ເຂື່ອນນ້ຳອູ ຫຼາຍ​ແຫ່ງ ໃກ້ແລ້ວ ແຕ່ຊາວ​ບ້ານ ຍັງລໍາບາກ

ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນ ໄຟຟ້າ ນໍ້າອູ ຫຼາຍ​ແຫ່ງ ຍັງລໍາບາກ.

ຊາວບ້ານໃນເຂດ ກໍ່ສ້າງເຂື່ອນນໍ້າອູ RFA/LB

ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ກໍ່ສ້າງ ເຂື່ອນໄຟຟ້ານໍ້າອູ 1, 3, 4 ແລະ 7 ນັ້ນ, ຍັງມີ ຄວາມລຳບາກ ເຖິງແມ່ນວ່າ ຈະໄດ້ຍ້າຍ ໄປຢູ່ ບ້ານຈັດສັນ ທີ່ໂຄງການ ຈັດໄວ້ໃຫ້ ແລ້ວກໍຕາມ. ນອກຈາກນີ້, ຍັງບໍ່ມີ ອາຊີພ ທຳມາຫາກິນ, ບັນຫາ ຄ່າຊົດເຊີຍ ແລະ  ໂຄງຮ່າງ ພື້ນຖານ ຂອງທີ່ຢູ່ໃໝ່ ບໍ່ໄດ້ຊ່ອຍ ໃຫ້ຊີວິຕ ຂອງປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ດີຂຶ້ນ.

ເປັນ​ຕົ້ນ​ກໍ​ແມ່ນ ປະຊາຊົນ ທີ່ຢູ່ ເມືອງປາກອູ ແຂວງຫຼວງພຣະບາງ ຈຳນວນ 134 ຄອບຄົວ ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນນໍ້າອູ 1 ເຊັ່ນ ບ້ານຫາດຕາງ, ບ້ານ​ຄອນ​ຄຳ, ບ້ານນາຝາຍ, ບ້ານຫ້ວຍເຫຼືອງ ແລະ ບ້ານຜາຈິງ ທີ່ຍ້າຍມາຢູ່ ບ້ານຈັດສັນ, ແຕ່ຊາວບ້ານ ຈຳນວນນຶ່ງ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍ ເທື່ອ. ດັ່ງເຈົ້າໜ້າທີ່ ບ້ານຈັດສັນ ເຂື່ອນໄຟຟ້າ ນໍ້າອູ 1 ໄດ້ກ່າວ ຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 31 ທັນວາ ວ່າ:

“ເບິ່ງແລ້ວ ຖ້າທຽບກັບ ຄວາມເປັນຈິງ ແລ້ວ ມັນກໍຍັງ ບໍ່ສົມເຫຕ ສົມຜົລ ເທື່ອນ່າ, ແຕ່ວ່າ ທຸກບ່ອນເນາະ ເປັນຕົ້ນໄມ້ ເປັນດິນສວນ ເປັນດິນໄຮ່ ເປັນເຮືອນຊານ ບ້ານຊ່ອງ ມັນຈະຕ້ອງ ມີການ ຊົດເຊີຍໝົດ ຢູ່ແລ້ວ. ແຕ່ວ່າ ໃນການຊົດເຊີຍ ມັນກໍບໍ່ໄດ້ ເຕັມເມັດ ເຕັມໜ່ວຍ. ດຽວນີ້ເນາະ ກໍຕົກລົງກັນໄດ້ ບາງບ້ານ ກໍຍັງ ຕົກລົງກັນ ບໍ່ໄດ້. ເຮົາເອງ ກໍຍັງຖືກ ຜົລກະທົບ ເນາະ, ແຕ່ວ່າ ກໍຍັງຕົກລົງກັນ ບໍ່ໄດ້.”

