ຍ້ອນເງິນກີບເຟີ້ ເຮັດໃຫ້ມີການປັບຂຶ້ນລາຄາ ຜລິຕພັນເບັຍລາວ ທຸກຊະນິດ

ດ້ວຍສະພາວະເງິນກີບ ທີ່ອ່ອນຄ່າລົງເລື້ອຍໆ ເຮັດໃຫ້ ຜລິຕພັນ ເບັຍລາວ ເຊິ່ງຮວມທັງນໍ້າອັດລົມ, ນໍ້າດື່ມ, ເບັຍ ມີການປັບຂຶ້ນລາຄາ ຂະນະທີ່ຜູ້ປະກອບການ ທີ່ອີງອາໄສ ຜລິຕພັນດັ່ງກ່າວ ຕ້ອງປັບຂຶ້ນລາຄາຕາມຕົ້ນທຶນ ເພື່ອໃຫ້ຢູ່ໄດ້, ສ່ວນຜູ້ບໍຣິໂພກທົ່ວໄປ ຕ້ອງແບກຮັບພາລະ ໃນການໃຊ້ຈ່າຍ.

ປະຊາຊົນ ກຳລັງຈ່າຍຄ່າສິນຄ້າ ທີ່ຫ້າງຊັບພະສິນຄ້າແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ວັນທີ 13 ມິຖຸນາ 2023. ນັກຂ່າວ ພົລເມືອງ

ບໍຣິສັດເບັຍລາວ ຈໍາກັດ ໄດ້ອອກແຈ້ງການໃນມື້ວັນທີ 21 ສິງຫາ 2023 ປັບຂຶ້ນລາຄາຜລິຕພັນ ໃນທົ່ວປະເທດ ຮວມທັງນໍ້າອັດລົມ ແລະນໍ້າດື່ມຫົວເສືອ ໂດຍໃຫ້ສາເຫດວ່າ ເປັນຍ້ອນໄດ້ຮັບຜົລກະທົບ ຈາກພາວະເງິນເຟີ້ ແລະເງິນກີບອ່ອນຄ່າ ຢ່າງຕໍ່ເນື່ອງ ແລະປັບຂຶ້ນຕັ້ງແຕ່ວັນທີ 21 ສິງຫານີ້ເປັນຕົ້ນໄປ.

ການປັບຂຶ້ນລາຄາຜລິຕພັນໃນເທື່ອນີ້ ສເລັ່ຍແລ້ວ ແມ່ນປັບຂຶ້ນຂັ້ນຕໍ່າ 2,000 ກີບ ແລະສູງສຸດ 22,000 ກີບ. ນໍ້າອັດລົມ 24 ແກ້ວ ຫລື 1 ລັງ ປັບຂຶ້ນຈາກລາຄາເກົ່າ 92,000 ກີບຂຶ້ນເປັນ 94,000 ກີບ, ນໍ້າດື່ມຫົວເສືອ ຕຸກນ້ອຍ 24 ຕຸກ ຫລື 1 ແພັກ ປັບຈາກ 34,000 ກີບ ຂຶ້ນເປັນ 36,000 ກີບ. ສ່ວນຜລິຕພັນ ທີ່ປັບຂຶ້ນສູງທີ່ສຸດ ແມ່ນເຄື່ອງດື່ມຊູກໍາລັງ ຍີ່ຫໍ້ສະຕິງ 24 ຕຸກ ຫລື 1 ແພັກ ປັບຈາກ 158,000 ກີບຂຶ້ນເປັນ 180,000 ກີບ.

ກ່ຽວກັບເຣື່ອງນີ້ ພະນັກງານບໍຣິສັດເບັຍລາວ ຈໍາກັດ ຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 22 ສິງຫານີ້ວ່າ:

“ກໍຂຶ້ນປະມານ 2,000 ກີບນີ້ແຫລະ ນໍ້າອັດລົມຂຶ້ນ 3,000-4,000 ​ກີບກະບໍ່ແນ່ໃຈຄືກັນ ເພິ່ນບໍ່ໄດ້ແຈ້ງຫັ້ນນ່າເພາະວ່າ ເຮົາກະພະນັກງານເພິ່ນ.”

ການປັບຂຶ້ນ ລາຄານໍ້າອັດລົມ ແລະນໍ້າດື່ມຫົວເສືອນັ້ນ ໄດ້ເຮັດໃຫ້ຮ້ານຄ້າ ແລະຮ້ານຈໍາໜ່າຍເຄື່ອງດື່ມຈໍານວນນຶ່ງ ໄດ້ຮັບຜົລກະທົບ ເນື່ອງຈາກວ່າ ຕ້ອງໄດ້ເສັຍເງິນຄ່າຊື້ເພີ່ມ, ແຕ່ກໍຈໍາເປັນຕ້ອງໄດ້ຊື້ມາຂາຍ ແລະໄດ້ຕິດປ້າຍຂາຍໃນລາຄາເກົ່າ ເພາະຢ້ານບໍ່ມີລູກຄ້າມາອຸດໜູນ ຖ້າຈະຂຶ້ນລາຄາ.

