​ອັນ​ດັບ 3 ບໍ່​ໄດ້ທຶນຮຽ​ນ​ຕໍ່: ສຶກ​ສາ ອ​ດ​ຊ

ເຈົ້າໜ້າທີ່ ສຶກສາລາວ ເວົ້າວ່າ ຜູ້ສອບເສັງ ໄດ້ອັນດັບ 3 ຈະບໍ່ໄດ້ຮັບ ທຶນຮຽນຕໍ່ ຍ້ອນທຶນມີໜ້ອຍ.

ນັກຮຽນ ທີ່ເສັງຈົບຊັ້ນ ມໍ.7 ທີ່ແຂວງ ຫຼວງນໍ້າທາ. RFA

ເມື່ອຕົ້ນເດືອນ ຕຸລາ 2018 ນີ້ ມີປະຊາຊົນ ທ່ານນຶ່ງ ສະແດງຄວາມຄຶດເຫັນ ຜ່ານເຟສບຸກຄ໌ ສ່ວນໂຕວ່າ ນ້ອງຊາຍຂອງ​ລາວ ສອບເສັງຈົບຊັ້ນ ມັທຍົມປາຍ ຫລື ມໍ.7 ໄດ້ອັນດັບທີ 3 ຈາກໂຮງຮຽນ ນໍ້າແຫງ ແຂວງອຸດົມໄຊ ດ້ວຍຄະແນນ 35.00 (35 ຈຸດ 00) ແຕ່ກໍບໍ່ໄດ້ ຮັບທຶນຮຽນຕໍ່ ມະຫາວິທະຍາໄລ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກ ສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ເວົ້າວ່າ ລາວ ເສັງໄດ້ອັນດັບທີ 3 ຈຶ່ງບໍ່ສາມາດ ໄດ້ຮັບທຶນ ການສຶກສາ ເພາະຜູ້ທີ່ເສັງໄດ້ ທີ 1 ແລະ ທີ 2 ມີຈໍານວນຫຼາຍ ພໍສົມຄວນແລ້ວ ດັ່ງທ່ານກ່າວວ່າ:

"ບໍ່ໄດ້ ບໍ່ຮອດເັນມັນ ເຈົ້າມັນຫລາຍບ່ອນມີຢູ່ 43 ແຫ່ງແລ້ວ ເຮົາໄດ້ຮັບແຕ່ລະແຫ່ງ ທີ 1 ຫາທີ 2 ເໝິດແລ້ວ ທຶນເພິ່ນແບ່ງປັນ ມີແຕ່ 55 ຄົນ ໄດ້ທີ 1 ຫາທີ 2 ແຕ່ວ່າ ຂອງເຮົານີ໋ ໄດ້ຫລາຍກວ່າ ມັນບໍ່ສາມາດ ຮອດທີ 3 ເຈົ້າເຫັນ ອອກເຟສບຸກຄ໌ ອ່ານເໝິດແລ້ວ ກໍເຫັນຖືກຕ້ອງແລ້ວ ສົມຄວນແລ້ວ ສໍ່ານີ້ເນາະ ໃຫ້ຄົນເບິ່ງ ໄປຮອດໂຮງຮຽນເຂົາແລ້ວ ເວົ້າເໝິດ ເຂົາກໍບໍ່ພ້ອມ ຄະນະ...ເຂດຢູ່ໂຮງຮຽນນໍ້າແຫງນະ ເຮົາກໍວ່າ ບໍ່ເປັນຫຍັງ ບາງເທື່ອ ລົງເຟສລົງຫຍັງ ກໍເວົ້າໄປດີ ແລະ ກໍບໍ່ຮ້າຍບໍ່ດ່າຫຍັງເນາະ."

