ຊາວບ້ານຢູ່ຫຼາຍເຂດ ລໍຖ້າ ຄ່າຊົດເຊີຍ

ຊາວບ້ານ ຫຼາຍທ້ອງຖິ່ນ ໃນລາວ ຍັງລໍຖ້າ ຄ່າຊົດເຊີຍ ຈາກ ໂຄງການ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ.

ການກໍ່ສ້າງທາງຣົດໄຟ ລາວ-ຈິນ ໃນເຂດນະຄອນຫຼວງວຽງຈັນ RFA/TS

ມາຮອດປັດຈຸບັນ ຊາວບ້ານຢູ່ຫຼາຍທ້ອງຖິ່ນ ໃນຫຼາຍແຂວງຂອງລາວ ທີ່ເປັນທາງຜ່ານ ຂອງໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຍັງລໍ ຖ້າຄ່າຊົດ ຈາກໂຄງການ ດັ່ງກ່າວດ້ວຍຄວາມຫວັງ ເປັນຕົ້ນ ຊາວບ້ານຄົນນຶ່ງ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ເສັຍດິນນາ ໃຫ້ໂຄງການນີ້ໄປແລ້ວນັ້ນ ກໍຮູ້ສຶກອຸກໃຈຫຼາຍ ທີ່ຍັງບໍ່ທັນໄດ້ຮັບເງິນຄ່າຊົດເຊີຍ ແລະກໍບໍ່ຮູ້ຈະເຮັດແນວໃດ ເພື່ອໃຫ້ມີ ການຊົດເຊີຍໄວໆ, ດັ່ງຍານາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 23 ມິຖຸນາ ນີ້ວ່າ:

“ດິນແມ່ນີ່ແມ່ນຢູ່ແລວໂຕນີ້ແຫຼະ 2 ເຮັກຕ່າ ນີ້ ຜ່າເຄິ່ງເລີຍບໍ່ໄດ້ຮັບເງິນ ເພິ່ນບໍ່ທັນເອີ້ນໄປຊໍ້າ ມັນຢູ່ບ້ານໂຄກນ້ອຍເດີ້ ທາງຫຼັງເດີ່ນກິລາ ຫຼັກ 16 ນີ່ນະ ໃຫ້ແຕ່ແມັດ 25 ພັນກີບ ຮ້ອຍບາດ ຍັງບໍ່ໄດ້ ແມ່ຊື້ 4 ລ້ານ 5 ແສນບາດ.”

ເມື່ອເດືອນມົກຣາ ປີ 2019 ຊາວບ້ານແຈ້ງສະຫວ່າງ ແລະບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈໍານວນປະມານ 20 ປາຍຄອບຄົວ ໄດ້ຮັບຄ່າຊົດເຊີຍ ຈາກໂຄງການສ້າງ ທາງຣົດໄຟ ລາວ-ຈີນ ແຕ່ບໍ່ມີຣາຍຣະອຽດກ່ຽວກັບການຊົດເຊີຍ, ເຊິ່ງສະເພາະ ເມືອງນາຊາຍທອງ ມີປະຊາຊົນ ໄດ້ຮັບຜົລກະທົບ ຈາກໂຄງການນີ້ທັງໝົດ 21 ບ້ານ ໃນນັ້ນ ມີປະຊາຊົນ ຈໍານວນ 300 ປາຍຄອບຄົວ.

ໃນຂນະດຽວກັນ ຢູ່ເມືອງຫິນເຫີບ ແຂວງວຽງຈັນ ກໍເປັນອີກເຂດນຶ່ງ ທີ່ການຊົດເຊີຍແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບຈາກໂຄງການ ດັ່ງກ່າວ ຍັງຫຼ້າຊ້າຢູ່, ຫຼາຍຄອບຄົວ ໄດ້ເສັຍດິນປູກຝັງໃຫ້ແກ່ ໂຄງການໄປແລ້ວ ແຕ່ພັດຍັງລໍຖ້າ ການຊົດເຊີຍມາຮອດທຸກມື້ນີ້, ດັ່ງຊາວບ້ານ ເຂດເມືອງຫິນເຫີບ ຄົນນຶ່ງເວົ້າວ່າ:

“ຜູ້ໄດ້ກະໄດ້ ຜູ້ບໍ່ທັນໄດ້ກະມີ ກະຫຼາຍຢູ່ ໄດ້ຍິນເຂົາເວົ້າ ກະຍັງຫຼາຍຄົນທີ່ວ່າ ບໍ່ທັນໄດ້ ມີຈໍານວນນຶ່ງນີ້ແຫຼະ ບໍ່ທັນໄດ້ເທື່ອໃດ໋.”

ກ່ອນໜ້ານີ້ ເມື່ອປີ 2019 ຊາວບ້ານ 5 ບ້ານ, ຢູ່ເຂດເມືອງຫິນເຫີບ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ໄດ້ຮັບຄ່າຊົດເຊີຍ ຈໍານວນ 13 ຄອບຄົວ ມູນຄ່າຊົດເຊີຍປະມານ 7,7 ຕື້ກີບ, ແຕ່ຍັງມີຊາວບ້ານອີກ 6 ບ້ານ ບໍ່ຮູ້ຈໍານວນຄອບຄົວ ທີ່ຍັງລໍຖ້າການຊົດເຊີຍຢູ່.

