ສວນມັນຕົ້ນ ຊາວບ້ານ ເມືອງບາຈຽງຈະເລີນສຸກ ຖືກບໍລິສັດ AIDC ຍາດເອົາ

ຊາວບ້ານຈໍານວນໜຶ່ງກ່າວວ່າ ບໍລິສັດ ສໍາປະທານກິດຈະການມັນຕົ້ນ AIDC ທີ່ເຂົ້າມາລົງທຶນສ້າງຕັ້ງໂຮງງານປຸງແຕ່ງແປ້ງມັນຕົ້ນ ແລະ ທັງມີກິດຈະການປູກມັນຕົ້ນ ແລະ ສົ່ງເສີມການປູກມັນຕົ້ນຢູ່ບ້ານເພັຍລາດ ແລະ ບ້ານຂັນລາຍ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໄດ້ຍາດເອົາພື້ນທີ່ດິນ ປູກມັນຕົ້ນຂອງຊາວບ້ານ.

ສະພາບສວນມັນຕົ້ນຂອງຊາວບ້ານ ບ້ານເພຍລາດ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຖືກ ບໍລິສັດ AIDC ລັກດຸດຕອນກາງຄືນ ຂອງວັນທີ 15 ສິງຫາ 2024. ຮູບພາບຈາກພົນລະເມືອງ

ຊາວບ້ານຈໍານວນໜຶ່ງຮ້ອງທຸກວ່າ ບໍລິສັດ ສໍາປະທານກິດຈະການມັນຕົ້ນ AIDC ທີ່ເຂົ້າມາລົງທຶນສ້າງຕັ້ງໂຮງງານປຸງແຕ່ງແປ້ງມັນຕົ້ນ ແລະ ທັງມີກິດຈະການປູກມັນຕົ້ນ ແລະ ສົ່ງເສີມການປູກມັນຕົ້ນຢູ່ບ້ານເພັຍລາດ ແລະ ບ້ານຂັນລາຍ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກໄດ້ຍາດເອົາດິນຂອງຊາວບ້ານທີ່ກຳລັງປູກມັນຕົ້ນຢູ່. ເຖິງວ່າຊາວບ້ານໃນເຂດດັ່ງກ່າວ ຈະບໍ່ມີໃບຕາດິນຖາວອນ ແຕ່ຊາວບ້ານກໍ່ໄດ້ທຳມາຫາກີນມາຫຼາຍ 10 ປີແລ້ວ.

ຈົນກະທັ້ງທາງການແຂວງຈໍາປາສັກ ໄດ້ອະນຸຍາດໃຫ້ບໍລິສັດສໍາປະທານ AIDC ເຂົ້າມາຕັ້ງໂຮງງານ ແລະ ບຸກເບີກສ່ວນມັນຕົ້ນຂອງຊາວບ້ານ ອອກໄປຈົນໝົດນັບແຕ່ປີ 2022 ເປັນຕົ້ນມາ. ຈົນມາຮອດປັດຈຸບັນນີ້ ກໍ່ຍັງບຸກເບີກສວນມັນຕົ້ນຂອງຊາວບ້ານ ໂດຍບໍ່ຈ່າຍເງິນຊົດເຊີຍ ແລະ ບໍ່ມີການໄກ່ເກັ່ຍກັບຊາວບ້ານ. ດັ່ງຊາວບ້ານທ່ານໜຶ່ງຢູ່ບ້ານເພຍລາດ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ສິງຫາ 2024 ວ່າ:

“ກວມເອົາມັນຊິມີດິນສ່ວນໜຶ່ງ ເປັນຂອງກະຊວງດິນຂອງລັດເນາະ ບາດນີ້ດິນຂອງພໍ່ແມ່ປະຊາຊົນ ເພິ່ນກາຢາກໄດ້ຊາວບ້ານເຂົາປູກມັນຕົ້ນພື້ນຖານ ບ້ານເມືອງນີ້ແຫຼະແລ້ວເພິ່ນກາເອົານໍາແຕ່ກ່ອນຫັ້ນນ່າ ແຕ່ກີ້ມັນບໍ່ມີການພັດທະນາເນາະ ບາດມັນມີການພັດທະນາມີການຊື້-ຂາຍລາຄາເປັນເງິນບາດ, ເງິນຫຼຽນແລ້ວກາວ່າເອົາເລີຍມາຂາຍເອົາສັ່ງເອົາຫັ້ນນ່າ.”

