ຊາວບ້ານຈາກເຂື່ອນນໍ້າຄານ ຂໍດິນ ປູກຝັງ
ຊາວບ້ານ ທີ່ຖືກຜົລກະທົບ ຈາກ ເຂື່ອນນໍ້າຄານ 2 ແລະ 3 ຊຶ່ງຍ້າຍໄປຢູ່ ບ້ານຈັດສັນ ຮຽກຮ້ອງ ຢາກໄດ້ ພື້ນທີ່ດິນ ປູກຝັງ ທໍາມາ ຫາກິນ.
-
2020-07-27 -
-
-
Your browser doesn’t support HTML5 audio
ຊາວບ້ານທັງໝົດ 600 ປາຍຄອບຄົວທີ່ໄດ້ຮັບຜົລກະທົບ ແລະຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນໃໝ່ຍ້ອນ ໂຄງການ ກໍ່ສ້າງເຂື່ອນນໍ້າຄານ 02 ແລະ 03 ໃນເມືອງຊຽງເງີນ ແຂວງ ຫລວງພຣະບາງ ຮຽກຮ້ອງໃຫ້ທາງການລາວ ຈັດສັນທີ່ດິນ ທໍາມາຫາກິນ ຍ້ອນຫຼາຍຄອບຄົວ ຍັງບໍ່ທັນມີດິນ ທໍາການຜລິດ. ດັ່ງຊາວບ້ານທີ່ໄດ້ຮັບ ຜົລກະທົບ ແລະ ໂຍກຍ້າຍຈາກບ້ານ ເດີມໄປຢູ່ບ້ານຈັດສັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ກໍຣະກະດາ ປີ 2020 ນີ້ວ່າ: ກັບຄືນເມືອ ທໍາການຜລິດຢູ່ດິນ ບ້ານເກົ່າ ແລະ ຍັງມີບັນຫາເຣື່ອງ ຄ່າຊົດເຊີຍ.
"ເອີ, ກັບຄືນເມືອເຮັດກິນ ຢູ່ບ່ອນເກົ່າດີນການຜລິດ ມັນບໍ່ພໍແລ້ວ ຊິສະດວກ ມັນກະບໍ່ສະດວກແຫຼ້ວ ເຮືອນບ່ອນນຶ່ງແລ້ວໄປເຮັດກິນ ອີກບ່ອນນຶ່ງເນາະ ຢູ່ພີ້ມັນມີແຕ່ ດິນທີ່ຢູ່ອາສັຍຊື່ໆ ມັນທໍາການຜລິດບໍ່ໄດ້ ກະຍັງຫຍຸ້ງຍາກກັນເບື້ອງຊົດເຊີຍ ທີ່ດິນຫັ້ນລະດຽວນີ້."
ຊາວບ້ານໄດ້ກ່າວຕື່ມວ່າ ເຖິງເຂື່ອນຈະສ້າງສຳເຣັດແລ້ວຫຼາຍປີ ແຕ່ບັນຫາເຣື່ອງການຊົດເຊີຍທີ່ດິນ ໃຫ້ຊາວບ້ານທີ່ໄດ້ຮັບຜົລກະທົບກໍຍັງ ມິດງຽບບໍ່ບຸກເບີກທີ່ດິນໃຫ້ເທື່ອ ເຊິ່ງສ້າງຄວາມຫຍຸ້ງຍາກ ໃຫ້ກັບຊາວບ້ານຫຼາຍ ເພາະບໍ່ມີທີດິນປູກພືດເຮັດໄຮ່ ເຮັດສວນ ແລະ ລ້ຽງສັດ.
ປັຈຈຸບັນຊາວບ້ານ ທີ່ບໍ່ໄດ້ເຮັດທຸຣະກິຈ ຫຼືຂາຍເຄື່ອງ ເຂົາເຈົ້າຈະອອກໄປເຮັດໄຮ່ ເຮັດສວນຢູ່ດິນບ້ານເກົ່າ ທີ່ບໍ່ໄດ້ຖືກນໍ້າຖ້ວມ ຫ່າງຈາກ ບ້ານຈັດສັນໃໝ່ປະມານ 10 ຫຼັກ ບໍຣິເວນ ໜ້າ ເຂື່ອນນໍ້າຄານ 03 ເພື່ອທໍາການຜລິດຊົ່ວຄາວໄປກ່ອນຈົນກວ່າວ່າ ທາງການລາວຈະຈັດ ທີ່ດິນທໍາການຜລິດໃຫ້ຖາວອນ. ນອກຈາກນີິ້ກໍຍັງເດີນທາງໄກເສັ້ນທາງບໍ່ສະດວກ ປານໃດ.
