ເຂດເສຖກິຈ ພິເສດສາມຫຼ່ຽມຄຳ, ທຸຣະກິຈຈີນ 85 ແຫ່ງ ຕັ້ງປ້າຍບໍ່ຖືກກົດໝາຍ

ສະພາບໍຣິຫານ ເຂດເສຖກິຈພິເສດສາມຫຼ່ຽມຄຳ ກວດພົບທຸຣະກິຈຈີນ ພາຍໃນເຂດ ຈຳນວນ 85 ແຫ່ງ ທີ່ຕິດຕັ້ງປ້າຍ ບໍ່ຖືກກົດໝາຍ ແລະ ໄດ້ສັ່ງໃຫ້ຮື້ຖອນ ເພື່ອປັບປຸງໃໝ່ ໃຫ້ຖືກຕ້ອງ.

ພາຍໃນເຂດ ເສຖກິຈພິເສດ ສາມຫຼ່ຽມຄຳ. ເດືອນກຸມພາ ປີ 2023. RFA

ນັບແຕ່ເດືອນສິງຫາ ປີ 2023 ເປັນຕົ້ນມາ ສະພາບໍຣິຫານ ເຂດເສຖກິຈພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ສົມທົບກັບຄະນະຄຸ້ມຄອງ ເຂດເສຖກິຈພິເສດສາມຫຼ່ຽມຄຳ ໄດ້ລົງພື້ນທີ່ ກວດກາປ້າຍຊື່ຮ້ານ ຂອງບັນດາຜູ້ປະກອບການ ທຸຣະກິຈຕ່າງໆ ໃນເຂດດັ່ງກ່າວ ຈຳນວນ 91 ແຫ່ງ, ເຊິ່ງສ່ວນໃຫຍ່ເປັນຂອງຄົນຈີນ ແລະ ໃນນັ້ນ ໄດ້ກວດພົບວ່າ ມີຈຳນວນ 85 ແຫ່ງ ທີ່ຕິດຕັ້ງປ້າຍ ບໍ່ຖືກຕ້ອງ ຕາມກົດໝາຍ ຂອງລາວ ເປັນຕົ້ນ ປ້າຍທີ່ມີແຕ່ພາສາຈີນ, ປ້າຍທີ່ຂຽນພາສາລາວບໍ່ຖືກຕ້ອງ, ປ້າຍທີ່ຂຽນພາສາລາວຖືກ, ແຕ່ຂນາດໂຕໜັງສື ນ້ອຍກວ່າພາສາຈີນ ແລະ ອື່ນໆ ຈຶ່ງໄດ້ເຮັດການສຶກສາອົບຮົມ ຕໍ່ຜູ້ປະກອບການ ຈຳນວນດັ່ງກ່າວ ແລະ ໃຫ້ແກ້ໄຂປ້າຍໃຫ້ຖືກຕ້ອງ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ກັນຍາ ນີ້ວ່າ:

“ປ້າຍໃດທີ່ຂຽນພາສາລາວບໍ່ຖືກ ກໍຈະຮື້ຖອນໃໝ່. ສ່ວນຫຼາຍເວລາເຂົາເຮັດປ້າຍແລ້ວ ເຂົາບໍ່ຜ່ານຖແລງຂ່າວເຮົາ. ເວລາເຮົາໄປກວດເບິ່ງ ຄັນວ່າປ້າຍໃດ ທີ່ມັນພາສາລາວບໍ່ຖືກ ແລ້ວໂຕໜັງສືຈີນຂຶ້ນກ່ອນເບາະ ພາສາລາວບໍ່ມີເບາະ, ຈັ່ງຊີ້ ຈະຮື້ຖອນໃໝ່ໝົດ.”