ແລະຢູ່ເມືອງວັງວຽງ ແຂວງວຽງຈັນ ກໍຍັງມີຊາວບ້ານ ບາງຄອບຄົວ ທີ່ຍັງບໍ່ຕົກລົງຮັບເອົາເງິນຄ່າຊົດເຊີຍ ທີ່ທາງໂຄງການໄດ້ສເນີໃຫ້ ເນື່ອງຈາກເຫັນວ່າ ຍັງບໍ່ສົມເຫດສົມຜົລ, ແຕ່ຫຼັງຈາກຄະນະ ຮັບຜິດຊອບ ໄດ້ເຮັດການໄກ່ເກັ່ຽແລ້ວ ຊາວບ້ານດັ່ງກ່າວ ກໍຍິນດີຍອມຮັບ ເອົາຄ່າຊົດເຊີຍ ເຖິງແມ່ນວ່າຈະບໍ່ພໍໃຈກໍຕາມ, ດັ່ງເຈົ້າໜ້າທີ່ ທ້ອງຖິ່ນທ່ານນຶ່ງ ກ່າວວ່າ:

“ຍັງສອງຄອບຄົວ ກະຍ້ອນວ່າພວກເພິ່ນ ບໍ່ທັນໄດ້ເຂົ້າໃຈ ວ່າຊັ້ນສະເນາະ ເພິ່ນລະວ່າໜ້ອຍ ກະຕ້ອງໄດ້ປະຕິບັດ ຣະບຽບລະເນາະ ໝູ່ເອົາໝົດແລ້ວເດ້ ຍັງແຕ່ສອງຄົນ ຖືວ່າຕົກລົງແລ້ວ ຕົກລົງຮັບ ວ່າຊັ້ນສະ ໄດ້ແຕ່ຊໍ່ານີ້ ອີງຕາມຂໍ້ມູນພື້ນຖານ ຂອງດິນໂຕເອງເນາະ.”

ປະຊາຊົນ ເມືອງວັງວຽງ ທີ່ຖືກຜົລກະທົບ ຈາກໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ມີບໍ່ຕໍ່າກວ່າ 50 ຄອບຄົວ, ອີງຕາມຂໍ້ມູນເກົ່າ ທີ່ ວິທຍຸເອເຊັຽເສຣີ ໄດ້ຣາຍງານໄປກ່ອນໜ້ານີ້, ແຕ່ປັດຈຸບັນ ບໍ່ຮູ້ວ່າ ມີການຊົດເຊີຍ ສໍາເຣັດໄປແລ້ວຈັກຄອບຄົວ ແລະ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ກໍບໍ່ສາມາດເປີດເຜີຍ ຂໍ້ມູນໃຫ້ຮູ້ໄດ້.

ສ່ວນຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກໍຍັງມີອີກບາງຄອບຄົວ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍເທື່ອ ເຖິງແມ່ນວ່າການກໍ່ສ້າງ ທາງຣົດໄຟ ໄດ້ຄືບໜ້າໄປຫຼາຍແລ້ວກໍຕາມ, ດັ່ງຊາວບ້ານ ໃນນະຄອນຫຼວງພຣະບາງ ຄົນນຶ່ງ ເວົ້າວ່າ:

“ບໍ່ໄດ້ເພິ່ນກະບໍ່ໃຫ້ ບໍ່ໄດ້ຮ້ອງຂໍ ມີແຕ່ເພິ່ນ ຊິເອົາມາສົ່ງໃຫ້ ເພິ່ນຈະໃຫ້ເບາະ ຫຼືບໍ່ໃຫ້ກະບໍ່ຮູ້ແຫຼະ ລໍຖ້າແຕ່ເພິ່ນຊິມາຊົດເຊີຍບໍ່, ຫຼືບໍ່ມາ ກະບໍ່ຮູ້ນໍາເພິ່ນ ປະຊາຊົນເຮົາກະຢູ່ບ້ານຖ້າຊື່ໆ.”

ເມື່ອເດືອນກຸມພາ ປີ 2019 ປະຊາຊົນຈໍານວນ 39 ຄອບຄົວ ຢູ່ເຂດນະຄອນຫຼວງພຣະບາງ ໄດ້ຮັບຄ່າຊົດເຊີຍຈາກໂຄງການ ດັ່ງກ່າວ ໄປແລ້ວ ປະກອບດ້ວຍ ບ້ານພອນໄຊ, ບ້ານນູນສະຫວັດ ແລະບ້ານກົກງິ້ວ ຮວມມູນຄ່າການຊົດເຊີຍປະມານ 7,48 ຕື້ກີບ ເຊິ່ງທົ່ວແຂວງ ຫຼວງພຣະບາງ ມີປະຊາຊົນໄດ້  ຮັບຜົລກະທົບທັງໝົດ 28 ບ້ານ.

ຢ່າງໃດກໍຕາມ ເມື່ອວັນທີ 22 ມິຖຸນາ ທີ່ຜ່ານມານີ້ ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ໄດ້ເປັນປະທານ ກອງປະຊຸມຄົບຄະນະ ຄັ້ງທີ່ 8 ຂອງຄະນະຊີ້ນໍາ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໄດ້ຈັດຂຶ້ນຢູ່ ນະຄອນຫຼວງພຣະບາງ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຣາຍງານ ຄວາມຄືບໜ້າ ຫຼາຍຢ່າງ ຂອງໂຄງການກໍ່ສ້າງທາງຣົດໄຟ ທີ່ມີຄວາມຄືບໜ້າແລ້ວ ປະມານ 89% ແລະ ຫາລືກ່ຽວກັບຣະບົບ ການຂົນສົ່ງ ຂອງຣົດໄຟລາວ-ຈີນ ໃນອະນາຄົດ, ແຕ່ບໍ່ໄດ້ເວົ້າເຖິງ ຄວາມຄືບໜ້າເຣື່ອງການຊົດເຊີຍແຕ່ຢ່າງໃດ.

ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ສ້າງຜົລກະທົບໃຫ້ປະຊາຊົນ ໃນແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພຣະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ທັງໝົດ 4,411 ຄອບຄົວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org