ສ່ວນເງີນຄ່າຊົດເຊີຍ, ຊາວບ້ານຜູ້ນີ້ໄດ້ກ່າວວ່າ ຜົລປູກປະເພດໄມ້ເສຖກິຈ ພືດຜັກ ຂອງຊາວບ້ານ ທີ່ຖືກຜົລກະທົບ ໃນໂຄງການໄດ້ຮັບ ການຊົດເຊີຍ ທີ່ບໍ່ເໝາະສົມປານໃດ ໜ້ອຍສຸດ ປະມານ 05 ລ້ານກີບ ຖືວ່າໄດ້ໜ້ອຍຫຼາຍ ແຕ່ຊາວບ້ານກໍຮຽກຮ້ອງບໍ່ໄດ້.
"ໄດ້ແຕ່ເບື້່ອງຜົລປູກ ເພິ່ນຊົດເຊີຍໄປໄດ້ຜູ້ລະ 04 ລ້ານ 05 ລ້ານ 10 ລ້ານ 20 ລ້ານ ໄປຕາມເຂດໜ້ອຍ ຫຼືຫຼາຍ ແຕ່ເກົ່າຫັ້ນກະແລ້ວ ພໍປານນີ້ແຕ່ທີ່ດິນ ບໍ່ໄດ້ເທົ້າມື້ນີ້ ກະໜ້ອຍລະ ວ່າກະໜ້ອຍແທ້."
ສ່ວນຊາວບ້ານອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ໃນກໍຣະນີດຽວກັນ ກ່າວຕໍ່ເອເຊັຽເສຣີ ວ່າໄລຍະຜ່ານມາ ເຫັນແຕ່ທາງແຂວງຫຼວງພຣະບາງ ລົງມາເກັບຂໍ້ມູນ ຜົລກະທົບເຣື່ອງທີ່ດິນ ແຕ່ຄອບຄົວເສັຍຫາຍ ໜ້ອຍຫຼາຍປານໃດ ຈະຊົດເຊີຍແບບໃດມື້ໃດ ຈົນມາຮອດມື້ນີ້ ກໍຍັງບໍ່ມີ ຄວາມຄືບໜ້າເທື່ອ.
"ເພິ່ນກະບໍ່ລົງມາກວດກາ ວ່າອັນນີ້ມັນຖືກຜູ້ນີ້ ອັນນີ້ມັນຖືກອັນນີ້ ຄອບຄົວນີ້ເສັຍຫາຍແນວໃດ ລົງມາເກັບກັມຂໍ້ມູນ ທາງສວັດດີການແດ່ ທາງພັກແດ່ ກະລົງມາເກັບກັມຂໍ້ມູນ ເປັນແນວໃດ ສະພາບການຣາຍງານ ໃຫ້ການຈັດຕັ້ງຮັບຮູ້ ແລ້ວເຮົາຊິປະກາດ ໃຫ້ພໍ່ແມ່ປະຊາຊົນ ຜູ້ເສັຍຫາຍໄດ້ຮັບຮູ້ ດົນທໍ່ໃດກະຢ່າ."
ຊາວບ້ານໄດ້ກ່າວຢໍ້າວ່າຕ້ອງການ ໃຫ້ທາງການແຂວງຫຼວງພຣະບາງ ລົງມາຊີ້ແຈງ ກັບ ຊາວບ້ານ ໃຫ້ຈະແຈ້ງກັບເຣື່ອງການຊົດເຊີຍທີ່ດິນ ຈະໃຫ້ຄອບຄົວ ລະຈັກເຮັກຕ້າ ຈະຊົດເຊີຍ ໃຫ້ມື້ໃດແທ້ ກໍບອກໃຫ້ຊາວບ້ານ ໄດ້ຮັບຮູ້ໄປນຳກັນ ບໍ່ແມ່ນມິດງຽບ ປະຖີ້ມຊາວບ້ານ ໂດຍບໍ່ ເອົາໃຈໃສ່ແບບນີ້.
ປັຈຈຸບັນເຂົ້າສູ່ຣະດູຝົນ ຊາວບ້ານຜູ້ທີ່ເປັນຊາວໄຮ່ ຊາວນາ ໄດ້ຮັບຜົລກະທົບ ຈາກໂຄງການ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ການເດີນທາງໄປ ເຮັດໄຮ່ ເຮັດສວນ ລຳບາກຫຼາຍ ຍ້ອນສະພາບ ເສັ້ນທາງບໍ່ດີ ຄົດລ້ຽວໄປຕາມພູດອຍ ຢ້ານດິນເຈື່ອນ.
"ໃນຕອນນີ້ເນາະ ສະພາບມັນກະກັງວົນຫຼາຍ ຖ້າຝົນຕົກຫຼາຍ ກໍເປັນຖນົນຫົນທາງ ມີຄວາມກັງວົນຫຼາຍສູງສຸດ ແລະ ຖນົນທາງມັນເຈື່ອນ ຕາຝັ່ງມັນເຈື່ອນ ແມ່ນຫຍັງ."