ດັ່ງເຈົ້າຂອງຮ້ານອາຫານແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນເວົ້າວ່າ:

“ຂຶ້ນແນວລະພັນ 2 ພັນນີ້ນ່າ ໂອ໋ຍມັນກໍມີຫັ້ນແຫລະເນາະ ຄັນເຮົາຂາຍແພງ ຫລາຍໃຜກໍບໍ່ມາກິນ ຄັນຂາຍຖືກເຮົາກໍ ບວກ, ລົບ, ຄູນ, ຫານ. ຄ່ານໍ້າ, ຄ່າໄຟ, ຄ່າພະນັກງານແລ້ວ ເຮົາກະບໍ່ໄດ້ຫຍັງຈັ່ງຊີ້ນ່າ ມັນກະລໍາບາກຢູ່.”

ຢູ່ແຂວງຫລວງພຣະບາງ ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ເຖິງແມ່ນ ບໍຣິສັດເບັຍລາວ ຈະໄດ້ແຈ້ງປັບຂຶ້ນລາຄານໍ້າອັດລົມ ແລະນໍ້າດື່ມຫົວເສືອແລ້ວກໍຕາມ ແຕ່ຢູ່ຮ້ານຂອງຕົນນີ້ ກໍຍັງບໍ່ທັນໄດ້ຂຶ້ນລາຄາ ສິນຄ້າດັ່ງ ກ່າວນັ້ນເທື່ອ, ຍັງຂາຍໃນລາຄາເກົ່າຢູ່, ແຕ່ຕໍ່ໄປ ຖ້າຫາກມີການປັບລາຄາຂຶ້ນຕື່ມອີກ ກໍອາຈຕ້ອງໄດ້ປັບຂຶ້ນນໍາດ້ວຍ.

“ແມ່ນແຫລະ ເພິ່ນປັບຂຶ້ນໜ້ອຍນຶ່ງ ເຈົ້າ ແຕ່ວ່າທາງເຮົາບໍ່ໄດ້ປັບຂຶ້ນເທື່ອ ຂາຍລາຄາເກົ່າຢູ່ ແຕ່ເຮົາຍັງບໍ່ມີແຜນເທື່ອນ່າ ເຈົ້າ ເພາະວ່າມັນປັບຂຶ້ນ ກະບໍ່ໄດ້ປັບຂຶ້ນຫລາຍຫັ້ນນ່າ ເຮົາຍັງຂາຍລາຄາເກົ່າ ຄັນວ່າໃນອະນາຄົດເພິ່ນຂຶ້ນຕື່ມ ກໍອາຈໄດ້ຂຶ້ນ.”

ແຕ່ເຖິງຢ່າງໃດກໍຕາມ ພາຍຫລັງທີ່ບໍຣິສັດເບັຍລາວ ໄດ້ອອກແຈ້ງການປັບຂຶ້ນ ລາຄາສິນຄ້ານັ້ນແລ້ວ ມີຮ້ານຄ້າຈໍານວນນຶ່ງ ປັບຂຶ້ນລາຄາໄປຕາມ ຮວມທັງ ນໍ້າອັດລົມ ແລະນໍ້າດື່ມຫົວເສືອ ຢູ່ພາຍໃນຮ້ານຂອງພວກຕົນ, ບໍ່ດັ່ງນັ້ນ ກໍຈະຂາດທຶນ ຍ້ອນໄດ້ຊື້ເຂົ້າມາຂາຍໃນລາຄາສູງກວ່າເກົ່າ.

ດັ່ງພະນັກງານ ຮ້ານສະດວກຊື້ເວົ້າວ່າ:

“ແມ່ນ ຄັນບໍ່ຂຶ້ນລາຄາກໍຂາດທຶນ ກະຂຶ້ນລະຂຶ້ນຕາມເພິ່ນຫັ້ນແຫລະ ນໍ້າດື່ມນໍ້າອັດລົມ ມີຂຶ້ນລາຄາ ເບັຽກໍຂຶ້ນປະມານເດືອນກ່ອນນີ້ແຫລະ.”

