ເຈົ້າໜ້າທີ່ອອກກວດກາ ຣາຄາສິນຄ້າ
ເຈົ້າໜ້າທີ່ກ່ຽວຂ້ອງ ອອກກວດກາ ຕາມຕລາດ ນະຄອນຫຼວງວຽງຈັນ ເພື່ອບໍ່ໃຫ້ ມີການສວຍໂອກາດ ຂຶ້ນຣາຄາສິນຄ້າ.
-
ຈໍາປາທອງ
2021-05-01 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນກວດກາຣາຄາສິນຄ້າ ຕາມຕລາດຕ່າງໆ ຢູ່ນະຄອນ ຫຼວງວຽງຈັນ ເພື່ອບໍ່ໃຫ້ພວກພໍ່ຄ້າແມ່ຄ້າ ສວຍໂອກາດຂຶ້ນຣາຄາສິນຄ້າ ເກີນກໍານົດທີ່ທາງການວາງອອກ ຊຶ່ງ ຊາວນະຄອນຫຼວງ ວຽງຈັນ ຜູ້ນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ເມສາ 2021 ນີ້ວ່າຣາຄາເຄື່ອງຂອງ ໃນທ້ອງຕລາດ ຂນະນີ້ ປົກກະຕິຢູ່:
“ປົກຕິສໍ່າເກົ່າ ເພິ່ນກໍວາງຣາຄາໃຫ້ ບໍ່ໃຫ້ສວຍໂອກາດຂຶ້ນຣາຄາ ຖ້າວ່າກວດພົບກໍຢາກໃຫ້ປັບໃໝ ກັບຜູ້ທີ່ສວຍໂອກາດ. ຖ້າວ່າ ຄວບຄຸມໄດ້ຄືກັບປັດຈຸບັນນີ້ ກໍດີແລ້ວເພາະວ່າ ຂະເຈົ້າກໍລົງກວດກາ ເດື່ອນນຶ່ງລົງກວດ 2 ເທື່ອບໍ໋ ເພິ່ນກໍລົງກວດຕາມຕລາດ ຕລອດເດ໋.”
ແລະປະຊາຊົນຢູ່ນະຄອນຫຼວງວຽງຈັນ ອີກຜູ້ນຶ່ງກໍກ່າວວ່າ ປັດຈຸບັນຣາຄາຊີ້ນໝູ ແລະຣາຄາສິນຄ້າອື່ນໆ ຍັງປົກກະຕິຢູ່ຍ້ອນ ທາງການມີການຄວບຄຸມຣາຄາ ແລະວ່າເວົ້າເຣື່ອງ ຣາຄາສິນຄ້າ ຖ້າຈະໃຫ້ດີແທ້ ກໍຄວນໄປຄວບຄຸມຣາຄາຂາຍ ຂອງໂຮງງານ ທີ່ສົ່ງຂາຍໃຫ້ຮ້ານຄ້າຍ່ອຍ ຢູ່ຕາມຕລາດຕ່າງໆ, ໃນເມື່ອວ່າພໍ່ຄ້າແມ່ຂາຍ ຮັບຊື້ສິນຄ້າມາແພງ ຈະໃຫ້ມາຂາຍໃນຣາຄາຖືກ ມັນກໍບໍ່ໄດ້, ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ປົກຕິຢູ່ເທົ່າທີ່ຂ້ອຍໄປຕລາດ ຂັ້ນເທິງເພິ່ນກໍຄວບຄຸມຢູ່ ແຕ່ຄວບຄຸມກໍບໍ່ໄດ້ເພາະວ່າຕົ້ນທຶນມັນສູງ ບັງຄັບໃຫ້ປະຊາຊົນຂາຍຖືກ ກໍບໍ່ໄດ້ ສິປັບໃໝໃສ່ໂທດຜູ້ຂາຍ ມັນກໍເປັນໄປບໍ່ໄດ້ ເພາະວ່າແມ່ຄ້າຢູ່ຕລາດ ມັນບໍ່ໄດ້ກໍານົດຣາຄາເອງໄດ້ ຊື້ມາ 50 ພັນກີບ ມານັ່ງຂາຍ 49 ພັນແລ້ວ ແລ້ວສິມານັ່ງຂາຍອິຫຍັງນໍ໋ ມັນກໍຕ້ອງເວົ້າແຕ່ຕົ້ນທຶນ ຕົ້ນທາງພຸ້ນແຫຼະ.”