ຕໍ່ກັບເຣື່ອງດັ່ງກ່າວເຈົ້າໜ້າທີ່ຜແນກ ຊັພຍາກອນທັມມະຊາດ ແລະ ສິ່ງແວັດລ້ອມ ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີວ່າການ ຊົດເຊີຍທີ່ດິນ ທໍາການຜລິດ ໃຫ້ຊາວບ້ານທີ່ໄດ້ ຮັບຜັລກະທົບ ຈາກໂຄງການເຂື່ອນນໍ້າຄານ 02 ແລະ 03 ແມ່ນໄດ້ຊົດເຊີຍ ໄປແລ້ວ ຈຳນວນນຶ່ງ ປະມານ 100 ຄອບຄົວ ຈາກທັງໝົດ 600 ຄອບຄົວ ໂດຍໄດ້ຈັດສັນທີ່ ດິນທໍາການ ຜລິດປະມານ 02 ຫາ 03 ເຮັກຕ້າ ຕໍ່ຄອບຄົວ.
ປັຈຈຸບັນທາງການແຂວງຫຼວງພຣະບາງ ແລະ ບໍຣິສັດ ເຈົ້າຂອງໂຄງການກໍພຍາຍາມ ຊອກຫາທີ່ດິນທໍາກິນ ໃຫ້ກັບຊາວບ້ານຢູ່ ແຕ່ຍັງຫາ ບໍ່ໄດ້ເທື່ອ ເນື່ອງຈາກພື້ນທີ່ ບໍ່ເໝາະສົມທີ່ຈະ ບຸກເບີກ ແລະ ທໍາການຜລິດ ຍ້ອນເປັນພື້ນທີ່ພູສູງ.
"ກະຊົດເຊີຍເນາະ ແຕ່ດິນທໍາການຜລິດເຮົາຂໍ ງົບປະມານຈາກເຂື່ອນ ເພິ່ນໃຫ້ຈຳນວນນຶ່ງ ເພື່ອໄປແບ່ງປັນເນື້ອທີ່ ທໍາການຜລິດໃຫ້ຂະເຈົ້າ ຄືໄດ້ ຈຳນວນນຶ່ງແລ້ວ ປະມານ 02 ຫາ 03 ເຮັກຕ້ານີ້ລະ ມີບາງຄອບຄົວ ກໍບໍ່ທັນໄດ້ ບໍ່ມີດິນໃຫ້ເຂົາເຈົ້າ."
ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ການຊົດເຊີຍທີ່ດິນ ໃຫ້ຊາວບ້ານ 600 ປາຍຄອບຄົວ ຈາກໂຄງການເຂື່ອນນໍ້າຄານ 02 ແລະ 03 ຖືເປັນສີ່ງ ທ້າທາຍ ໜັກເພາະໂຍກຍ້າຍ ຊາວບ້ານໄປຢູ່ ບ້ານຈັດສັນໃໝ່ ໃນເຂດເມືອງຊຽງເງິນ ເຊິ່ງເປັນເຂດທຸຣະກິຈ ທາງການຄ້າຂາຍ ແລະ ທ່ອງທ່ຽວ ແຕ່ຊາວບ້ານ ທີ່ໂຍກຍ້າຍເຂົ້າໄປສ່ວນຫຼາຍ ທໍາການຜລິດເຮັດໄຮ່ເຮັດສວນ ແລະ ລ້ຽງສັດເປັນອາຊີບຫຼັກ.
ໂຄງການເຂື່້ອນໄຟຟ້າ ນໍ້າຄານ 02 ແລະ 03 ມີຊາວບ້ານຖືກໂຍກຍ້າຍ ຮວມທັງໝົດປະມານ 15 ບ້ານ ໃນນີ້ມີປະຊາຊົນ ປະມານ 5,000 ຄົນ ຮວມທັງເມືອງຊຽງເງີນ ແລະເມືອງພູຄູນ.
ໂຄງການເຂື້ອນໄຟຟ້າ ນໍ້າຄານ 02 ຂນາດການຜລິດ 126 ເມກາວັດ ແລະ ເຂື່ອນໄຟ ຟ້ານໍ້າຄານ 03 ຂນາດການຜລິດ 130 ເມກາວັດ ລົງທຶນໂດຍບໍຣິສັດຜລິດໄຟຟ້າລາວ ມະຫາຊົນ ເຊິ່ງເປັນເປັນຜູ້ລົງທືນ 100% ມູນຄ່າ 350 ລ້ານໂດລາ ສະຫະຣັຖ ໃນນີ້ຈຳນວນ 308,5 ລ້ານໂດລາ ເປັນເງິນກູ້ຢືມ ຈາກຣັຖບານຈີນ ໃນຮູບແບບອັດຕຣາດອກເບັ້ຍຕໍ່າ ກໍ່ສ້າງໂດຍ ບໍຣິສັດ Sinohydro Corperation ຂອງຈີນ.