ຊາວບ້ານອີກນາງໜຶ່ງ ຢູ່ບ້ານເພຍລາດກາໄດ້ໂພສຕ໌ຂໍ້ຄວາມ ຜ່ານເຟສບຸກສ່ວນຕົວ ໃນວັນທີ 18 ສິງຫາ 2024 ໂດຍລະບຸວ່າ:

“ບໍລິສັດມັນຕົ້ນ AIDC ມາລັກດຸດສວນມັນຕົ້ນໃນຕອນກາງຄືນ ວັນທີ 15 ເດືອນສິງຫາ 2024, ດິນຕອນປູກສວນມັນຕົ້ນຕອນນີ້ ຍັງບໍ່ທັນໄກ່ເກັ່ຍແລ້ວຍັງບໍ່ໄດ້ຮັບຄ່າຊົດເຊີຍ ຢູ່ບ້ານເພຍລາດແກ້ງເກັ່ຍເມືອງບາຈຽງຈະເລີນສຸກ, ພວກເຈົ້າເມືອງບາຈຽງ ແຂວງຈຳປາສັກ ສັ່ງໃຫ້ດຸດກາງຄືນ ເຮັດແບບນີ້ມັນຖືກຕ້ອງແລ້ວບໍ່ ຂໍຄວາມເປັນທຳຈາກຂັ້ນເທີງແນ່.”

ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາຊາວບ້ານ ຜູ້ເສັຍຫາຍຄົນນີ້ແລ້ວແຕ່ນາງ ບໍ່ອ່ານຂໍ້ຄວາມທີ່ິຕິດຕໍ່ໄປຫາ.

ຊາວບ້ານອີກນາງໜຶ່ງ ຢູ່ບ້ານຂັນລາຍ ເມືອງບາຈຽງຈະເລີນສຸກ ກ່າວວ່າບໍ່ຮູ້ລາຍລະອຽດ ທີ່ຈະແຈ້ງປານໃດແຕ່ກາພໍຮູ້ຂ່າວວ່າ ບໍລິສັດສຳປະທານມັນຕົ້ນ AIDC ເຂົ້າມາສຳປະທານ ເອົາດິນຂອງຊາວບ້ານໄປຈົນໝົດເຮັດໃຫ້ຊາວບ້ານ ຈຳນວນຫຼາຍພາກັນຈົ່ມ ແລະ ເກີດຄວາມບໍ່ພໍໃຈໂດຍສະເພາະ ເລື່ອງການໄປດຸດສວນມັນຕົ້ນ ຂອງຊາວບ້ານຖີ້ມໂດຍບໍ່ມີການໄກ່ເກັ່ຍ ແລະຈ່າຍຄ່າຊົດເຊີຍໃຫ້ກັບຊາວບ້ານເລົ່ານັ້ນ. ດັ່ງຊາວບ້ານນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂຄງການຕົວນັ້ນເອື້ອຍບໍ່ຮູ້ລະອຽດ ແຕ່ວ່າກາໄດ້ຍິນຄືວ່າແແຫຼະ ບາງບ່ອນກາບໍ່ພໍໃຈແຕ່ກາບໍ່ຮູ້ວ່າ ມັນເປັນຈັ່ງໃດ. ໜ້າຈະສຳປະທານເລີຍເພາະວ່າ ດິນຂະເຈົ້າກ້ວາງເລີຍ.”

ກ່ຽວກັບເລື່ອງນີ້ເຈົ້າໜ້າ ທີ່ພະແນກກະສິກໍາ ແລະ ປ່າໄມ້ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກກ່າວວ່າບໍ່ຮູ້ລາຍລະອຽດກ່ຽວກັບຂໍ້ຂັດແຍ່ງ ດັ່ງກ່າວເທື່ອແຕ່ປັດຈຸບັນທາງການລາວ ໄດ້ໃຫ້ບໍລິສັດ AIDC ເຂົ້າສຳປະທານດິນຕອນດັ່ງກ່າວໝົດແລ້ວແຕ່ປີ 2022 ຜ່ານມາ. ດັ່ງເຈົ້າໜ້າທີ່ທ່ານນີ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

“ໂອ ໂຕນີ້ຄາແລ້ວເດີ້ເຮົາກາບໍ່ໄດ້ຮູ້ຫຼາຍປານໃດ ແດ່ເວີ້ຍກາບໍ່ຮູ້ປານໃດສ່ວນຫຼາຍມັນກາຕົວນີ້ (ເນື້ອທີ່ທຳການກະເສດ) ສ່ວນຫຼາຍມັນກາເປັນແນວນັ້ນແຫຼະ ມັນກາເປັນສຳປະທານໄປໝົດບໍລິສັດ ເຂົາມາເອົາໄປໝົດແຫຼະ.”

