ວັງວຽງ ໄດ້ຮັບເງິນຊ່ອຍເຫຼືອ ປັບປຸງ ໂຄງຮ່າງພື້ນຖານ
ທະນາຄານ ພັທນາ ເອເຊັຽ ໃຫ້ທຶນ ຊ່ອຍເຫຼືອລ້າ ຈຳນວນ 8.8 ລ້ານໂດລາຣ໌ ສະຫະຣັຖ ເພື່ອພັທນາ ໂຄງຮ່າງພື້ນຖານ ການທ່ອງທ່ຽວ ໃນເມືອງວັງວຽງ.
-
ໄຊຍາ
2021-09-09 -
-
-
Your browser doesn’t support HTML5 audio
ທະນາຄານ ພັທນາເອເຊັຽ ຫຼື ADB ໃຫ້ທຶນ ຊ່ອຍເຫຼືອລ້າ ມູນຄ່າ 8.8 ລ້ານໂດລາຣ໌ ສະຫະຣັຖ ເພື່ອພັທນາ ໂຄງຮ່າງພື້ນຖານ ທີ່ຈຳເປັນ ໃນເມືອງວັງວຽງ ແຂວງວຽງຈັນ ກະຕຽມຮອງຮັບ ການທ່ອງທ່ຽວ, ຕໍ່ຂ່າວດັ່ງກ່າວ ຊາວເມືອງວັງວຽງ ຕ່າງກໍຮູ້ສຶກດີໃຈ ທີ່ເມືອງວັງວຽງ ຈະໄດ້ພັທນາ ໂຄງຮ່າງ ໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະ ແມ່ນຖນົນຫົນທາງ ໃນເທສບານເມືອງ ເຊິ່ງເປັນຈຸດ ທີ່ສຳຄັນ ຕໍ່ການທ່ອງທ່ຽວ, ດັ່ງຊາວບ້ານ ໃນເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 8 ກັນຍາ ນີ້ວ່າ:
“ກຳລັງເຣີ່ມຕົ້ນ ກຳລັງຂົນ ອຸປກອນ ການກໍ່ສ້າງເຂົ້າມາ ເອີກາສະບາຍແທ້ ກໍມີ ຄອນກຣີດເນາະ ພໍໄຄແນ່ ຍັງວ່າ ບາດນີ້ ກະຊິສະບາຍແຫຼະ.”
ຊາວບ້ານຜູ້ນີ້ ໄດ້ກ່າວຕື່ມອີກວ່າ ຖນົນຫົນທາງ ຫຼາຍເສັ້ນ ຍັງມີສະພາບ ເປັນບວກ ເປັນຂຸມ ຈຶ່ງກະທົບ ຕໍ່ການເດີນທາງ ຂອງຄົນ ໃນພື້ນທີ່ ແລະ ນັກທ່ອງທ່ຽວ ຖ້າໄດ້ຮັບ ການປັບປຸງ ແກ້ໄຂກໍຈະ ຊ່ອຍສົ່ງເສີມ ການທ່ອງທ່ຽວ ໃນເມືອງວັງວຽງ ໄດ້ເປັນຢ່າງດີ.
ຊາວບ້ານ ອີກທ່ານນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຖ້າເປັນທຶນ ຊ່ອຍເຫຼືອລ້າ ຈາກຕ່າງປະເທດ ກໍຮູ້ສຶກສະບາຍໃຈ ໂຄງການພັທນາ ໂຄງຮ່າງພື້ນຖານ ຕ່າງໆ ພາຍໃນ ເມືອງວັງວຽງ ຈະກໍ່ສ້າງໄດ້ ຕາມມາຕຖານ ແລະ ກໍ່ສ້າງສຳເຣັດ ຕາມແຜນການ.