ທ່ານກ່າວຕື່ມວ່າ ສ່ວນຜູ້ປະກອບການຄົນໃດ ທີ່ບໍ່ມາພົວພັນແກ້ໄຂ ຫຼືເຮັດປ້າຍໃໝ່ ໃຫ້ຖືກຕ້ອງ ກໍຈະຖືວ່າມີຄວາມຜິດ, ເຊິ່ງມີໂທສຕັ້ງແຕ່ປັບໃໝ, ຮື້ປ້າຍອອກໄປ ຈົນເຖິງຖືກສັ່ງໂຈະດຳເນີນກິຈການ ໃນເຂດແຫ່ງນີ້.

ໃນຂະນະທີ່ ຊາວລາວທີ່ຮູ້ຂ່າວດັ່ງກ່າວ ທ່ານນຶ່ງ ກ່າວວ່າ ຈາກການໄດ້ພົບເຫັນ ສະພາບການໂຕຈິງ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄຳ ກໍເຫັນວ່າ ບັນດາທຸຣະກິຈ ຂອງຄົນຈີນ ມັກເຮັດປ້າຍແບບຜິດກົດໝາຍແທ້ ແລະ ຮ້ານຄ້າ, ຮ້ານອາຫານຫຼາຍແຫ່ງ ກໍມີແຕ່ໂຕໜັງສືຈີນ ແຕ່ພຽງພາສາດຽວ ທັງທີ່ເປັນທຸຣະກິຈ ທີ່ຢູ່ເທິງແຜ່ນດິນລາວ. ດັ່ງນັ້ນ, ຈຶ່ງເຫັນວ່າເໝາະສົມແລ້ວ ທີ່ຈະຕ້ອງໄດ້ແກ້ໄຂ ໃຫ້ຖືກຕ້ອງ. ດັ່ງທ່ານກ່າວວ່າ:

“ກາສິໂນບໍ່ແກ້ວ ສ່ວນຫຼາຍເຂົາຈະເຮັດເປັນປ້າຍຈີນ ເປັນສ່ວນໃຫຍ່ເລີຍ ເພາະວ່ຢູ່ຫັ້ນ ເຂົາຄຸມບໍ່ໄດ້ເດ້. ແຕ່ເຮົາຕ້ອງມີພາສາລາວປົນພ້ອມ. ຄັນເຮົາເຮັດ ໃສ່ແຕ່ພາສາຈີນລ້າໆນີ້, ເຂົາເຈົ້າບໍ່ອະນຸຍາດ.”

ສ່ວນຜູ້ປະກອບການ ຮັບອອກແບບປ້າຍໂຄສະນາ ຢູ່ແຂວງບໍ່ແກ້ວ ນາງນຶ່ງ ກ່າວວ່າ ສາເຫດທີ່ເຮັດໃຫ້ ຢູ່ໃນເຂດດັ່ງກ່າວ ມັກມີປ້າຍຊື່ຮ້ານ ທີ່ບໍ່ຖືກກົດໝາຍນັ້ນ, ເປັນຍ້ອນຜູ້ປະກອບການຊາວຈີນ ຈຳນວນນຶ່ງ ມີຄວາມຮູ້ພາສາລາວ ພຽງໜ້ອຍດຽວ, ມັກອອກແບບປ້າຍເອງ, ໂດຍບໍ່ຜ່ານການກວດກາ ຕາມຫຼັກພາສາລາວ ຈຶ່ງເຮັດໃຫ້ໃຊ້ພາສາລາວ ແບບບໍ່ຖືກຕ້ອງ ແລະ ຂັດຕໍ່ກົດໝາຍ ຂອງທາງການລາວ. ດັ່ງຍານາງກ່າວວ່າ:

“ຢູ່ໃນເຂດ ກໍໄດ້ຍິນວ່າ ເຂົາເຈົ້າເຮັດເອງ, ຄົນຈີນຫັ້ນ, ແຕ່ວ່າ ສ່ວນຫຼາຍກະບໍ່ຖືກຫັ້ນແຫຼະ. ຢູ່ໃນຫັ້ນ ມັນໜ້າຈະເປັນຄົນຈີນ ເຂົາເຈົ້າກວດເອງ, ຫັ້ນນ່າ ພິມພາສາລາວບໍ່ຄ່ອຍຖືກ.”

ພາຍຫຼັງຈາກຄະນະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ລົງໄປກວດກາ ແລະ ແກ້ໄຂບັນຫາດັ່ງກ່າວແລ້ວ ກໍເຮັດໃຫ້ທຸຣະກິຈບາງແຫ່ງ ທີ່ຕິດຕັ້ງປ້າຍ ບໍ່ຖືກຕ້ອງຕາມກົດໝາຍ ໄດ້ມີການແກ້ໄຂ ແລະ ເຮັດປ້າຍໃໝ່ ໃຫ້ຖືກຕ້ອງຕາມກົດໝາຍ ຂອງລາວ. ດັ່ງພະນັກງານຮ້ານອາຫານ ແຫ່ງນຶ່ງ ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ກ່າວວ່າ:

“ເພິ່ນລົງມາກວດກາແລ້ວ ເພິ່ນກວດກາແລ້ວ ອັນນີ້ຖືວ່າເຮົາປັບປຸງ ປ່ຽນແປງໄດ້ຕາມຂັ້ນຕອນເພິ່ນໝົດແລ້ວ. ໂຕນີ້ຂ້ອຍບໍ່ໄດ້ເຄຼັຽນ່າ, ມີແຕ່ຫົວໜ້າເພິ່ນເປັນຄົນເຄຼັຽ ຂ້ອຍບໍ່ຮູ້ຂໍ້ມູນ ຫົວໜ້າເພິ່ນເປັນຄົນເຄຼັຽ, ຄົນອັນນັ້ນ.”

ຢ່າງໃດກໍຕາມ, ການກວດກາ ແລະ ແກ້ໄຂປ້າຍ ທີ່ບໍ່ຖືກກົດໝາຍ ໃນເທື່ອນີ້, ແມ່ນກວດຢູ່ສະເພາະ ໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ເທົ່ານັ້ນ. ສ່ວນບັນດາຮ້ານ, ທຸຣະກິຈຫຼາຍແຫ່ງ ຢູ່ເຂດເມືອງຕົ້ນເຜິ້ງ ທີ່ມີປ້າຍຮ້ານ ແລະ ບໍ່ມີປ້າຍຮ້ານ ຍັງບໍ່ໄດ້ຖືກກວດກາ ແຕ່ຢ່າງໃດ. ດັ່ງຜູ້ປະກອບການເຮືອນພັກ ແຫ່ງນຶ່ງ ຢູ່ເມືອງຕົ້ນເຜິ້ງ ກ່າວວ່າ:

“ບໍ່, ບໍ່ທັນໄດ້ກວດໄດ໋ ເພາະວ່າ ພວກເຮົາບໍ່ໄດ້ຂຶ້ນປ້າຍຮ້ານ ເປັນປ້າຍຮ້ານໃຫຍ່ໆ ເພາະວ່າ ເຮົາເຮັດສົ່ງຊື່ໆ ເຮົາກໍບໍ່ໄດ້ມີໜ້າຮ້ານ ເປັນປ້າຍຮ້ານ ຮ້ານອາຫານໃຫຍ່. ພວກໃນກາສິໂນ ເຫັນເຂົາເຈົ້າກວດຢູ່ ພາສາຈີນ ພາສາອີ່ຫຍັງ ກະເຫັນຫຼາຍຢູ່.”