ທາງດ້ານເຈົ້າໜ້າທີ່ ບໍລິສັດ AIDC ກ່າວວ່າ ບໍລິສັດຢືນຢັນວ່າ ບໍ່ໄດ້ເຂົ້າໄປຍາດເອົາດິນຂອງຊາວບ້ານແຕ່ຢ່າງໃດ ແລະ ດິນທີ່ບໍລິສັດໄດ້ບຸກເບີກໄປນັ້ນ ແມ່ນບໍລິສັດໄດ້ຮັບສຳປະທານ ນໍາພາກລັດໄປໝົດແລ້ວ. ຫາກຊາວບ້ານຜູ້ໃດ ບໍ່ພໍໃຈເລື່ອງໃດ ຫຼືຕ້ອງການຫຍັງຈາກບໍລິສັດ ກໍໃຫ້ໄປຮ້ອງຮຽນກັບພາກສ່ວນທີ່ກ່ຽວຂ້ອງ ໂດຍກົງ. ດັ່ງເຈົ້າໜ້າທີ່ ບໍລິສັດ AIDC ທ່ານນີ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ທີ່ເພິ່ນເຮັດນີ້ເພິ່ນມີຈຸດປະສົງຫຍັງ ບໍ່ເພິ່ນໄດ້ມາພົວພັນພາກລັດແລ້ວບໍ່ຫຼືວ່າ ເພິ່ນໄດ້ໂອ້ລົມແລ້ວບໍ່ຫັ້ນນ່າຫຼືວ່າຢາກສ້າງຄວາມແຕກແຍກ ບໍ່ເຮົາກາບໍ່ຮູ້ຫັ້ນນ່າເພາະວ່າ ພວກເຮົາກາຍັງບໍ່ຮູ້ໄດ້ນິິວ່າ ມີປະຊາຊົນເພິ່ນຢາກໄດ້ຫຍັງ.”

ກ່ອນໜ້ານີ້ເມື່ອວັນທີ 09 ມິຖຸນາ 2022 ທີ່ຜ່ານມາກອງບັນຊາການທະຫານ ແຂວງຈໍາປາສັກ ໄດ້ນໍາເອົາປ້າຍແຈ້ງການຂະໜາດໃຫຍ່ ໄປຕິດປະກາດຢູ່ເຂດບ້ານຂັນລາຍ ແລະ ບ້ານເພຍລາດ, ໂຄງການຂໍແຈ້ງມາຍັງບັນດາທ່ານທີ່ມີເນື້ອທີ່ດິນ ໃນຂອບເຂດໂຄງການກໍ່ສ້າງດັ່ງກ່າວ ຈະໄດ້ເລີ່ມຕົ້ນກໍ່ສ້າງພາຍໃນເດືອນ ກໍລະກົດ 2022.

ໃນກໍລະນີທີ່ຊາວບ້ານ ບໍ່ມາແຈ້ງຂໍ້ມູນທາງໂຄງການ ຈະໄດ້ທໍາການບຸກເບີກໄປກ່ອນ ບາງສ່ວນ ເພື່ອໃຫ້ທ່ວງທັນກັບການກໍ່ສ້າງ ແລະ ເພື່ອຮັບປະກັນໃນການສ້າງວຽກເຮັດງານທຳ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ກັບປະຊາຊົນ ໃນເຂດດັ່ງກ່າວ.

ສໍາລັບໂຄງການກໍ່ສ້າງໂຮງງານ ໂຮງງານປຸງແຕ່ງແປ້ງມັນຕົ້ນ ໄດ້ມີພິທີເຊັນສັນຍາຮ່ວມມືພັດທະນາເນື້ອທີ່ດິນ ຂອງກອງບັນຊາ ການທະຫານແຂວງຈຳປາສັກ ກັບບໍລິສັດ AIDC ຈຳກັດຜູ້ດຽວໄດ້ຈັດຂຶ້ນໃນວັນທີ 17 ກຸມພາ 2022 ທີ່ແຂວງຈຳປາສັກ. ໂຄງການດັ່ງກ່າວເປັນໄປຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດວ່າດ້ວຍການເຫັນດີ ອະນຸມັດໃຫ້ກອງບັນຊາການທະຫານແຂວງຈຳປາສັກ ເປັນຜູ້ຕາງໜ້າໃຫ້ແກ່ກະຊວງປ້ອງກັນປະເທດ ເຊັນສັນຍາຮ່ວມມືພັດທະນາສຳປະທານທີ່ດິນ ຂອງກອງທັບໃນເນື້ອທີ່ 60 ເຮັກຕ້າຣ໌ ຢູ່ບ້ານເພຍລາດ ເມືອງບາຈຽງຈະເລີນສຸກ ເພື່ອໃຊ້ການສ້າງຕັ້ງໂຮງງານປຸງແຕ່ງ ແປ້ງມັນຕົ້ນ.

ບໍລິສັດ AIDC ຢູ່ພາຍໃຕ້ກຸ່ມບໍລິສັດ ເອເຊັຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວ. ເປັນບໍລິສັດ ທີ່ກໍ່ຕັ້ງ ແລະ ຖືກຮຸ້ນໂດຍຄົນລາວ. ໄລຍະຜ່ານມາບໍລິສັດໄດ້ຮ່ວມລົງທຶນ ກັບກະຊວງປ້ອງກັນປະທດ ແລະ ແຂວງຈຳປາສັກ ຫຼາຍໂຄງການ ແລະ ມີບໍລິສັດຈີນ ແລະ ໄທ ເປັນພັນທະມິດໃນການລົງທຶນ ແລະ ຊື້-ຂາຍມັນຕົ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org