ງເນາະ ພວກຮ້ານອາຫານຖ້າຮ້ານອາຫານ ຕ້ອງພວກເຮົາກໍສາມາດຄັດສັນ ຫາຈຳນວນບຸກຄົນດັ່ງກ່າວ ໂຕນີ້ເນາະ.”
ມາຮອດປັດຈຸບັນ ຕຳແໜ່ງພາຍໃນ ປະເທດລາວ ຍັງມີຈຳນວນຫລາຍ ໂດຍຄົນງານສ່ວນໃຫຍ່ ພັດບໍ່ນິຍົມ ເຮັດວຽກພາຍໃນປະເທດ ແຕ່ສົນໃຈເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ຫລາຍກ່ວາ ເປັນຕົ້ນແມ່ນປະເທດໄທຍ ແລະປະເທດເກົາຫລີໃຕ້ ໂດຍມີທ່າທີ່ທີ່ເປັນໄປໄດ້ວ່າ ຈະເພີ່ມຂຶ້ນເລື້ອຍໆ ຊຶ່ງສົ່ງຜົລກະທົບຕໍ່ການລົງທຶນ ພາຍໃນປະເທດ.
ດັ່ງພນັກງານ ຝ່າຍບຸກຄົນຂອງບໍຣິສັດ ແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ກ່າວວ່າ:
“ພວກເປັນເຊລອີ່ຫຍັງຕ່າງໆ ເຣື່ອງໄຟພວກນໍ້າ, ແອຣ໌, ໄຟ ພວກນີ້. ເຣື່ອງໄຟຟ້າ ອຸດສາຫະກັມ ແລ້ວກໍໄຟຟ້າ ອາຄານ. ສ່ວນຫລາຍ ແມ່ນຈະເປັນວຽກເທັກນິກ (Technical) ເນາະ ຈະເປັນວຽກຊ່າງຫລາຍ ກ່ວາ ຫລາຍຄົນກໍສົນໃຈຢູ່ ແຕ່ວ່າເຮົາກໍຢ້ານວ່າ ແຮງງານເຮົານີ້ຊິບໍ່ສົນໃຈ ຍ້ອນວ່າຄ່າເງິນເຮົາ ມັນຕໍ່າ.”
ສຳລັບກິຈກັມ ພາຍໃນຕລາດນັດ ພົບແຮງງານ ນະຄອນຫລວງວຽງຈັນ ປະຈຳປີ 2022 ນີ້ຈະມີການເປີດຮັບລົງທະບຽນ ສມັກງານ ແລະກິຈກັມ ໃຫ້ຂໍ້ມູນຂ່າວສານ ກ່ຽວກັບການຊອກວຽກເຮັດ ງານທຳ. ຂໍ້ມູນກ່ຽວກັບ ການຝຶກອົບຮົມ ວິຊາຊີພ ແລະຂໍ້ມູນ ກ່ຽວກັບການຂຍາຍໂຕ ຂອງຕລາດແຮງງານ ທັງນີ້ນອກຈາກ ຈະເປັນການສ້າງເງື່ອນໄຂ ໃຫ້ຜູ້ປະກອບທຸຣະກິຈ ແລະຜູ້ທີ່ຊອກວຽກເຮັດ ງານທຳ ແລ້ວຍັງເປັນເວທີ ໃນການຫາລື ກ່ຽວກັບການສົ່ງເສີມ ແລະພັທນາສີມືແຮງງານ ເພື່ອຕອບສນອງ ສືມືແຮງງານທັງທາງດ້ານ ປະຣິມານ ແລະຄຸນນະພາບ ໃຫ້ກັບພວກຫົວໜ່ວຽ ທຸຣະກິຈຕ່າງໆ ທັງຜູ້ປະກອບການ ພາຍໃນ ແລະນັກລົງທຶນ ຈາກຕ່າງປະເທດ.