ກ່ອນໜ້ານັ້ນ, ເມື່ອປີ 2020, ຜແນກຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ລຶບລ້າງປ້າຍໂຄສະນາ ຂອງທຸຣະກິຈຕ່າງໆ ປະມານ 300 ປ້າຍ ໃນທົ່ວແຂວງບໍ່ແກ້ວ, ໂດຍສະເພາະປ້າຍພາສາຈີນ ທີ່ບໍ່ຖືກຕ້ອງ ຕາມກົດໝາຍວ່າດ້ວຍປ້າຍ ເປັນຕົ້ນ ຂຽນໂຕໜັງສືພາສາຈີນ ໃຫຍ່ກວ່າພາສາລາວ ແລະ ເຮັດໂຕໜັງສືພາສາລາວ ໄວ້ຂ້າງລຸ່ມ ຫຼືອື່ນໆ ແລະ ເມື່ອປີ 2019 ທີ່ຜ່ານມາ ຢູ່ແຂວງບໍ່ແກ້ວ ກໍມີການຮື້ຖອນປ້າຍ 62 ປ້າຍ ທີ່ຜິດກົດໝາຍ.

ນອກຈາກຢູ່ເຂດດັ່ງກ່າວແລ້ວ, ໃນປີນີ້ ທາງເຈົ້າໜ້າທີ່ ທາງການລາວ ກໍໄດ້ຕິດຕາມກວດກາ ປ້າຍທີ່ບໍ່ຖືກກົດໝາຍ ຢູ່ອີກຫຼາຍແຫ່ງ ເປັນຕົ້ນ ເມື່ອເດືອນພຶສພາ ທີ່ຜ່ານມານີ້ ເຈົ້າໜ້າທີ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ລົງພື້ນທີ່ກວດກາ ແລະ ແກ້ໄຂປ້າຍ ທີ່ບໍ່ຖືກກົດໝາຍ ຢູ່ບ້ານສະໂນຄຳ ແລະ ບ້ານອູບມຸງ, ເຊິ່ງສ່ວນໃຫຍ່ ເປັນປ້າຍຮ້ານ ແລະ ປ້າຍໂຄສະນາ ທີ່ມີທັງພາສາຈີນ ແລະ ພາສາລາວ ຢູ່ນຳກັນ, ແຕ່ຂນາດພາສາຈີນ ແລະ ການວາງຕຳແໜ່ງ ຂອງພາສາຈີນ ແມ່ນບໍ່ຖືກຕາມກົດໝາຍ ຂອງລາວ, ໂດຍໃຫ້ເຈົ້າຂອງປ້າຍ ທີ່ເຮັດບໍ່ຖືກຕ້ອງດັ່ງກ່າວ ມາພົວພັນ ເພື່ອແກ້ໄຂ ແລະ ຄັນເຮັດຜິດຕື່ມອີກ ກໍຈະຖືກປັບໃໝ ແລະ ຮື້ຖອນປ້າຍ.

ອີງຕາມກົດໝາຍວ່າດ້ວຍປ້າຍ ມາດຕຣາ 16 ລະບຸໄວ້ຕອນນຶ່ງວ່າ ສຳລັບປ້າຍທີ່ຂຽນ ຫຼືພິມພາສາລາວ ແລະ ພາສາຕ່າງປະເທດ ໃຫ້ໃສ່ພາສາລາວຢູ່ເທິງ ພາສາຕ່າງປະເທດຢູ່ລຸ່ມ ຫຼືພາສາລາວຢູ່ເບື້ອງຂວາ ພາສາຕ່າງປະເທດຢູ່ເບື້ອງຊ້າຍ ແລະ ຂນາດ ຂອງພາສາຕ່າງປະເທດ ບໍ່ໃຫ້ເກີນ 2 ສ່ວນ 3 ຂອງໂຕໜັງສືລາວ, ແລະ ໃນມາດຕຣາ 57 ລະບຸຕື່ມວ່າ ຜູ້ໃດທີ່ຝ່າຝືນ ຈະຖືກສຶກສາອົບຮົມ, ປັບໃໝ, ໃຊ້ແທນຄ່າເສັຽຫາຍ ທາງແພ່ງ ຫຼືລົງໂທສຕາມອາຍາ ຕາມແຕ່ລະກໍຣະນີເບົາ ຫຼືໜັກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org