ນ້ຳດື່ມກາຫົວເສືອ ນຶ່ງໃນຜລິຕພັນເບັຍລາວ. ນະຄອນຫຼວງວຽງຈັນ ວັນທີ 13 ມິຖຸນາ 2023. ຮູບພາບໂດຍ: ນັກຂ່າວ ພົລເມືອງ

ໃນຂະນະດຽວກັນ ຜູ້ປະກອບການຜລິດນໍ້າດື່ມ ທີ່ຂາຍຢູ່ແຂວງຄໍາມ່ວນ ແລະແຂວງໃກ້ຄຽງ ເວົ້າວ່າ ບໍ່ໄດ້ປັບຂຶ້ນລາຄານໍ້າດື່ມຂອງຕົນ, ຍັງຂາຍໃນລາຄາເກົ່າຢູ່ ເຖິງແມ່ນວ່າ ທຸຣະກິຈຫລາຍແຫ່ງ ປະສົບບັນຫາຈາກໄພເງິນເຟີ້ ແລະເງິນກີບອ່ອນຄ່າກໍຕາມ ແລະວ່າ ອັນສໍາຄັນ ຖ້າຂຶ້ນລາຄາ ຢ້ານຈະຂາຍໄດ້ໜ້ອຍລົງ ເພາະມີຄູ່ແຂ່ງຫລາຍ.

ດັ່ງທີ່ທ່ານເວົ້າຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 22 ສິງຫານີ້ວ່າ:

“ວ່າຊິປັບຂຶ້ນຢູ່ ຍັງປັບບໍ່ໄດ້ ມັນແບບບໍຣິສັດອື່ນຍັງຂາຍ 10,000 ປະມານນີ້ແຫລະ ແມ່ຍັງຂາຍລາຄາເກົ່າ ນໍ້າມາທາງສວັນ ພັດເຂົາມາຂາຍຖືກລົງ ຈໍາເປັນໄດ້ຂາຍສໍ່າເຂົາ ຕຸກນ້ອຍແພັກນຶ່ງ 10,000 ກີບ.”

ພ້ອມດຽວກັນນັ້ນ ປະຊາຊົນຫລາຍຄົນ ກໍໄດ້ສະແດງຄວາມເຫັນ ຜ່ານສື່ສັງຄົມອອນລາຍນ໌ ກ່ຽວກັບເຣື່ອງບໍຣິສັດເບັຍລາວ ປັບຂຶ້ນລາຄາຜົລຜລິດສິນຄ້າ ຮວມທັງນໍ້າອັດລົມ ແລະນໍ້າດື່ມຫົວເສືອ ນັ້ນວ່າ ມັນສະທ້ອນໃຫ້ເຫັນເຖິງ ພາວະເງິນກີບເຟີ້ ທີ່ໄດ້ສືບຕໍ່ສົ່ງຜົລກະທົບ ຕໍ່ທຸຣະກິຈຫລາຍຢ່າງເພີ່ມຂຶ້ນ ແລະອີກຢ່າງນຶ່ງ ກໍສະແດງໃຫ້ເຫັນວ່າ ການທີ່ຣັຖບານປະກາດວ່າຈະແກ້ໄຂ ພາວະເງິນເຟີ້ນັ້ນ ແມ່ນຍັງແກ້ໄຂບໍ່ທັນໄດ້ເທື່ອ.

ກ່ອນໜ້ານີ້ ຄືເມື່ອວັນທີ 17 ກໍຣະກະດາ ທີ່ຜ່ານມາ ບໍຣິສັດເບັຍລາວ ຈໍາກັດ ກໍໄດ້ປັບຂຶ້ນລາຄາເບັຍລາວ ແລະເບັຍລ້ານຊ້າງ ໂດຍໃຫ້ເຫດຜົນຄືກັນວ່າ ໄດ້ຮັບຜົລກະທົບຈາກໄພເງິນເຟີ້ ແລະເງິນກີບສືບຕໍ່ອ່ອນຄ່າ.

ອີງຕາມຄໍາເວົ້າ ຂອງເຈົ້າຂອງຮ້ານອາຫານ ແລະຮ້ານກິນດື່ມຈໍານວນນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ແລ້ວແມ່ນວ່າ ເຖິງແມ່ນເບັຍລາວ ຈະຖືກປັບຂຶ້ນລາຄາກໍຕາມ ແຕ່ຄົນລາວ ກໍຍັງນິຍົມກັນດື່ມຢູ່ຄືເກົ່າ ຍ້ອນເປັນເບັຍປະຈໍາຊາຕ ແລະກໍຍັງເປັນເຄື່ອງດື່ມ ຍອດນິຍົມ ໃນງານລ້ຽງສ້າງສັນຕ່າງໆ ແລະນໍ້າດື່ມຫົວເສືອ ທີ່ມີຄຸນນະພາບສູງ ກໍຍັງເປັນທີ່ນິຍົມກັນຫລາຍ ຂອງຄົນລາວ.  

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org