“ດຽວນີ້ ກາຄືກັນນ່າ ຕັ້ງແຕ່ ທາງໃຫຍ່ພີ່ ໄປໂລດ ເຂົາຕຽມຊິເຣີ່ມແລ້ວ ເຣີ່ມປີນີ້ແຫຼະ ທຶນຕ່າງປະເທດ ຕ່າງປະເທດຄຸມເອງ, ກວດກັນເອງ ກິນກັນເອງ ເຮັດໄປພໍໆແລ້ວ ກາມາກວດ ໄດ້ບໍ່ໄດ້ ກາມາເຊັນ ນຶ່ງກາເຮັດໃໝ່ອີກ.”
ຊາວບ້ານ ອີກທ່ານນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ກໍຮູ້ສຶກດີໃຈ ທີ່ທາງການລາວ ປັບປຸງ ເສັ້ນທາງ ຫຼາຍແຫ່ງ ເພື່ອຮອງຮັບ ນັກທ່ອງທ່ຽວ ແລະ ຈະມີ ຄວາມສະດວກສະບາຍ ໃນການເດີນທາງ ທ່ອງທ່ຽວ ແຕ່ກໍຢາກໃຫ້ ທາງການລາວ ຊ່ອຍປັບປຸງ ເສັ້ນທາງ ແລະ ທາງຮ່ອມ ພາຍໃນ ເທສບານ ເມືອງວັງວຽງ ນຳດ້ວຍ ຍ້ອນມີ ສະພາບເປັນບວກ ເປັນຂຸມ ຍາມຝົນຕົກ ກໍຈະມີ ນໍ້າອັ່ງ.
“ບໍ່ຄືເກົ່າ ຫັ້ນແຫຼະ ບໍ່ມີຫຍັງ ປ່ຽນແປງ ແຖວໃນເມືອງ ໄດ້ຍິນວ່າ ເດືອນໜ້ານີ້ ບໍ່ຂະເຈົ້າ ຊິເຮັດທາງ ໄປໃສ່ ຖໍ້າປູຄຳ ພຸ້ນເດ້ ໄປທາງບລູລາກຸນ ພຸ້ນນ່າ ທາງຍ່າງ ວ່າຊັ້ນ ໃນເມືອງຄືເກົ່າ ບໍ່ມີຫຍັງ ປ່ຽນແປງ.”
ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ໂຄງການພັທນາ ໂຄງຮ່າງພື້ນຖານ ດັ່ງກ່າວ ແມ່ນເປັນທຶນ ຊ່ອຍເຫຼືອລ້າ ຂອງທະນາຄານ ພັທນາ ເອເຊັຽ ໂດຍຈະແຍກເປັນ ໂຄງການກໍ່ສ້າງ ຂົວຂ້າມນໍ້າຊອງ ແລະ ເສັ້ນທາງ ຄອນກຣີດ ກວ້າງ 6 ແມັດ ໄລຍະທາງ 6 ກິໂລແມັດ ຈາກເທສບານ ເມືອງວັງວຽງ ໄປຫາ ນໍ້າຕົກແກ້ງຍຸຍ ໂດຍຈະໃຊ້ ເວລາກໍ່ສ້າງ ປະມານ 2 ປີ ນັບແຕ່ມື້ ເຊັນສັນຍາ ໂຄງການ ໃນວັນທີ 23 ກໍຣະກະດາ 2021 ທີ່ຜ່ານມາ.
“ໂຕນີ້ ເປັນຊ່ອຍເຫຼືອລ້າ ເຊັນສັນຍາ ກໍ່ສ້າງແລ້ວ ຫາກໍ່ ລົງສນາມ ອາທິດທີ່ແລ້ວ ມີຂົວແດ່ແລ້ວ ກາຖນົນ ຄອນກຣີດ ເອີ 2 ປີ ຂະເຈົ້າ ກາເຣີ່ມ ລົງມືກັນແລ້ວ ມັນກາສະດວກ ການສັນຈອນ.”