ທ່ານເວົ້າວ່າ ສະເພາະ ໂຮງຮຽນນໍ້າແຫງ ຜູ້ທີ 1 ໄດ້ຄະແນນ 35.60 (35 ຈຸດ 60), ຜູ້ທີ 2 ໄດ້ຄະແນນ 35.38 (35 ຈຸດ 38) ແລະ ຜູ້ທີ 3 ບໍ່ໄດ້ທຶນ ຍ້ອນວ່າ ຕ້ອງມີການກະຈາຍທຶນ ໄປໃຫ້ນັກຮຽນ ທົ່ວແຂວງນໍາ. ອັນດັບ 1 ຂອງນັກຮຽນ ໃນໂຮງຮຽນ ຕົວເມືອງ ຈະມີຄະແນນສູງກວ່າ ໂຮງຮຽນ ທີ່ຢູ່ນອກ ເຂດເທສບານ ທີ່ເສັງໄດ້ທີ 1 ເຖິງຈະໄດ້ 30 ຄະແນນ ແຕ່ກໍຕ້ອງໃຫ້ ບຸຣິມະສິດເຂົາ. ນັກຮຽນ ສ່ວນຫຼາຍ ເມື່ອຈົບ ມໍ.7 ແລ້ວ ກໍຢາກເຂົ້າ ມະຫາວິທະຍາໄລ ແຫ່ງຊາດ ແຕ່ກໍບໍ່ສາມາດ ທີ່ຈະຮັບເຂົ້າໄດ້ໝົດ.

ອາທິການບໍດີ ມະຫາວິທະຍາໄລແຫ່ງຊາດ ເວົ້າວ່າ ມະຫາວິທະຍາໄລແຫ່ງຊາດ ຈະຮັບນັກຮຽນທຶນ ສົກຮຽນລະ ປະມານ 10 ເປີເຊັນ ໃນແຕ່ລະປີ ແລະ ມອບໃຫ້ຂັ້ນແຂວງ ເປັນຜູ້ຄັດເລືອກ.

"ໃນຈໍານວນ ມ.ຊ. ທັງໝົດ ສົມມຸດ 6 ພັນຄົນ 10 ເປີເຊັນ ເຂົາມອບໃຫ້ແຂວງ ເປັນຜູ້ ຄົ້ນຄວ້າເຂົ້າມາຈັກຄົນ ກໍບໍ່ຮູ້ໃນ 6 ພັນຄົນຫັ້ນນະ ຕົວເລກ ຕ້ອງເວົ້າເຣື່ອງກົມແຜນການ ກະຊວງສຶກສາ ເປັນຜູ້ກໍານົດ ມ.ຊ. ຈະບໍ່ຮູ້ລະອຽດ ຂະເຈົ້າ ແບ່ງໃຫ້ເດ໋ ມັນຖືກຈັກຄົນໆ ມາໃຫ້ແຂວງ ຄົ້ນຄວ້າ ຮຽນເກັ່ງ ແຂວງກໍຕ້ອງ ເອົາເຂົ້າໃນ ບຸຣິມະສິດ ຕາມສຶກສາແຂວງ ເປັນຜູ້ຄົ້ນຄວ້າ ແຂວງສົ່ງມາ ແລ້ວເຮົາຮັບ ບໍ່ຮູ້ຈັກຄົນປີນີ້ ທົ່ວປະເທດ ເຂົາສິຫານທົ່ວແຂວງ ຫັ້ນແຫລະ."

ຕາມຂໍ້ມູນ ຂອງຜແນກ ສຶກສາທິການ ແລະ ກິລາ ແຂວງອຸດົມໄຊ, ໃນສົກຮຽນ 2017-2018 ທົ່ວແຂວງອຸດົມໄຊ ມີໂຮງຮຽນມັທຍົມສົມບູນ ຫລື ມ.7 ທັງໝົດ 43 ແຫ່ງ, ມີນັກຮຽນເສັງຈົບ ມ.7 ທັງໝົດ 3 ພັນ 420 ຄົນ. ໃນນີ້ ເສັງໄດ້ອັນດັບທີ 1 ຂອງໂຮງຮຽນ 55 ຄົນ.


ແຕ່ທາງແຂວງ ໄດ້ຮັບຕົວເລຂນັກຮຽນ-ພະນັກງານ ເຂົ້າຮຽນຕໍ່ 44 ຄົນ, ໃນນັ້ນ ຮຽນຕໍ່ ໃນມະຫາວິທະຍາໄລ ແຫ່ງຊາດ 27 ຄົນ, ຊຶ່ງໃນນັ້ນມີ ພະນັກງານ 2 ຄົນ, ມະຫາວິທະຍາ ໄລ ສຸພານຸວົງ 7 ຄົນ ແລະຮຽນຕໍ່ສະຖາບັນສ້າງຄຣູ 10 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org