ຕໍ່ການຈ່າຍ ຄ່າຊົດເຊີຍ ນັ້ນ, ທ່ານໄດ້ກ່າວ ຕື່ມວ່າ ປະຊາຊົນ ຈຳນວນຶ່ງ ບໍ່ພໍໃຈ ຍ້ອນວ່າ ການຄິດໄລ່ ລາຄາ ຂອງຄນະຈັດສັນ ຍັງບໍ່ ເໝາະສົມ ເຊັ່ນ: ເຮືອນສ້າງໃໝ່, ຕົ້ນໄມ້ກິນໝາກ ແລະ ສວນຄົວ, ໂດຍໄດ້ ຄ່າຊົດເຊີຍ ຕໍ່າກ່ວາ ລາຄາ ຂອງເດີມ.

ສ່ວນເຂື່ອນໄຟຟ້າ ນໍ້າອູ 3 ມີປະຊາຊົນ 5 ໝູ່ບ້ານ ທີ່ຂຶ້ນກັບ ເມືອງງອຍ ແຂວງຫຼວງພຣະບາງ ທີ່ຖືກໂຍກຍ້າຍ ມາຢູ່ ບ້ານຈັດສັນ. ນອກຈາກ ການກໍ່ສ້າງ ໂຄງຮ່າງ ພື້ນຖານ ບໍ່ໄດ້ມາຕຖານ ແລ້ວ, ຣະບົບ ນໍ້າລິນ ທີ່ປະຊາຊົນ ຕ້ອງໄດ້ໃຊ້ ປະຈຳວັນ ນັ້ນ, ເປ່ເພຕລອດ ເຮັດໃຫ້ ປະຊາຊົນ ຂາດນໍ້າໃຊ້. ທີ່ສຳຄັນ ປະຊາຊົນ ມີແຕ່ບອ່ນຢູ່ ອາສັຍ, ແຕ່ບໍ່ມີ ທີ່ດິນ ທຳມາຫາກິນ. ດັ່ງເຈົ້າໜ້າທີ່ ບ້ານຈັດສັນ ນໍ້າອູ 3 ໄດ້ກ່າວ ຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 31 ທັນວາ ວ່າ:

“ຜົລກະທົບນີ້ ຍົກໂຕຢ່າງ ວ່າ ແມ່ນຢູ່ວ່າ ເຂົາມາຈັດສັນ, ແຕ່ບາດນີ້ ບ່ອນທີ່ເຂົາ ຢູ່ບ້ານທີ່ເຂົາເຄີຍຢູ່ ປົກກະຕິຫັ້ນ. ຍົກໂຕຢ່າງ ເຮັດໄຮ່ ຊີ້ນ່າ. ລະບາດນີ້ ບໍ່ມີດິນ, ມີແຕ່ເຮືອນງາມ ຢູ່ລ້າໆ, ແຕ່ບໍ່ມີ ບ່ອນທຳມາ ຫາກິນ. ຫຼາຍຄອບຄົວ ເຕີບໄດ໋ຫັ້ນ ຫຍຸ້ງຍາກ.”

ທາງດ້ານເຂື່ອນໄຟຟ້ານໍ້າອູ 4 ມີປະຊາຊົນ297 ຄອບຄົວທີ່ຂື້ນກັບເມືອງຂວາ ແຂວງຜົງສາລີໄດ້ຖືກໂຍກຍ້າຍມາຢູ່ບ້ານຈັດສັນເປັນເວລານຶ່ງແລ້ວແຕ່ຍັງບໍ່ທັນມີອາຊີບເທື່ອ ດັ່ງເຈົ້າໜ້າທີ່ບ້ານຈັດສັນແຫ່ງນີ້ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີໃນວັນທີ 31 ທັນວາ ວ່າ:

“ການຟື້ນຟູ ຊີວິຕຫັ້ນ ຢາກໃຫ້ມັນ ໄດ້ໄວແຫຼະ ເພາະວ່າ ພໍ່ແມ່ປະຊາຊົນ ນັ້ນ, ຄືວ່າແຫຼະ ເຂດເຮົານີ້ ມັນບໍ່ໄດ້ເຮັດໄຮ່ ອາສັຍເຮັດແຕ່ສວນ. ແລ້ວດຽວນີ້, ດິນຟ້າອາກາດ ມັນແດດຫຼາຍ ແລ້ວກໍບໍ່ເປັນໝາກ ແລ້ວພໍ່ແມ່ ປະຊາຊົນ ກໍບໍ່ມີບ່ອນ ຊອກບ່ອນ ຫາກິນ. ອາສັຍຊື້ກິນ ມັນກໍຊິຕາຍ ດຽວນີ້ນ່າ.”