ທ່ານກ່າວຕື່ມວ່າ ຢາກໃຫ້ທາງການລົງມາກວດກາ ຣາຄາສິນຄ້າຢ່າງຕໍ່ເນື່ອງ ຕາມທີ່ເຄີຍປະຕິບັດມາ ແລະຖ້າເປັນໄປໄດ້ກໍຢາກ ໃຫ້ທາງການ ເຮັດປ້າຍຣາຄາສິນຄ້າ ເອົາໄວ້ຕາມຕລາດຕ່າງໆ ເພື່ອຈະໄດ້ຮູ້ວ່າ ຣາຄາສິນຄ້າ ທີ່ທາງການກໍານົດໃຫ້ນັ້ນເທົ່າໃດ.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າຂອງຮ້ານຂາຍຊີ້ນໝູແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ປັດຈຸບັນ ຮ້ານຂອງຕົນຂາຍຊີ້ນກະໂພກ ໝູກິໂລນຶ່ງ 44,000 ກີບ, ຊີ້ນໝູສັນໃນ-ສັນນອກ ກິໂລນຶ່ງ 48,000 ກີບ ຊຶ່ງເປັນຣາຄາທີ່ທາງການ ກໍານົດເອົາໄວ້ໃຫ້ຂາຍ, ດັ່ງ ທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ເມສາ 2021 ນີ້ວ່າ:
“ສະໂພກໝູ 44 ພັນ ສັນໃນສັນນອກ 48 48 ບໍ່ໃຫ້ເກີນ.”
ເວົ້າເຣື່ອງການກວດກາຣາຄາສິນຄ້າ ຢູ່ຕາມທ້ອງຕລາດ ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນທ່ານນຶ່ງ ກ່າວວ່າມີການລົງກວດກາ ຣາຄາສິນຄ້າຕາມ ຕລາດຢູ່ຕລອດ ເພື່ອປ້ອງກັນບໍ່ໃຫ້ຮ້ານຄ້າສວຍໂອກາດ ຂຶ້ນຣາຄາສິນຄ້າ, ຫາກກວດ ພົບພໍ່ຄ້າແມ່ຄ້າຄົນໃດ ສວຍໂອກາດຂຶ້ນຣາຄາສິນຄ້າ ກໍຈະຖືກປັບໃໝຕາມຣະບຽບການ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວ ກັນນີ້ວ່າ:
“ຕວດທຸກອາທິດນັ້ນແຫຼະ ຕົວນີ້ຕາມຣະບຽບ ກໍຕ້ອງມີການປັບໃໝຫັ້ນແຫຼະເນາະ ແຕ່ການໃສ່ໂທດບໍ່ມີດອກ ບໍ່ບໍ່ຕອນນີ້ກະປົກຕິ.”
ເມື່ອວັນທີ 25 ເມສາ 2021 ນີ້ ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ໄດ້ລົງ ກວດກາຣາຄາຊີ້ນໝູ ແລະໄຂ່ໄກ່ຢູ່ຕລາດ 7 ແຫ່ງ ໃນນະຄອນຫຼວງວຽງຈັນ ແຕ່ບໍ່ພົບຜູ້ຂາຍເກີນຣາຄາ ທີ່ທາງການ ກໍານົດໃຫ້.
ອີງຕາມການຣາຍງານ ຂອງຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ໃນວັນທີ 5 ເມສາ 2021, ໄດ້ກໍານົດຣາຄາ ຂາຍຊີ້ນໝູ ບໍ່ໃຫ້ເກີນ 48,000 ກີບຕໍ່ກິໂລ.