ທ່ານໄດ້ກ່າວຕື່ມວ່າ ການພັທນາ ໂຄງຮ່າງພື້ນ ຖານດັ່ງກ່າວ ຈະຊ່ອຍໃຫ້ ຊາວບ້ານ ໃນພື້ນທີ່ ແລະ ນັກທ່ອງທ່ຽວ ທີ່ມາທ່ອງທ່ຽວ ເມືອງວັງວຽງ ເດີນທາງ ສະດວກສະບາຍ ຫຼາຍຂື້ນ, ໂດຍມີ ບໍຣີສັດ Xaya Construction and Repair ຂອງຄົນລາວ ເປັນຜູ້ຮັບເໝົາ ກໍ່ສ້າງ.
ນອກຈາກນີ້ ເຈົ້າໜ້າທີ່ ຍັງກ່າວອີກວ່າ ໂຄງການດັ່ງກ່າວ ຈະບໍ່ກະທົບ ຕໍ່ທີ່ດິນ ທຳການຜລິດ ຂອງຊາວບ້ານ ໃນພື້ນທີ່ ເນື່ອງຈາກ ເປັນການຂຍາຍ ເສັ້ນທາງ ໃຫ້ກວ້າງຂຶ້ນ ບໍ່ແມ່ນ ການກໍ່ສ້າງໃໝ່.
ຂນະທີ່ ຜູ້ປະກອບການ ໃຫ້ເຊົ່າຣົດຈັກ ໃນເມືອງວັງວຽງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ວ່າສະພາບ ຂອງຜູ້ປະກອບການ ຫຼາຍແຫ່ງ ໃນຕອນນີ້ ເກືອບບໍ່ມີຣາຍໄດ້, ໂດຍສ່ວນໂຕ ກໍມີ ຄວາມຈຳເປັນ ຕ້ອງໄດ້ ຂາຍຣົດເຊົ່າ ຈຳນວນນຶ່ງ ເພື່ອນໍາເງິນ ມາໃຊ້ຈ່າຍ ໃນແຕ່ລະມື້ ໄປກ່ອນ.
“ງຽບກິບ ບໍ່ຄືເກົ່າແຫຼະ ຄົນຊິຍ່າງ ໃນຫົນທາງ ຍັງເກືອບ ບໍ່ມີແລ້ວ, ຣົດຈັກໃຫ້ເຊົ່າ ກາງຽບ ໂອ້ຍຂາຍອອກ ຍັງປະມານ 10 ປາຍຄັນນີ້ ບໍ່ງຽບ ຫຼາຍປີແລ້ວ ກາບໍ່ມີເງິນຈ່າຍກໍ່.”
ຜູ້ປະກອບການ ໃຫ້ເຊົ່າຣົດຈັກຜູ້ນີ້ ໄດ້ກ່າວຕື່ມວ່າ ນັບແຕ່ເກີດ ການຣະບາດ ຂອງໂຄວິດ-19 ມານີ້ ທາງການ ແຂວງວຽງຈັນ ແລະ ເມືອງວັງວຽງ ໄດ້ປັບປຸງ ໂຄງຮ່າງພື້ນຖານ ຫຼາຍຢ່າງໂດຍ ສະເພາະ ດ້ານຖນົນຫົນທາງ ຫຼາຍແຫ່ງ ພາຍໃນ ເມືອງວັງຽງ ເພື່ອຮອງຮັບ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ແຕ່ຕອນນີ້ ບໍ່ມີຄົນ ມາທ່ອງທ່ຽວ. ສະນັ້ນ ຂໍໃຫ້ ຣັຖບານ ລາວເລັ່ງ ຄວບຄຸມ ແລະ ປ້ອງກັນ ການຣະບາດ ຂອງໂຄວິດ-19 ໃຫ້ໝົດໄປ ໄວທີ່ສຸດ ເພື່ອໃຫ້ຂແນງ ການທ່ອງທ່ຽວ ກັບມາເຄື່ອນໄຫວ ກິຈການໄດ້.