ສ່ວນເຂື່ອນໄຟຟ້າ ນໍ້າອູ 7 ທີ່ມີ ປະຊາຊົນ 4 ບ້ານ ທີ່ຂື້ນກັບ ເມືອງຍອດອູ ແຂວງຜົ້ງສາລີ ປະມານ 200 ຄອບຄົວ, ໄດ້ຖືກ ໂຍກຍ້າຍໄປຢູ່ ບ້ານຈັດສັນ ເມື່ອກາງປີ 2019 ນີ້ ກໍຍັງ ບໍ່ໄດ້ຮັບ ຄ່າຊົດເຊີຍ, ໂດຍຄນະຈັດສັນ ໄດ້ໃຫ້ເຫຕຜົລ ວ່າ ດິນເດີມ ຂອງປະຊາຊົນ ຢູ່ມານັ້ນ, ບໍ່ມີໃບຕາດິນ ແລະ ບໍ່ເຄີຍເສັຽພາສີ ໃຫ້ຣັຖ ທັງທີ່ວ່າ ປະຊາຊົນ ອາສັຍ ມາໄດ້ 40 ປີແລ້ວ.

“ການຊົດເຊີຍ ຜົລກະທົບ ຖືວ່າ ຍັງບໍ່ຊົດເຊີຍ ເທື່ອ. ເວົ້າໄປນີ້ ບ້ານຖືວ່າ ບໍ່ມີໃບຕາດິນ,  ຢ່າງນີ້ ເຂົາບໍ່ຊົດເຊີຍ. ມີແຕ່ເຂົາຊົດເຊີຍ ແຕ່ວ່າ ເຄື່ອງປູກ ຂອງຝັງ ຂອງພໍ່ແມ່ ປະຊາຊົນ ເຂົາເຈົ້າທີ່ວ່າ ປູກໄດ້ ຢູ່ໃນໄຮ່ ໃນສວນນັ້ນ ຫັ້ນຊື່ໆ. ດິນນີ້, ເຂົາວ່າ ບໍ່ມີໃບຕາດິນ ແລ້ວກໍບໍ່ໄດ້ ເສັຽພາສີ-ອາ​ກອນ ໃຫ້ຣັຖນີ້ ເຂົາກໍຖືວ່າ ເຂົາບໍ່ທົດແທນ ວ່າແຕ່ ແນວນັ້ນແຫຼະ.”

ປັດຈຸບັນ, ເຂື່ອນໄຟຟ້າ ນໍ້າອູ ທີ່ຖືກສ້າງຂຶ້ນ ມີທັງໝົດ 7 ແຫ່ງ, ເຊິ່ງມີທີ່ຕັ້ງ ກວມເອົາ ແຂວງຜົ້ງສາລີ ແລະ ຫຼວງພຣະບາງ. ໃນນັ້ນ, ອີງຕາມການຣາຍງານ ຂອງສື່ພາຍໃນ  ປັດຈຸບັນ ເຂື່ອນໃນແຜນ ໄລຍະທຳອິດ ໄດ້ສ້າງສຳເຣັຈ ໄປແລ້ວ 3 ເຂື່ອນ ໃນປີ 2018 ຄື ເຂື່ອນນໍ້າອູ 2, 5 ແລະ 6. ສ່ວນເຂື່ອນນໍ້າອູ 1, 3, 4 ແລະ 7 ນັ້ນ, ກຳລັງ ດຳເນີນການ ກໍ່ສ້າງ ຄາດວ່າ ຈະສຳເຣັຈ ພາຍໃນປີ 2020.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org